ການຊ່ວຍເຫລືອ ແລະຮຽກຮ້ອງ ສິດທິຂອງ ແມ່ຍີງລາວ ໃນດ້ານຕ່າງໆ ຖືເປັນຄວາມ ຮັບຜິດຊອບ ໂດຍກົງຂອງ ສະຫະພັນ ແມ່ຍີງລາວ ໂດຍສະເພາະ ໃນເຂດຊົນ ນະບົດ ຊຶ່ງແມ່ຍິງ ຕ້ອງໄດ້ຮັບຄວາມ ຊ່ວຍເຫລືອ ຢ່າງຍີ່ງນັ້ນ ເປັນຕົ້ນດ້ານ ແນວຄິດແລະ ການສຶກສາ. ແລະໃນການ ຊ່ວຍເຫລືອ ແມ່ຍີງໃນເຂດ ຊົນນະບົດນັ້ນ ທາງສະຫະພັນ ແມ່ຍີງ ຕ່າງກໍປະສົບ ບັນຫາເໝືອນກັນ. ຍານາງ ຄໍາຫລ້າ ໄຊສົມບັດ ຈາກຫ້ອງການ ປົກປ້ອງ ສູນກາງສະຫະພັນ ແມ່ຍີງລາວ ນະຄອນຫລວງວຽງ ຈັນ ກ່າວວ່າ:
ທໍາງານແນວຄິດ ນີ້ຮູ້ສຶກວ່າ ຍາກຫລາຍ ເພາະວ່າ ແມ່ຍີງລາວ ຂອງພວກເຮົາ ກໍຍັງມີ ຈໍານວນຫລາຍ ຢູ່ທ້ອງຖີ່ນ ຮາກຖານ ຢູ່ຊົນນະບົດ ຂະເຈົ້າ ຈະຣະດັບການ ສຶກສາຂ້ອນຂ້າງ ທີ່ວ່າຍັງຕໍ່າ.
ບັນຫາທີ່ ເກີດຂຶ້ນ ໃນສະຫະພັນ ແມ່ຍີງລາວ ນອກຈາກແມ່ຍີງ ທີ່ຢູ່ ຊົນນະບົດ ມີການສຶກສາ ໃນຣະດັບຕໍ່າ ຫລືບາງຄົນບໍ່ ໄດ້ຮັບການ ສຶກສາເລີຍ ແລ້ວນັ້ນ ກໍຍັງມີ ການຂາດຄວາມຄິດ ເປັນຂອງຕົນເອງ. ໃນນັ້ນບາງ ຄອບຄົວ ຍັງມີຄວາມເຊື່ອ ແບບເກົ່າໆ ທີ່ວ່າແມ່ຍີງ ຕ້ອງເປັນ ຜູ້ເຊື່ອຟັງ ໂດຍຈະມີການ ເວົ້າຈາຂົ່ມຂູ່ ທາງກາຍ ແລະຈິດໃຈ ນໍາກໍມີ. ດັ່ງນັ້ນທາງ ສະຫະພັນ ແມ່ຍີງລາວ ຈຶ່ງໄດ້ ພະຍາຍາມ ທີ່ຈະໃຫ້ ແມ່ຍີງເຫລົ່ານັ້ນ ຮວມໄປເຖິງ ຄົນທີ່ຢູ່ອ້ອມ ຂ້າງມີໂອກາດ ໄດ້ຮຽນຮູ້ ແຕ່ກໍຍັງ ເຮັດໄດ້ບໍ່ທົ່ວເຖິງ ເທື່ອຊຶ່ງສ່ວນນຶ່ງ ກໍຍ້ອນຂາດ ງົບປມານ ໃນການຊ່ວຍເຫລືອ ຫລືຈັດກິຈກັມ ຕ່າງໆ. ຍານາງ ຄໍາຫລ້າ ໄຊສົມບັດ ກ່າວວ່າ:
ສ່ວນຫລາຍພວກເຮົາ ໄດ້ນໍາໄຊ້ທຶນ ຣັຖບານທີ່ ປະກອບໃຫ້ ອົງການ ສະຖາບັນ ແມ່ຍີງຂອງ ພວກເຮົາ ເພິ່ນຈະມີງົບ ເພື່ອການຈັດຕັ້ງ ປະຕິບັດ ເລື່ອງນະໂຍບາຍ ຕ່າງໆ ແລະສ່ວນນຶ່ງ ກໍແມ່ນ ອົງການຈັດຕັ້ງ ສາກົນ ເພິ່ນກໍຊ່ວຍເຫລືອ.
ບັນຫາ ທີ່ເວົ້າມານັ້ນ ໃນສັງຄົມລາວ ບໍ່ວ່າຈະເປັນ ອາດີດ ຫລືປັດຈຸບັນ ແມ່ນເປັນບັນຫາ ທີ່ມັກເກີດຂຶ້ນ ເລື້ອຍແລະກໍຄິດ ວ່າເປັນບັນຫາ ທີ່ຈະກໍາຈັດ ໃຫ້ໝົດໄປ ຈາກສັງຄົມລາວ ໄດ້ຍາກ. ເນື່ອງຈາກວ່າ ຍັງມີບາງຊົນ ເຜົ່າບາງຄອບຄົວ ທີ່ຍຶດຖື ປະເພນີ ແບບນີ້. ອີກຢ່າງນຶ່ງ ແມ່ຍີງທີ່ຢູ່ ໃນເຂດຫ່າງໃກ ສ່ວນຫລາຍ ບໍ່ມີຄວາມຮູ້ ບໍ່ໄດ້ເຂົ້າ ໂຮງຮຽນບໍ່ມີ ຄວາມເຂົ້າໃຈ ໃນເລື່ອງ ສິດທິຂອງຕົນ ນາງກ່າວສລຸບ ໃນຕອນທ້າຍ.