ເຣື້ອງທີ່ເກັບບັນທຶກໄວ້
2023-04-25
ທາງຣົຖໄຟ ລາວ-ວຽດນາມ ທັງໝົດຍາວ 544 ກິໂລແມັດ; ເຊິ່ງມີ 2 ໄລຍະ ແລະ ຈະເຣີ່ມການກໍ່ສ້າງ ໃນທ້າຍປີ 2023 ຫລື ຕົ້ນປີ 2024 ຂະນະທີ່ ປະຊາຊົນ ຕັ້ງຂໍ້ສັງເກດ ເຣື່ອງຜົລປໂຍດ ທີ່ປະຊາຊົນຈະໄດ້ຮັບ ຈາກເສັ້ນທາງ ສາຍດັ່ງກ່າວ.
2023-04-14
ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີ ກະຊວງການຕ່າງປະເທດ ມີກຳນົດເດີນທາງໄປຢ້ຽມຢາມ ສປ ຈີນ, ໃນວັນທີ 16-18 ເມສາ ເພື່ອເສີມສ້າງຄວາມສຳພັນ ໃຫ້ເລິກເຊີ່ງກວ່າເກົ່າ, ສ່ວນນັກວິຊາການ ເຫັນວ່າ ຈີນບໍໍ່ຢາກໃຫ້ວຽດນາມ ເຂົ້າມາມີບົດບາດ ໃນ ສປປ ລາວ ຫຼາຍກວ່າຈີນ.
2023-04-11
ທ່ານ ຫວໍ ວັນ ເຖືອງ ເດີນທາງຢ້ຽມຢາມລາວ ຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການ ຫຼັງຈາກຂຶ້ນ ເປັນປະທານປະເທດ ສສ ວຽດນາມ, ຂະນະທີ່ ຊາວລາວ ມີຄຳເຫັນທີ່ຫຼາກຫຼາຍ ກ່ຽວກັບຄວາມສຳພັນ ລາວ-ວຽດນາມ ໃນປັດຈຸບັນ.
2023-04-07
ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ແລະ ຫາທາງແກ້ໄຂ ຂໍ້ຂັດແຍ່ງ ທາງດ້ານທີ່ດິນ ຢູ່ບ້ານຊຽງດາ ເມືອງໄຊເສດຖາ, ລະຫວ່າງບໍຣິສັດ ເອກກະຊົນ ແລະ ຣັຖ ເຊິ່ງບັນຫາຄ່າຊົດເຊີຍທີ່ດິນ ຂອງຊາວບ້ານ ຍັງບໍ່ໄດ້ຮັບການແກ້ໄຂເທື່ອ.
2023-04-07
ການສໍ້ຣາສບັງຫລວງ ຄືພຍາດຊໍາເຮື້ອ ຂອງປະເທດລາວ ທີ່ສົ່ງຜົລກະທົບ ຕໍ່ການພັທນາ ເສຖກິຈ-ສັງຄົມ. ກວດພົບ ທຸກປີ ໂຕເລຂເພີ່ມຂຶ້ນ ແຕ່ບໍ່ມີ ການປາບປາມໃດໆ ເກີດຂຶ້ນ.
2023-04-05
ອົງການສາກົລ ຮ່ວມກັບຣັຖບານ ສະຫະຣັຖອາເມຣິກາ ໄດ້ຊ່ອຍເຫຼືອ ສປປ ລາວ ເປັນຈຳນວນເງິນ 500,000 ໂດລ້າຣ໌ສະຫະຣັຖ ໂດຍຜ່ານອົງການ ກອງທຶນສາກົລ ດ້ານພົລເມືອງ ເພື່ອດຳເນີນການສໍາຣວດສະຖີຕິ ພົລເມືອງ ຄັ້ງທີ 5 ທີ່ມີກໍານົດໃນປີ 2025 ນີ້.
2023-04-04
ນາຍົກຣັຖມົນຕຣີ ຕ້ອນຮັບ ທ່ານ ຫວັງ ໜິງ ເລຂາພັກຄອມມູນິສຕ໌ຈີນ ແຂວງຢຸນນານ ແລະ ຄະນະ ເຊິ່ງນາຍົກ ໄດ້ຮ້ອງຂໍ ໃຫ້ມີການລົງທຶນເພີ່ມ ໃນຂະນະທີ່ ຊາວບ້ານ ແລະນັກວິຊາການ ຍັງມີຄວາມກົງວົນ ກ່ຽວກັບການລົງທຶນ ຂອງຈີນຢູ່ ສປປ ລາວ.