ເສຣີພາບ ໃນຂ່າວສານ ຢູ່ລາວ

ສປປລາວ ຕົກເປັນ ທີ 184 ໃນຈຳນວນ 195 ປະເທດ ຂອງໂລກ ກ່ຽວດ້ານ ການບໍ່ມີ ເສຣີພາບ ໃນການ ແຜ່ຜາຍ ຂ່າວສານ ອີງຕາມ ລາຍງານຂອງ ອົງການ ຂ່າວຂອງໂລກ

ສື່ມວນຊົນຕິດຕາມຂ່າວເພື່ອເຜີຍແຜ່ປວງຊົນ
ສື່ມວນຊົນຕິດຕາມຂ່າວເພື່ອເຜີຍແຜ່ປວງຊົນ (Photo: RFA)

0:00 / 0:00

ລາຍງານ ປະຈຳປີ ຂອງອົງການ ເສຣີພາບ Freedom House ເປີດເຜີຍວ່າ ຜູ້ສື່ຂ່າວ ພົບກັບບັນຫາ ໃນການເຮັດ ໜ້າທີ່ວຽກການ ທີ່ໜັກໜ່ວງ ຫລາຍຂື້ນ ໃນປີ 2008 ຍ້ອນວ່າ ເສຣີພາບ ໃນການຖແລງ ຂ່າວທົ່ວໂລກ ໄດ້ເສື່ອມຫລຸດລົງ ເປັນປີທີ 7 ຕິດຕໍ່ກັນ ແລະຄວາມ ເສື່ອມໂຊມນີ້ ມີຢູ່ເກືອບທຸກ ຂົງເຂດໃນໂລກ, ຊຶ່ງບໍ່ໄດ້ ຈຳກັດໃສ່ ສະເພາະປະເທດ ທີ່ໃຊ້ສິດ ຜະເດັດການ ຕາມທີ່ເຄີຍ ມີມາທໍ່ນັ້ນ.

ຈາກການສຳຣວດ ໃນ 195 ປະເທດ ພົບວ່າມີ 70 ປະເທດ 36 ສ່ວນຮ້ອຍ ມີເສຣີພາບ ໃນການ ເຜີຍແຜ່ຂ່າວ 61 ປະເທດ 31 ສ່ວນຮ້ອຍ ມີເສຣີພາບ ບາງສ່ວນແລະ 64 ປະເທດ 33 ສ່ວນຮ້ອຍ ບໍ່ມີ ເສຣີພາບເລີຍ. ສຳລັບປະເທດ ໃນກຸ່ມອາຊຽນ ປະເທດທີ່ ບໍ່ມີ ເສຣີພາບ ໃນການສເນີ ຂ່າວສານເລີຍ ແລະ ຢູ່ທ້າຍສຸດໝູ່ ກໍແມ່ນ ພະມ່າ ຕົກອັນດັບທີ 193 ສ່ວນ ສປປລາວ ຕົກເປັນ ອັນດັບທີ 184 ນອກຈາກນັ້ນແລ້ວ ຈະສັງເກດ ໄດ້ວ່າປະເທດ ໃນກຸ່ມອາຊຽນ ສ່ວນຫລາຍ ຈະບໍ່ມີ ເສຣີພາບ ໃນການ ສເນີຂ່າວສານ ເຊັ່ນ ກຳພູຊາ ຕົກຢູ່ທີ 132, ມາເລເຊັຍ ທີ 143, ສິງກະໂປ ທີ 151, ບຣູໄນ ທີ 163 ແລະ ວຽດນາມ ທີ 178, ສ່ວນປະເທດ ທີ່ມີ ເສຣີພາບ ບາງສ່ວນ ກໍມີ ຟິນລິປີນ ຢູ່ທີ 96, ອິນໂດເນເຊັຍ ທີ 113 ແລະ ໄທ ຢູ່ທີ 122. ປະເທດທີ່ ຢູ່ໃກ້ ລາວເຊັ່ນ ຈີນ ກໍບໍ່ມີ ເສຣີພາບ ຕົກເປັນທີ 181 ສ່ວນເກົາຫລີເໜືອ ເປັນທີ ສຸດທ້າຍ 195.