ເຣື້ອງທີ່ເກັບບັນທຶກໄວ້
2024-03-31
ມີການຕໍ່ສູ້ກັນລະຫວ່າງ ກອງກໍາລັງຊົນຊາດຊົນເຜົ່າ ແລະ ທະຫານມຽນມ້າ ຢູ່ ລັດຣະຂ່າຍ ເຮັດໃຫ້ທະຫານມຽນມ້າ 90 ຄົນ ຕ້ອງຍອມຈໍານົນ.
2024-03-24
ທະຫານພະມ້າ ໄດ້ຈັບໂຕຊາວໂຣຮິງຢາ ໃນຕອນເຊົ້າຂອງວັນອັງຄານ ຢູ່ຣັຖມອນຂອງພະມ້າ ເຊິ່ງທະຫານພະມ້າໄດ້ໃຊ້ເຮືອໄປສະກັດກັ້ນ ເຮືອຜູ້ອົບພະຍົບຊາວໂຣຮິງຢາ ໃຫ້ເຂົ້າມາຈອດຢູ່ຕາຝັ່ງ ຢູ່ເກະກາເລກວາກ ເມືອງເຢ ເຂດທະເລອັນດາມັນ.
2024-03-23
ປະເທດສະມາຊິກ ຄະນະກັມມາທິການ ແມ່ນ້ຳຂອງສາກົລ ຫຼື MRC ບໍ່ປະຕິບັດຕາມຂໍ້ຕົກລົງ ແມ່ນ້ຳຂອງປີ 1995.
2024-03-22
ການແຕ່ງດອງລະຫວ່າງຄົນລາວ ແລະຄົນວຽດນາມແບບບໍ່ຖືກກົດໝາຍ ມີຫລາຍຢູ່ຕາມຊາຍແດນສອງປະເທດ ແລະບັນຫານີ້ມີມາແຕ່ດົນແລ້ວ ແຕ່ທາງການລາວ ກໍຍັງບໍ່ສາມາດແກ້ໄຂໄດ້.
2024-03-17
ແກ້ງຄໍເຊັນເຕີ້ ຫຼື ພວກຕອບແຊັດ ຊາວຈີນທີ່ຕົວະ ເອົາເງິນຄົນ ຖືກຈັບໂຕຢູ່ປະເທດພະມ້າ ທີ່ຢູ່ໃກ້ກັບຊາຍແດນ ປະເທດໄທຍ ແລ້ວຖືກສົ່ງໂຕກັບຄືນໄປດໍາເນີນຄະດີ ຢູ່ປະເທດຈີນ ອີງຕາມການຣາຍງານ ຂອງກະຊວງປ້ອງກັນຄວາມສງົບຂອງຈີນ.
2024-03-11
ອົງການ ສິ້ງຊອມດ້ານສິດທິມະນຸດ ຫຼື Human Right Watch Australia ຕິຕຽນຣັຖບານ ອອສເຕຣເລັຽ ກ່ຽວກັບກອງປະຊຸມ ASEAN-Australia ເນື່ອງຈາກວ່າ ຣັຖບານ ອອສເຕຣເລັຽ ລະເລີຍບັນຫາ ສິດທິມະນຸດ ທີ່ເກີດຂຶ້ນໃນບາງປະເທດອາຊ້ຽນ.
2024-03-10
ກອງກໍາລັງອາຣະກັນ ທີ່ເປັນກອງກໍາລັງຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີທົ່ວຣັຖຣະຂ່າຍ ແລະ ໄດ້ອ້າງໄຊຊະນະ ໃນເຂດເມືອງ ພອນນາຈຽມ ເຊິ່ງຫ່າງຈາກໂຕເມືອງຊິດເວ ໄປປະມານ 15 ກິໂລແມັດ ເຊິ່ງກອງກໍາລັງອາຣະກັນ ໄດ້ຍຶດ 6 ເມືອງ ຢູ່ຣັຖຣະຂ່າຍ ແລະ ເມືອງອື່ນໆອີກ ໃນຣັຖສິນ.
2024-03-03
ທະຫານພະມ້າ ໄດ້ຈັບຊາວໜຸ້ມຣັຖຣະຂ່າຍ ແລະ ຍັງບໍ່ທັນປ່ອຍເຂົາເຈົ້າ ກັບບ້ານ ສ່ວນຍາດພີ່ນ້ອງຊາວໜຸ້ມເຫຼົ່ານັ້ນ ກໍຍັງບໍ່ສາມາດຕິດຕໍ່ ຫາລູກຫຼານຕົນເອງໄດ້.