ເຣື້ອງທີ່ເກັບບັນທຶກໄວ້
2023-09-28
ຜູ້ຣາຍງານພິເສດ ດ້ານສິດທິມະນຸສ ຂອງອົງການ ສະຫະປະຊາຊາຕ ໄດ້ອອກຣາຍງານ ໃນວັນທີ 22 ກັນຍາ 2023 ທີ່ຜ່ານມາວ່າ ສປປ ລາວ ມີການລ່ວງລະເມີດ ສິດທິມະນຸສຢ່າງຮ້າຍແຮງ ມີທັງຂ້າຖິ້ມ ແລະ ຍັງຄັບໃຫ້ຫາຍສາບສູນ.
2023-09-25
ສະຖານທູດໄທຍ ປະຈໍາລາວ ໄດ້ສົ່ງຈົດໝາຍ ໄປຍັງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອໃຫ້ທາງການລາວ ກວດສອບຫາຄວາມຈິງ ແລະໃຫ້ຄໍາຕອບ ກ່ຽວກັບເຫດການ ທີ່ຫົວໜ້າ ແລະຮອງຫົວໜ້າ ຂອງບໍຣິສັດ ປຕທ (ລາວ) ຊຶ່ງຖືກຄວບຄຸມ ໃນວັນທີ 18 ກັນຍາ 2023.
2023-09-25
ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດ ໄດ້ກ່າວປາໄສ ຕໍ່ສະມັດຊາໃຫຍ່ ອົງການສະຫະປະຊາຊາຕ ສໄມທີ 78 ໂດຍທ່ານກ່າວເຖິງການຈັດຕັ້ງວາລະ ແຜນພັທນາ ເສຖກິຈ-ສັງຄົມ ເພື່ອບັນລຸເປົ້າໝາຍການພັທນາ ແບບຍືນຍົງ ໃນປີ 2030 ຂອງລາວ.
2023-09-22
ວັນທີ 20 ກັນຍາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ແຂວງບໍ່ແກ້ວ ເຮັດບົດບັນທຶກ ສຶກສາອົບຮົມ ແລະກ່າວເຕືອນ ຄູ່ຮັກ 1 ຄູ່ ທີ່ຢູ່ກິນກັນກ່ອນຈົດ “ທະບຽນສົມຣົດ ຫຼື (ໃບຢັ້ງຢືນການແຕ່ງດອງ)” ຕາມກົດໝາຍ ເນື່ອງຈາກພວກກ່ຽວ ແມ່ນຢູ່ກິນກັນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ບ້ານດອນມູນ ເມືອງຕົ້ນເຜິ້ງ.
2023-09-22
ວັນທີ 20 ກັນຍາ ທີ່ຜ່ານມານີ້ ທ່ານ ຈ້າວ ເຫວີ່ຍ ປະທານສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ໄດ້ປະທານເປີດໂຮງຮຽນປະຖົມດອກງິ້ວຄໍາ ເຊິ່ງເປັນໂຮງຮຽນລະດັບຊັ້ນອະນຸບານ ຫາ ຊັ້ນປະຖົມສຶກສາ ທີ່ຕັ້ງຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ.
2023-09-22
ບໍຣິສັດ ປຕທ (ລາວ) ປະກາດ ປະສົບກັບບັນຫາຂາດແຄນນໍ້າມັນເຊື້ອເພີງໃນເບື້ອງຕົ້ນ ຍ້ອນບັນຫາແລກປ່ຽນເງິນຕຣາ ຕ່າງປະເທດ ສໍາລັບຊື້ນໍ້າມັນເຊື້ອເພີງ ແຕ່ພາຍຫຼັງໄດ້ມີການແຈ້ງການແກ້ໄຂສະບັບເດີມ ໂດຍມີເນື້ອໃນໃຈຄວາມ ທາງບໍຣິສັດ ໄດ້ຮັບການສນັບສນູນ ນ້ຳມັນເພື່ອຈຳໜ່າຍຢ່າງພຽງພໍແລ້ວ.
2023-09-21
ປະຊາຊົນ ບໍ່ໄດ້ຄາດຫວັງ ແລະ ບໍ່ເຊື່ອໝັ້ນ ຕໍ່ລະບົບສານ ຍ້ອນປະຊາຊົນ ຈຳນວນບໍ່ໜ້ອຍ ປະເຊີນກັບການຕັດສິນຄະດີ ທີ່ບໍ່ເປັນກາງ ແລະ ການໃຊ້ເວລາ ໃນການຕັດສິນຄະດີ ຫຼືແມ່ນແຕ່ການ ອ້າງເຖິງບຸກຄົນສຳຄັນ ເພື່ອເອົາຊະນະຄະດີ ຕ່າງໆທີ່ເກີດຂຶ້ນກັບປະຊາຊົນ.
2023-09-18
ຊາວບ້ານທີ່ຢູ່ເຂດຫຼັກ 9 ບ້ານໜອງຜື ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຈະບໍ່ຍອມຍ້າຍອອກຈາກທີ່ດິນ ຕາມການແຈ້ງການ ຂອງທາງການແຂວງ.
2023-09-18
ທ່ານ ລູ໋ ຊີ່ເຫວີ່ຍ ທະນາຍຄວາມດ້ານສິດທິມະນຸສຊາວຈີນ ທີ່ຖືກເຈົ້າໜ້າທີ່ຕໍາຣວດລາວ ຈັບໂຕ ຢູ່ສະຖານີຣົຖໄຟທ່ານາແລ້ງ ນະຄອນຫຼວງວຽງຈັນ ເມື່ອວັນທີ 28 ກໍຣະກະດາ ທີ່ຜ່ານມານັ້ນ, ຫຼ້າສຸດ ມີຣາຍງານວ່າ ທາງການລາວ ໄດ້ສົ່ງໃຫ້ແກ່ທາງການຈີນແລ້ວ.
2023-09-15
ຜູ້ຕ້ອງຫາ ຄະດີຄ້າຢາເສບຕິດ 4 ຄົນ ຖືກສານປະຊາຊົນຊັ້ນຕົ້ນ ແຂວງອຸດົມໄຊ ຕັດສິນປະຫານຊີວິດ ພາຍຫຼັງຖືກຈັບ ໃນຂໍ້ຫາຄ້າຂາຍເຮໂຣອິນ ຈຳນວນ 152 ກິໂລ ແລະຢາໄອສ໌ ອີກ 1,604 ກິໂລ, ສ່ວນຄວາມຈິງ ສປປ ລາວ ບໍ່ມີບົດລົງໂທດ ປະຫານຊີວິດ ແລະ ໂທດສູງສຸດຄືຕິດຄຸກ ຕລອດຊີວິດ.
2023-09-14
ຕໍາຣວດເມືອງສິງ ແຂວງຫລວງນໍ້າທາ ສຶກສາອົບຮົມ ແລະເຮັດບົດບັນທຶກ ໄວລຸ້ນ ອາຍຸ 16 ປີ ທີ່ຫວ່ານເງິນກີບລົງຕາມພື້ນ, ແລະເຮັດໃນລັກສະນະເຊັດຂີ້ມູກ, ເຊັດເຫື່ອ ແລະເອົາຕີນຢຽບ ຊຶ່ງທາງການຖືວ່າເຮັດແນວບໍ່ດີ ເປັນການດູຖູກປະເທດຊາຕ ແລະດ້ອຍຄ່າສະກຸນເງິນກີບ.
2023-09-13
ມີກຸ່ມຄົນໂຄສະນາ ທາງເຟສບຸກຄ໌ ອ້າງວ່າຮັບຈ້າງແລ່ນເອກກະສານ ເອົາສັນຊາຕລາວ ແລະເອກກະສານຣັຖການຕ່າງໆ ໃຫ້ຄົນຕ່າງປະເທດຢູ່ລາວ ແລະສາມາດແລ່ນໃຫ້ໄດ້ ພາຍໃນ 2 ອາທິດ ຫລືຊ້າສຸດບໍ່ເກີນ 2 ເດືອນ.
2023-09-12
ສປປ ລາວ ອອກແຈ້ງການ ສືບຕໍ່ຂຶ້ນທະບຽນ ເລຂໂທຣະສັບ ເພື່ອໃຫ້ທັງຄົນລາວ ແລະ ຄົນຕ່າງປະເທດ ໃຊ້ເລຂໂທຣະສັບລາວ ດໍາເນີນການຂຶ້ນທະບຽນ ເຊິ່ງການຂຶ້ນທະບຽນ ມີເປົ້າໝາຍເພື່ອປ້ອງກັນ ແລະຕິຕາມຜູ້ກະທຳຜິດ ຜ່ານການໃຊ້ໂທຣະສັບ.
2023-09-11
ເຈົ້າໜ້າທີ່ ອົງການກວດສອບແຫ່ງຣັຖ ຂອງລາວ ໄດ້ເດີນທາງໄປປະເທດຈີນ ເພື່ອແລກປ່ຽນຂໍ້ມູນ ແລະ ຝຶກອົບຮົມ ວຽກງານກວດສອບ.
2023-09-08
ປະທານາ ທິບໍດີ ປະເທດອິນໂດເນເຊັຽ ໄດ້ສົ່ງມອບຄ້ອນ ປະທານວຽນ ອາຊ້ຽນໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ລາວ ເພື່ອເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດຜູ້ນໍາ ອາຊ້ຽນຄັ້ງທີ 44 ໃນປີ 2024 ຂະນະທີ່ ສປປ ລາວຍັງປະເຊີນກັບ ບັນຫາເສຖກິຈ.