ສປປລາວ ປ່ອຍ ຊາວຄຣິສຕຽນ

ເຈົ້າໜ້າທີ່ ທາງການລາວ ປ່ອຍຕົວ ຊາວຄຣິສຕຽນ 3 ຄົນ ທີ່ຖືກກັກຂັງ ຢູ່ແຂວງ ສວັນນະເຂດ.

ອົງການ​ສິດທິ​ມະນຸດ ​ເພື່ອ​ຊິ່ງຊອມ​ເບິ່ງ ​ສິດ​ເສຣີພາບ ​ໃນ​ການ​ນັບຖື​ ສາສນາ​ ຢູ່​ລາວ ຣາຍງານ ​ເມື່ອ​ວັນ​ຈັນ ວັນ​ທີ່ 17 ​ເດືອນ​ພຶ​ສຈິ​ກາ ​ນີ້​ວ່າ ​ເຈົ້າໜ້າ​ທີ່​ ທາງ​ການ​ລາວ ​ໄດ້​ປ່ອຍ​ຕົວ​ ນັກ​ໂທດ ​ສາມ​ຄົນ ​ອອກ​ຈາກ​ ທີ່​ກັກ​ຂັງ ​ຢູ່​ບ້ານ​ບຸ​ຄຳ ​ແຂວງ​ສວັນນະ​ເຂດ.

ນັກ​ໂທດ​ທັງ​ສາມ​ຄົນ ​​ເປັນ​ຊາວ​ລາວ ​ທີ່​ນັບຖື ​ສາສນາ ຄຣິສຕຽນ ທີ່​ຖືກ​ຈັບ ​​ແລະ ​ກັກ​ຂັງ ​ນັບ​ແຕ່ ​ຕົ້ນ​ເດືອນ​ສິງຫາ​ເປັນ ຕົ້ນມາ. ຊາວ​ຄຣິສຕຽນ ​ທັງ​ສາມ ປະກອບ​ດ້ວຍ ອາຈານ ສົມພົງ ສຸ​ປັດ​ໂຕ ອາຍຸ 32 ປີ ຊຶ່ງ​ເປັນ​ຜູ້ນຳ ສາສນາ ຄຣິສ ຢູ່​ໃນ​ທ້ອງ​ຖິ່ນ ​ແລະ ​ອີກ​ສອງ​ຄົນ ຄື ທ້າວ ບຸດ ຈັນທະ​ລືໄຊ ອາຍຸ 18 ປີ ​ແລະ ​ທ້າວ ຄຳ​ຫວັນ ​ຈັນທະ​ລືໄຊ ອາຍຸ 18 ປີ ​ເຊັ່ນ​ກັນ.

ອົງການ​ ສິດທິ​ມະນຸດ ຣາຍງານ ​ອີກ​ວ່າ ​ເຈົ້າໜ້າ​ທີ່ ​ທາງ​ການ​ລາວ ​ປ່ອຍ​ຕົວ​ຊາວຄຣິສຕຽນ ​ທັງສາມ​ ແຕ່​ວັນ​ທີ່ 16 ​ເດືອນ ​ທີ່​ຜ່ານ​ມາ ​​​ໂດຍ​ທີ່ ​ພໍ່​ບ້ານ​ບ້ານ​ບຸ​ຄຳ ບໍ່​ເຫັນ​ດີ​​ເຫັນ​ພ້ອມນຳ​ ໃນ​ການ​ປ່ອຍ​ຕົວ ດັ່ງກ່າວ. ກ່ອນ​ນີ້ ພໍ່​ບ້ານ​ ເຄີຍ​ຂູ່​ວ່າ ຈະ​ກັກ​ຂັງ ​ຊາວ​ຄຣິສຕຽນ ​ທັງ​ສາມ​ ໃນ​ຄຸກ​ມຶ​ດ ຕລອດ​ຊີວິດ. ​ເຈົ້າໜ້າ​ທີ່ ​ທ້ອງ​ຖິ່ນ ຈັບ​ຊາວ​ຄຣິສຕຽນ ທັງໝົດ ​ເຈັດ​ຄົນ ​ເມື່ອ​ວັນ​ທີ່ 20 ​ເດືອນ ກໍຣະກະດາ ​ໃນ​ຂໍ້​ຫາ ຍັງ​ເຊື່ອ​ຖື ​ແລະ​ເຄົາຣົບບູຊາ​ ພຣະ​ເຈົ້າ ​ແຕ່​ໃນ​ເທື່ອ​ນັ້ນ ​ເຈົ້າໜ້າ​ທີ່​ ໄດ້​ປ່ອຍ​ຕົວ ​ພວກທີ່ຖືກ​ຈັບ ​​ໃນ​ເວລາ ​ສາມ​ສີ່​ມື້ ​ຕໍ່ມາ; ​ແຕ່​ວ່າ ຫລັງ​ຈາກ ​ຖືກ​ປ່ອຍ​ບໍ່​ດົນ ອາຈານ ສົມພົງ ແລະ ​ຊາວ​ຄຣິສຕຽນ ​ໃນ​ຄອບຄົວ ຈັນທະ​ລື​ໄຊ ພັດ​ຍັງ​ ບໍ່​ຍອມ​ປະລະ ​ຄວາມ​ເຊື່ອ​ຖື​ ຍັງ​ສືບ​ຕໍ່ ໂຮມ​ຊຸມນຸມກັນ ​ໄຫວ້​ພຣະ​ສວດ​ມົນ ຢູ່; ສະນັ້ນ ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ຈຶ່ງ​ຈັບ ​ຊາວ​ຄຣິສຕຽນ ​ທັງສາມຄົນ​ອີກ​ ເມື່ອ​ວັນ​ທີ່ 3 ​ເດືອນ​ສິງຫາ ​ແລະ ​ກັກ​ຂັງ ​ພວກ​ເຂົາ​ເຈົ້າ ນັບ​ແຕ່​ນັ້ນມາ ​ຈົນ​ເຖິງ​ກາງ​ເດືອນ ​ທີ່​ແລ້ວ.

ອົງການ​ ສິດ​ທິມະນຸດ ຣາຍງານ​ ອີກ​ວ່າ ຊາວ​ຄຣິສຕຽນ​ ທັງ​ສາມ ຖືກ​ມັດ​ມື ມັດ​ແຂ່ງ ​ແລະ ກັກ​ຂັງ ​ຢູ່​ຄຸກ​ ທີ່​ເມືອງ​ອາດ​ສະພັງ​ທອງ ​ແຂວງ​ສວັນນະ​ເຂດ. ​ເມື່ອ​ເດືອນ​ກັນຍາ ພໍ່​ບ້ານ​ ບ້ານ​ບຸ​ຄຳ ​ໄດ້​ປະຊຸມ​​ຊາວບ້ານ ​ແລະ ​ຮຽກຮ້ອງ ​ຊາວ​ຄຣິສຕຽນ ​​ແປດ​ຄອບຄົວ ​ໃຫ້​ປະລະ ​ຄວາມ​ເຊື່ອ​ຖື ​ຖ້າ​ບໍ່​ຍອມ ​ຈະ​ໄລ່​ພວກ​ເຂົາ​​ເຈົ້າ ໜີ​ອອກ​ຈາກ​ບ້ານ.