ໃນທ້າຍປີ ມົ້ງ ຕ້ອງກັບລາວໃຫ້ໝົດ
2009.06.08
ໃນມື້ວັນທີ 5ມີຖຸນາ ທີ່ຜ່ານມາ ຢູ່ທີ່ສນາມບີນ ທະຫານກອງທັບ ອາກາດໄທ ທີ່ບາງກອກ ທ່ານ ພົລເອກ ປະວິດ ວົງສຸວັນ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດໄທ ໄດ້ໃຫ້ສັມພາດ ແກ່ສື່ມວນຊົນ ທອ້ງຖີ່ນ ຫັລງຈາກທີ່ ທ່ານກັບມາຈາກ ການໄປຢ້ຽມຢາມ ສປປລາວ ຢ່າງເປັນທາງການ ວ່າການໄປ ຢ້ຽມຢາມ ແລະການຫາລື ດ້ານ ຄວາມຫມັ້ນຄົງກັບ ຜູ້ນຳຣະດັບ ສູງຂອງລາວ ເປັນໄປໂດຍດີ ສ່ວນຄວາມຄືບຫນ້າ ກ່ຽວກັບການ ແກ້ໃຂບັນຫາ ຊາວມົ້ງ ທີ່ບ້ານ ຫ້ວຍນ້ຳຂາວ ນັ້ນກໍ່ຈະ ດຳເນີນຕໍ່ ໄປ ໄທຈະສົ່ງ ຊາວມົ້ງ ຈາກສູນບ້ານ ຫ້ວຍນ້ຳຂາວ ກວ່າ5ພັນ ຄົນກັບລາວ ດ້ວຍຄວາມສມັກໃຈ ຈະໃຫ້ຫມົດໃນ ທ້າຍປີ 2009ນີ້. ບົນພື້ນຖານ ຄວາມຮ່ວມມືຈາກ ຣັຖບານລາວ.
ນັກວີຊາການ ໄທທ່ານນື່ງ ໃຫ້ການວ່າ ອາດເປັນໄປຍາກ ທີ່ຈະສົ່ງ ຊາວມົ້ງກວ່າ 5ພັນ ຄົນທີ່ສູນບ້ານ ຫ້ວຍນ້ຳຂາວ ກັບລາວໃຫ້ຫົມດ ໃນທ້າຍ ປີນີ້ ເພາະການສົ່ງ ໃນລະຍະທີ່ ຜ່ານມາ ຫລາຍຄັ້ງກໍ່ມີ ບັນຫາຢູ່ແລ້ວ ຊື່ງອົງການ ສາກົນຫລາຍ ອົງການກໍ່ ປະນາມ ການສົ່ງກັບ ແລະຊາວມົ້ງ ບາງຄົນກໍ່ ປະກາດວ່າ ຈະບໍ່ກັບເຖີງ ຈະ ຕາຍທີ່ສູນ ກໍ່ຍອມຕາຍທີ່ ຈະຖືກສົ່ງກັບ ລາວ.
ນອກຈາກນັ້ນ ກຸ່ມປົກປ້ອງ ສິດທິມະນຸສ ແຫ່ງປະເທດໄທ ກໍ່ໄດ້ສົ່ງ ຫນັງສື ຫານາຍົກ ຣັຖມົນຕຣີໄທ ຮຽກຮ້ອງ ຄວາມເປັນທັມ ແກ່ຊາວມົ້ງ. ທ່ານວ່າ ບັນຫາມົ້ງ ທີ່ ລັກລອບເຂົ້າມາ ປະເທດໄທ ຈະບໍສີ້ນສຸດ ຕາບໃດ ທີ່ຍັງມີ ປະເທດທີສາມ ປະກາດຈະຮັບ ເອົາຊາວມົ້ງຢູ່.
ເຖີງຢ່າງໃດ ກໍ່ຕາມ ເທົ່າເຖີງປັດຈຸບັນ ຣັຖບານໄທ ກໍ່ໄດ້ສົ່ງ ຊາວມົ້ງກັບລາວ ຫລາຍຮອບແລ້ວ ກຸ່ມທີ່ຍັງເຫລືອ ອາດຈະມີການ ສົ່ງກັບເທື່ອ ລະໜ້ອຍ ໃນອານາຄົດ ອັນໃກ້ໆນີ້ ແລະ ທາງການໄທ ກໍ່ຄາດວ່າຈະ ສົ່ງໃຫ້ຫົມດ ພາຍໃນ ທ້າຍປີນີ້.