ນັກສຶກສາ-ອາຈານ ຢູ່ພະມ້າ ບໍ່ຟັງຄໍາສັ່ງຣັຖບານ ທະຫານ
2021.05.18

ບັນດານາຍຄຣູ ນັກຮຽນ ແລະ ນັກສຶກສາ ສ່ວນໃຫຍ່ ໃນທົ່ວປະເທດເມີນເສີຍ ຕໍ່ຄໍາສັ່ງຂອງກຸ່ມຜູ້ນຳ ຜເດັດການທະຫານ ໃຫ້ເປີດ ສະຖາບັນການສຶກສາ, ມະຫາວິທຍາລັຍ, ແລະ ໂຮງຮຽນເຕັກນິກຄືນໃໝ່, ເພື່ອບໍ່ໃຫ້ນັກຮຽນ ເຂົ້າຮ່ວມການປະທ້ວງ ແຕ່ມີພຽງເລັກ ນ້ອຍເທົ່ານັ້ນ ທີ່ກັບຄືນມາເຂົ້າໄປຮຽນ ໃນຊ່ວງການເປີດໂຮງຮຽນໃໝ່ໃນອາທິດນີ້ ສ່ວນໃຫຍ່ຈະໄປຮ່ວມປະທ້ວງ ຕໍ່ຕ້ານຜເດັດການ ທະຫານ, ນັກຮຽນຄົນນຶ່ງ ກ່າວໃນມື້ວັນສຸກ.
ປະທານສະຫະພັນ ນັກສຶກສາປະເມີນວ່າ ມີພຽງແຕ່ 10 ເປີເຊັນ ຂອງນັກສຶກສາ ທີ່ ມະຫາວິທຍາລັຍ ຢ້າງກຸ້ງ ເທົ່ານັ້ນ ເຂົ້າຮຽນ ໃນການເປີດເທີມຮຽນໃໝ່ ມື້ວັນສຸກ ສ່ວນໃຫຍ່ ບໍ່ມາເຂົ້າ ຍ້ອນໄປຮ່ວມປະທ້ວງ ແລະຫຼາຍຄົນກໍເປັນຫວ່ງ ເຣື້ອງຄວາມປອດພັຍ ເພາະມີການວາງຣະເບີດ ໃກ້ກັບມະຫາວິທຍາລັຍ ໃນມື້ວັນພຸດຜ່ານມາ.
ທ່ານ Min Han Htet ໂຄສົກ ຂອງ ສະຫະພາບ ນັກສຶກສາ ມະຫາວິິທຍາລັຍ ຢ້າງກຸ້ງ ກ່າວວ່າ "ທ່ານ ໄດ້ເຫັນພວກນັກຮຽນ ຈໍານວນນ້ອຍເຂົ້າຮຽນ ໃນການເປີດເທີມສຸດທ້າຍ ຂອງປີນີ້ ບາງຫ້ອງຫຼືປະມານ 10 ເປີເຊັນຂອງຈໍານວນທັງໝົດເທົ່ານັ້ນ ທີ່ເຫັນ ຢູ່ໃນຫ້ອງ.
ມະຫາວິທຍາລັຍ ຢ້າງກຸ້ງ ເປັນມະຫາວິທຍາລັຍ ຣະດັບຊາດ ມີສາຂາການຮຽນຣະດັບປຣິນຍາຕຣີ 32 ຂແນງ ຮວມທັງປຣິນຍາໂທ ແລະ ປຣິນຍາເອກ ມີຈຳນວນນັກສຶກສາ ເຂົ້າຮຽນເຖິງ 1 ແສນກວ່າຄົນ ເກືອບໝົດທຸກຄົນ ໄດ້ຕັດສິນໃຈ ຮ່ວມການປະທ້ວງຕໍ່ຕ້ານ ກຸ່ມຜເດັດການທະຫານ ກັບປະຊາຊົນຕາມຖນົນ, ນັກສຶກສາຜູ້ປະທ້ວງຄົນນຶ່ງເວົ້າວ່າ:
“ພວກເຮົາບໍ່ຕ້ອງການ ສະມາຊິກສະພາທີ່ບໍ່ໄດ້ຮັບເລືອກຕັ້ງ ຈາກປະຊາຊົນ.”
ນັກສຶກສາ ທີ່ີ່ມະຫາວິທຍາລັຍ ແລະວິທຍາລັຍຫຼາຍແຫ່ງ ໃນທົ່ວປະເທດ ໄດ້ປະກາດວ່າເຂົາເຈົ້າ ຈະບໍ່ກັບໄປຮຽນອີກໃໝ່ ຈົນກວ່າ ສະພາບການຄວາມວຸ້ນວາຍຢຸດຕິລົງ.
ເຈົ້າໜ້າທີ່ ຕໍາຣວດແລະທະຫານ ໄດ້ລາດຕະເວນ ຕາມມະຫາວິທຍາລັຍ ແລະສະຖາບັນຕ່າງໆທົ່ວປະເທດ ເພື່ອບໍ່ໃຫ້ມີການປະທ້ວງ ເກີດຂຶ້ນ ເໝືອນດັ່ງປີ 1988 ທີ່ ນັກສຶກສາປະທ້ວງ ແລະປະທະກັນ ຢ່າງນອງເລືອດ ກັບກຸ່ມທະຫານເປັນເວລາຫຼາຍວັນ ເຮັດໃຫ້ ນັກສຶກສາເສັຽຊິວິດ ແລະ ຫາຍສາບສູນ ຫຼາຍຮ້ອຍຄົນ ໃນເວລານັ້ນ.
ໃນຣະບົບການສຶກສາຊັ້ນສູງ ຂອງມຽນມາ, ແຕ່ລະສົກການຮຽນ ປະຈໍາປີປົກກະຕິ ຈະມີສອງສມັຍ ຫຼືສອງເທີມ ຈະໃຊ້ເວລາປະມານ ສີ່ເດືອນ ຫຼືເກືອບ 100 ມື້, ແຕ່ພາຍໃຕ້ ການປົກຄອງ ຂອງກຸ່ມທະຫານ ມີພຽງແຕ່ 39 ວັນ ເທົ່ານັ້ນ.
ກຸ່ມຜູ້ນຳທະຫານ ຍັງໄດ້ປ່ຽນ ວັນເວລາຂອງການສິດສອນ ຕໍ່ອາທິດ ຈາກຫ້າຫາຫົກມື້ ແລະ ມີການຝຶກແອບ ທາງດ້ານທະຫານ ນຳອີກ.
ທ້າວ Thant Thet Oo ນັກສຶກສາ ຣະດັບປຣິນຍາໂທ ປີທໍາອິດ ຈາກມະຫາວິທຍາລັຍ Yadanabon ຢູ່ນະຄອນ Mandalay ກ່າວວ່າ ລາວຈະບໍ່ເຂົ້າຮຽນໃນຫ້ອງຮຽນ ພາຍໃຕ້ການສັ່ງການຂອງກຸ່ມ ຜເດັດການທະຫານ ຍ້ອນເປັນການຣະເມີດກົດເກນ ຂອງ ການສຶກສາຣະດັບຊາດ ຂອງມຽນມາ ແລະກໍເປັນການ ນາບຂູ່ນັກສຶກສາ ໃຫ້ມີການຝຶກທະຫານ.
"ຂ້າພະເຈົ້າ ຈະບໍ່ໄປຮ່ວມຫ້ອງຮຽນເຫຼົ່ານີ້ ແລະບອກວ່າ ທ່ານບໍ່ຍອມຮັບ ການຣັຖປະຫານຂອງກຸ່ມທະຫານໃນວັນທີ 1 ກຸມພາ ທີ່ຣັຖບານພົລຮືອນ ຂອງຍານາງ ອອງຊານຊູຈີ ແລະຜູ້ນຳພົລເຮືອນຖືກໂຄ້ນລົ້ມ.”
ກອງກໍາລັງຮັກສາຄວາມສງົບ ຂອງມຽນມາ ໄດ້ຈັບກຸມພວກນັກສຶກສາ ຫຼາຍຮ້ອຍຄົນ ນັບຕັ້ງແຕ່ ເກີດການປະທ້ວງຂຶ້ນ ຮວມທັງ ຜູ້ນໍາສະຫະພັນ ນັກສຶກສາ ທີ່ເຂົ້າຮ່ວມ ການປະທ້ວງໃນຂໍ້ກ່າວຫາ ຍຸຍົງໃຫ້ເກີດຄວາມວຸ້ນວາຍ ພາຍໃຕ້ມາດຕາ 505(a) ຂອງ ກົດໝາຍ ວ່າດ້ວຍ ການຈາຣະຈົນ ຜູ້ທີ່ມີສ່ວນຮ່ວມ ໃນການປະທ້ວງ ຕໍ່ຕ້ານຣັຖບານທະຫານ. ບາງຄົນ ຖືກປ່ອຍ ໃນຂນະທີ່ ຍັງອີກຫຼາຍຄົນ ຍັງຫາຍສາບສູນຢູ່ ນາຍຄຣູນາງນຶ່ງເວົ້າວ່າ:
“ກຸ່ມທະຫານ ຢູ່ໃນສະພາ ບໍ່ຖືກເລືອກຕັ້ງຈາກປະຊາຊົນ.”
ທ່ານ Thant Thet Oo ປະທານສະຫາພັນ ນັກສຶກສາກ່າວວ່າ "ພວກນັກຮຽນ ນັກສຶກສາ ຖືກຈັບ, ຖືກຄຸມຂັງ, ແລະຖືກຍິງ ຢ່າງ ບໍ່ຍຸຕິທັມ ໃນຣະຫວ່າງ ການປະທ້ວງ. ຍ້ອນຄວາມເຄົາຣົບ ຕໍ່ຜູ້ທີ່ຖືກຂ້າ ແລະຖືກທໍຣະມານ, ພວກທ່ານ ຈະບໍ່ໄປຮຽນ ຈົນກວ່າ ການຣຸກຮືຂຶ້ນ ແລະ ສະພາບຄວາມວຸ້ນວາຍ ຈາກກຸ່ມທະຫານ ຈະສິ້ນສຸດລົງ."
ທ່ານຍັງບອກອີກວ່າ ທ່ານຈະບໍ່ຍອມຮັບ ຣະບົບການສຶກສາຂອງກຸ່ມທະຫານ ແລະ ນັກສຶກສາສ່ວນໃຫຍ່ກວ່າ 80% ຈະບໍ່ຍອມຮັບ ເໝືອນກັນ.
ອີງຕາມການສໍາຣວດ ທີ່ດໍາເນີນໂດຍ ສະຫະພາບນັກສຶກສາ ທີ່ມະຫາວິທຍາລັຍ ເສຖກິຈ Monywa ຢູ່ນະຄອນ Sagaing ພົບວ່າ 90 ເປີເຊັນ ຂອງຈຳນວນນັກສຶກສາ ຖືກສຳຣວດ 4,000 ຄົນ ຕັດສິນໃຈ ບໍ່ເຂົ້າຮ່ວມການຮຽນ ແລະ ຣະບົບການສຶກສາ ຂອງ ທະຫານ ໃນອະນາຄົດ ຖ້າບໍ່ມີການປ່ຽນແປງ ໃຫ້ເປັນແບບເດີມ.
ຄຣູສອນພາສາອັງກິດ ຄົນນຶ່ງ ທີ່ມະຫາວິທະຍາລັຍ ມັນດາເລ ເວົ້າວ່າ ສາສດາຈານຈະບໍ່ສາມາດ ຕຽມບົດຮຽນໃຫ້ຄົບຖ້ວນ ໃນການ ສອນຣະບົບໃໝ່ ຂອງທະຫານ ແລະ ບໍ່ມີປະເທດໃດ ທີ່ຈະສອນຫຼັກສູດ ເປັນເວລາສີ່ເດືອນ ໃນເດືອນດຽວ.
ນັກສຶກສາອີກຄົນນຶ່ງເວົ້າວ່າ:
“ເປັນຍ້ອນວ່າ ກຸ່ມທະຫານພວກນີ້ ບໍ່ພຽງແຕ່ເປັນເຈົ້າການ ຣັຖສະພາຍັງເປັນເຈົ້າການປະຊາຊົນນຳອີກ.”
ຍານາງເວົ້າວ່າ ພວກຜູ້ນໍາທະຫານກໍາລັງເຮັດ ໃນສິ່ງທີ່ພວກເຂົາເຈົ້າຢາກເຮັດ ແບບໃນປະເທດ ຜເດັດການທະທັງຫຼາຍ. "ພວກເຂົາ ພຽງແຕ່ສົນໃຈ ຢາກຈະຍຶດອໍານາດ ບໍ່ສົນໃຈ ເຣື້ອງຄວາມຮູ້ ແລະການສຶກສາ ສະພາບໂຕຈິງເລີຍ ແລະ ນັກຮຽນຈະໄປຮຽນແບບນີ້ ໄດ້ບໍ?."
ນອກຈາກນັ້ນ, ກຸ່ມທະຫານ ຍັງໄດ້ສັ່ງໃຫ້ພະນັກງານ ຂອງກະຊວງສຶກສາທິການຂັ້ນສູງທຸກຄົນ ພາຍໃຕ້ກະຊວງສຶກສາທິການ ໃຫ້ ເຊົາການມີສ່ວນຮ່ວມ ໃນການປະທ້ວງ ແລະ ກັບໄປເຮັດວຽກ ໃນວັນທີ່ 3 ເດືອນພຶສພາປີນີ້.
ປະມານ 80 ເປີເຊັນ ຂອງອາຈານສອນທີ່ມະຫາວິທະຍາລັຍ ມັນດາເລ ຈະສືບຕໍ່ການຮ່ວມປະທ້ວງກຸ່ມທະຫານ, ສາສດາຈານ ອີກຄົນນຶ່ງກ່າວ:
ນາຍຄຣູຄົນນຶ່ງ ຢູ່ນະຄອນຢາງກຸ້ງ ຜູ້ທີ່ບໍ່ບອກຊື່ ແລະ ຕໍາແໜ່ງ ເວົ້າວ່າ ນາງ ຈະບໍ່ຍ່າງຜ່ານທາງ ທີ່ມີຮອຍເປື້ອນດ້ວຍເລືອດ ຂອງປະຊາຊົນ ຍ້ອນ ຄວາມເຄົາຣົບ ຕໍ່ຜູ້ທີ່ຖືກຂ້າຕາຍ ໂດຍກໍາລັງ ຮັກສາຄວາມປອດພັຍ ຂອງກຸ່ມທະຫານ.
ທ່ານ Thein Win ຜູ້ອໍານວຍການໃຫຍ່ ຜແນກສຶກສາຊັ້ນສູງ ກະຊວງສຶກສາທິການ ມຽນມາ ຜູ້ຮັບຜິດຊອບ ກ່ຽວກັບການດໍາເນີນ ງານ ຂອງວິທຍາລັຍ ໄດ້ອອກແຈ້ງການ ໃນຖແລງການຂອງກະຊວງ ໃນວັນທີ 17 ເດືອນ ເມສາ ໂດຍໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ ຄວາມອົບອຸ່ນ ກັບນັກຮຽນນັກສຶກສາ, ພະນັກງານ ຜູ້ທີ່ປະທ້ວງ ແລະຈົງຮັກພັກດີ ຕໍ່ຣັຖບານພົລເຮືອນ.
ອີງຕາມສະຖິຕິ ຂອງກະຊວງສຶກສາທິການພະມ້າ ສົກການສຶກສາ ປີ 2017-2018 ມີນັກສຶກສາ ຣະດັບມະຫາວິທຍາລັຍທົ່ວປະເທດ ປະມານ 6 ແສນກວ່າຄົນ ແລະ ມີນາຍຄຣູອາຈານປະມານ 37 ພັນປາຍຄົນ ຫຼາຍຄົນເຂົ້າຮ່ວມການປະທ້ວງ ຕໍ່ຕ້ານກຸ່ມຜເດັດການ ທະຫານ.
ນາຍຄຣູອີກຄົນນຶ່ງ ເວົ້າວ່າ:
“ປະຊາຊົນ ຕ້ອງການດັດແປງກົດໝາຍ ແຕ່ພວກເຮົາ ບໍ່ສາມາດຫາຣາຍເຊັນໄດ້ 5 ລ້ານຣາຍເຊັນ.”
ນັກເຄື່ອນໄຫວ ດ້ານປະຊາທິປະຕັຍ ທ່ານ Min Ko Naing ເວົ້າວ່າ ຜູ້ນຳຜເດັດການ ທະຫານ ເປີດໂຮງຮຽນຄືນໃໝ່ ເພື່ອສະແດງ ໃຫ້ໂລກພາຍນອກ ຮູ້ວ່າທຸກຢ່າງ ປົກກະຕິຄືນ ໃນພະມ້າ ບໍ່ແມ່ນເພື່ອການສຶກສາໃນພະມ້າ.
ອະດີດສະມາຊິກສະພາ ຣັຖບານພົລເຮືອນ ຂອງຍານາງ ອອງຊານຊູຈີ ພະມ້າ ທ່ານນຶ່ງເວົ້າວ່າ:
"ພວກທະຫານ ມີຄວາມຕັ້ງໃຈ ໃນການສົ່ງເສີມການສຶກສາ ໃນພະມ້າ ຢ່າງແທ້ຈິງ ໃນການເປີດໂຮງຮຽນ ຫຼືວ່າເປັນການຫຼອກລວງ ຊາວໂລກ ວ່າທຸກຢ່າງ ກັບມາສູ່່ພາບປົກກະຕິ ໃນພະມ້າ ແຕ່ຄວາມເປັນຈິງ ແມ່ນວ່າ ກຸ່ມຜູ້ນຳທະຫານ ຢ້ານວ່າ ສະຖາບັນ ແລະ ມະຫາວິທຍາລັຍຕ່່າງໆ ທ່ົວປະເທດ ອາດກາຍເປັນ "ຈຸດຮ້ອນ" ສໍາລັບຄື້ນຟອງໃໝ່ ຂອງການປະທ້ວງ ຕໍ່ຕ້ານກຸ່ມຜເດັດການ ທະຫານ ໃນອະນາຄົດ.”
ການປົກຄອງຂອງກຸ່ມ ຜເດັດການທະຫານ ໃນຫຼາຍທົດສວັດຜ່ານມາ ໄດ້ປິດມະຫາວິທຍາລັຍ ຊຶ່ງເປັນຈຸດສໍາຄັນ ຂອງການເຄື່ອນ ໄຫວ ທາງປະຊາທິປະຕັຍໃນມຽນມາ ໃນການປະທ້ວງ ຕໍ່ຕ້ານການປົກຄອງ ຂອງກຸ່ມທະຫານ.
ໃນປີ 1991, ຍຸທສາດ ທີ່ປົກຄອງຂອງກຸ່ມທະຫານ ໄດ້ປິດ ມະຫາວິທະຍາລັຍຕ່າງໆ ໃນນະຄອນຢ້າງກຸ້ງ ໃນເວລານັ້ນ ແລະໄດ້ສົ່ງ ກອງທັບ ເຂົ້າໄປຕາມຖນົນຫົນທາງ ເພື່ອທໍາການ ກວດລ້າງ ແລະຈັບກຸມ ພວກສຶກສາ ທີ່ຮຽກຮ້ອງໃຫ້ປ່ອຍໂຕ ຍານາງ ອອງ ຊານ ຊູຈີ ຜູ້ ຊຶ່ງ ຖືກຈັບກຸມໃນເວລານັ້ນ.
ກໍາລັງທະຫານຫຼາຍພັນຄົນ ໄດ້ຖືກສົ່ງເຂົ້າໄປໃນນະຄອນ ຢ້າງກຸ້ງ ເປັນເວລາສອງມື້ ໂດຍສ່ວນຫຼາຍແລ້ວ ພວກເຂົາເຈົ້າຖືກສົ່ງໄປ ອ້ອມເຂດມະຫາວິທຍາລັຍ.
ໃນຣະຫວ່າງການລຸກຮືຂຶ້ນ ຂອງກຸ່ມນັກສຶກສາ ເພື່ອປະຊາທິປະຕັຍ ໃນປີ 1988 ກອງກໍາລັງທະຫານມຽນມາ ໄດ້ທໍາການປາບປາມ ພວກນັກສຶກສາ ຢ່າງນອງເລືອດ ໃນຣະຫວ່າງ ການປະທ້ວງ ຂອງນັກສຶກສາທົ່ວປະເທດ ແລະປະຊາຊົນເກີດຂຶ້ນ ໃນເດືອນສິງຫາ ປີນັ້ນ ເຮັດໃຫ້ມີການປະນາມ ກຸ່ມຜເດັດການທະຫານ ຈາກນານາຊາດ.
ການເຂັນຂ້ານັກສຶກສາ ໃນການຕໍ່ຕ້ານກຸ່ມຜເດັດການ ທະຫານ ໃນເວລານັ້ນ ເຮັດໃຫ້ເກີດການເຄື່ອນໄຫວ ເພື່ອປະຊາທິປະຕັຍ ຂອງກຸ່ມນັກສຶກສາທົ່ວປະເທດ ໃນພະມ້າຂຶ້ນ ຍ້ອນ ຄວາມບໍ່ພໍໃຈ ກັບຣະບົບການສຶກສາ ແລະການພັທນາເສຖກິຈ ຂອງປະເທດ ຈາກການປົກຄອງ ຂອງທະຫານ ເຮັດໃຫ້ນັກສຶກສາຫຼາຍຮ້ອຍຄົນ ເສັຽຊີວິດ ແລະຫຼາຍສາບສູນ ຫຼັງຈາກໄດ້ມີ ການປະທະກັນ ຢ່າງຮຸນແຮງ ຣະຫວ່າງສອງຝ່າຍ.
ທ່ານ Min Ko Naing ຜູ້ນໍາກຸ່ມນັກສຶກສາຣຸ້ນປີ 1988 ທີ່ ຕໍ່ສູ້ເພື່ອປະຊາທິປະຕັຍ ໃນພະມ້າ ທີ່ຈົບລົງດ້ວຍການນອງເລືອດ ເວົ້າວ່າ ສະຫະພັນນັກສຶກສາໃນເວລານັ້ນ ຕົກຢູ່ໃນພາວະຄວາມສ່ຽງ ແລະຄວາມສັບສົນ ໃນການເຂົ້າຮ່ວມການປະທ້ວງ ຊຶ່ງການ ປະທ້ວງໄດ້ສີ້ນສຸດລົງ ດ້ວຍການປາບປາມ ຈາກກຸ່ມທະຫານ ເຮັດໃຫ້ນັກສຶກສາຫຼາຍຮ້ອຍຄົນ ເສັຽຊີວິດ.
ແລະວ່່່າ ການຣຸກຂຶ້ນ ຂອງນັກສຶກສາໃນເວລານັ້ນ ປູກຈິດສຳນຶກໃຫ້ຄົນຣຸ້ນຫຼັງ ແລະຣຸ້ນປັດຈຸບັນ ຕໍ່ຕ້ານການປົກຄອງ ຂອງກຸ່ມ ຜເດັດການທະຫານ ມາຮອດປັດຈຸບັນ.
ສະພາບການໃນພະມ້າໃນປັດຈຸບັນ ແຮ່ງລາມໄປໃນວົງກວ້າງ ກຸ່ມທະຫານນອກຈາກປາບປາມ ກຸ່ມປະທ້ວງແລ້ວ ຍັງໄດ້ປາບປາມ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍຫຼາຍກຸ່ມ ທີ່ຣຸກຂຶ້ນຕໍ່ສູ້ ກັບຣັຖບານທະຫານພະມ້າ ນຳອີກ ບາງກຸ່ມ ກໍເຂົ້າຮ່່ວມການປະທ້ວງ ກັບ ປະຊາຊົນ ແລະ ນັກສຶກສາ.