ເຈົ້າຈະມີຄອບຄົວໃຫຍ່ຂຶ້ນ
ກາຍສິດ
2021.06.03
2021.06.03
ຫ້າ ປີ ຫຼັງຈາກ ພັກຄອມມູນິສຈີນ ຍົກເລີກ ນະໂຍບາຍ ລູກຄົນດຽວ ທີ່ ເປັນປະເດັນຂັດແຍ້ງ, CCP ໄດ້ເປີດເຜີຍແຜນການໃໝ່ ເພື່ອເພີ່ມອັດຕຣາ ການເກີດລູກ ແລະ ປ່ຽນປີ້ນ ອັດຕຣາ ປະຊາກອນ ຂອງຜູ້ສູງອາຍຸ ໂດຍການ ເພີ່ມຈຳນວນຈຳກັດ ຢ່າງເປັນ ທາງການ ກ່ຽວກັບຈຳນວນເດັກນ້ອຍ ໃຫ້ຄູ່ຜົວເມັຽ ຈາກສອງຄົນ ເປັນສາມຄົນ.
ການກະທຳດັ່ງກ່າວ ເຮັດໃຫ້ມີການຮ້ອງຮຽນ ກ່ຽວກັບ ການແຊກແຊງ ຂອງຣັຖບານ ໃນຊີວິດຂອງຜູ້ຄົນ ແລະ ຍັງສົງສັຍວ່າ ຄູ່ຜົວເມັຽຈະສາມາດ ມີລູກເພີ່ມຂຶ້ນໄດ້ ແນວໃດ ໃນເມື່ອ ຫຼາຍຄົນ ກໍພຍາຍາມດີ້ນຮົນ ເພື່ອສົ່ງເສັຽ ໃຫ້ລູກຄົນດຽວ ໄດ້ເຂົ້າ ໂຮງຮຽນ.