ເຣື້ອງທີ່ເກັບບັນທຶກໄວ້
2021-06-28
ທະຫານພະມ້າ 800 ປາຍຄົນ ໂຕນທະຫານ ເຂົ້າຮ່ວມ ປະຊາຊົນ ຕໍ່ສູ້ກັບ ກອງທັບພະມ້າ ໃນຈຳນວນ ດັ່ງກ່າວ ປະມານ 100 ຄົນ ເປັນເຈົ້າໜ້າທີ່ ທະຫານ ແລະ ຫຼາຍຄົນ ຍັງມີແຜນການ ໂຕນທະຫານຢູ່. ສິດນີ ມີຣາຍງານ
2021-06-19
ຍານາງ ອອງຊານ ຊູຈີ ອະດີດຜູ້ນຳພົລເຮືອນ ພະມ້າ ຖືກນຳຂຶ້ນສານ ໃນຂໍ້ຫາ ຣະເມີດກົດໝາຍ ວ່າດ້ວຍ ການປົກປ້ອງປະຊາຊົນ ໃນເຫດພັຍພິບັດ, ກົດໝາຍ ໂທຣະຄົມ ມະນາຄົມ ແລະ ກົດໝາຍ ການສົ່ງອອກ-ນຳເຂົ້າ ສິນຄ້າ ທີ່ຕ້ອງຫ້າມ ແລະອຶ່ນໆ.
2021-06-13
ປະຊາຊົນຫຼາຍແສນຄົນ ໜີການສູ້ຣົບ ຢູ່ພະມ້າ ໃນຂນະທີ່ ກຸ່ມຊາດຕິພັນຫຼາຍກຸ່ມ ແລະ ກອງກໍາລັງ ປ້ອງກັນຕົວເອງ ຂອງປະຊາຊົນ ຢູ່ຫຼາຍຣັຖ ຂອງພະມ້າ ພາກັນລຸກຂຶ້ນ ຕໍ່ສູ້ກັບ ທະຫານພະມ້າ.
2021-06-12
ຣັຖມົນຕຣີ ຕ່າງປະເທດ ອາຊຽນ ປະຊຸມ ຫາລືກັບຈີນ ເພື່ອຊອກຊ່ອງທາງ ໃນການ ແກ້ໄຂບັນຫາ ເຫດວິິກິດ ທາງດ້ານການເມືອງ ໃນພະມ້າ.
2021-06-05
ກຸ່ມຜູ້ນຳຜເດັດການ ທະຫານ ພະມ້າ ຈະດຳເນີນ ຄະດີ ແພດ ແລະ ໝໍ ຜູ້ທີ່ບໍ່ຍອມ ໄປເຮັດວຽກ ໃນໂຮງພະຍາບານ ທີ່ທະຫານ ກຳນົດໃຫ້ ແລະ ຜູ້ທີີ່ເຂົ້າຮ່ວມ ການປະທ້ວງ ກັບ ປະຊາຊົນ ຕໍ່ຕ້ານ ກຸ່ມທະຫານ.
2021-06-03
ຫ້າ ປີ ຫຼັງຈາກ ພັກຄອມມູນິສຈີນ ຍົກເລີກ ນະໂຍບາຍ ລູກຄົນດຽວ ທີ່ເປັນປະເດັນ ຂັດແຍ້ງ, CCP ໄດ້ເປີດເຜີຍແຜນການໃໝ່ ເພື່ອເພີ່ມອັດຕຣາ ການເກີດລູກ ແລະ ປ່ຽນປີ້ນ ອັດຕຣາ ປະຊາກອນ ຂອງຜູ້ສູງອາຍຸ ໂດຍການ ເພີ່ມຈຳນວນຈຳກັດ ຢ່າງເປັນ ທາງການ ກ່ຽວກັບຈຳນວນເດັກນ້ອຍ ໃຫ້ຄູ່ຜົວເມັຽ ຈາກສອງຄົນ ເປັນສາມຄົນ.