ເຣື້ອງທີ່ເກັບບັນທຶກໄວ້
2021-08-29
ນາໆຊາດ ຮຽກຮ້ອງໃຫ້ ອົງການ ສຫະປະຊາຊາດ ສືບສວນ ກ່ຽວກັບ ການລະເມີດ ສິດທິມະນຸດ, ສິດທິ ທາງສາສນາ, ການທາຣຸນ ຜູ້ທີ່ ຖືກກັກຂັງ ແລະ ການລະເມີດ ທາງເພດແມ່ຍິງ ຊາວວິກເກີ ໃນສູນດັດສ້າງ ຂອງເຈົ້າໜ້າທີ່ຈີນ ທີ່ແຂວງຊິນຈຽງ.
2021-08-22
ໂຄງການ ເຂື່ອນໄຟຟ້າ ຂນາດໃຫຍ່ ເຊສານ 2 ທີ່ສ້າງ ໂດຍຈີນ ໃນກັມພູຊາ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ເສຖກິຈ, ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ສ່ວນໃຫຍ່ ແມ່ນຊົນເຜົ່າ ຢ້າງໃຫຍ.
2021-08-19
ກະບອກສຽງ ຢ່າງເປັນທາງການ ຂອງ ພັກຄອມມິວນິສຈີນ People’s Daily, ຮວມທັງ ແຫຼ່ງຂ່າວອື່ນໆ ໃນຈີນ, ໄດ້ຊີ້ແນະວ່າ ກຸ່ມ ທະລິບານ (Taliban) ຍຶດອໍານາດໃນ ອັຟການິສຖານ ໂດຍໃຊ້ ຍຸທວິທີ ທາງທະຫານ ຂອງ ເໝົາ ເຈິ໋-ຕຸງ ຜູ້ກໍ່ຕັ້ງ PRC ຊຶ່ງແນະນໍາ ໃຫ້ “ລ້ອມຮອບເມືອງ ຈາກຊົນບົດ” ແຕ່ຊາວເນັຕ (ກຸ່ມອອນລາຍ) ບາງກຸ່ມ ເວົ້າລົມກັນວ່າ ສາກລະຄອນ ໃນ ກຸງ ຄາບູລ (KABUL) ແມ່ນເລັງເນັ້ນ ໄປໃສ່ຄວາມຢ້ານ, ການກົດຂີ່, ແລະ ການທໍາລາຍລ້າງ ທີ່ເກີດຂຶ້ນໃນສັງຄົມ ຂອງ ເຂົາເຈົ້າ ໂດຍກຸ່ມ ທະລິບານ ໃນປີ 1990 ແລະ ພວກ ຄອມມິວນິສ ຂອງ ເໝົາ ເມື່ອ 4 ທົສວັດ ກ່ອນ.
2021-08-15
ຈີນ ພຍາຍາມລຶບລ້າງ ພາສາ, ວັທນະທັມ ແລະ ຮີດຄອງ ປະເພດນີ ຂອງຊົນເຜົ່າ ກຸ່ມນ້ອຍ ທີ່ຈີນປົກຄອງ ເປັນຕົ້ນ ຊາວຕິເບດ, ວິກເກີ, ມົງໂກເລັຽ ແລະ ກຸ່ມ ອື່ນໆ ດ້ວຍການບັງຄັບ ໃຫ້ໂຮງຮຽນ ສອນເດັກນ້ອຍ ພາສາຈີນ ເຣີ່ມແຕ່ ຊັ້ນອະນຸບານ.
2021-08-08
6 ເດືອນ ຫຼັງຈາກ ການຣັຖປະຫານ ຊີິວິດ ຂອງປະຊາຊົນ ຊາວພະມ້າ ປະສົບກັບ ຄວາມລຳບາກ ຫຼາຍດ້ານ ບໍ່ວ່າ ທາງດ້ານເສຖກິຈ, ການຄ້າ, ຄວາມປອດພັຍ ແລະ ຊິວິດປະຈຳວັນ ໃນຄອບຄົວ ຍ້ອນພຶດຕິກັມ ຂອງຜູ້ນຳ ຜເດັດການທະຫານ.
2021-08-02
ປະຊາຊົນ ພົບສົບເສັຽຊີວິດ ຢູ່ເຂດຊານເມືອງ ຂອງພະມ້າ ແລະ ເຂົາເຈົ້າ ເຊື່ອວ່າ ສົບເຫຼົ່ານັ້ນ ຖືກທະຫານພະມ້າ ສັງຫານ ແລະ ນອກຈາກນີ້ ສານທະຫານພະມ້າ ຍັງສັ່ງ ຕັດສິນ ປະຫານຊີວິດ ປະຊາຊົນ ທີ່ຄັດຄ້ານ ຕົນເອງ.
2021-08-01
ກຸ່ມຜູ້ນຳ ຜເດັດການ ທະຫານພະມ້າ ໄດ້ລຶບລ້າງ ຜົລການເລືອກຕັ້ງ ໃນເດືອນພຶສຈິກາ ຜ່ານມາ ທີ່ພັກສັນນິບາດ ເພື່ອປະຊາທິປະຕັຍ ຍານາງ ອອງ ຊານ ຊູ ຈີ ຊນະ ໃຫ້ເຫດຜົລວ່າ ເປັນການສໍ້ໂກງ ສຽງເລືອກຕັ້ງ ແຕ່ຄວາມເປັນຈິງ ແມ່ນເພື່ອການຣັຖປະຫານ ຫຼາຍກວ່າ.