ຄູ່ຜົວເມັຍ ທີ່ຢູ່ກິນກັນ ແບບບໍ່ມີໃບຢັ້ງຢືນ ການແຕ່ງດອງ ຖືກທາງການສຶກສາອົບຮົມ
2023.09.22

ວັນທີ 20 ກັນຍາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ແຂວງບໍ່ແກ້ວ ເຮັດບົດບັນທຶກ ສຶກສາອົບຮົມ ແລະກ່າວເຕືອນ ຄູ່ຮັກ 1 ຄູ່ ທີ່ຢູ່ກິນກັນກ່ອນຈົດ “ທະບຽນສົມຣົດ ຫຼື (ໃບຢັ້ງຢືນການແຕ່ງດອງ)” ຕາມກົດໝາຍ ເນື່ອງຈາກພວກກ່ຽວ ແມ່ນຢູ່ກິນກັນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ບ້ານດອນມູນ ເມືອງຕົ້ນເຜິ້ງ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ກັນຍາ ນີ້ວ່າ:
“ຕັກເຕືອນວ່າ ໂອ້... ຖ້າບໍ່ຈໍາເປັນ ບໍ່ຢາກໃຫ້ຢູ່ນໍາກັນ ດ້ວຍຄວາມເປັນຫ່ວງເນາະ ສົມມຸດວ່າ ເຮົາເປັນຝ່າຍຍິງນີ້ນ່າ ຝ່າຍເຮົາເສັຍປຽບ ແບບວ່າຜູ້ຊາຍສວຍໂອກາດ ມາຢູ່ກິນແລ້ວ ຫຼັງຈາກນັ້ນ ບໍ່ຮັບຜິດຊອບ ມີລູກມີເຕົ້າ ແລ້ວກໍຫຍັງຫັ້ນນ່າ ມັນຊິຫຍຸ້ງອັນນີ້.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ບໍ່ໄດ້ປັບໃໝພວກກ່ຽວແຕ່ຢ່າງໃດ ແລະຕໍ່ມາ ວັນທີ 22 ກັນຍາ 2023 ທີ່ຜ່ານມາ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ມີການປະຊຸມ ກ່ຽວກັບເຣື່ອງດັ່ງກ່າວ ພ້ອມທັງ ແນະນໍາເຈົ້າໜ້າທີ່ ຜູ້ເຮັດບົດບັນທຶກນັ້ນ ບໍ່ໃຫ້ເຮັດບົດບັນທຶກກັບຄົນອື່ນອີກ ເນື່ອງຈາກຄູ່ຮັກເປັນຄົນລາວ ຢູ່ກິນກັນກ່ອນແຕ່ງ ບໍ່ຜິດກົດໝາຍລາວ ຖ້າຈະຜິດກົດໝາຍລາວຕ້ອງແມ່ນຄູ່ຮັກ ເປັນຄົນລາວ ແລະຄົນຕ່າງປະເທດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ຜູ້ດຽວກັບຂ້າງເທິງກ່າວວ່າ:
“ເພາະວ່າ ທີມງານອັນນັ້ນ ເວົ້າແລ້ວລະກໍ ມັນກໍບໍ່ຮູ້ເຣື່ອງກົດໝາຍ ເລິກເຊິ່ງປານໃດຫັ້ນແຫຼະ ດຽວນີ້ກະໄດ້ມາເວົ້າກັນຢູ່ ເພາະວ່າໂຕນີ້ ກໍບໍ່ຢາກໃຫ້ມີຫັ້ນແຫຼະ ແຕ່ວ່າ ຫາກເປັນຄົນລາວກັບຄົນລາວ ກໍຊິບໍ່ມີບັນຫາອີ່ຫຍັງເກາະ ກົດໝາຍບໍ່ໄດ້ລະບຸ ເປັນມາດຕຣາໃດນ່າ ແຕ່ວ່າເປັນຄົນຕ່າງປະເທດນີ້ ອາຈຜິດຢູ່ບ່ອນວ່າ ການລັກຢູ່ນໍາກັນນີ້ ມັນມີຢູ່ຕາມແຈ້ງການ ຂອງ 12 ເນາະ ດໍາຣັດຂອງນາຍົກຫັ້ນແຫຼະ ສະເພາະຄົນຕ່າງປະເທດ ກັບຄົນລາວຫັ້ນແຫຼະ.”
ດ້ານຜູ້ສາວ ຈາກນະຄອນຫຼວງວຽງຈັນ ກ່າວວ່າ ໂຕເອງເຫັນຄວນ ທີ່ບ່າວສາວລາວ ຈະຢູ່ກັນກ່ອນແຕ່ງ ຍ້ອນວ່າຫຼາຍຄູ່ໃນປັດຈຸບັນ ກໍຢູ່ກິນກັນກ່ອນແຕ່ງ ຍ້ອນບໍ່ຜິດຮອດຄອງປະເພນີ ທີ່ຜູ້ເຖົ້າຜູ້ແກ່ ອົບຮົມສັ່ງສອນວ່າ ເປັນຜູ້ຍິງບໍ່ໃຫ້ເສັຍໂຕ ໃຫ້ຜູ້ຊາຍກ່ອນແຕ່ງ ແຕ່ການຢູ່ກິນກັນກ່ອນແຕ່ງງານ ເປັນທາງເລືອກແລະຄວາມສຸຂ ທີ່ເຮົານໍານົດເອງໄດ້ ອີກທັງ ການຢູ່ກິນກັນກ່ອນແຕ່ງງານ ຍັງຊ່ອຍຫຼຸດຜ່ອນພາຣະຄ່າໃຊ້ຈ່າຍຂອງພໍ່ແມ່ຜູ້ປົກຄອງ ເນື່ອງຈາກຄູ່ບ່າວສາວສ່ວນໃຫຍ່ ທີ່ຢູ່ໃນວັຍກໍາລັງຮຽນ ສາມາດຫາເງິນຄ່າຫ້ອງພັກ, ຄ່າກິນ ແລະຄ່າຂອງໃຊ້ໄດ້ຫຼາຍ.
ດັ່ງຍານາງ ຂຍາຍຄວາມຕໍ່ເຣື່ອງນີ້ ໃນມື້ດຽວກັນນີ້ວ່າ:
“ເພາະວ່າເອື້ອຍຂອງນ້ອງນີ້ກໍ ເຄີຍຢູ່ນໍາແຟນຕອນຮຽນ ແບບຂັດສົນ ແບບເລືອກທີ່ຈະຢູ່ນໍາກັນ ແບບຊ່ອຍເຫຼືອກັນ ຕອນນີ້ເພິ່ນກໍເລີກກັນແລ້ວ ແຕ່ບໍ່ໄດ້ເສັຍຫາຍຫຍັງ ແຕ່ວ່າ ທາງພໍ່ແມ່ເພິ່ນກໍຄືວ່າ ຢູ່ນໍາກັນແລ້ວ ລູກສາວເຮົາເສັຍຫາຍ ຢາກໃຫ້ມາໂອ້ລົມໄປສູ່ຂໍກັນຈັ່ງຊີ້ນ່າ ຮຽນຈົບແລ້ວໃຫ້ແຕ່່ງ ອື້ມ ນ້ອງຄິດວ່າ ມັນບໍ່ໄດ້ຄິດເປັນການເສັຍໂຕຫຼາຍກວ່າ ຄືເປັນແບບ ເຮົາເລືອກທີ່ມີ ຄືຄິດວ່າມັນເປັນທາງເລືອກ ມັນປັນຄວາມສຸຂຈັ່ງຊີ້ນ່າ ບໍ່ໄດ້ທໍາຮ້າຍຈິດໃຈເຈົ້າຂອງເທື່ອ ແລ້ວກໍບໍ່ໄດ້ມານັ່ງຄິດວ່າ ເຮົາເສັຍໂຕອີ່ຫຍັງ ແລ້ວເຮົາຕ້ອງຍອມທຸກຢ່າງຈັ່ງຊີ້ນ່າ.”
ຂະນະທີ່ ຜູ້ບ່າວ ຈາກແຂວງບໍ່ແກ້ວ ກ່າວວ່າ ໂຕເອງເຫັນຄວນ ທີ່ບ່າວສວນລາວ ຈະຢູ່ກ່ອນແຕ່ງ ເພື່ອຊ່ອຍກັນຫາວຽກຫາເງິນໃຫ້ໄດ້ຫຼາຍໆ ແລ້ວຖ້າຫາກມີເງິນພ້ອມ ກໍຈະເອົາເງິນທີ່ຫາຊ່ອຍກັນມາໄດ້ນັ້ນ ໄປສູ່ຂໍນໍາພໍ່ແມ່ຝ່າຍຍິງ ພ້ອມຈົດທະບຽນນໍາ ແລະຈັດງານແຕ່ງດ້ວຍເລີຍ ໂດຍບໍ່ນໍາພາຣະການຫາເງິນເພື່ອຈັດງານແຕ່ງ ໃຫ້ຝ່າຍໃດຝ່າຍນຶ່ງພຽງຝ່າຍດຽວ ຍ້ອນເປັນການສ້າງຄອບຄົວນໍາກັນ ແລະເປັນສິດຂອງຄູ່ບ່າວສາວ.
ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ເຮົາເປັນຄົນຮັກຄົນແພງກັນ ແບບວ່າ ເອີ່ ຈັ່ງໃດໆ ກໍຊິສ້າງຄອບຄົວນໍາກັນ ແຕ່ວ່າ ບໍ່ທັນຈົດທະບຽນ ໃຫ້ເຮົາສອງຄົນຫັ້ນ ຫາວຽກ ຫາເງິນກ່ອນ ຫຼືວ່າ ໃຫ້ມັນພ້ອມແນວໃດ ກໍຈະໄດ້ໄປສູ່ຂໍນໍາພໍ່ນໍາແມ່ ຈົດທະບຽນບໍ ອັນນີ້ ເພາະວ່າ ມັນຢູ່ກັບ ລະຫວ່າງເຮົາສອງຄົນ ແລ້ວກໍ ເຮົາຈະຢູ່ຈັ່ງໃດ ຈະກິນແນວໃດ ກໍເປັນສິດຂອງເຮົາສອງຄົນ ເຮົາເປັນບ່າວສາວກັນ.”
ສ່ວນຜູ້ສາວລາວ ຈາກນະຄອນຫຼວງວຽງຈັນ ອີກຜູ້ນຶ່ງ ກໍກ່າວຄືກັນວ່າ ໂຕເອງເຫັນດີ ທີ່ບ່າວສາວສມັຍນີ້ ຢູ່ກ່ອນແຕ່ງ ເນື່ອງຈາກວ່າ ການຢູ່ກິນກັນກ່ອນແຕ່ງງານ ເປັນໄລຍະ “ຄົບກັນ” ເຊິ່ງເປັນໄລຍະສໍາຄັນ ຂອງຄວາມສໍາພັນຕໍ່ການສຶກສານິສັຍໃຈຄໍກັນ ເປັນຕົ້ນ ຜູ້ບ່າວຂອງເຮົາ ມັກທໍາຮ້າຍຮ່າງກາຍ ຫຼືບໍ່, ຂີ່ຖີ່ບໍ່ ແລະດຸໝັ່ນທໍາມາຫາກິນບໍ່ ຖ້ານິສັຍບໍ່ໄດ້ຕາມທີ່ເຮົາຄາດຫວັງ ກໍເລີກຄົບກັນໄດ້ ແຕ່ວ່າຫາກ ຈົດ “ທະບຽນສົມຣົດ ຫຼື (ໃບຢັ້ງຢືນການແຕ່ງດອງ)” ແລ້ວ ຢູ່ນໍາກັນເຮົາຈະບໍ່ຮູ້ນິສັຍຂອງຜູ້ບ່າວເຮົາເລີຍ.
ດັ່ງຍານາງ ກ່າວໃນມື້ດວຽກັນນີ້ວ່າ:
“ນ້ອງຄິດວ່າ ມັນຢູ່ກັບ ຄົນທີ່ຕັດສິນໃຈວ່າ ຈະຢູ່ນໍາກັນ ຫຼືບໍ່ຢູ່ກໍໄດ້ ບາງຄົນອາຈແບບ ຕອນຄົບກັນ ນິສັຍແບບດີທຸກຢ່າງ ແຕ່ວ່າ ເວລາໄປຢູ່ນໍາກັນແລ້ວ ນິສັຍບໍ່ໄດ້ຄືຕອນຄົບກັນ ກໍມີ, ຢູ່ນໍາກ່ອນ ກໍເປັນຜົນດີຫຼາຍຢູ່ ເພາະວ່າ ອາຈຊິໄດ້ຮຽນຮູ້ກັນ ຖ້າໃຊ້ຊີວິດຢູ່ນໍາກັນໄດ້ ມັນໂອເຄ ກໍແຕ່ງງານກັນ ຖ້າມັນ ບໍ່ໂອເຄ ກໍຄືແຍກຍ້າຍກ່ອນ.”
ດ້ານຜູ້ເຖົ້າຜູ້ແກ່ ຈາກແຂວງຫຼວງນໍ້າທາ ເຫັນວ່າ ບ່າວສາວ ຫຼືຄູ່ຮັກສມັຍນີ້ ບໍ່ຄວນຢູ່ກ່ອນແຕ່ງ ຍ້ອນບໍ່ໃຫ້ກຽດກັນ ບໍ່ຖືກຮີດຄອງປະເພນີ ດັ່ງບັນພະບູຣຸດທີ່ສືບທອດມາ ແລະຜູ້ອື່ນ ຈະເວົ້າໃຫ້ພໍ່ແມ່ໄດ້ວ່າ ບໍ່ສັ່ງສອນລູກໃຫ້ຮັກສາໂຕເອງ ຈົນກວ່າຈະຮອດມື້ແຕ່ງດອງ.
ດັ່ງຍານາງ ຂຍາຍຄວາມຕໍ່ເຣື່ອງນີ້ ໃນມື້ດຽວກັນນີ້ວ່າ:
“ຄັນບໍ່ມີທະບຽນສົມຣົດ ເຮົາບໍ່ໃຫ້ກຽດກັນ ແລ້ວບໍ່ຖືກຮີດຄອງປະເພນີ ແບບຄົນເຖົ້າແກ່ຈະນັ້ນຫັ້ນນ່າ ສໍາຄັນຕໍ່ພໍ່ແມ່ ຖືວ່າ ບໍ່ສັ່ງສອນລູກຫັ້ນ ເລາະໂລໆເລຫັ້ນ ແລ້ວກໍບໍ່ນັບຖືພໍ່ແມ່ ຢາກໄປທາງໃດກໍໄປ ແລ້ວກໍຣະນີ ອັນມີຜູ້ສາວຫຼີ້ນຜູ້ບ່າວ ຜູ້ສາວມີຊູ້ກັນຈະນັ້ນ ຊິເອົາເຣື່ອງ ແຕ່ວ່າ ຕ່າງຄົນ ຕ່າງບໍ່ຊ່າງຫາເຣື່ອງກັນນ່າ ແບບບໍ່ແມ່ຜົວເມັຍກັນຈະນັ້ນ ຫັ້ນນ່າ.”
ຍານາງກ່າວຕື່ມວ່າ ຫາກບໍ່ມີເງິນຄໍາ ກໍບໍ່ຈໍາເປັນຕ້ອງຈັດງານແຕ່ງກໍໄດ້ ແຕ່ຝ່າຍຊາຍ ຕ້ອງໄດ້ຈັດພິທີສູ່ຂໍຝ່າຍຍິງໃຫ້ມາເປັນເມັຍ ພ້ອມຈົດ “ທະບຽນສົມຣົດ ຫຼື (ໃບຢັ້ງຢືນການແຕ່ງດອງ)” ແລ້ວຈັ່ງຢູ່ກັນກ່ອນແຕ່ງໄດ້ ທັງນີ້ ກໍເພື່ອປະຕິດບັດຕາມຮີດຄອງປະເພນີ.
ເຖິງຢ່າງໃດກໍຕາມ ເຟສບຸກ ເພຈ Grandeur Law House ທີມງານກົດໝາຍເພື່ອປະຊາຊົນ ກໍໄດ້ໃຫ້ຄວາມຮູ້ ໃນວັນທີ 21 ກັນຍາ 2023 ທີ່ຜ່ານມາ ວ່າ ການຮ່ວມເພດກັນ ຂອງຄູ່ບ່າວສາວ ແລະການກິນຢູ່ຮ່ວມກັນກ່ອນການແຕ່ງດອງນັ້ນ ແມ່ນບໍ່ໄດ້ຜິດກັບກົດໝາຍໃດໆ ສະນັ້ນ ກອງຫຼອນບ້ານຫຼືເຈົ້າໜ້າທີ່ອື່ນໆ ບໍ່ມີສິດມາປັບໃໝໄດ້.