ຈີນ ຈັດຕັ້ງ ປຸກຣະດົມ ທີ່ວໍຊິງຕັນດີຊີ
2009.06.05

ໃນຂະນະດຽວກັນ ຢູ່ທີ່ ນະຄອນຫລວງ ປັກກິ່ງ ທາງການຈີນໄດ້ ປິດລ້ອມ ຈະຕຸຣັດ ທຽນອັນເໝີນ ໄວ້ແລະປິດຕັນ ບໍ່ໃຫ້ຜູ້ຄົນ ສາມາດເບິ່ງ ລາຍການ ໂທຣະທັດ ຕ່າງ ປະເທດທີ່ອອກ ຂ່າວກ່ຽວກັບ ເຫດການ ແລະປິດຕັນ ເວບໄຊ ຕ່າງປະເທດໄວ້. ຜູ້ນໍາການ ລຸກຮືຂື້ນທີ ຈະຕຸຣັດ ທຽນອັນເໝີນ ໄດ້ຮຽກຮ້ອງໃຫ້ ມີສິດ ເສຣີພາບຫລາຍ ຂື້ນຢູ່ໃນ ປະເທດຈີນ.
ຢູ່ທີ່ຫໍ ຣັຖສະພາ ກຸງວໍຊິງຕັນ ດີຊີນັ້ນ ມາດາມ Nancy Pelosi ຜູ້ນໍາຣະດັບ ສາມຂອງ ສະຫະຣັຖ ອາເມຣິກາ ໄດ້ໄປຣ່ວມໃນ ພິທີຣະລຶກ ເຖິງເຫດການ ປາບປາມກຸ່ມ ນັກສືກສາຈີນ ຄົບຮອບ 20ປີ ທີ່ນັກສຶກສາ ໄດ້ຜັກດັນ ໃຫ້ພັກ ຄອມມູຍນິສຈີນ ປ່ຽນແປງປະເທດ ໃຫ້ມີ ປະຊາທິປະໄຕ ຫລາຍຂື້ນ.
ເນືອງໃນໂອກາດ ວັນຄົບຮອບ 20ປີ ຂອງເຫດການ ທຽນອັນເໝີນ ນີ້ຊາວ ອາເມຣິກັນ ຄົນນຶ່ງທີ່ເປັນ ພິຍານຢູ່ໃນ ເຫດການນັ້ນ ໃຫ້ສັມພາດ ກ່ຽວກັບຄວາມ ຊົງຈໍາ ຂອງເພິ່ນ ໃນຕອນນຶ່ງວ່າ: ນາງມີຄວາມ ຮູ້ສຶກວ່າຍ້ອນ ບັນຫາການ ທຸຈຣິດທີ່ເກີດ ຂື້ນຢ່າງກ້ວາງຂວາງ ຢູ່ໃນວົງການ ຂອງຣັຖບານ ນັກສຶກສາຈຶ່ງ ຢາກໃຫ້ມີການ ປ່ຽນແປງ ພ້ອມທັງຢາກ ໃຫ້ມີສິດ ເສຣີພາບ ສື່ມວນຊົນ ປະຊາທິປະໄຕ ແລະການປາກເວົ້າ.
ໃນຂະນະທີ່ ຄວາມສັມພັນ ລະຫວ່າງ ສະຫະຣັຖ ກັບຈີນ ໄດ້ດີຂື້ນ ໃນຫລາຍປີ ຜ່ານມານີ້ ແຕ່ສະຫະຣັຖ ກໍຍັງບໍ່ປະລະ ໃນການຮຽກຮ້ອງ ໃຫ້ຈີນ ປ່ອຍນັກໂທດ ທີ່ ທາງການຈີນ ໄດ້ຈັບຂັງໄວ້ ໃນເວລານັ້ນ.
ໃນເຣື້ອງດຽວ ກັນນີ້ ມາດາມ Hillary Clinton ຣັຖມົນຕຣີ ການຕ່າງ ປະເທດຂອງ ສະຫະຣັຖ ໄດ້ກ່າວໃຫ້ຂໍ້ ສັງເກດວ່າ ປະເທດຈີນ ຊຶ່ງໄດ້ມີ ຄວາມກ້າວໜ້າ ອັນ ໃຫຍ່ຫລວງ ທາງດ້ານ ເສຖກິດ ແລະກໍາລັງ ຈະເອົາບົດບາດ ການນໍາພາໂລກ ຄວນກວດກາ ຕົນເອງຄືນ ກ່ຽວກັບບັນຫາ ມືດມົນ ໃນເຫດການ ທີ່ຜ່ານມາ ແລະ ນັບວ່າ ເປັນຄັ້ງທໍາອິດ ທີ່ມາດາມ Hillary Clinton ໄດ້ຮຽກຮ້ອງ ທາງການຈີນ ເປີດເຜີຽຕໍ່ ມະຫາຊົນ ວ່າມີຄົນ ຈັກຄົນຖືກຂ້າ ຖືກຈັບ ຫລືຍັງຫາຍ ສາບສູນຢູ່ ອັນນີ້ເພື່ອ ຮຽນຮູ້ ແລະປົວແປງມັນ.