ລາວຍັງຈະໃຊ້ ກົດໝາຍ ໂທດປະຫານ

ທາງກາຣ ສປປລາວ ຍັງບໍ່ມີ ນະໂຍບາຍ ຫລືແຜນກາຣ ທີ່ຈະ ພິຈາຣະນາ ໃຫ້ຍົກເລີກໂທສ ປະຫາຣຊີວີຕ ແຕ່ຢ່າງໃດເທື່ອ ໃນປັຈຈຸບັນນີ້.
ຫວາດ ສີມູນ
2009.06.08

ຢູ່ ສປປລາວ ຍັງບໍ່ມີ ນະໂຍບາຍ ຫລືແຜນກາຣ ທີ່ຈະ ພິຈາຣະນາ ໃຫ້ມີກາຣ ຍົກເລີກ ຫລືຍຸຕິກາຣ ລົງໂທສ ຂັ້ນປະຫາຣ ຊີວີຕ ດັ່ງທີ່ມີກາຣ ເຊົາປະຕິບັຕ ກັນໃນ ຫລາຍປະເທສ ທົ່ວໂລກ ແລະ ທາງກາຣລາວ ກໍວ່າຍັງ ບໍ່ມີກາຣ ປຶກສາກັນ ຢ່າງແທ້ຈີງເທື່ອ ໃນ ປັຈຈຸບັນນີ້ ດັ່ງເຈົ້າໜ້າທີ່ ຣະດັບສູງຈາກ ກົມກົດໝາຍ ສະພາແຫ່ງ ຊາຕລາວ ທ່ານໜື່ງ ໄດ້ຊີ້ແຈງວ່າ:

“ຍັງເທື່ອຕົວນີ້ ເຣື່ອງຕົວນີ້ ຕາມກົດໝາຍ ອາຍາເຮົາຍັງ ກຳໜົດໂທສ ເຖີງປະຫາຣ ຊີວີຕ ຢູ່ປັຈຈຸບັນ ແຕ່ວ່າກໍຍັງ ບໍ່ໃດ້ເປັນຫລັກ ກາຣວ່າ ບໍ່ມີເອກສາຣ ມາວ່າສິມີ ກາຣຍົກເລີກ ກໍບໍ່ໄດ້ມີຢູ່ ຄຳທີ່ວ່າ ຈະມີກາຣ ຍົກເລີກຫຍັງ ຍັງບໍ່ມີ”

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເພີ່ມວ່າ: ສຳຫລັບກາຣ ຍົກເລີກກົດໝາຍ ໂທສປະຫາຣ ຊີວີຕນັ້ນ ຈຳເປັນຕ້ອງມີ ໜ່ວຍງານ ຫລາຍພາຄສ່ວນ ມາຮ່ວມກັນ ຕັດສີນ ແລະ ທາງກາຣລາວ ກໍຍັງບໍ່ທັນ ມີກາຣນຳ ເອົາເຣື່ອງນີ້ ຂື້ນມາປຶກສາ ຫາຣືກັນຢ່າງ ແທ້ຈີງ ແຕ່ປະກາຣໃດ ເທື່ອ ເພາະຕ້ອງໄດ້ມີ ກາຣປັບປຸງ ຫລືແກ້ໄຂທາງ ດ້ານ ກົດໝາຍອາຍາ ຂອງ ສປປລາວ ນັ້ນເສັຽກ່ອນ ຊື່ງທ່ານກໍໃຫ້ ທັສນະສ່ວນຕົວ ວ່າກົດໝາຍຂອງ ສປປລາວ ກໍຄວນທີ່ຈະ ໄດ້ຮັບກາຣ ດັດແປງ ໃຫ້ຖືກຕາມ ຫລັກ ກາຣດ້ານ ສິທທິ ມະນຸສຍະຊົນ ດັ່ງທີ່ທ່ານໄດ້ ກ່າວວ່າ:

“ຄວາມຄິດສ່ວນຕົວ ຂ້າພະເຈົ້າ ນີ້ວ່າ ອາຈຈະໃຫ້ມີ ກາຣຍົກເລີກ ກໍໄດ້ ຕົວຢ່າງວ່າ ຜູ້ກະທຳ ຜິດນັ້ນ ແລ້ວຮູ້ສືກວ່າ ກິນແໜງ ແຄງໃຈບໍ ຫລືວ່າຈະປັບ ຕົວເຂົ້າກັບ ຊີວີຕ ສັງຄົມໃໝ່ ຖ້າຫາກເຂົາມີ ຄວາມຮູ້ສຶກ ເສັຽໃຈຕໍ່ກາຣ ກະທຳຜິດ ທຳນອງນີ້”

 ເຖີງຢ່າງໃດ ກໍຕາມ ທ່ານໄດ້ກ່າວ ຢ້ຳທ້າຍວ່າ ໃນອະນາຄົຕ ກົດໝາຍ ອາຍາຂອງ ສປປລາວ ກໍອາຈຈະມີ ກາຣປ່ຽນແປງ ປັບປຸງແກ້ໄຂ ໂດຽອີງຕາມ ສະພາບກາຣ ປັຈຈຸບັນ ທີ່ວ່າມີກາຣ ຕັດສີນໃຫ້ ປະຫາຣຊີວີຕ ເຖີງຈະບໍ່ມີ ຫລາຍກໍຣະນີ ມາແລ້ວນັ້ນ ກໍຕາມ ແຕ່ກໍມີທາງ ອອກໂດຽອາສັຍ ດ້ານກາຣ ຂໍອະພັຍໂທສ ຈາກປະທານ ປະເທສ ທີ່ໃຫ້ມີກາຣ ປ່ຽນມາເປັນໂທສ ຈຳຄຸກ ຕລອດຊີວີຕແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.