ຄວາມສເມີພາບຂອງ ຍິງ-ຊາຍ ໃນລາວ

ຢູ່ ສປປ ລາວ ຄວນມີການ ປັບປຸງ ຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ ຂຶ້ນຕື່ມອີກ.
ຈໍາປາທອງ
2010.09.10

ໃນສັງຄົມລາວ ປັດຈຸບັນ ຄວນມີການ ປັບປຸງຄວາມ ສເມີພາບ ຣະຫວ່າງ ຍິງ-ຊາຍ ຂຶ້ນຕື່ມອີກ ຍ້ອນວ່າ ແມ່ຍິງລາວ ໂດຍສະເພາະ ໃນເຂດ ຊົນນະບົດ ຍັງຖືກ ຜູ້ຊາຍ ທຳຮ້າຍ ຫລື ເອົາປຽບແມ່ຍິງ ຢູ່ຫລາຍ. ການປັບປຸງ ຄວາມສເມີພາບ ທີ່ວ່ານັ້ນ ຄວນເລັງໃສ່ ໃຫ້ການສຶກສາ ຮ່ຳຮຽນ ແກ່ແມ່ຍິງ ປຸກຣະດົມ ຈິດໃຈ ຂອງແມ່ຍິງ ໃຫ້ຮູ້ເຖິງ ສິດ ແລະໜ້າທີ່ ອັນຊອບທັມ ຂອງຕົນ ປະລະສິ່ງ ທີ່ເຄີຍຍຶດຖື ປະຕິບັດ ມາ ແບບທີ່ບໍ່ມີ ຄວາມສເມີພາບ ກັບເພດຊາຍ ປະຕິບັດ ສິດ ແລະ ພັນທະ ຂອງຕົນຕາມ ທີ່ ຣັຖທັມມະນູນ ກຳນົດໄວ້. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຈາກກົມ ວັທນະທັມ ມະຫາຊົນ ກະຊວງ ຖແລງຂ່າວ ແລະວັທນະທັມ ຂອງລາວ ເວົ້າວ່າ:

"ມີການປ່ຽນແປງ ອັນໃດ ທີ່ມັນລ້າຫລັງ ຮີດຄອງ ປະເພນີ ເກົ່າ ຜູ້ຍິງຕ້ອງ ໃຫ້ມີສິດ ເທົ່າທຽມກັບ ຜູ້ຊາຍ ຜູ້ຊາຍຜ່ານ ມາອາດຈະ ຂົ່ມເຫັງຜູ້ຍິງ. ໃນຕໍ່ໄປນີ້ ແລະ ປັດຈຸບັນນີ້ ແມ່ນບໍ່ໃຫ້ ຂົ່ມເຫັງ ແລະ ໃຫ້ຖືວ່າ ຜູ້ຍິງ ມີສິດມີສຽງ ມີສິດ ໃນການຮຽນ ມີສິດໃນ ການປະກອບ ສ່ວນວຽກງານ".

ໃນການ ປຸກຣະດົມ ຈິດສຳນຶກ ຂອງແມ່ຍິງຢູ່ ສປປລາວ ຊຶ່ງເປັນປະເທດ ທີ່ມີຫລາຍ ຊົນເຜົ່າ ເປັນຕົ້ນຊົນເຜົ່າ ທີ່ຍັງບໍ່ທັນ ໄດ້ເຂົ້າເຖິງ ການຮຽນຮູ້ ກ່ຽວກັບ ຄວາມສເມີ ພາບ ຣະຫວ່າງ ຍິງ-ຊາຍ ຫຍັງຫຼາຍ ບໍ່ໄດ້ຮັບ ຂໍ້ມູນ ຂ່າວສານ ໃນເຣື້ອງນີ້ນັ້ນ ກໍເປັນ ບັນຫາສຳຄັນ ທີ່ຈະຕ້ອງໄດ້ ເອົາໃຈໃສ່ ແກ້ໄຂ. ແຕ່ເຖິງແນວໃດ ເຈົ້າໜ້າທີ່ ທ່ານ ດຽວກັນນີ້ ກໍວ່າ:

"ຕົວນີ້ ມີການ ປຸກຣະດົມ ຈິດໃຈ ຂອງພວກຜູ້ຍິງ ຊົນເຜົ່າ ໃນບ້ານນອກ ຕ້ອງຄອຍປ່ຽນ ຕົວເອງ ຜົນຕົວເອງ ເພື່ອຮັບເອົາອັນ ໃດມັນງາມ ແລະປະແນວ ລ້າຫລັງ ເກົ່າແກ່".

ມີການກ່າວ ກັນວ່າ ສະພາບຂອງ ແມ່ຍິງລາວ ໃນປັດຈຸບັນ ນີ້ ໄດ້ມີການ ປ່ຽນແປງ ໄປຈາກເມື່ອກ່ອນ ຊຶ່ງແມ່ຍິງ ມີບົດບາດ ຫລາຍຂຶ້ນ ແລະມີ ຕຳແໜ່ງສູງ ແຕ່ທາງການ ລາວ ກໍຍັງຈະຕ້ອງ ໄດ້ຊຸກຍູ້ ໃຫ້ແມ່ຍິງ ມີຄວາມຮູ້ ຄວາມສາມາດ ໃນດ້ານຕ່າງໆ ເພື່ອພັທນາ ຕົນເອງ ໃຫ້ເຂົ້າກັບ ສັງຄົມ ໃນຍຸກ ປັດຈຸບັນ ນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.