ກົດໝາຍຕ້ານ ຄົນເຂົ້າເມືອງ ຣັຖອາຣີໂຊນາ

ສູນເອເຊັຽ ຕະເວັນອອກ ສ່ຽງໃຕ້ ຫລື SEARAC ບໍ່ເຫັນພ້ອມນໍາ ກົດໝາຍ ຕ້ານຄົນເຂົ້າ ເມືອງຣັຖ ອາຣີໂຊນາ
ສົມເນ
2010.05.03

ສູນເອເຊັຽ ຕະເວັນອອກສ່ຽງໃຕ້ ຫລື SEARAC ທີ່ມີສູນກາງ ຢູ່ນະຄອນຫລວງ ວໍຊິງຕັນ ໃນມື້ວັນທີ 27 ເມສາ ຜ່ານມາ ໄດ້ອອກຖແຫລງການ ຮ່ວມກັບຫລາຍອົງ ການ ໃນສະຫະຣັຖ ວ່າບໍ່ເຫັນພ້ອມ ນໍາກົດໝາຍ ຕໍ່ຕ້ານຄົນເຂົ້າເມືອງ ຂອງຣັຖ ອາຣີໂຊນາ ຊື່ງຜູ້ປົກຄອງຣັຖ ທ່ານ Jan Brewer ໄດ້ລົງລາຍເຊັນ ເປັນກົດໝາຍ ໃຊ້ແລ້ວ ເມື່ອປະມານສອງ ສັບປະດາມານີ້ ເນື່ອງຈາກວ່າ ກົດໝາຍບາງມາຕຣາ ບັງຄັບໃຫ້ຄົນ ຕ່າງດ້າວ ຖືເອກກະສານ ບັດປະຈໍາຕົວ ຕິດຕົວຢູ່ຕລອດ ເພື່ອຢັ້ງຢືນ ເຖິງຖານະທາງ ດ້ານກົດໝາຍຂອງ ເຂົາເຈົ້າ ແລະກົດໝາຍນີ້ ອະນຸຍາດໃຫ້ ເຈົ້າໜ້າທີ່ມີສິດ ກວດຄົ້ນບຸກຄົນ ເພື່ອສອບຖາມເຖິງ ຖານະການເຂົ້າ ປະເທດ ຖ້າຫາກ ວ່າເຈົ້າໜ້າທີ່ ມີເຫດຜົນພຽງພໍ ສົງໃສວ່າ ບຸກຄົນເຫລົ່ານັ້ນ ບໍ່ມີໜັງສື ເຂົ້າເມືອງ ແບບຖືກຕ້ອງ. ຍານາງ Helly Lee ຜູ້ອໍານວຍການ ດ້ານນະໂຍບາຍ ຂອງ SEARAC ກ່າວວ່າ:

"ກົດໝາຍນີ້ ລະເມີດສິດທິ ຫລາຍຢ່າງຂອງຄົນ ຕ່າງດ້າວ ມັນແມ່ນຄວາມ ເປັນຫ່ວງອັນແຮງກ້າ ຂອງຊາວຕ່າງດ້າວ ຜູ້ທີ່ອາໃສຢູ່ໃນ ສະຫະຣັຖ ອະເມຣິກາ. ນອກນັ້ນ ກົດໝາຍນີ້ຍັງ ເປີດຊ່ອງທາງໃຫ້ ມີການຈໍາແນກ ຄວາມແຕກຕ່າງຂອງ ເຊື້ອຊາດໂດຍເບິ່ງ ຕາມລັກສນະ ຂອງຄົນທົ່ວໄປ".

ຍານາງວ່າວິທີ ທີ່ກົດໝາຍນີ້ ຈະນໍາໄປ ປະຕິບັດນັ້ນ ມີທັງ ອະນຸຍາດໃຫ້ ເຈົ້າໜ້າທີ່ຕໍາຣວດ ຢຸດແລະສອບຖາມ ບຸກຄົນທີ່ເບິ່ງ ເຫັນວ່າ ເປັນຄົນຕ່າງດ້າວ. ຖແລງການ ໄດ້ລະບຸຕໍ່ໄປ ວ່າກົດໝາຍຕ້ານ ຄົນເຂົ້າເມືອງ ສະບັບນີ້ເປັນ ກົດໝາຍທີ່ເອົາ ມາດຕະການທີ່ ຮຸນແຮງທີ່ສຸດ ຢູ່ໃນສະຫະຣັຖ ແລະຢ້ານວ່າ ຣັຖອື່ນໆອາດ ພິຈາຣະນາ ອອກກົດໝາຍ ຕ້ານຄົນເຂົ້າເມືອງ ຄ້າຍໆດຽວກັນນີ້. ຍານາງ Helly Lee ວ່າ ກົດໝາຍນີ້ ຈະມີຜົນ ສະທ້ອນຕໍ່ຊົນຊາດ ກຸ່ມນ້ອຍ ໃນສະຫະຣັຖ ຫລາຍທີ່ສຸດ.

ສູນເອເຊັຽ ຕະເວັນອອກສ່ຽງໃຕ້ ມີໜ້າທີ່ຊ່ວຍ ປົກປ້ອງສິດພົລເມື່ອງ ທີ່ເປັນຊົນຊາດ ກຸ່ມນ້ອຍ ໄດ້ຮຽກຮ້ອງໃຫ້ ຣັດຖະສະພາ ສະຫະຣັຖ ເຮັດການປະຕິຮູບ ກົດໝາຍຄົນເຂົ້າເມືອງ ມາຕລອດແລະຢາກ ໃຫ້ບັນຫານີ້ ເປັນບັນຫາ ບຸຣິມະສິດຂອງ ສະພາ ພາຍໃນປີນີ້ຕໍ່ໄປ ເພື່ອຫລີກລຽງບໍ່ໃຫ້ ສິດທິພົລເມືອງ ແລະສິດທິມະນຸດ ຂອງຄົນຕ່າງດ້າວ ມີສະພາບເຊື່ອມໂຊມ ລົງໄປຮອດ ລະດັບທ້ອງຖິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.