ສປປ ລາວ ສົ່ງທະນາຍຄວາມຊາວຈີນ ທີ່ຖືກຈັບ ໃຫ້ທາງການຈີນ ແລ້ວ

ສຸພັດຕາ
2023.09.18
ສປປ ລາວ ສົ່ງທະນາຍຄວາມຊາວຈີນ ທີ່ຖືກຈັບ ໃຫ້ທາງການຈີນ ແລ້ວ ທ່ານ ລູ໋ ຊີ່ເຫວີຍ ທະນາຍຄວາມ ດ້ານສິດທິມະນຸສ ທີ່ກຳລັງຢືນຢູ່ແຄມຖນົນສາຍນຶ່ງ ທີ່ບໍ່ໄດ້ລະບຸສະຖານທີ່ ປະມານ 300 ກິໂລແມັດ (186 ໄມລ໌) ທາງພາກເໜືອ ຂອງນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 27 ກໍຣະກະດາ 2023 ນະຂະທີ່ທ່ານກຳລັງເດີນທາງໄປ ທາງໃຕ້ ທີ່ຊາຍແດນ ໄທຍ.
Anonymous source via AP

ທ່ານ ລູ໋ ຊີ່ເຫວີ່ຍ ທະນາຍຄວາມດ້ານສິດທິມະນຸສຊາວຈີນ ທີ່ຖືກເຈົ້າໜ້າທີ່ຕໍາຣວດລາວ ຈັບໂຕ ຢູ່ສະຖານີຣົຖໄຟທ່ານາແລ້ງ ນະຄອນຫຼວງວຽງຈັນ ເມື່ອວັນທີ 28 ກໍຣະກະດາ ທີ່ຜ່ານມານັ້ນ, ຫຼ້າສຸດ ມີຣາຍງານວ່າ ທາງການລາວ ໄດ້ສົ່ງໂຕ ທ່ານ ລູ໋ ຊີ່ເຫວີ່ຍ ສົ່ງໂຕໄປໃຫ້ແກ່ທາງການຈີນແລ້ວ, ອີງຕາມການຣາຍງານຂ່າວຂອງວິທຍຸເອເຊັຽເສຣີ ເມື່ອວັນທີ 14 ກັນຍາ 2023 ໂດຍອີງຕາມຄໍາເວົ້າ ຂອງທະນາຍຄວາມສ່ວນໂຕ ຂອງທ່ານ ລູ໋ ຊີ່ເຫວີ່ຍ.

ທ່ານ ບ໋ອບ ຟູ່ ຜູ້ກໍ່ຕັ້ງກຸ່ມ China Aid ອົງກອນດ້ານສິດທິມະນຸສທາງສາສນາ ທີ່ມີສໍານັກງານຢູ່ຣັຖ ເທັກຊັສ ສະຫະຣັຖອາເມຣິກາ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ເມື່ອວັນທີ 14 ກັນຍາ ທີ່ຜ່ານມານີ້ ເຈົ້າໜ້າທີ່ອາວຸໂສ ຂອງກະຊວງປ້ອງກັນຄວາມສງົບຂອງລາວ ທ່ານນຶ່ງ ໄດ້ກ່າວກັບທ່ານຜ່ານໂທຣະສັບວ່າ ທ່ານ ລູ໋ ຊີ່ເຫວີ່ຍ ໄດ້ຖືກສົ່ງໂຕໄປປະເທດຈີນແລ້ວ ພ້ອມກັບຜູ້ຕ້ອງຫາ ແກ້ງຄໍເຊັນເຕີ້ຊາວຈີນອີກຫຼາຍຄົນ ເມື່ອສັປດາທີ່ຜ່ານມາ.

ນອກຈາກນັ້ນ ອີງຕາມແຈ້ງການແບບເປັນທາງການ ຂອງສະຖານທູດຈີນ ປະຈໍາປະເທດລາວ ໄປຍັງກະຊວງປ້ອງກັນຄວາມສງົບຂອງລາວ ລົງວັນທີ 11 ກັນຍາ 2023 ໄດ້ລະບຸວ່າ ເຈົ້າໜ້າທີ່ຕໍາຣວດປະຈໍາມົນທົນເສສວນ ຂອງປະເທດຈີນ ໄດ້ອະນຸມັດໃຫ້ເຈົ້າໜ້າທີ່ລາວ ສາມາດຄວບຄຸມໂຕ ທ່ານ ລູ໋ ຊີ່ເຫວີ່ຍ ຍ້ອນມີການສົງສັຍວ່າ ທ່ານ ລູ໋ ຊີ່ເຫວີ່ຍ ອາຈມີຄວາມຜິດກ່ຽວກັບການຂ້າມຊາຍແດນຈີນ-ລາວ ແບບບໍ່ຖືກຕ້ອງ ແລະໄດ້ກໍານົດໃຫ້ສົ່ງໂຕ ທ່ານ ລູ໋ ຊີ່ເຫວີ່ຍ ໃຫ້ແກ່ທາງການຈີນທັນທີ ເພື່ອນໍາໄປເຂົ້າສູ່ຂບວນການທາງດ້ານກົດໝາຍ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກະຊວງປ້ອງກັນຄວາມສງົບຂອງລາວແລະ ຫ້ອງການຕໍາຣວດ ກວດຄົນເຂົ້າ-ອອກເມືອງ ປະຈໍາສນາມບິນສາກົລວັດຕັຍ ເຊິ່ງເຈົ້າໜ້າທີ່ ທັງ 2 ໜ່ວຍງານດັ່ງກ່າວ ທີ່ຂໍສງວນຊື່ ແລະສຽງ ໄດ້ລະບຸພຽງແຕ່ວ່າ ບໍ່ຮູ້ກ່ຽວກັບຂ່າວສົ່ງໂຕ ທ່ານ ລູ໋ ຊີ່ເຫວີ່ຍ ໄປປະເທດຈີນ ແລະບໍ່ໄດ້ຮັບຣາຍງານ ຫຼືແຈ້ງການກ່ຽວກັບເຣື່ອງນີ້.

ໃນຂະນະທີ່ ເຈົ້າໜ້າທີ່ປະຈໍາສະຖານທູດຈີນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວພຽງແຕ່ວ່າ ທາງສະຖານທູດຈີນ ຮັບຮູ້ພຽງແຕ່ວ່າ ທ່ານ ລູ໋ ຊີ່ເຫວີ່ຍ ມີຄວາມຜິດ ໃນຂໍ້ຫາ ກ່ຽວກັບ ການຂ້າມຊາຍແດນແບບບໍ່ຖືກຕ້ອງ ສ່ວນຣາຍລະອຽດ ເຣື່ອງສົ່ງໂຕໃຫ້ທາງການຈີນນັ້ນ ທ່ານບໍ່ຮູ້ຄັກແນ່ ແລະບໍ່ສາມາດໃຫ້ຣາຍລະອຽດຕື່ມໄດ້.

ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ກັນຍາ ນີ້ວ່າ:

“ມີໃບສເນີຈາກກະຊວງການຕ່າງປະເທດ ແຈ້ງໃຫ້ສະຖານທູດຈີນ ຮັບຊາບວ່າ ຜູ້ກ່ຽວຖືກຈັບຕົວ ຢູ່ປະເທດລາວ ເຂົ້າ-ອອກເມືອງ ບໍ່ຖືກຕ້ອງ ກໍຣະນີ້ນີ້ ຕິດຕໍ່ກະຊວງປ້ອງກັນຄວາມສງົບ.”

ນັກກົດໝາຍຊາວລາວ ທ່ານນຶ່ງ ກ່າວວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ທ່ານກໍຍັງບໍ່ຮູ້ຂ່າວຄັກແນ່ເທື່ອ ແຕ່ຮູ້ພຽງແຕ່ວ່າ ສໍາລັບທາງການລາວ ແລະທາງການຈີນ ກໍມີການເຮັດສົນທິສັນຍາ ກ່ຽວກັບການສົ່ງຄົນຮ້າຍຂ້າມແດນ ດັ່ງນັ້ນ ຈຶ່ງສາມາດສົ່ງຜູ້ຕ້ອງຫາຊາວຈີນ ທີ່ຖືກຈັບໃນລາວ ໄປໃຫ້ທາງການຈີນໄດ້ໃນທຸກກໍຣະນີ.

ດັ່ງທ່ານກ່າວວ່າ:

“ສົນທິສັນຍາ ສົ່ງຜູ້ຮ້າຍຂ້າມແດນນີ້ມີ ລາວ-ຈີນກະມີ ລາວ-ໄທຍ,ກະມີ, ລາວ-ວຽດກະມີ, ລາວ-ພະມ້າກະມີ ບັນດາປະເທດອ້ອມຂ້າງນີ້ ມີໝົດ ມາແຈ້ງທາງສະຖານທູດ ແລ້ວສະຖານທູດແຈ້ງກັບຣັຖບານລາວ ແລ້ວສາມາດເອົາເປົ້າໝາຍ ສາມາດຈັບໄດ້ໃດ໋.”

ສ່ວນນັກວິຊາການໄທຍ ທ່ານນຶ່ງ ກໍມີຄໍາເຫັນວ່າ ການທີ່ທາງການຈີນ ຂໍຄວາມຮ່ວມມືໃຫ້ທາງານລາວ ຈັບໂຕຜູ້ຕ້ອງສົງສັຍ ທີ່ຫຼົບໜີເຂົ້າມາໃນລາວ ແລ້ວສົ່ງໂຕໃຫ້ທາງການຈີນນັ້ນ ກໍບໍ່ແມ່ນເຣື່ອງແປກໃໝ່ ເພາະວ່າ ທັງ 2 ປະເທດ ມີສົນທິສັນຍາສົ່ງໂຕຄົນຮ້າຍຂ້າມແດນ ເຊັ່ນດຽວກັນກັບແກ້ງຄໍເຊັນເຕີ້ຊາວຈີນ ທີ່ຖືກຈັບໄດ້ຢູ່ລາວ.

ດັ່ງທ່ານ ອະດິສອນ ເສມແຍ້ມ ຜູ້ອໍານວຍການສູນແມ່ນໍ້າຂອງສຶກສາ ປະຈໍາສະຖາບັນເອເຊັຍສຶກສາ ທີ່ຂຶ້ນກັບ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທຍ ກ່າວວ່າ:

“ກະບໍ່ແມ່ນເຣື່ອງແປກໃໝ່ ຍ້ອນ ລາວ-ຈີນ ມີຂໍ້ຕົກລົງຮ່ວມກັນໃນກໍຣະນີນີ້ ເຊິ່ງທາງການລາວ ແລະຈີນ ເຄີຍເຮັດແນວນີ້ມາກ່ອນ ເປັນຕົ້ນ ຊາວຈີນທີ່ມາເປນແກ້ງຄໍເຊັນເຕີ້ຢູ່ລາວ ແລະທາງເຈົ້າໜ້າທີ່ລາວ ກັບຈີນ ກໍໄດ້ຮ່ວມມືກັນຈັບ ໂດຍທາງການຈີນ ກໍໄດ້ສົ່ງເຮືອບິນມາຮັບໂຕກັບໄປປະເທດຈີນ.”

ທາງດ້ານນັກເຄື່ອນໄຫວ ດ້ານປະຊາທິປະຕັຍ ກໍເຫັນວ່າ ຄັນ ທ່ານ ລູ໋ ຊີ່ເຫວີ່ຍ ຖືກສົ່ງໂຕໃຫ້ແກ່ທາງການຈີນ ກໍຢ້ານວ່າ ຈະໄດ້ຮັບການລົງໂທດຢ່າງໜັກຢູ່ປະເທດຈີນ ເນື່ອງຈາກວ່າ ທ່ານ ລູ໋ ຊີ່ເຫວີ່ຍ ກໍເປັນເປົ້າໝາຍ ຂອງທາງການຈີນຢູ່ແລ້ວ, ດັ່ງທ່ານ ມິນ ກັນປະພານ ເຈົ້າຂອງເພຈ Independent Travel ແລະນັກເຄື່ອນໄຫວປະຊາທິປະຕັຍໃນລາວ ທີ່ລີ້ພັຍ ໄປຢູ່ປະເທດອອສເຕຣເລັຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນກ່ອນໜ້ານີ້ວ່າ:

“ການທີ່ເຂົາຖືກສົ່ງໄປຈີນນີ້ ມັນກະຈຶ່ງເປັນເຣື່ອງທີ່ ອັນຕລາຍຫຼາຍ ເປັນເຣື່ອງທີ່ອ່ອນໄຫວ ທາງດ້ານຊີວິດຂອງເຂົາຫຼາຍ ເຮົາເອງກະບໍ່ຮູ້ຄືກັນ ວ່າຊິເກີດອິຫຍັງຂຶ້ນກັບເຂົາ ແຕ່ສິ່ງທີ່ຈະເກີດຂຶ້ນ ແລະເປັນໄປໄດ້ທີ່ສຸດ ກະຄືວ່າ ອາຈຖືກຕັດອິສຣະພາບ ຖືກຈໍາຄຸກ ເພາະວ່າ ທີ່ຜ່່ານມານີ້ ລາວເອງກໍເປັນທະນາຍຄວາມ ໃຫ້ກັບນັກເຄື່ອນໄຫວ ປະຊາທິປະຕັຍໃນຮ່ອງກົງ.”

ແລະກ່ອນໜ້ານີ້ ເມື່ອວັນທີ 11 ກັນຍາ 2023 ອົງການສະຫະປະຊາຊາຕ ກໍໄດ້ອອກໜັງສືຮຽກຮ້ອງໃຫ້ທາງການລາວ ຍຸຕິການກັກຂັງ ທ່ານ ລູ໋ ຊີ່ເຫວີ່ຍ ແລະໃຫ້ປ່ອຍໂຕ ທ່ານ ເພື່ອເດີນທາງກັບໄປຫາຄອບຄວ ທີ່ປະເທດສະຫະຣັຖອາເມຣິກາ.

ສໍາລັບ ທ່ານ ລູ໋ ຊີ່ເຫວີ່ຍ ຖືກຈັບໂດຍເຈົ້າໜ້າທີ່ຕໍາຣວດລາວ 3 ຄົນ ຢູ່ສະຖານີຣົຖໄຟທ່ານາແລ້ງ ເມື່ອເວລາປະມານ 10 ໂມງເຊົ້າ ຂອງວັນທີ 28 ກໍຣະກະດາ 2023 ໃນຂະນະທີ່ທ່ານ ກໍາລັງຈະໄປຂຶ້ນຣົຖໄຟ ຈາກສະຖານີທ່ານາແລ້ງ ຂ້າມໄປຍັງແຂວງໜອງຄາຍ ປະເທດໄທຍ ແລະມີແຜນເດີນທາງໄປຍັງນະຄອນຫຼວງບາງກອກ ເພື່ອນັ່ງເຮືອບິນ ກັບໄປຫາຄອບຄົວ ທີ່ສະຫະຣັຖອາເມຣິກາ ໂດຍເຈົ້າໜ້າທີ່ຕໍາຣວດລາວ ໄດ້ລະບຸສາເຫດການຈັບໂຕວ່າ ເປັນຍ້ອນໜັງສືເດີນທາງ ມີຄວາມຜິດປົກກະຕິ.

ທ່ານ ລູ໋ ຊີ່ເຫວີ່ຍ ເຄີຍມີປວັດຊ່ອຍເຫຼືອເຣື່ອງຄະດີຄວາມ ໃຫ້ແກ່ນຶ່ງໃນຜູູ້ປະທ້ວງ ຮຽກຮ້ອງປະຊາທິປະຕັຍ ໃນເຂດປົກຄອງພິເສດຮ່ອງກົງ ທີ່ຖືກຈໍາຄຸກທັງໝົດ 12 ຄົນ ເມື່ອປີ 2019 ແລະຈາກເຫດການດັ່ງກ່າວ ກໍເຮັດໃຫ້ທ່ານ ຖືກຖອນໃບອະນຸຍາດ ປະກອບອາຊີບທະນາຍຄວາມ ແລະກໍຕົກເປັນເປົ້າໝາຍຂອງທາງການຈີນ ຕັ້ງແຕ່ນັ້ນເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 20, 2023 07:29 PM

ເປັນຕາອີ່ດູຕົນ ທ່ານ ລູ່ ຊີ່ເວີຍເດ້ ຫລົບໜີ ຈາກເສືອ ມາພໍ້ແຂ້. ໃນທີ່ສຸດ ກໍ່ຖືກລັດຖະບານລາວ ຈັບສົ່ງ ໃຫ້ທາງການຈີນ ຄືເກົ່າ. ທ່ານ ກໍ່ຄວນຮູ້ວ່າ ລາວ ກໍ່ເປັນຄອມມິວນິດ ຄືກັນກັບ ຈີນ ເຮັດຈັ່ງໃດ ເຂົາຊິປ່ອຍໃຫ້ທ່ານຫລົບໜີໄປໄດ້ ຄອມມິວນິດ ບໍ່ມີຄຳວ່າ ສິດທິມະນຸດື ບໍ່ມີຄວາມຍຸດຕິທຳ. ລັດຖະບານລາວ ຕ້ອງປະຕິບັດ ຕາມຄຳສັ່ງ ຂອງຈີນຢູ່ແລ້ວ ແຕ່ທ່ານອາດຈະບໍ່ມີທາງເລືອກ. ເຖິງຢ່ງໃດ ກໍ່ຫວັງວ່າ ທ່ານຄົງຈະບໍ່ຖືກລົງໂທດໜັກ. ຕຳຫລວດລາວ ກໍ່ເກັງຫລາຍ ສາມາດ ຈັບໄດ້ແຕ່ຄົນດີ ແຕ່ພວກຢູ່ສາມຫລ່ຽມທອງຄຳ ທີ່ກົດຂີ່ຂົມເຫັງ ຊາວໜຸ່ມແລະແມ່ຍິງລາວນັ້ນ ຈັ່ງແມ່ນຈັບຍາກ ຊ່ວຍເຫລືອເຂົາ ກະທັງຍາກ.
ຢາກໃຫ້ຕຳຫລວດລາວ ຊອກຈັບພວກທີ່ ກໍ່ອາດສະຍາກຳ ພວກສໍ້ລາດບັງຫລວງແດ່ ໂດຍສະເພາະ ເຈົ້າໜ໊າທີ່ ສໍ້ກົງເງິນ ປະເທດຊາດ ແລະ ປະຊາຊົນ.