ຄຸມຂັງ ອອງຊານຊູຈິ ຄືການລະເມີດ ສິດທິມະນຸສ

ຂະບວນ ສິດທິມະນຸສ ຂອງລາວ ປະນາມການ ຄຸມຂັງ ແລະການ ພິຈາຣະນາ ຄະດີ ຍານາງ ອອງຊານຊູຈິ ຜູ້ນຳເພື່ອ ປະຊາທິປະໄຕ ພະມ້າ ຊຶ່ງໄດ້ຮັບ ລາງວັນ Nobel ຂະແໜງ ສັນຕິພາບ.
ຈຳປາທອງ
2009.05.20
F-Suu Kyi Aung San Suu Kyi(ຂວາ)ພົບປະກັບນັກ ການທູດຈາກ,ຣັດເຊັຽ,ໄທ,ແລະ ສິງກະໂປ ຢູ່ສະຖານທີ່ຮັບຮອງແຂກຂອງທາງການພະມ້າ ພາຍໃນບ່ອນຄຸມຂັງ Insein prison in Yangon on May 20 2009
Photo: AFP

ຂະບວນ ສິດທິມະນຸສ ຂອງລາວ ຫລືມີຊື່ຫຍໍ້ ເປັນພາສາ ອັງກິດວ່າ LMHR ຊຶ່ງມີສູນກາງ ຕັ້ງຢູ່ ປະເທດຝຣັ່ງເສດ ປະນາມການ ຄຸມຂັງ ອີກເທື່ອໃໝ່ ແລະການຈັບ ສົ່ງ ຍານາງ ອອງຊານຊູຈິ ຜູ້ນຳພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ພະມ້າ ຊຶ່ງໄດ້ຮັບ ລາງວັນ Nobel ຂະແໜງ ສັນຕິພາບ ໄປເຂົ້າຄຸກ Insein ທີ່ຢາງກຸ້ງ.

ດ້ວຍເຫດທີ່ວ່າ ການກັກຂັງ ຍານາງ ອອງຊານຊູຈິ ທີ່ບ້ານພັກ ຈະໝົດກຳນົດ ລົງໃນທ້າຍເດືອນ ພຶສພາ 2009 ນີ້ ທາງການ ທະຫານພະມ້າ ຈຶ່ງໄດ້ຫາ ຂໍ້ອ້າງເພື່ອ ຕົກລົງຕໍ່ເວລາ ກັກຂັງຍານາງ ອີກເທື່ອໃໝ່ ອັນເປັນການ ຕົກລົງທີ່ຮັບ ເອົາບໍ່ໄດ້ ທັງໝົດ ຊຶ່ງໃນໄລຍະ ຫລັງໆມານີ້ ສຸຂພາບຂອງ ຍານາງ ກໍຊຸດໂຊມລົງ.

ແລະວ່າ ການຕົກລົງ ຂອງຣັຖບານ ທະຫານພະມ້າ ນັ້ນ ສະແດງໃຫ້ເຫັນ ຢ່າງຈະແຈ້ງວ່າ ເປັນຂໍ້ອ້າງ ເພື່ອຄວບຄຸມ ຍານາງ ອອງຊານຊູຈີ ຢູ່ຕໍ່ໄປ.

ຂະບວນ ສິດທິມະນຸສ ຂອງລາວ ສນັບສນູນ ຢ່າງສຸດຂີດ ເຂົ້າໃນການ ຕໍ່ສູ້ຢ່າງ ສັນຕິວິທີ ເພື່ອຄວາມມີ ເສຣີພາບ ແລະ ປະຊາທິປະໄຕ ຢູ່ປະເທດ ພະມ້າ ຊຶ່ງເປັນ ປະເທດທີ່ ຣັຖບານ ທະຫານປົກຄອງ ມານານຫລາຍປີ ທີ່ຜູ້ນຳ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ມີການພົວພັນ ແບບພິເສດນຳ.

ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ ສະຫະ ປະຊາຊາດ ແລະບັນດາ ປະເທດ ສະມາຊິກ ສະມາຄົມ ປະຊາຊາດ ເອເຊັຍຕາເວັນອອກ ສ່ຽງໄຕ້, ສະຫະພາບ ຢູໂຣບ, ຍີ່ປຸ່ນ ແລະ ທ່ານ Barack Obama ປະທານາທິບໍດີ ສະຫະຣັດ ແລະ ຣັຖບານ ຂອງທ່ານເອົາ ມາຕການ ຢ່າງຈິງຈັງ ເພື່ອໃຫ້ມີການ ປ່ອຍ ຍານາງ ອອງຊານຊູຈິ ຢ່າງ ຮີບດ່ວນ ແລະ ບໍ່ມີເງື່ອນໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 24, 2009 10:33 AM

All of my family inside and outside of homeland,support Mrs. Aung San suu Kyi. And Agree with LMHR decision,human Rights must be respected!