ອິນໂດເນເຊັຽວ່າ ສິດທິມະນຸດ ໃນລາວຄວນປັບປຸງ

ທາງການ ອິນໂດເນເຊັຽ ໄດ້ຮຽກຮ້ອງໃຫ້ ຣັຖບານລາວ ປັບປຸງ ສິດທິມະນຸດ ໃນລາວ ໃຫ້ດີຂຶ້ນ ດ້ວຍການໃຫ້ ຄວາມຮ່ວມມື ກັບຄະນະ ກັມມະທິການ ສິດທິມະນຸດ ອາຊຽນ ເພື່ອເປັນການ ປົກປ້ອງ ສິດທິມະນຸດ ໃນຂົງເຂດ ທີ່ມີ ສປປລາວ ຮ່ວມຢູ່ດ້ວຍ.
ສິດນີ
2010.05.07

ຄຳຮຽກຮ້ອງ ດັ່ງກ່າວ ໄດ້ປະກາດອອກໂດຍ ຕົວແທນຖາວອນ ອິນໂດນເຊັຽ ໃນອົງການ ສະຫະປະຊາຊາດ ແລະອົງການ ການຄ້າໂລກ ຍານາງ Dian Triansyah Djani ທີ່ນະຄອນເຈນີວາ ໃນກອງປະຊຸມ ວ່າດ້ວຍ ການທົບທວນທາງ ດ້ານສິດທິມະນຸດ ອົງການ ສະຫະປະຊາດ ຄັ້ງທີ 8 ໃນມື້ວັນອັງຄານ ທີ 4 ເດືອນນີ້.

ໃນແງ່ຂອງ ສປປລາວ ໃນທີ່ປະຊຸມ ດ່ັງກ່າວ ນາງ ດານີ ເວົ້າວ່າ ຣັຖບານລາວ ຕ້ອງເພີ້ມ ມາຕການຫລາຍຢ່າງ ເພື່ອຍົກຣະດັບ ການເຄົາຣົບນັບຖື ສິດທິມະນຸດ ໃນລາວ ໃຊ້ຣະບອບການ ປົກຄອງດ້ວຍຣະບົບ ກົດຫມາຍທີ່ດີ ແລະຍຸຕິທັມ ແລະພຍາຍາມ ຫລຸດຜ່ອນສະພາບ ຄວາມທຸກຈົນ ໃນລາວ ໃຫ້ຫລາຍຂຶ້ນ.

ນາງຍັງຮຽກຮ້ອງ ໃຫ້ຣັຖບານລາວ ສືບຕໍ່ ໃຫ້ຄວາມຮ່ວມມື ກັບຫນ່ວຍງານດ້ານ ສິດທິມະນຸດສາກົນ ປະຊາຄົມ ນານາຊາດ ພ້ອມແລ້ວທີ່ຈະ ໃຫ້ການສນັບສນູນ ແລະ ໃຫ້ການຊ່ວຍເຫລືອ ລາວ ທາງດ້ານເທກນີກ ທີ່ຣັຖບານລາວ ຕ້ອງການ ໃນການບັງຄັບ ໃຊ້ນະໂຍບາຍ ທາງດ້ານສິດທິມະນຸດ ໃຫ້ເປັນໄປຕາມ ກົດເກນມາຕຖານ ແລະ ມີປະສິດທິພາບ.

ໃນຂະນະດຽວກັນ ຕົວແທນຈາກ ວຽດນາມ ພັດໃຫ້ການສັລເສີນ ຣັຖບານລາວ ໃນການເຄົາຣົບ ນັບຖື ສິດທິມະນຸດ ໃນລາວ ໃນກອງປະຊຸມດ ດ່ັງກ່າວ ແລະຫລາຍ ປະເທດ ກໍ່ສັລເສີນລາວ ກ່ຽວກັບການ ຫລຸດຜ່ອນ ສະພາບຄວາມທຸກຈົນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.