ຊາວຄຣິສຕຽນ ຫລາຍສິບຄົນ ຖືກຈັບ ຢູ່ພາຄໃຕ້ ສປປລາວ

ທາງກາຣ ສປປລາວ ໄດ້ດຳເນີນກາຣປາບປາມ ຊາວຄຣິສຕຽນລາວ ມາຢ່າງຕໍ່ເນື່ອງ ແລະວ່າ ແຕ່ເດືອນກໍຣະກະດາ ມາຮອດ ຕົ້ນເດືອນສິງຫານີ້ ມີຜູ້ຖືກຈັບຄຸມຂັງ ທັງໝົດ ບໍ່ຕໍ່າກວ່າ 90 ຄົນ, ອີງຕາມ ໜັງສືພີມ BosNewsLife ສະບັບ ວັນທີ່ 10 ສິງຫານີ້.

ທາງ​ໜັງສື​ພີ​ມ ​ໂດຽກາຣອ້າງ​ອີງ ​ຂອງ​ອົງກາຣ ປົກ​ປ້ອງ ​ດ້ານ​ກາຣ​ເຊື່ອ​ຖື ​ສາສນາ​ ທີ່​ວ່າ: ​ໃນ​ມື້​ວັນ​ທີ່ 25 ກໍຣະກະດາ​ ຜ່ານ​ມາ ​ເຈົ້າໜ້າ​ທີ່ ​​ທາງ​ກາຣ ​ໄປ​ຈັບ​ຊາວ​ເອົາ ​ຊາຍ​ຄຣິສຕຽນ ​ຢູ່​ເມືອງ​ຕະ​​ໂອຍ ​ແຂວງ​ສາຣະວັນ 17 ຄອບຄົວ​ ໃນ​ຈຳນວນ​ ຊາວ​ຄຣິສຕຽນ ​ທັງ​ໝົດ 20 ຄອບຄົວ​ ຊື່​ງຮວມທັງ ​ແມ່​ຍິ​ງ ​ແລະ​ເດັກນ້ອຍ​ ເປັນປະມານ 80 ຄົນ ​ໄປ​ຄຸມ​ຕົວ​ໄວ້ ​ຢູ່​ໂຮງຮຽນ​ ແຫ່ງ​ໜື່ງ ​ເປັນ​ເວລາ 3 ມື້ ​ເພື່ອ​ບັງຄັບ​ໃຫ້​ເຂົາ​ເຈົ້າ​ ເຊັນ​ເອກ​ສາຣ ​ເປັນກາຣຍອມ​ປະລະ ​ກາຣ​ເຊື່ອ​ຖື ​ສາສນາ ຄຣິສຕຽນ ​ເຊັ່ນ​ດຽວ​ກັບ 3 ຄອບຄົວ​ທີ່​ຍອມ ​ປະຕິບັຕ​ ໄປ​ກ່ອນ​ແລ້ວນັ້ນ.

ພ້ອມ​ດຽວ​ກັນ​ນີ້​ ທາງ​ໜັງສື​ພີ​ມ ດັ່ງກ່າວ​ ກໍ​ວ່າ: ​ໃນ​ມື້​ວັນ​ອາທິດ ​ທີ່ 3 ສິງຫາ​ນີ້​ ເຈົ້າໜ້າ​ທີ່ ​ລາວ ​ກໍ​ຈັບ​ທ່ານ​ສົມພົງ, ຊື່​ງ​ເປັນ​ຜູ້ນຳ​ ຂອງ​ໂບຊ ​ແລະ ​ຊາວ​ຄຣິສຕຽນ​ຄົນ ​ອື່ນໆ ​ອີກ 3 ຄົນ ​ຢູ່​ບ້ານ​ບູຄຳ ​ແຂວງ​ສວັນນະ​ເຂ​ຕ ​ໄປ​ຂັງ​ໄວ້ ​ຮວມກັບ ​ຈຳພວກ ທີ່​ຖືກ​ຈັບ​ຫລາຍ​ຄົນ ​ໃນ​ເມື່ອ​ກ່ອນ​ຢູ່ ຄຸກ​ຄຸມ​ຂັງ ​ທີ່​ດົງ​ເຫັນ ຈົນ​ເທົ່າ ​ປັຈຈຸ​ບັນ ​ກໍ​ບໍ່​ທັນ​ຮູ້ ​ເປັນ​ທີ່​ແນ່​ນອນ​ວ່າ ​ຖືກ​ປ່ອຍ​ແລ້ວ ຫລື​ຍັງ.

ນອກຈາກ​ເຂ​ຕ 2 ​ແຂວງ​ ດັ່ງກ່າວ​ນີ້ ​ແລ້ວ​ທາງ​ໜັງສື​ພີ​ມ ຍັງ​ມີ​ກາຣຢືນຢັນ ​ວ່າ: ຊາວ​ຄຣິສຕຽນ​ມົ້ງຄອບຄົວ​ໜື່ງ ​ໃນ​ເຂ​ຕ​ແຂວງ​ຫລວງ​ພຣະບາງ ​ກໍ​ຖືກ​ຈັບ​ຄຸມ​ຂັງ ​ເຊັ່ນ​ກັນ ​ໃນ​ວັນ​ທີ່ 27 ກໍຣະກະດາ ​ຜ່ານ​ມາ ​ແລະ ​ກໍ​ຍັງ​ບໍ່​ທັນ​ຮູ້ ເຖີງສາ​ເຫ​ຕຕົ້ນຕໍ​ເລີຽ ຈົນ​ເທົ່າ​ປັຈຈຸ​ບັນ​ນີ້.