ເຣື້ອງທີ່ເກັບບັນທຶກໄວ້
2024-04-24
ອົງການ ນິລະໂທດສະກຳ ສາກົນ ຫຼື Amnesty International ໄດ້ຈັດງານຖະແຫຼງຂ່າວ ເປີດບົດລາຍງານ ສະຖານະການສິດທິມະນຸດ ທົ່ວໂລກ ປະຈຳປີ 2023-2024 ຊຶ່ງໃນນີ້ລວມເຖິງປະເທດລາວ ຊຶ່ງສະພາບການສິດທິມະນຸດ ບໍ່ມີພັດທະນາການ ໃນທາງທີ່ດີຂຶ້ນກວ່າໄລຍະທີ່ຜ່ານມາ.
2024-04-21
ກອງກໍາລັງປົດປ່ອຍແຫ່ງຊາດກະລ່ຽງ ຫຼື KNLA ທີ່ຂຶ້ນກັບສະຫະພາບແຫ່ງຊາດກະລ່ຽງ ພ້ອມດ້ວຍພັນທະມິດ ໄດ້ຍຶດຖານທີ່ໝັ້ນຂອງທະຫານມຽນມາ ແຫ່ງສຸດທ້າຍ ຄືກອງພັນ 275 ຢູ່ເມືອງ ເມຍວະດີ ລັດກະຍີ່ນ ໃນວັນພຸດທີ່ຜ່ານມາ.
2024-04-17
ປະເທດລາວ ບໍ່ສາມາດປະຕິບັດໄດ້ ຕາມມາດຕະການຂອງ ອົງການຕ້ານການຟອກເງິນສາກົນ ຂອງກຸ່ມປະເທດເອເຊຍ-ແປຊິຟິກ ຫຼື APG ຈຶ່ງຕົກຢູ່ໃນບັນຊີ ຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ ໃນເລື່ອງບັນຫາ ການຟອກເງິນ.
2024-04-14
ກອງກໍາລັງ ຝ່າຍຕໍ່ຕ້ານທະຫານມຽນມາ ແລະ ພັນທະມິດ ໄດ້ກ່າວອ້າງວ່າ ເຂົາເຈົ້າສາມາດຍຶດ ຖານທີ່ໝັ້ນສຸດທ້າຍ ຂອງທະຫານມຽນມາ ຢູ່ເມືອງເມຍວະດີ ລັດກະຍີ່ນ ໃນວັນເສົາທີ່ຜ່ານມາ.
2024-04-07
ຊາວມຽນມ້າ ຈໍານວນຫຼາຍ ພາກັນຫຼັ່ງໄຫຼລົງທະບຽນສະໝັກໄປເຮັດວຽກ ຕາມລະດູການຢູ່ປະເທດເກົາຫຼີໃຕ້.
2024-04-02
ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ປະກາດວ່າ ສະຫະລັດອາເມຣິກາ ຈະໃຫ້ທຶນຊ່ວຍເຫຼືອ ເພີ່ມຕື່ມອີກຈຳນວນ 36 ລ້ານໂດລ້າຣ໌ສະຫະລັດ ເພື່ອຊ່ວຍລົບລ້າງບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ບັນດາ 9 ແຂວງຂອງລາວ.