ນະໂຍບາຍ ສິດທິມະນຸດຂອງລາວ
2010.10.05
ກົດຟັງສຽງ
ສະພາດ້ານ ສິດທິມະນຸດ ສະຫະປະຊາຊາດ UNHRC ໄດ້ຮັບຮອງເອົາ ນະໂຍບາຍ ດ້ານສິດທິມະນຸດ ທີ່ 107 ປະເທດນາໆຊາດ ໄດ້ສເນີໃຫ້ ສປປລາວ ນຳເອົາໄປ ປະຕິບັດ.
ຂໍ້ສເນີມີມາຈາກ 54 ປະເທດ ໃນກອງປະຊຸມ ຄັ້ງທີ 8 ຂອງໜ່ວຍງານພິເສດ ສະພາດ້ານ ສິດທິມະນຸດ ສະຫະ ປະຊາຊາດ, ຢູ່ນະຄອນຫລວງ ເຈເນວາ ປະເທດ ສວິສເຊີແລນ. ເມື່ອເດືອນ ພຶສພາ 2010 ຜ່ານມາ ລາວໄດ້ສນັບສນູນ ຂໍ້ສເນີ 53 ຂໍ້ ແລະອີກ 3 ຂໍ້ໄດ້ນຳໄປ ປະຕິບັດ ກ່ອນແລ້ວ.
ຂໍ້ສເນີຈະກວມ ໄປຮອດການປາບປາມ ການຄ້າມະນຸດ, ອາສຍາກັມ ຂ້າມຊາດ, ບົດບາດຂອງເພດ ຕ່າງໆກັນ, ສິດທິຂອງແມ່ຍິງ ແລະເດັກນ້ອຍ, ການປອງດອງ ແລະຄວາມສເມີພາບ ຂອງຊຸມຊົນຫລາຍຊາດ ຫລາຍຊົນເຜົ່າໃນລາວ, ເສຣີພາບ ໃນການນັບ ຖືສາສນາ ແລະ ການປະຕິຮູບ ໃນການປົກຄອງ. ນອກຈາກນີ ຂໍ້ສເນີກໍ ຍັງມີການປັບປຸງ ລະບົບສານ ຍຸຕິທັມ, ແລະການຮ່ວມມື ພາຍໃນ ພູມີພາກ ແລະ ໃນເວທີສາກົນ ເພື່ອຈະສາມາດ ໄປເຖິງເປົ້າໝາຍ ການພັທນາ ສະຫັດສວັດ ສະຫະ ປະຊາຊາດໄດ້.
ເຖິງຢ່າງໃດ ກໍຕາມ ສປປລາວ ກໍບໍ່ໄດ້ ສນັບສນູນ ຂໍ້ສເນີ 21 ຂໍ້ທີ່ເຫລືອຍ້ອນ ເຫັນວ່າ ບໍ່ສອດຄ່ອງ ຫລືໄປຕາມແລວ ຂອງ ຣັຖທັມມະນູນ ແລະ ກົດໝາຍຂອງ ປະເທດ.
ຊຶ່ງໃນຈຳນວນ ຂໍ້ສເນີ 21 ຂໍ້ນັ້ນກໍມີຕົວຢ່າງ ເຊັ່ນ: ການເລີກໃຊ້ ກົດໝາຍການ ລົງໂທດ ປະຫານຊີວິດ, ການອະນຸຍາດ ໃຫ້ເອກກະຊົນ ຮ່ວມກັບນາໆຊາດ ເພື່ອທຳການ ຟ້ອງຮ້ອງ. ການຮັບຮູ້ວ່າ ລາວມີ ຊຸມຊົນເຜົ່ານ້ອຍ, ການອະນຸຍາດ ໃຫ້ຂະບວນການ ສາກົນ ແລະ ອົງການທີ່ບໍ່ຂຶ້ນ ກັບຣັຖບານ ມີເສຣີພາບ ໃນການເຄື່ອນໄຫວ, ແລະ ການອະນຸຍາດໃຫ້ ສາມາດຈັດຕັ້ງ ຄນະກັມມາທິການ ເພື່ອສິດທິມະນຸດ ພາຍໃນປະເທດໄດ້ ເປັນຕົ້ນ.