ອາຈໄດ້ ອານຸຍາດ ນຶ່ງປີ ລ້ຽງລູກນອກຄຸກ
2009.06.05
ພາຍຫລັງທີ່ ສານຊັ້ນຕົ້ນ ນະຄອນຫລວງ ວຽງຈັນ ຕັດສິນ ນາງ ສະແມນຕາ ໂອໂຣບາຕໍຣ ວ່ານາງໄດ້ທໍາ ຄວາມຜິດຈິງ ໃນຄະດີ ຢາເສບຕິດ ເຮໂຣອີນ. ໃຫ້ຈໍາຄຸກ ຕລອດຊີວິດ ເມື່ອວັນທີ3 ມິຖຸນາ 2009ນີ້ ທາງສານ ກໍອາຈພິຈາຣະນາ ໃຫ້ນາງ ອອກຈາກຄຸກ ເພື່ອ ໄປລ້ຽງດູລູກ ເວລານຶ່ງປີ ຊຶ່ງຫລັງຈາກນັ້ນ ນາງກໍຈະຕ້ອງ ໄດ້ກັບເຂົ້າຄຸກ ໄປຮັບໂທດ ຕາມທີ່ສານໄດ້ ຕັດສີນ. ທ່ານ ຈັນທະລີ ດວງວິໄລ ຮອງປະທານສານ ນະຄອນຫລວງ ວຽງຈັນ ກ່າວໃນຕອນ ນຶ່ງວ່າ:
" ຖ້າວ່າ ປະຕິບັດໂທດ ຢູ່ທີ່ລາວ ຖ້າອອກລູກ ເມື່ອໃດກໍໄດ້ ອອກຈາກຄຸມຂັງ ອອກມາຢູ່ ປີນຶ່ງພັກຜ່ອນ ຢູ່ຂ້າງນອກ ຫລັງລູກໄດ້ ປີນຶ່ງແລ້ວ ກໍໄປ ປະຕິບັດໂທດ ຕື່ມ."
ນາງ ສະແມນຕາ ໂອໂຣບາຕໍຣ ເວລານີ້ ຖືພາໄດ້ 5ເດືອນ ຊຶ່ງຈະເຖິງ ກໍານົດອອກ ໃນອີກບໍ່ເທົ່າ ໃດເດືອນຂ້າງໜ້າ ຊຶ່ງທາງພາກ ສ່ວນກ່ຽວຂ້ອງ ອາຈປະກາດ ຢ່າງ ເປັນທາງການ ອີກເທື່ອນຶ່ງ ກ່ຽວກັບການ ອະນຸຍາດ ໃຫ້ນາງອອກ ຈາກຄຸກເພື່ອໄປ ເບີ່ງແຍງລູກ.
ນາງ ໂອໂຣບາຕໍຣ ຕາມກົດໝາຍ ຂອງລາວ ຕ້ອງໂທດ ປະຫານຊີວິດ ແຕ່ຍ້ອນຖືພາ ຄາທ້ອງ ທາງສານຈຶ່ງ ຕັດສີນໂທດ ຈໍາຄຸກຕລອດ ຊີວິດ ແທນ. ຢ່າງໃດ ກໍ ຕາມ ນາງສະແມນຕາ ກໍມີສິດທີ່ ຈະຍື່ນເລື້ອງ ເພື່ອຂໍອຸທອນ ຕໍ່ສານ. ສ່ວນຣັຖບານ ອັງກິດນັ້ນ ກໍອາຈຂໍໃຫ້ ຣັຖບານລາວ ພິຈາຣະນາ ສົ່ງຕົວນາງກັບ ໄປຮັບໂທດ ຢູ່ປະເທດ ອັງກິດ ໂດຍອ້າງອີງໃສ່ ສົນທິສັນຍາ ແລກປ່ຽນນັກໂທດ ຊຶ່ງທັງ2ຝ່າຍ ລາວ-ອັງກິດ ໄດ້ເຊັນກັນ ຕອນທີ່ ຣັຖມົນຕຣີການ ຕ່າງປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມ ອັງກິດ ເມື່ອບໍ່ນານ ມານີ້. ທ່ານຈັນທະລີ ກ່າວຕໍ່ໄປວ່າ:
" ເລື້ອງບັນຫາ ເປັນໜ້າທີ່ຂອງ ຣັຖບານ ສານຕັດສີນແລ້ວ ກໍມອບໄປຫາ ທາງເຈົ້າໜ້າທີ່ ເຂົາເປັນຜູ້ ປະຕິບັດ ເລື້ອງໂທດ ແລະກໍຈະເປັນ ໜ້າທີ່ຂອງ ຣັຖບານ ທີ່ຈະ ພິຈາຣະນາ ສົ່ງຕົວຫລືບໍ່."
ນາງ ສະແມນຕາ ໂອໂຣບາຕໍຣ ໄດ້ກະທໍາ ຄວາມຜິດຖານ ພະຍາຍາມ ລັກລອບນໍາ ຢາເສບຕິດ ເຮໂຣອີນ 680ກຣາມ ອອກນອກ ປະເທດລາວ ທີ່ສນາມບິນ ນາໆຊາດ ວັດໄຕ ໃນນະຄອນຫລວງ ວຽງຈັນ ໄປປະເທດໄທ ເມື່ອເດືອນ ສິງຫາ ປີ2008.