ຫົວໜ້າ ພ້ອມຮອງ ຂອງບໍຣິສັດ ປຕທ ຖືກທາງການລາວ ຄວບຄຸມ
2023.09.25
ສະຖານທູດໄທຍ ປະຈໍາລາວ ໄດ້ສົ່ງຈົດໝາຍ ໄປຍັງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນວັນທີ 20 ກັນຍາ 2023 ທີ່ຜ່ານມາ ເພື່ອໃຫ້ທາງການລາວ ກວດສອບຫາຄວາມຈິງ ແລະໃຫ້ຄໍາຕອບ ສະຖານທູດໄທຍ ປະຈໍາລາວ ກ່ຽວກັບເຫດການ ທີ່ໄດ້ຮັບຣາຍງານ ວ່າ ຫົວໜ້າ ແລະຮອງຫົວໜ້າ ບໍຣິສັດ ປຕທ (ລາວ) ຫຼື PTT ລາວ ຊຶ່ງເປັນຄົນໄທຍ ຖືກຄວບຄຸມ ໃນວັນທີ 18 ກັນຍາ 2023 ໂດຍເຈົ້າໜ້າທີ່ຕໍາຣວດກວດຄົນເຂົ້າ-ອອກເມືອງ (ຕມ) ຂອງລາວ ເປັນຜູ້ຈັບ ແລະຜັກດັນກັບປະເທດໄທຍ ຜ່ານດ່ານສາກົລຂົວມິຕພາບລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ໂດຍບໍ່ຊາບເຖິງສາເຫດ.
ເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ສະຖານທູດໄທຍ ປະຈໍາລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ກັນຍາ ນີ້ວ່າ ປັດຈຸບັນ ທາງສະຖານທູດໄທຍ ປະຈໍາລາວ ກໍຍັງລໍຖ້າຄໍາຕອບ ຈາກທາງການລາວເຖິງສາເຫດຢູ່ ຕາມເອກກະສານ ທີ່ໄດ້ແຈ້ງໄປຍັງກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ແລະສ່ວນຣາຍລະອຽດອື່ນໆ ນອກຈາກເອກກະສານດັ່ງກ່າວ ສະຖານທູດໄທຍ ປະຈໍາລາວ ຍັງບໍ່ສາມາດໃຫ້ຄໍາຕອບໄດ້:
“ຂໍໃຫ້ຄໍາຕອບໂດຍລວມ ເບື້ອງຕົ້ນ ກໍທາງສະຖານທູດໄທຍ ທີ່ວຽງຈັນ ກໍລໍການຢືນຢັນ ຈາກທາງການລາວເພີ່ມເຕີມ ໃນກໍຣະນີ ມີການຜັກດັນກັມມະການຜູ້ຈັດການ ແລະກໍຮອງ ຕາມໜັງສືໃນຣາຍລະອຽດ ຍັງຈະບໍ່ສາມາດໃຫ້ຣາຍລະອຽດ ໄປກວ່ານີ້ໄດ້.”
ສໍາລັບຜູ້ບໍຣິຫານ 2 ຄົນ ຂອງບໍຣິສັດ ປຕທ ລາວ ຈໍາກັດນັ້ນ ຊື່ທ້າວ ທີຣະ ວີຣະວົງ ສັນຊາຕໄທຍ ຖືໜັງສືຜ່ານແດນ ເລຂທີ AC2419289 ກັມມະການຜູ້ບໍຣິຫານ ບໍຣິສັດ ພີທີທີ ລາວ ຈໍາກັດ ແລະທ້າວ ງິດທະຍາ ວິບຸນທິຣະວຸດ ສັນຊາຕໄທຍ ຖືໜັງສືຜ່ານແດນ ເລຂທີ AC2210646 ຮອງກັມມະການຜູ້ບໍຣິຫານ ບໍຣິສັດ ພີທີທີ ລາວ ຈໍາກັດ.
ຂະນະທີ່ ເຈົ້າໜ້າທີ່ໃນກະຊວງການຕ່າງປະເທດ ຂອງລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງດັ່ງກ່າວນີ້ ກະຊວງການຕ່າງປະເທດຂອງລາວ ກໍຍັງບໍ່ທັນສາມາດ ໃຫ້ຣາຍລະອຽດດັ່ງກ່າວໄດ້:
“ເພາະວ່າໂຕນີ້ ມັນອາຈເປັນເອກກະສານທາງການ ເຊິ່ງວ່າພວກເຮົາ ອາຈບໍ່ສາມາດ ໃຫ້ຂໍ້ມູນໄດ້ເນາະ ຫຼືວ່າ ມັນມີ ທາງໃນແງ່ໃດ ພວກເຮົາກໍຍັງບໍ່ແນ່ໃຈ ເພາະວ່າໂຕນີ້ ພວກເຮົາກໍບໍ່ສາມາດ ທີ່ຈະໃຫ້ຣາຍລະອຽດໄດ້ຫັ້ນນ່າ.”
ຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງສໍານັກງານໃຫຍ່ ຂອງບໍຣິສັດ ປຕທ ໃນປະເທດໄທຍ ເພື່ອສອບຖາມເຖິງບັນຫາດັ່ງກ່າວ ວ່າຮັບຮູ້ເຖິງເຫດການດັ່ງກ່າວແຫຼະບໍ ແລະຈະດໍາເນີນການແນວໃດນັ້ນ ເບື້ອງຕົ້ນ ເຈົ້າໜ້າທີ່ໃນບໍຣິສັດ ປຕທ ຂອງໄທຍ ຍັງບໍ່ມີຄໍາຕອບໃຫ້ ແລະເມື່ອຕິດຕໍ່ໄປອີກຕື່ມ ກໍບໍ່ມີຜູ້ໃດຮັບສາຍ.
ສໍາລັບເຣື່ອງ ທີ່ທາງການລາວ ຈັບ 2 ຜູ້ບໍຣິຫານ ຂອງບໍຣິສັດ ປຕທ (ລາວ) ຈໍາກັດ ເຊິ່ງເປັນຄົນໄທຍ ແລະຜັກດັນກັບປະເທດນີ້ ຊາວລາວທ່ານນຶ່ງ ກໍໃຫ້ຄວາມເຫັນວ່າ ເຫດຜົນທີ່ທາງການລາວ ຈັບ 2 ຜູ້ບໍຣິຫານ ຂອງບໍຣິສັດ ປຕທ ລາວ ແລ້ວຜັກດັນກັບປະເທດ ກໍມີເງື່ອນງໍາຢູ່ ແຕ່ສ່ວນນຶ່ງ ກໍຄາດວ່າ ເກີດຈາກທີ່ທາງບໍຣິສັດ ປຕທ ລາວ ອອກແຈ້ງການ ເຕືອນ ເຣື່ອງນໍ້າມັນອາຈຂາດແຄນ ເຊິ່ງແຈ້ງການດັ່ງກ່າວນີ້ ອາດສ້າງຄວາມບໍ່ພໍໃຈໃຫ້ຣັຖບານລາວ ເພາະເປັນການແຈ້ງ ບໍ່ຜ່ານຣັຖບານລາວ ໜ້າຈະເປັນສາເຫດນຶ່ງ ທີ່ຖືກຈັບ ເຊິ່ງໃນປະເທດລາວນີ້ ເມື່ອຈະເຮັດຫຍັງ ທີ່ຈະສົ່ງຜົລກະທົບໃນພາບລັກບໍ່ດີ ຫຼືຖ້າເວົ້າຄວາມຈິງ ທີ່ຈະກະທົບຂອງຣັຖບານລາວ ຖືວ່າຜິດທັນທີ.
“ຢູ່ເມືອງລາວ ເວົ້າຄວາມຈິງບໍ່ໄດ້ ຄັນຈະເວົ້າຫຍັງ ລະຕ້ອງຂໍອະນຸຍາດເຂົາ ຄືຄວາມຜິດຂອງເພິ່ນແຈ້ງການອອກນ່າ ໃນເນື້ອໃນແຈ້ງການ ແລະແມ່ນຖືກ ແຕ່ຄວາມຜິດຂອງເພິ່ນ ກໍຄືວ່າ ບໍ່ຜ່ານຣັຖບານກ່ອນ ຈັ່ງຄ່ອຍອອກແຈ້ງການ ເວົ້າງ່າຍໆ ກໍວ່າ ໃນຂໍ້ຫາລ່ວງລໍ້າໜ້າທີ່ຫັ້ນແຫຼະ ບໍ່ເຫັນດີກັບຣັຖບານເຮັດແບບນີ້ດອກ ມີີຫຍັງ ກໍແບບປົກປິດປະຊາຊົນໄວ້ໝົດ.”
ຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍກ່າວກັບເຣື່ອງດັ່ງກ່າວນີ້ ທີ່ 2 ຜູ້ບໍຣິຫານ ຂອງບໍຣິສັດ ປຕທ ລາວ ຖືກຈັບ ແລະຖືກຜັກດັນກັບປະເທດນີ້ ກໍຄາດວ່າ ກ່ຽວກັບເຣື່ອງ ທີ່ທາງບໍຣິສັດ ປຕທ ລາວ ແຈ້ງການວ່າ ນໍ້າມັນໃນລາວ ຈະຂາດແຄນອີກເທື່ອ ເຊິ່ງຣັຖບານລາວ ຖືວ່າ ເປັນການສ້າງຄວາມປັ່ນປ່ວນໃຫ້ຊາວລາວ ເພາະລະບົບຂອງພັກດຽວໃນລາວນີ້ ຫ້າມປະຊາຊົນມີສິດ ມີສຽງ ຊາວລາວຮູ້ດີ ວ່າ ຖ້າຜູ້ໃດເວົ້າຫຍັງ ທີ່ສົ່ງຜົລກະທົບຕໍ່ຣັຖບານລາວ ໃນເຣື່ອງໃສ່ຮ້າຍປ້າຍສີ ແມ່ນວ່າເຣື່ອງນັ້ນ ຈະເປັນເຣື່ອງທີ່ຖືກຕ້ອງຕາມສິດທິມະນຸສຍະທັມກໍຕາມ ຣັຖບານລາວ ກໍໃສ່ຂໍ້ຫາວ່າຜິດ ໃນໂທດຖານ ຕໍ່ຕ້ານຣັຖບານລາວຢູ່ດີ.
“ແມ່ນແລ້ວ ມັນໜັກແນວນັ້ນເດ້ ເພາະລະບົບອັນນີ້ ມັນແບບວ່າ ໄປແຕະຕ້ອງຫຍັງບໍ່ໄດ້ເນາະ ມັນລະບົບພັກດຽວ ໄປແຕະຕ້ອງເພິ່ນຫຼາຍ ເພິ່ນເລີຍຈັບບໍ່ ແບບວ່າອັນນ່າ ສ້າງຄວາມປັ່ນປ່ວນ ເຮັດໃຫ້ໃສ່ຮ້າຍປ້າຍສີພາກຣັຖແບບນີ້ຫັ້ນແຫຼະ ຄົນຢູ່ໃນນີ້ເວົ້າບໍ່ໄດ້ດອກ ຄັນແມ່ນຜູ້ໃດເວົ້າ ກໍຈັບໄປສຶກສາອົບຮົມ ຫຼືວ່າ ໄປໃສ່ໂທດໂລດແຫຼະ.”
ສໍາລັບເຣື່ອງນີ້ ເຈົ້າໜ້າທີ່ ປຕທ ໃນລາວ ທ່ານນຶ່ງ ກໍກ່າວວ່າ ສືບເນື່ອງຈາກ ອາທິດທີ່ແລ້ວ ທີ່ທາງບໍຣິສັດ ປຕທ (ລາວ) ຈໍາກັດ ໄດ້ອອກແຈ້ງການ ວ່າ ທາງບໍຣິສັດ ໄດ້ປະສົບບັນຫາ ກ່ຽວກັບການແລກປ່ຽນເງິນຕຣາຕ່າງປະເທດ ເພື່ອຈະນໍາໄປໃຊ້ໃນການຊື້ນໍ້າມັນ ແລ້ວອາຈສົ່ງຜົລກະທົບ ໃຫ້ເກີດພາວະຂາດແຄນນໍ້າມັນນັ້ນ ໃນວັນທີ 18 ກັນຍາ ເປັນຕົ້ນໄປນັ້ນ ສ່ວນນຶ່ງ ກໍເປັນຍ້ອນວ່າ ຈະສົ່ງຜົລກະທົບ ໃນເຣື່ອງຂາດທຶນ ເພາະອັດຕຣາແລກປ່ຽນສູງ ແລ້ວບໍຣິສັດ ປຕທ ໃນລາວ ຕ້ອງຊື້ນໍ້າມັນຈາກພາກຣັຖຢ່າງດຽວ ບໍ່ສາມາດນໍາເຂົ້າມາເອງໄດ້ ຈຶ່ງແຈງການໄປແນວນັ້ນ ສະເພາະປັ້ມ ປຕທ ໃນລາວ ປັດຈຸບັນນີ້ ສະເພາະປັ້ມນໍ້າມັນ ປຕທ ໃນລາວ ກໍມີນໍ້າມັນເຊື້ອເພີງໃຫ້ບໍຣິການ ປົກກະຕິແລ້ວ ສາມາດແກ້ໄຂໄດ້ແລ້ວ.
“ຊ່ວງນຶ່ງ ມັນມີບັນຫາກັນ ເຂົາເຈົ້າແກ້ໄຂໄດ້ແລ້ວ ມັນປົກກະຕິດີ ມັນຄວາມໝາຍວ່າ ປຕທ ທາງຝັ່ງລາວ ບໍ່ໄດ້ນໍາເຂົ້ານໍ້າມັນເອງ ຊື້ຈາກພາກຣັຖເນາະ ແຕ່ວ່າ ເປັນເຣື່ອງເງິນຕຣາຊື່ໆ ເພາະວ່າ ບາດນີ້ ເຣທເງິນບໍ່ປົກກະຕິຫັ້ນນ່າ ແລ້ວຜູ້ປະກອບການ ທາງ ປຕທ ເພິ່ນຂາດທຶນເນາະ ເພິ່ນແຈ້ງການ ຈັ່ງຊັ້ນອອກມາຫັ້ນ.”
ຂະນະທີ່ ເຈົ້າໜ້າທີ່ ປັ້ມນໍ້າມັນ ປຕທ ໃນລາວແຫ່ງນຶ່ງ ກໍກ່າວວ່າ ໃນອາທິດນີ້ ກໍປົກກະຕິດີແລ້ວ ປັ້ມນໍ້າມັນ ປຕທ ບໍ່ໄດ້ຂາດແຄນນໍ້າມັນແລ້ວ ແຕ່ໃນໄລຍະ ວັນທີ 20-21 ກັນຍາ 2023 ສະເພາະນໍ້າມັນ ໃນປັ້ມ ປຕທ ກໍຂາດແຄນແທ້.
“ປົກກະຕິແລ້ວ ຍັງມີໃຊ້ຢູ່ນ່າ ເອົາມາແຕ່ໄທຍ ແມ່ນແທ້ ກໍມີມື້ຂາດຢູ່ ມ້ອງປະມານ ຊ່ວງວັນທີ 20-21 ປະມານນີ້ແຫຼະ.”
ຢ່າງໃດກໍຕາມ ເຣື່ອງທີ່ທາງການລາວ ຈັບ 2 ຜູ້ບໍຣິຫານ ຂອງບໍຣິສັດ ປຕທ ລາວ ເຊິ່ງເປັນຄົນໄທຍ ແລ້ວຜັກດັນກັບປະເທດນັ້ນ ຍັງບໍ່ມີຄໍາຕອບອອກມາ ຈາກທາງກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ເທື່ອ ທຸກຢ່າງມີເງື່ອນງໍາ ແຕ່ຢ່າງໃດກໍຕາມ ລາວ ກໍຍັງຕ້ອງເພິ່ງພາ ນໍາເຂົ້ານໍ້າມັນຈາກໄທຍ ຢູ່ເປັນສ່ວນໃຫຍ່.
ໃນວັນທີ 21 ກັນຍາ 2023 ພາຍຫຼັງບໍຣິສັດ ປຕທ ແຈ້ງການວ່າ ນໍ້າມັນ ຂອງ ປຕທ ອາຈຂາດແຄນນັ້ນ ທາງດ້ານສະມາຄົມ ນໍ້າມັນເຊື້ອໄຟ ແລະອາຍແກັສລາວ ກໍແຈ້ງການວ່າ ໄດ້ປະສານງານໄປຍັງ ບັນດາບໍຣິສັດນໍາເຂົ້ານໍ້າມັນເຊື້ອໄຟ ທຸກບໍຣິສັດ ເຊິ່ງມີຂໍ້ມູູນວ່າ 14 ບໍຣິສັດ ນໍາເຂົ້ານໍ້າມັນເຊື້ອໄຟ ຍັງມີການນໍາເຂົ້ານໍ້າມັນເຊື້ອໄຟເປັນປົກກະຕິ ແລະສາມາດສນອງໃຫ້ສັງຄົມຢ່າງພຽງພໍ ພ້ອມນັ້ນ ພາກຣັຖກໍສືບຕໍ່ສນອງເງິນຕຣາຕ່າງປະເທດ ໃຫ້ບໍຣິສັດ ນໍາເຂົ້ານໍ້າມັນເຊື້ອໄຟມາສນອງໃຫ້ສັງຄົມຢ່າງຕໍ່ເນື່ອງ.
ກ່ອນໜ້ານີ້ ໃນໄລຍະ ກາງປີ 2022 ທີ່ຜ່ານມາ ປະເທດລາວ ປະສົບບັນຫາຂາດແຄນ ນໍ້າມັນເຊື້ອໄຟພາຍໃນປະເທດ ຍ້ອນບໍ່ມີເງິນຕຣາຕ່າງປະເທດ ເຊິ່ງທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖຕຣີ ກໍໄດ້ກ່າວຕໍ່ກອງປະຊຸມສມັຍສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາຕຊຸດທີ 9 ວ່າ ລາວເປັນປະເທດ ນໍາເຂົ້ານໍ້າມັນຈາກຕ່າງປະເທດ 100% ແລະມີການ ນໍາໃຊ້ນໍ້າມັນເຊື້ອໄຟ ສເລັ່ຽ 100-120 ລ້ານລິດ/ເດືອນ ຫຼື ປະມານ 1,200 ລ້ານລິດ/ປີ ແຕ່ການຄຸ້ມຄອງອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ ຍັງມີບັນຫາ ຈຶ່ງສົ່ງຜົລກະທົບຕໍ່ການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ.
ສໍາລັບ ໃນຮອບ 3 ເດືອນ ລະຫວ່າງເດືອນກໍຣະກະດາ ຫາເດືອນກັນຍາ 2023 ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ປັບຂຶ້ນ ແລະປັບລົງ ລາຄານໍ້າມັນເຊື້ອໄຟຢ່າງຕໍ່ເນື່ອງ ເປັນຈໍານວນ 12 ຄັ້ງ ຫຼືສເລັ່ຽ ເດືອນລະ 4 ຄັ້ງ.
ທັງນີ້ ແອັດຊັງພິເສດ ປັບຂຶ້ນ 26,120 ກີບ/ລິດ ເປັນ 32,730 ກີບ/ລິດ, ແອັດຊັງທັມມະດາ ປັບຂຶ້ນຈາກ 20,360 ກີບ/ລິດ ເປັນ 24,490 ກີບ/ລິດ ແລະກາຊວນ ປັບຂຶ້ນຈາກ 17,620 ກີບ/ລິດ ເປັນ 22,040 ກີບ/ລິດ.
ແລະໃນເດືອນ ສິງຫາ 2023 ສູນສະຖິຕິແຫ່ງຊາຕລາວ ຣາຍງານວ່າ ອັດຕຣາເງິນເຟີ້ໃນລາວ ໄດ້ຫຼຸດລົງເປັນ 25.9% ແຕ່ໃນຄວາມເປັນຈິງ ຊາວບ້ານບອກວ່າ ຍັງບໍ່ມີທ່າອຽງ ຈະຫຼຸດລົງຕາມທີ່ທາງການຣາຍງານ ບັນດາລາຄາສິນຄ້າ ຍັງບໍ່ຫຼຸດລົງຕາມ ໂດຍສະເພາະ ໝວດສະບຽງອາຫານ.