ມາເຖິງ ປັຈຸບັນນີ້ ສປປລາວ ກໍຍັງເປັນປະເທດ ທີ່ມີການ ປົກຄອງດ້ວຍ ຣະບອບ ຜເດັດການ ພັກດຽວເຄົ້າດຽວ ໂດຍພັກ ປະຊາຊົນປະຕິວັດລາວ ຕາມຣາຍງານ ຂອງຫ້ອງການ ເພື່ອປະຊາທິ ປະໄຕ, ສິດທິມະນຸດ ແລະແຮງງານ ກະຊວງການຕ່າງ ປະເທດ ສະຫະຣັດ ອະເມຣິກາ ທີ່ພິມອອກເຜີຍ ແຜ່ໃນວັນທີ 25ກຸມພານີ້
ໃນຣັຖທັມມະນູນ ຂອງລາວຣະບຸ ເຖິງຄວາມຖືກຕ້ອງ ຕາມກົດໝາຍ ຂອງພັກປະຊາຊົນ ປະຕິວັດລາວ ພຽງພັກດຽວ ເທົ່ານັ້ນ ແລະວ່າຜູ້ສມັກ ຮັບເລືອກຕັ້ງເປັນ ສະມາຊິກ ສະພາແຫ່ງຊາດ ໃນປີ 2006 ຜ່ານມາ ຊຶ່ງເປັນການເລືອກຕັ້ງ 7ah’ ລ່າສຸດນັ້ນ ກໍເປັນຄົນຂອງພັກ ເກືອບທັງໝົດ. ແລະທົ່ວໄປແລ້ວ ພັກປະຊາຊົນ ປະຕິວັດລາວ ແມ່ນຍັງຄົງ ຮັກສາການຄວບຄຸມ ກອງກໍາລັງ ຮັກສາຄວາມປອດໄພ ພາຍໃນໄດ້ ຢ່າງມີປະສິດທິ ພາບຢູ່ຕໍ່ໄປ ແຕ່ຫາກມີ ບາງໂອກາດ ບາງຄັ້ງທີ່ ກອງກໍາລັງ ຮັກສາຄວາມປອດໄພ ກະທໍາການ ນອກຂອບເຂດ ອໍານາດ ອິດທິພົນຂອງພັກ.
ຣາຍງານ ການປະຕິບັດ ສິດທິມະນຸດ ຢູ່ສປປລາວ ປະຈໍາປີ 2008 ຍັງເວົ້າຕໍ່ໄປວ່າ ຣັຖບານລາວ ຍັງປະຕິເສດ ສິດທິຂອງ ພົນລະເມືອງລາວ ໃນການປ່ຽນແປງ ຣັຖບານຢູ່ຕໍ່ໄປ. ສະພາບ ເງື່ອນໃຂ ໃນຄຸກຄຸມຂັງ ແມ່ນຂີ້ຮ້າຍ ແລະບາງຄັ້ງ ກໍເປັນ ໄພຄຸກຄາມ ຊີວິດຂອງພວກ ນັກໂທດ.
ການສໍ້ຮາຊບັງຫລວງ ໃນຂແໜງການ ຕໍາຣວດແລະ ຂແໜງການຍຸຕິທໍາ ແມ່ນຍັງຄົງມີຢູ່. ຣັຖບານລາວ ກະທໍາການ ລ່ວງຣະເມີດ ສິດທິ ສ່ວນບຸກຄົນ ຂອງປະຊາຊົນ ພົລເມືອງ ແລະບໍ່ນັບຖື ສິດເສຣີພາບ ໃນການປາກເວົ້າ ການອອກຄວາມຄິດ ຄວາມເຫັນ, ການຂ່າວສານ, ການໂຮມຊຸມນຸມ ຫລືຈັດຕັ້ງ ສມາຄົມ. ເຈົ້າໜ້າທີ່ທ້ອງຖີ່ນ ຂອງລາວທໍາການ ຈໍາກັດ ສິດທິທາງສາສນາ ແລະເສຣີພາບ ໃນການເຂື່ອນໃຫວ ຕ່າງໆຂອງ ປະຊາຊົນ.
ການຄ້າມະນຸດ ໂດຍສເພາະ ຄ້າແມ່ຍີງ ແລະເດັກນ້ອຍ ເພື່ອໄປເປັນ ໂສເພນີນັ້ນ ຍັງເປັນບັນຫາ ຢູ່ຕໍ່ໄປ ຊຶ່ງກໍເຊັ່ນດຽວ ກັນກັບບັນຫາ ການຈໍາແນກຊົນເຜົ່າ ສ່ວນນ້ອຍຕ່າງໆ ໃນລາວ. ສິດທິ ຂອງຄົນງານ ຫລືກໍາມະກອນ ໃນລາວ ກໍຖືກຈໍາກັດ ຕາມຣາຍງານ ວ່າດ້ວຍການປະຕິບັດ ສິດທິມະນຸດ ໃນສປປລາວ ປະຈໍາປີ 2008 ຂອງກະຊວງການ ຕ່າງປະເທດ ສະຫະຣັດ ທີ່ເຜີຍແຜ່ ໃນວັນທີ 25ກຸມພາ 2009ນີ້.