ຜູ້ນຳທະຫານພະມ້າ ຈະດຳເນີນ ຄະດີ ແພດ-ໝໍ

ສິດນີ
2021.06.05
ຜູ້ນຳທະຫານພະມ້າ ຈະດຳເນີນ ຄະດີ ແພດ-ໝໍ ແພດແລະໝໍ ພະມ້າ ຜູ້ທີ່ສນັບສນູນ ການເຄື່ືອນໄຫວ ຕໍ່ຕ້ານຜເດັດການທະຫານ ໄດ້ເຂົ້າຮ່ວມການປະທ້ວງ ຢູ່ນະຄອນຢ້າງກຸ້ງ ໃນມື້ ວັນພະຫັດ ວັນທີ 25 ເດືອນກຸມພາ ປີ 2021.
AP

ກຸ່ມຜູ້ນຳ ຜເດັດການທະຫານພະມ້າ ຈະດຳເນີນຄະດີ ພະນັກງານ ແພດແລະໝໍ ຍ້ອນເຂົາເຈົ້າ ບໍ່ຍອມກັບຄືນໄປເຮັດວຽກ ຢູ່ໂຮງໝໍ ທີ່ ທະຫານກຳນົດໃຫ້ ແລະ ຜູ້ເຂົ້າຮ່ວມ ການປະທ້ວງ ກັບປະຊາຊົນ ຕໍ່ຕ້ານການປົກຄອງ ຂອງທະຫານ ຫຼັງຈາກ ການຣັຖປະຫານ ໃນວັນທີ 1 ພຶສພາ ເປັນຕົ້ນມາ.

ການເຂົ້າຮ່ວມປະທ້ວງ ຕໍ່ຕ້ານ ກຸ່ມຜເດັດການທະຫານ, ແພດ ແລະ ໝໍ ທີ່ຮ່ວມດ້ວຍ ນັກການແພດ ຣະດັບສູງ ແລະ ນັກວິຊາການ ທາງ ດ້ານການແພດ ຜູ້ທີ່ຊົງຄຸນນະວຸດທິ ຫຼາຍຄົນ ຈະຖືກດຳເນີນຄະດີ ທາງວິນັຍຕາມກົດໝາຍອາຍາ ມາຕຣາ 505A ໃນຂໍ້ກ່າວຫາ ບໍ່ປິ່ນປົວການແຜ່ຣາມ ໂຄວິດ-19 ແລະ ຕ້ານກຸ່ມທະຫານ ໃນໂຮງໝໍ ທີ່ກຸ່ມຜເດັດການ ທະຫານກຳນົດໃຫ້.

ແພດ ແລະ ໝໍ ຫຼາຍໝື່ນຄົນ ໃນທົ່ວປະເທດ ພາກັນເຂົ້າຮ່ວມການປະທ້ວງ ກັບປະຊາຊົນ ເຣີ້ມແຕ່ການຣັຖປະຫານ ເປັນຕົ້ນມາ ຊຶ່ງ ໃນເວລານີ້ ຫຼາຍຄົນ ກໍຍັງປະທ້ວງຢູ່ ແລະ ບາງຄົນ ກໍກັບມາເຮັດວຽກ ເພື່ອຮັບໃຊ້ປະຊາຊົນ ໃນໂຮງໝໍຣັຖ ບໍ່ແມ່ນໂຮງໝໍທະຫານ, ນາຍແພດນາງນຶ່ງກ່າວວ່າ:

ໃນຖານະ ທີ່ເປັນທ່ານໝໍ ພວກເຮົາຢາກປິ່ນປົວຄົນເຈັບ ເພາະເປັນອາຊີບ ທີ່ໄດ້ຮຽນມາຫຼາຍປີ ກ່ອນຈະໄດ້ ເປັນນາຍແພດ ແຕ່ ສະພາບການ ໃນປັດຈຸບັນ ເຮັດໃຫ້ ບໍ່ສາມາດເຮັດວຽກ ໃນໂຮງພະຍາບານໄດ້.

ເຈົ້າຫນ້າທີ່ຕ່າງຊາດ ທ່ານນຶ່ງເວົ້າວ່າ:

“ໂຮງພະຍາບານ ແລະພະນັກງານແພດ ທົ່ວປະເທດ ຢຸດວຽກ ເພື່ອເຂົ້າຮ່ວມ ການປະທ້ວງກັບປະຊາຊົນ.”

ທ່ານໝໍອີກ ນາງນຶ່ງ ຜູ້ທີ່ຂໍສງວນຊື່ ຍ້ອນເຫດຜົນ ທາງດ້ານຄວາມປອດພັຍ ທີ່ໄດ້ເຮັດວຽກ ຢູ່ໂຮງໝໍ 500 ຕຽງ ຢູ່ເມືອງ Sittwe ພາກຕາເວັນຕົກ ຂອງພະມ້າ ກ່າວວ່າ. ປະຈຸບັນນີ້ ນາງໄດ້ລີ້ຊ່ອນ ເພື່ອຫຼີກຫຼ້ຽງການຈັບກຸມ ແລະໄດ້ໃຫ້ຄໍາແນະນໍາ ທາງການແພດ ຜ່ານ ໂທຣະສັບມືຖື ເຣີ້ມແຕ່ເຂົ້າປະທ້ວງ ແລະບໍ່ຍອມເຮັດວຽກໃນໂຮງໝໍ ຣັຖບານທະຫານ.

ທ່ານ Tay Za San ນາຍແພດ ແລະ ເປັນຜູ້ນໍາ ການປະທ້ວງ ຢູ່ນະຄອນ Mandalay ຊຶ່ງເປັນເມືອງທີ່ໃຫຍ່ ອັນດັບສອງ ຂອງ ມຽນມາ ກ່າວວ່າ ການປະຕິເສດ ຂອງແພດ ແລະ ໝໍ ທີ່ບໍ່ໄປເຮັດວຽກ ໃນໂຮງພະຍາບານ ທີ່ທະຫານກຳນົດໃຫ້ນັ້ນ ເປັນວິທີການ ທີ່ພວກທ່ານ ຈະສາມາດໄປປິ່ນປົວຄົນເຈັບ ຢູ່ບ່ອນໃດກໍໄດ້ ຖ້າມີການປະທ້ວງເກີດຂຶ້ນ ບໍ່ຈຳເປັນ ທີ່ຈະໄປປິ່ນປົວຢູ່ໂຮງໝໍທະຫານ ແລະປິ່ນປົວແຕ່ທະຫານເຈັບເທົ່ານັ້ນ ທ່ານວ່າ:

ພວກເຮົາ ບໍ່ໄດ້ນັ່ງຢູ່ບ້ານ ທ່ານໝໍແລະພະນັກງານແພດ ຫຼາຍຄົນໄດ້ເຂົ້າຮ່ວມ ໃນການເຄື່ອນໄຫວປະທ້ວງ ຕໍ່ຕ້ານກຸ່ມທະຫານ ແລະ ຊ່ອຍເຫຼືອຜູ້ປະທ້ວງ ທີ່ຕ້ອງການ ການປິ່ນປົວໃນພາກສນາມ ຢູ່ບ່ອນໃດກໍຕາມ ທີ່ມີຜູ້ປະທ້ວງເຈັບ ທີ່ພວກທ່ານ ສາມາດ ເຮັດໄດ້.

ທີ່ນະຄອນມັນດາເລ ມີແພດ ແລະ ໝໍ ປະມານ 30 ພັນຄົນ ແລະ 20,000 ຄົນ ເຮັດວຽກຢູ່ໂຮງໝໍຣັຖບານ. ໃນນັ້ນ, ຄາດວ່າ 75% ເຂົ້າຮ່ວມ ການປະທ້ວງ ຕໍ່ຕ້ານຜເດັດການທະຫານ. ເທົ່າເຖິງປັດຈຸບັນ ທະຫານໄດ້ຈັບກຸມ ນາຍແພດແລ້ວ ກວ່າ 30 ຄົນ ແລະ 4 ຄົນ ຖືກຂ້າ ນຶ່ງໃນນັ້ນ ແມ່ນນັກຮຽນແພດ ປີສຸດທ້າຍ.

ນາຍໝໍຈາກນະຄອນຢ້າງກຸ້ງ ທ່ານນຶ່ງ ກ່່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າວ່າ ກໍາລັງຮັກສາຄວາມປອດພັຍ ຂອງກຸ່ມຜເດັດການ ທະຫານ ໄດ້ຍິງປືນໃສ່ໂຮງໝໍ ແລະ ຂົ່ມຂູ່ ພະນັກງານແພດ ດ້ວຍອາວຸດ:

ພວກແພດ ແລະ ໝໍ ຖືກບັງຄັບໃຫ້ຂຽນຣາຍງານປອມ ດັ່ງຕົວຢ່າງ ວ່າງສອງມື້ກ່ອນ ມີຜູ້ປະທ້ວງຄົນນຶ່ງຂີ່ຣົດຈັກ ຖືກທະຫານ ຍິງເສັຽຊີວິດ, ພວກທະຫານ ບັງຄັບໃຫ້ຂຽນ ໃບຢັ້ງຢືນ ວ່າ ການເສັຽຊີວິດ ຂອງນາງ ແມ່ນຍ້ອນ ອຸບັດເຫດ ບໍ່ແມ່ນທະຫານຍິງ.

ນັກສຶກສາແພດ ນາງນຶ່ງເວົ້າວ່າ:

“ປະຊາຊົນ ມີຄວາມກ້າຫານຫຼາຍ ແຕ່ລະມື້ ພວກຂະເຈົ້າລົງຖນົນ ປະທ້ວງດ້ວຍການ ຂຽນໜັງສືໃສ່ເສື້ອຜ້າ ແລະໂທຣະສັບມືຖື ບອກພໍ່ແມ່ວ່າ ເຖິງແມ່ນຂະເຈົ້າ ຖືກຍິງຕາຍກໍຍອມ.”

ທ່ານໝໍ ອີກທ່ານນຶ່ງເວົ້າວ່າ:

"ມີຜູ້ປະທ້ວງ ອີກຄົນນຶ່ງ ກະດູກຫັກ ຍ້ອນທະຫານຕີ ພວກທ່ານຖືກບັງຄັບ ໃຫ້ຂຽນບົດຣາຍງານ ບອກວ່າລາວ ກະດູກຫັກ ຍ້ອນ ຕົກຂັ້ນໄດ."

ອີກກໍຣະນີນຶ່ງ ຕໍາຣວດຍິງ ຜູ້ປະທ້ວງນາງນຶ່ງໃສ່ຫົວ ໃນວັນທີ 19 ເດືອນພຶສພາ ໃນຂນະທີ່ນາງ ເຂົ້າຮ່ວມການປະທ້ວງ. ນາງ ໄດ້ ເສັຽຊີວິດຢູ່ໂຮງໝໍ ໃນເວລາຕໍ່ມາ.

ແຕ່ຝ່າຍທະຫານເວົ້າວ່າ ບໍ່ໄດ້ໃຊ້ອາວຸດຈິງຍິງໃສ່ນາງ ແຕ່ຕາມການສັນລະສູດ ການຕາຍ ຂອງນາງ ຈາກນາຍແພດ ພົບວ່າ ແມ່ນ ກະສູນຈິງ ທີ່ຕຳຣວດຍິງໃສ່ນາງ ຢູ່ນະຄອນ ເນປານໍ ໃນຈໍານວນນາຍແພດ 100 ປາຍ ທີ່ຖືກໝາຍຈັບ ແລະ ຈະດຳເນີນຄະດີ ຈາກ ຜູ້ນຳຜເດັດການ ທະຫານພະມ້ານັ້ນ ສ່ວນຫຼາຍເຮັດດວຽກ ຢູ່ໂຮງໝໍ 1,000 ຕຽງ ໃນເມືອງ Zabuthiri ຜູ້ທີ່ປິ່ນປົວຜູ້ປະທ້ວງ ຄົນ ທໍາອິດ ທີ່ຖືກຍິງໂດຍ ກໍາລັງຮັກສາຄວາມປອດພັຍ ຂອງທະຫານ ໃນມື້ທຳອິດ ຂອງການຣັຖປະຫານ.

ພະນັກງານແພດບາງຄົນ ປະເຊີນກັບການລົງໂທດ ຍ້ອນປະຕິເສດ ທີ່ຈະປິ່ນປົວຄົນເຈັບ ທີ່ຈົງຮັກພັກດີຕໍ່ກອງທັບ. ບາງຄົນຖືກຈັບ ໃນບັນດາທ່ານໝໍ ທີ່ຖືກຈັບນັ້ນ ແມ່ນໝໍເດັກນ້ອຍຄົນນຶ່ງ ທີ່ບໍ່ຍອມປົວລູກ ຂອງຕໍາຣວດທີ່ປ່ວຍ.

ທ່ານໝໍອີກທ່ານນຶ່ງ ຈາກເມືອງ Mandalay ກ່າວວ່າ ທາງການໄດ້ຣາຍງານ ບໍ່ຖືກຕ້ອງ ວ່າໂຮງໝໍຕ່າງໆ ຍັງເປີດບໍຣິການ ຄົນເຈັບ ປົກກະຕິ ຢູ່ນະຄອນມັນດາເລ.

ແຕ່ ຕາມຄວາມເປັນຈິງແລ້ວ "ໂຮງໝໍ ຍັງບໍ່ທັນໄດ້ເປີດເທື່ອ. ທະຫານພຽງແຕ່ເວົ້າວ່າ ເປີດ ຍ້ອນຢາກເຮັດໃຫ້ໂລກຮູ້ວ່າ ທຸກຢ່າງ ປົກກະຕິໃນພະມ້າ ແລະວ່າ ບໍ່ມີທ່ານໝໍຄົນໃດ ເຂົ້າມາປິ່ນປົວຄົນໄຂ້ ແລະບໍ່ມີຄົນໄຂ້ ຖືກສົ່ງເຂົ້າໄປປິ່ນປົວຢູ່ໂຮງໝໍ” ນາຍແພດ ນາງນຶ່ງ ເວົ້າວ່າ:

“ໝູ່ຂອງນາງສ່ວນໃຫຍ່ ຖືກຈັບ ຍ້ອນຕ້ານກຸ່ມທະຫານ ຖ້າພວກຂະເຈົ້າຖືກຈັບ ພວກຂະເຈົ້າຈະຖືກຕີ ຢ່າງທາຣຸນ ພວກເຮົາມີຄວາມ ເຈັບຊ້ຳຫຼາຍ ໃນຊີວິດ.”

ຊາວນະຄອນຢ້າງກຸ້ງ ທ່ານນຶ່ງເວົ້າວ່າ ການຂາດເຂີນ ທ່ານໝໍ ຢູ່ໂຮງໝໍຣັຖບານ ເຮັດໃຫ້ຄ່າປິ່ນປົວຄົນເຈັບ ຢູ່ໂຮງໝໍເອກຊົນແພງ ຂຶ້ນ.

ທ່ານວ່າ ປະຊາຊົນ ສາມາດໄປໂຮງໝໍທະຫານໄດ້ ແຕ່ບໍ່ມີໃຜໄປ. ມີແຕ່ພວກທີ່ ສນັບສນູນກອງທັບເທົ່ານັ້ນໄປ. ທຸກຄົນໄປໂຮງໝໍ ເອກກະຊົນໝົດ, ສຳລັບຄົນທຸກຈົນ ທີ່ບໍ່ສາມາດ ຈ່າຍໄດ້ນັ້ນ ກໍໄປຊື້ຢາ ມາກິນຢູ່ບ້ານເອງ.

ນາຍແພດ ທ່ານນຶ່ງເວົ້າວ່າ ໂຮງໝໍທະຫານ ຂາດປະສິດທິພາບໃນການປິ່ນປົວຄົນເຈັບ ບໍ່ມີຜູ້ໃດໄປປິ່ນປົວຢູ່ໂຮງໝໍທະຫານ.

ທ່ານໝໍ ອີກຄົນນຶ່ງ ໃນນະຄອນ ຢາງກຸ້ງ ກ່າວວ່າ ປັດຈຸບັນ ບໍ່ມີພະນັກງານ ແພດພຽງພໍ ຢູ່ໃນໂຮງໝໍຣັຖ ເພື່ອການສັກຢາວັກຊິນ ຕ້ານໂຄວິດ-19 ແລະເພື່ອ ໃຫ້ແນ່ໃຈວ່າ ຢາວັກຊິນ ບາງຢ່າງ ໄດ້ຖືກຮັກສາໄວ້ ຢ່າງຖືກຕ້ອງຫຼືບໍ.

ທ່ານວ່າ ເຖິງແມ່ນວ່າ ຈະມີການຂົ່ມຂູ່ ແລະ ກົດດັນຈາກທະຫານ, ແຕ່ພະນັກງານ ແພດ ແລະ ໝໍ ປະກາດວ່າ ພວກເຂົາເຈົ້າ ຈະ ບໍ່ກັບຄືນໄປເຮັດວຽກ ຈົນກວ່າຣັຖບານພົລເຮືອນ ທີ່ຖືກເລືອກຢ່າງເປັນທັມ ຈະກັບຄືນມາ ປົກຄອງປະເທດອີກໃໝ່.

ທ່ານເວົ້າວ່າ ກອງທັບແລະຕໍາຣວດ ໄດ້ຍິງໃສ່ຜູ້ປະທ້ວງໄດ້ຮັບບາດ ເຈັບອີກສອງຄົນ ໃນຂນະທີ່ພວກເຂົາເຈົ້າ ໄດ້ສ້າງກຳແພງ ຕ້ານທະຫານກາງຖນົນ ໃນມື້ວັນອັງຄານ ຜ່ານມາ. ນາຍແພດ ອີກທ່ານນຶ່ງເວົ້າວ່າ:

“ພວກເຮົາລີ້ຊ່ອນ ຢູ່ກັບຊາວບ້ານ ພວກເຮົາໜີຈາກໂຮງພະຍາບານແລະກໍບໍ່ໄປເຮັດວຽກ ຢູ່ໂຮງພະຍາບານທະຫານບ່ອນໃໝ່.”

ໃນຂນະດຽວກັນ ໃນມື້ວັນອາທິດຜ່ານມາ ກອງກໍາລັງ ຮັກສາຄວາມປອດພັຍ ຝ່າຍທະຫານ ຍັງໄດ້ຍິງປືນໃສ່ປະຊາຊົນ ໄດ້ຮັບບາດ ເຈັບອີກ 2 ຄົນ ແຕ່ນາຍແພດຜູ້ທີ່ເຂົ້າຮ່ວມ ການປະທ້ວງຄັ້ງນີ້ ສາມາດຊ່ອຍຂະເຈ້າ ເຫດສຸກເສີນ ຈາກການເສັຽຊີວິດໄດ້ ກຸ່ມປະ ທ້ວງຕໍ່ຕ້ານ ການຣັຖປະຫານ ທີ່ຮ່ວມດ້ວຍ ແພດ ແລະ ໝໍ ໄດ້ພາກັນ ຍົກປ້າຍຄຳຂວັນ ແລະ ຮ້ອງໂຮວ່າ ພວກເຮົາຈະບໍ່ຍອມ ເປັນຂ້າຮັບໃຊ້ທະຫານ ແລະຈະຕໍ່ສູ້ ຈົນກວ່າໄດ້ຮັບໄຊຊະນະ.''

ໃນຕອນແລງວັນຈັນ ຕຳຣວດນອກເຄື່ອງແບບ ໄດ້ຈັບກຸມຊາວໜຸ່ມນັກສຶກສາ 10 ຄົນ ສອງຄົນໃນນັ້ນ ເປັນນັກຮຽນແພດ ສ່ວນເຫຼືອ ແມ່ນນັກສຶກສາ ຈາກສະຫະພັນ ນັກສຶກສາ ແຫ່ງຊາດພະມ້າ ທັງໝົດຖືກກັກຂັງ ແລະຍັງບໍ່ຮູ້ຊາຕາກັມຂອງພວກຂະເຈົ້າ ໃນເວລານີ້. ນາຍແພດເວົ້າວ່າ:

“ພວກເຮົາເປີດຄຣີນິກ ເພື່ອປິ່ນປົວຊາວບ້ານ ຜູ້ປະທ້ວງຖືກເຈັບ.”

ກຸ່ມທະຫານ ຍັງໄດ້ອອກໝາຍຈັບ ນັກສຶກສາ ອີກ 12 ຄົນ ຈາກ ມະຫາວິທຍາລັຍແພດ ທີ່ເມືອງໂມຢີນ ນະຄອນຢ້າງກຸ້ງ ຮວມທັງ ຜູ້ເປັນແກນນຳ ການປະທ້ວງ 2 ຄົນຈາກ ສະຫະພາບນັກສຶກສາ ມະຫາວິທຍາລັຍເທັກໂນໂລຈີ ແລະນັກຂ່າວອິສຣະນຶ່ງຄົນ. ທັງໝົດ ຖືກກ່າວຫາ ໃນມາດຕຣາ 505 (ກ) ກ່ຽວກັບການ ມິ່ນປະໝາດ ທ້າທາຍກອງທັບ ແລະ ບໍ່ປິ່ນປົວ ຜູ້ຕິດເຊື້ອໂຄວິດ-19. ນັກສຶກສາແພດຜູ້ນຶ່ງ ເວົ້າວ່າ:

“ພວກເຮົາໝົດທຸກຄົນ ມີເປົ້າໝາຍແບບດຽວກັນ ຢ່າງຈະແຈ້ງວ່າ ຈະບໍ່ຍອມຢູ່ພາຍໃຕ້ການປົກຄອງ ຂອງກຸ່ມຜເດັດການທະຫານ.”

ສະມາຄົມຊ່ອຍເຫຼືອ ສໍາລັບນັກໂທດການເມືອງ (AAPP) ທີ່ເປັນອົງ ການ NGO ທີ່ມີສູນກາງຢູ່ໄທຍ ກ່າວວ່າ ມາຮອດອາທິດນີ້ ຫຼັງຈາກຣັຖປະຫານ ເປັນຕົ້ນມາ ມີຜູ້ປະທ້ວງ ເສັຽຊີວິດແລ້ວ 738 ຄົນ ແລະ 3,261 ຄົນ ຖືກກັກຂັງ ໂດຍຝ່າຍທະຫານ ແລະ ສະພາບການ ໂດຍທົ່ວໄປໃນພະມ້າ ຈະບໍ່ຈົບລົງໂດຍງ່າຍ.

ແພດແລະໝໍຫຼາຍຄົນ ທີ່ເຂົ້າຮ່ວມປະທ້ວງ ກໍພາກັນລີ້ຊ່ອນ ເພື່ອບໍ່ໃຫ້ກຸ່ມທະຫານ ແລະຕຳຣວດຈັບພວກຂະເຈົ້າ ແລະ ກໍຍັງບໍ່ຍອມ ກັບໄປເຮັດວຽກຢູ່ໂຮງພະຍາບານ ຕາມທີ່ກຸ່ມຜເດັດການ ທະຫານສັ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.