ປະຊາຊົນຫຼາຍແສນຄົນ ໜີການສູ້ຣົບ ຢູ່ພະມ້າ

ອຸ່ນແກ້ວ ສຸກສະຫວັນ
2021.06.13
ປະຊາຊົນຫຼາຍແສນຄົນ ໜີການສູ້ຣົບ ຢູ່ພະມ້າ ຊາວບ້ານ ຮວມທັງຜູ້ຍິງ ແລະ ເດັກນ້ອຍ ທີ່ໜີການສູ້ຣົບ ພັກຢູ່ໃນເຕັ້ນ ຢູ່ຣັຖສິນ.
RFA

ປະຊາຊົນ ຫຼາຍ 100,000 ຄົນ ໜີການສູ້ຣົບ ຣະຫວ່າງ ທະຫານພະມ້າ ແລະ ກຸ່ມກອງກຳລັງ ປົກປ້ອງຕົວເອງ ຂອງປະຊາຊົນ, ກຸ່ມຊາດຕິພັນ ນັບແຕ່ມີການ ຣັຖປະຫານ ໃນພະມ້າ.

ສຳນັກຂ່າວເອເຊັຽເສຣີ ຜແນກພາສາພ້າມ້າ ໄດ້ຣາຍງານວ່າ ມີປະຊາຊົນ 230,000 ຄົນ ຢູ່ໃນ 7 ເຂດ ໃນປະເທດພະມ້າ ໄດ້ພາ ກັນໜີການສູ້ຮົບ ຣະຫວ່າງ ທະຫານພະມ້າ ແລະ ກຸ່ມຊາດຕິພັນ ແລະ ກຸ່ມກອງກຳລັງ ປົກປ້ອງຕົວເອງ ຂອງປະຊາຊົນ.

ການສູ້ຣົບດັ່ງກ່າວ ໄດ້ອຸບັດຂຶ້ນມາ ເປັນເວລາ 4 ເດືອນແລ້ວ ນັບແຕ່ທະຫານພະມ້າ ໄດ້ມີການຢຶດອຳນາດ ຈາກຣັຖບານ ຂອງ ຍາ ນາງ ອອງຊານ ຊູຈີ.

ໃນວັນທີ 1 ກຸມພາ ທີ່ຜ່ານມາ ທະຫານພະມ້າ ໄດ້ຢຶດອຳນາດ ຈາກພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະຕັຍ ແລະ ໄດ້ກັກຕົວ ຍານາງ ອອງຊານ ຊູຈີ ຜູ້ເປັນຫົວໜ້າພັກ ທີ່ສາມາດຊະນະ ການເລືອກຕັ້ງ ໃນເດືອນ ພຶສຈິກາ ປີ 2020 ຢ່າງເດັດຖານ ໃນຂນະທີ່ ທະຫານພະມ້າ ຜູ້ປຣາໄຊ ໃນການເລືອກຕັ້ງ ໄດ້ກ່າວຫາວ່າ ມີການໂກງເລືອກຕັ້ງ, ແຕ່ບໍ່ມີຫຼັກຖານຫຍັງ ມາພິສູດຄຳກ່າວຫາ ຂອງ ຕົນເອງ ສ່ວນວ່າປະຊາຊົນ ພະມ້າ ສ່ວນຫຼາຍທີ່ບໍ່ເຫັນດີ ກັບການຢຶດອຳນາດ ກໍອອກມາປະທ້ວງກັນ ເປັນຈຳນວນຫຼາຍ. ຊາວບ້ານ ທີ່ໜີຈາກການສູ້ຣົດກັນ ໄດ້ກ່າວຕໍ່ນັກຂ່າວວ່າ:

“ມີການໂຈມຕີທາງອາກາດ ເຂົາຖິ້ມຣະເບີດ ໃສ່ບ້ານຂອງພວກເຮົາ. ທະຫານຍິງປືນໃຫຍ່ ມາເຮືອນຂອງພວກເຮົາ ແລະ ເຮືອນກໍ ຖືກໄຟໄໝ້.”

ຖ່າມກາງຄວາມກົລຫົນ ໃນປະເທດພະມ້າ, ທະຫານພະມ້າ ໄດ້ມີການຍິງປະທະກັນ ກັບ ກອງກຳລັງປ້ອງຕົວເອງ ຂອງປະຊາຊົນ ທີ່ລຸກຂຶ້ນຕໍ່ຕ້ານທະຫານ ຝ່າຍຣັຖປະຫານ ໃນຂນະດຽວກັນ ທະຫານຊົນຊາດຊົນເຜົ່າ ຫຼືກຸ່ມຊາດຕິພັນຢູ່ຫຼາຍຣັຖ ກໍມີການສູ້ກັບ ທະຫານພະມ້າ ເຊັ່ນດຽວກັນ.

ໃນອາທິດທໍາອິດ ຂອງເດືອນມິຖຸນາ, ອົງການຊ່ວຍເຫຼືອດ້ານມະນຸດສະທັມ ໄດ້ປະເມີນວ່າມີປະຊາຊົນ ຫຼາຍກວ່າ 100,000 ຄົນ ໄດ້ໜີການສູ້ຮົບກັນ ຢູ່ຣັຖ ກະຢາ Kayah 10,000 ຄົນ ຢູ່ເຂດ ເມກເວ Magway.

ໃນປີ 2021, ມີປະຊາຊົນ ຈຳນວນ 226,000 ຄົນ ໄດ້ຍ້າຍຖິ່ນຖານ ໜີການສູ້ຮົບ ບວກກັບຈຳນວນ ຜູ້ລີ້ພັຍ 500,000 ຄົນ ທີ່ໜີ ຈາກຄວາມຂັດແຍ່ງທາງທະຫານ ຣະຫວ່າງທະຫານພະມ້າ ກັບກຸ່ມກຳລັງ ປະກອບອາວຸດ ຂອງຊົນຊາດຊົນເຜົ່າ ອີງຕາມຂໍ້ມູນ ຈາກ ອົງການຈັດຕັ້ງ ພາກປະຊາສັງຄົມ ຜູ້ທີ່ຕິດຕາມຈຳນວນຜູ້ອົພຍົບ.

ທ່ານ ອອງ ມຽວ ມິນ, ຣັຖມົນຕຼີ ສິດທິມະນຸດ ຂອງ ຣັຖບານລວມຊາດ ທີ່ເປັນຣັຖບານເງົາ ທີ່ໄດ້ຈັກຕັ້ງເປັນຣັຖບານ ທີ່ມາຈາກ ການເລືອກຕັ້ງ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາ ພະມ້າ ວ່າ ລາວກຳລັງເຮັດວຽກ ກັບກະຊວງມະນຸສທັມ ແລະ ການຄຸ້ມຄອງ ພັຍພິບັດ ເພື່ອຊ່ວຍເຫຼືອຜູ້ອົພຍົບ.

ທ່ານກ່າວວ່າ: ພວກເຮົາເຮັດວຽກ ກັບສະມາຊິກຣັຖສະພາ ແລະ ຜູ້ນຳທາງສາສນາທ້ອງຖິ່ນ ເພື່ອໃກ້ທີ່ພັກພິງ ຕາມຄວາມຕ້ອງການ ແລະ ການຊ່ວຍເຫຼືອ ແກ່ປະຊາຊົນທີ່ອົພຍົບ. ພວກເຮົາກຳລັງພຍາຍາມ ຊອກຊ່ອງທາງ ເພື່ອໃຫ້ອາຫານ ແລະ ຢາປົວພຍາດ.

ທ່ານ ອອງ ແມວ ມິນ ກ່າວວ່າ ກະຊວງສຶກສາທິການ ກຳລັງເຮັດວຽກ ໃຫ້ການສຶກສາ ແກ່ເດັກນ້ອຍທີ່ອົພຍົບ ຜູ້ທີ່ບໍ່ສາມາດ ເຂົ້າ ໂຮງຮຽນໄດ້ ໃນຂນະທີ່ໜ່ວຍງານອື່ນໆ ກຳລັງປະສານງານ ກັບອົງການຈັດຕັ້ງ ດ້ານສຸຂພາບຂອງກຸ່ມຊົນເຜົ່າ ເພື່ອໃຫ້ການຊ່ອຍ ເຫຼືອແກ່ຜູ້ອົພຍົບ.

ຢູ່ພາກຕາເວັນອອກ ຂອງຣັຖກະຢາ Kayah ທີ່ມີການສູ້ຮົບກັນໃນເຂດເມືອງ ເດໂມໂຊ ໃນວັນທີ 20 ພຶດສພາ ຣະຫວ່າງ ທະຫານ ພະມ້າ ກັບກອງກຳລັງ ປ້ອງກັນຕົວເອງ ຂອງປະຊາຊົນ ເຮັດໃຫ້ມີຜູ້ອົພຍົບ ອີງຕາມຂໍ້ມູນ ຈາກຍານາງ ມາຂີນ ເຈົ້າໜ້າທີ່ ຄະນະ ກັມການ ຊ່ວຍເຫຼືອຜູ້ອົພຍົບຣັຖກະຢາ. ຊາວບ້ານອີກຄົນນຶ່ງ ກ່າວຕໍ່ນັກຂ່າວວ່າ:

“ເຂົາເຈົ້າຈະແລ່ນໜີ ຖ້າວ່າ ເຫັນທະຫານພະມ້າ ເພາະວ່າ ພວກເຂົາຢ້ານ.”

ໃນທ້າຍເດືອນທີ່ຜ່ານມາ, ຢ່າງໜ້ອຍ ມີປະຊາຊົນ 100,000 ຄົນ ໄດ້ໜີຈາກບ້ານ ຫຼັງຈາກທີ່ ກຸ່ມທະຫານພະມ້າເຂົ້າມາລ້ອມເມືອງ Loikaw, Demoso ແລະ Hpruso ຍ້ອນການໂຈມຕີທາງອາກາດ ຂອງທະຫານພະມ້າ.

ຍານາງ ມາຂີນ ກ່າວຕື່ມວ່າ ປະຊາຊົນຜູ້ທີ່ໜີເຂົ້າປ່າ ແລະ ໜີຂຶ້ນພູ ໄດ້ພັກຢູ່ໃນຕູບໄມ້ໃຜ່ ກ້ອງຕົ້ນໄມ້ ເຂົາເຈົ້າຕ້ອງການຢາ ປົວ ພຍາດ ແລະ ອາຫານ.

ຍາງນາງກ່າວຕື່ມອີກວ່າ ບໍ່ມີນ້ຳສະອາດດື່ມພຽງພໍ ແລະ ປະຊາຊົນຫຼາຍຄົນ ກໍປະສົບກັບການຖອກທ້ອງ. ມັນເປັນລະດູຝົນ ແລະ ມີ ສະພາບຫຍຸ້ງຍາກ ໃນເວລາຝົນຕົກໜັກ.

ອີງຕາມຂໍ້ມູນ ຈາກຕົວເລຂສັມໂນຄົວຂອງຣັຖບານ ໃນປີ 2014, ມີປະຊາຊົນເກືອບ 300,000 ຄົນ ທີ່ດຳລົງຊີວິດຢູ່ ຣັຖກະຢາ ຊຶ່ງ ສ່ວນໃຫຍ່ ຢູ່ເມືອງ Demoso ແລະເມືອງ HPruso ຊຶ່ງປະຊາຊົນຈຳນວນນຶ່ງໃນສາມ ໄດ້ອົພຍົບຈາກຖິ່ນຖານ ຍ້ອນການສູ້ຮົບ.

ຢູ່ທິດຕາເວັນອອກຂອງຣັຖກາຢິນ Kayin ຊຶ່ງຕິດກັບຊາຍແດນ ປະເທດໄທຍ, ມີປະຊາຊົນ 60,000 ຄົນ ຕ້ອງອົພຍົບຍ້າຍຖິ່ນຖານ ຮວມມີ 40,000 ຄົນ ທີ່ໜີຈາກການໂຈມຕີ ທາງອາກາດ ຂອງທະຫານພະມ້າ ແລະ ມີການຍິງປືນໃຫຍ່ ເຂົ້າມາໃສ່ແດນ ຂອງສະ ຫະພັນແຫ່ງຊາດກະຣ່ຽງ ຫຼື KNU ທີ່ຄຸມພື້ນທີ່ ຢູ່ເຂດເມືອງ ຜາປູນ Papun ອີງຕາມຂໍ້ມູນ ຈາກກຸ່ມສົ່ງເສີມ ສັນຕິພາບກະຣ່ຽງ.

ໂຄສົກກຸ່ມສົ່ງເສີມ ສັນຕິພາບກະຣ່ຽງ ໄດ້ກ່າວວ່າ ທະຫານພະມ້າ ຍິງປືນໃຫຍ່ມາໃສ່ ແລະ ເປັນພື້ນທີ່ຂອງເຂົາເຈົ້າ ກໍຖືກໂຈມຕີ ທາງອາກາດ ຈາກຝ່າຍ ທະຫານພະມ້າ ຢູ່ໃກ້ປ້ອມທະຫານ ສະນັ້ນຈຶ່ງເຮັດໃຫ້ ມີປະຊາຊົນໄດ້ຮັບເຄາະຮ້າຍ ແລະຣະບົບ ການ ສື່ສານ ກໍຖືກຕັດຂາດ.

ຢູ່ພາກຕາເວັນຕົກສ່ຽງເໜືອ ຂອງຣັຖຊິນ, ມີປະຊາຊົນ 15,000 ປາຍຄົນ ຈາກທັງໝົດ 50 ບ້ານ ຢູ່ເມືອງ ມິນດາດ ໄດ້ພາກັນຫຼົບ ໜີຂຶ້ນໄປພູ ເພື່ອໜີການສໍ້ຮົບກັນ ຣະຫວ່າງ ທະຫານພະມ້າ ແລະ ກອງກຳລັງປ້ອງກັນຕົວເອງ ຂອງປະຊາຊົນ, ທີ່ເປັນເຄືອຂ່າຍ ອາສາສມັກ ທີ່ຖືກກໍ່ຕັ້ງຂຶ້ນ ໃນເດືອນເມສາ ທີ່ຜ່ານມາ ເພື່ອຕໍ່ສູ້ກັບທະຫານພະມ້າ ທີ່ມີກຳລັງທີ່ໃຫຍ່ ເປັນອັນດັບສອງຂອງອາຊຽນ ດ້ວຍອາວຸດທີ່ປະຕິດຂຶ້ນເອງ ເປັນຕົ້ນ ກະຖຸນ, ທະນູ, ປືນປະດິດ ແລະ ປືນຍາວ.

ປະຊາຊົນ ຜູ້ທີ່ບໍ່ປສົງອອກຊື່ ແລະ ສຽງ ກ່າວຕໍ່ເອເຊັຽເສຣີ ວ່າ ທະຫານພະມ້າໂຈມຕີຈຸດ ທີ່ມີປະຊາຊົນອາສັຍຢູ່.

ປະຊາຊົນກ່າວຕື່ມອີກວ່າ: ທະຫານພະມ້າມີຈຳນວນ 3 ຊຸດ ເຊິ່ງແຕ່ລະຊຸດປະກອບມີທະຫານ 100 ປາຍຄົນ. ມັນຍາກ ທີ່ພວກເຮົາ ຈະໄປເອົາເຂົ້າເອົານ້ຳ ແລະ ຍັງບໍ່ມີຜ້າຫົ່ມນຳອີກ. ບໍ່ມີຄວາມປອດພັຍ ພວກເຮົາໄດ້ຍິນສຽງປືນໃຫຍ່ ຢູ່ບ່ອນພັກໝົດມື້.

ອົງການສິດທິມະນຸດຣັຖສິນ ປະເມີນວ່າມີພົລເຮືອນ 40,000 ຄົນໜີຈາກບ້ານ ໂດຍຜ່ານມາຣັຖຊິນ ນັບແຕ່ເດືອນພຶສພາ ເປັນຕົ້ນມາ.

ຢູ່ເມືອງການີ ຢູ່ພາກເໜືອ ເຂດຊາເກງຂອງພະມ້າ ມີປະຊາຊົນ 15,000 ຄົນ ໄດ້ອົພຍົບອອກຈາກບ້ານ ຍ້ອນມີການຕໍ່ສູ້ ຣະຫວ່າງ ທະຫານພະມ້າ ກັບ ກອງກຳລັງປ້ອງກັນຕົວເອງ ຂອງປະຊາຊົນ ນັບແຕ່ວັນທີ 2 ເມສາ.

ສະມາຊິກກອງກຳລັງ ປ້ອງກັນຕົວເອງ ໄດ້ກ່າວວ່າ: ປະຊາຊົນ ກຳລັງປສົບກັບຄວາມຫຍຸ້ງຍາກ ເຂົາເຈົ້າຈະຕ້ອງຊອກຫາອາຫານ ຖ່າມກາງສາຍຝົນ ແລະ ເຂົາເຈົ້າບໍ່ມີເສື້ອກັນຝົນ.

ສະມາຊິກກອງກຳລັງ ປ້ອງກັນຕົວເອງ ກ່າວວ່າ: ເຂົາເຈົ້າຕ້ອງຫາສັດປ່າມາກິນເພື່ອຄວາມຢູ່ລອດ ເຂົາເຈົ້າບໍ່ມີຢາປົວພຍາດພຽງພໍ. ພວກທະຫານພະມ້າ ພາກັນໄປບຶດນຶ່ງ ແລ້ວ ພວກເຂົາກໍກັບມາ ພວກເຮົາເຫັນຜູ້ລີ້ພັຍ ເພີ່ມຂຶ້ນ.

ຢູ່ພາກຕາເວັນຕົກ ຂອງເຂດເມກເວ ມີການຕໍ່ສູ້ກັນ ຣະຫວ່າງ ທະຫານພະມ້າ ກັບກອງກຳລັງປ້ອງກັນຕົວເອງ ຂອງປະຊາຊົນໃນວັນ ທີ 3 ມິຖຸນາ, ເຮັດໃຫ້ມີຜູ້ລີ້ພັຍ 10,000 ຄົນ ຢູ່ 6 ບ້ານ ພາກັນໜີ ຫຼົບພັຍໄປຢູ່ເທິງພູ.

ປະຊາຊົນ ກ່າວວ່າ: ປັດຈຸບັນນີ້ ເຂົາເຈົ້າໄປລີ້ຢູ່ປ່າ ບາງຄົນກໍໄດ້ກິນເຂົ້າແຕ່ຄາບດຽວ ໃນຂນະທີ່ ບາງຄົນກໍບໍ່ໄດ້ກິນເຂົ້າ.

ມີທະຫານພະມ້າ ສ່ວນຫຼາຍ ກໍບໍ່ຢາກອອກມາ ທຳຮ້າຍປະຊາຊົນ ແຕ່ກໍຕ້ອງເຮັດ ເພາະວ່າ ຄອບຄົວເຂົາເຈົ້າຖືກຈັບເປັນຕົວປະກັນ.

ຮ້ອຍເອກ Lin Htet Aung ຜູ້ທີ່ຕົນໜີ ຈາກທະຫານພະມ້າ ໄດ້ກ່າວວ່າ: ສິ່ງທີ່ເກີດຂຶ້ນ ກໍຄື ທະຫານພະມ້າ ຮູ້ວ່າມັນບໍ່ຍຸຕິທັມ ແຕ່ ເຂົາເຈົ້າຕ້ອງເຮັດ ຫຼື ທຳຮ້າຍປະຊາຊົນ ທະຫານ 75 ເປີເຊັນ ເຂົ້າໃຈດີ ແຕ່ກໍຕ້ອງເຮັດ ເປັນຫູໜວກຕາບອດ ເພາະວ່າ ຄອບຄົວ ເຂົາຖືກຈັບເປັນຕົວປະກັນ.

ນອກຈາກການສູ້ ກັບທະຫານພະມ້າແລ້ວ, ຍັງມີກຸ່ມກຳລັງ ປະກອບອາວຸດ ຂອງຊົນຊາດຊົນເຜົ່າ ຕໍ່ສູ້ກັນເອງອີກ ເພື່ອຍາດແຍ່ງ ເຂດແດນກັນ ເຮັດໃຫ້ເກີດວິກິດ ການຜູ້ອົພຍົບໃນປະເທດພະມ້າ.

ຢູ່ຣັຖສານ ກໍມີການຕໍ່ສູ້ກັນ ຣະຫວ່າງ ກອງກຳລັງສະພາກອບກູ້ຣັຖສານ ແລະ ພັກກ້າວໜ້າຂອງຣັຖສານ ແລະ ກອງກຳລັງປົດປ່ອຍ ແຫ່ງຊາດ ໄດ້ເຣີ່ມຂຶ້ນໃນເດືອນເມສາ ຢູ່ພາກເໜືອ ຂອງຣັຖສານ ເຮັດໃຫ້ມີຜູ້ອົພຍົບ 2,000 ຄົນ ອີງຕາມຂໍ້ມູນ ຈາກແຫຼ່ງຂ່າວ.

ການຍິງປະທະກັນ ນັບແຕ່ວັນທີ 4 ມິຖຸນາ ເປັນຕົ້ນມາ ເຮັດໃຫ້ເຮືອນປະຊາຊົນ 100 ປາຍຫຼັງ ຖືກທຳລາຍຈາກການຕໍ່ສູ້ ແລະ ມີ ຜູ້ອົພຍົບຈຳນວນຫຼາຍ.

ອົງການສະຫະປະຊາຊາດ ປະຈຳປະເທດ ພະມ້າ ສະແດງຄວາມເປັນຫ່ວງ ກ່ຽວກັ ບສິ່ງທີ່ເອີ້ນວ່າ ຂາດຄວາມໝັ້ນຄົງ ແລະ ຂາດ ສະພາບທາງດ້ານມະນຸສທັມ ຢູ່ຣັຖກະຢາ ແລະ ເຂດອື່ນໆ ຢູ່ພາກຕາເວັນອອກສ່ຽງໃຕ້ ຂອງພະມ້າ.

ອົງການສະຫະປະຊາຊາດ ໄດ້ອ້າງເຖິງການ ມີຜູ້ອົພຍົບ 1 ແສນຄົນ ຮວມມີແມ່ຍິງ ແລະ ເດັກນ້ອຍຢູ່ທົ່ວຣັຖກະຢາ ແລະ ພາກໃຕ້ ຂອງຣັຖສານ, ທີ່ສະແດງໃຫ້ເຫັນວ່າ ວິກິດການ ໃນພະມ້າ ຈະເຮັດໃຫ້ເກີດມີຜູ້ລີ້ພັຍ ຂ້າມຊາຍແດນໄປປະເທດອື່ນ ຄືເຫັນກັນຢູ່ ຫຼາຍປະເທດ ຄາດວ່າ ມີພົລເຮືອນຈຳນວນ 15,000 ຄົນ ໜີການສູ້ຮົບໄປປະເທດອິນເດັຽ.

ສະຫະປະຊາຊາດໄດ້ເນັ້ນຢ້ຳວ່າ ອາຫານ, ນ້ຳ, ທີ່ພັກ, ພະລັງງານ, ແລະສາທະຣະນະສຸຂ ມີຄວາມຈຳເປັນຢ່າງຍິ່ງ ສຳລັບປະຊາ ຊົນ ທີ່ໜີພັຍການສູ້ຮົບ, ໂດຍໄດ້ກ່າວວ່າ ການຊ່ວຍເຫຼືອທີ່ໃຫ້ໄປນັ້ນ ບໍ່ພຽງພໍ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກ ຊຶ່ງເປັນບ່ອນທີ່ ການຊ່ອຍເຫຼືອດ້ານຕ່າງໆ ເຂົ້າເຖິງໄດ້ຍາກ.

ໂຄສົກ ອົງການ UNICEF ໃນພະມ້າ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນພຸດວ່າ ມີພະນັກງານ 200 ເຮັດວຽກ ສົ່ງເສີມເຄື່ອງບັນເທົາທຸກ ໃຫ້ແກ່ເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ແລະ ຈັດຫານ້ຳ, ອາຫານ ແລະ ສິ່ງຈຳເປັນອື່ນໆ ໃຫ້ເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.