ເຣື້ອງທີ່ເກັບບັນທຶກໄວ້
2024-03-27
ການທີ່ ຄະນະຜູ້ນໍາ ຂອງກັມພູຊາ ເດີນທາງມາຢ້ຽມຢາມລາວ ໃນຄັ້ງນີ້ ຫຼັກໆກໍແມ່ນ ເນັ້ນການຮ່ວມມື ທາງດ້ານພະລັງງານ ໂດຍສະເພາະ ໂຄງການຕ່າງໆ ທີ່ຈະມີການຂາຍໄຟຟ້າ ໃຫ້ປະເທດກັມພູຊາ ໃນອະນາຄົດ.
2024-03-24
ການປະກາດຍົກເລີກ ສັມປະທານສວນພູຄຳ ເປັນປະເດັນທີ່ກະທົບຕໍ່ພາກຣັຖໂດຍກົງ. ກໍລະນີດັ່ງກ່າວໄດ້ຖ່ວງດຶງເວລາ ມາຫຼາຍປີແລ້ວ ແຕ່ຍັງບໍ່ເຂົ້າສູ່ຂະບວນການຕັດສິນທາງກົດໝາຍ. ຕໍ່ບັນຫາດັ່ງກ່າວ ປະຊາຊົນສ່ວນໃຫຍ່ເຂົ້າໃຈ ທ່ານ ພູຄຳ ເປັນຫຍັງຈຶ່ງຍັງຮຽກຮ້ອງ ໃຫ້ພາກຣັຖເຂົ້າມາແກ້ໄຂ ເຣື່ອງນີ້ ແຕ່ຍັງມີປະຊາຊົນ ຈຳນວນຫຼາຍ ຕັ້ງຄຳຖາມວ່າ ຖ້າ ພູຄຳ ເປັນຝ່າຍທີ່ຖືກກົດໝາຍ ຄືບໍ່ເຂົ້າໄປສູ້ຄະດີ ຢູ່ປະເທດລາວ. ຕໍ່ກັບຄໍາຖາມ ທ່ານ ພູຄໍາ ອ້ວນນວນສາ, ເຈົ້າຂອງ ສວນພູຄໍາ ແຂວງຊຽງຂວາງ ກໍໄດ້ມາຊີ້ແຈງເພື່ອໃຫ້ເຂົ້າໃຈ ບັນຫາດ້ວຍກັນ.
2024-03-22
ວຽດນາມໄດ້ມອບພາຫະນະ ໃຫ້ກະຊວງປ້ອງກັນຄວາມສງົບ ເພື່ອນໍາໃຊ້ເຂົ້າໃນກອງປະຊຸມ ສຸດຍອດອາຊ້ຽນ ຄັ້ງທີ 44 ທີ່ນະຄອນຫຼວງວຽງຈັນ ນອກຈາກວຽດນາມແລ້ວ ຍັງມີຢີ່ປຸ່ນ, ເກົາຫຼີໃຕ້ ແລະ ຈີນ ໃຫ້ການຊ່ອຍເຫຼືອ.
2024-03-19
ຊາຍຄົນໜຶ່ງ ທີ່ວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຕຳຣວດ ຢູ່ຈຸດກວດກາຫ້ວຍຊ້ຳ ເມືອງບຸນໃຕ້ ແຂວງຜົ້ງສາລີ ຖືກຈັບ ແລະ ເຈົ້າໜ້າທີ່ຕຳຣວດ ແຂວງຜົ້ງສາລີ ໃຫ້ຜູ້ກ່ຽວອອກຖແລງ ຄໍາຂໍໂທດ ຜ່ານສື່ສັງຄົມອ໋ອນລາຍນ໌ ຂອງ ປກສ ແຂວງຜົ້ງສາລີ ເພື່ອໃຫ້ແກ້ຂ່າວໃຫ້ຖືກຕ້ອງ.
2024-03-13
ວັນທີ 11 ເດືອນມີນາ ມີພິທີ ມອບ-ຮັບ ເຄື່ອງຊ່ອຍເຫຼືອລ້າ ຈາກຣັຖບານຈີນ ສໍາລັບການເປັນປະທານອາຊ້ຽນ ຂອງປະເທດລາວ ໃນປີ 2024 ໃນນັ້ນ ລວມມີ ພາຫະນະ ຈໍານວນ 77 ຄັນ, ອຸປະກອນໄອທີ ແລະກ້ອງບັນທຶກພາບ ຮວມມູນຄ່າທັງໝົດ 35 ລ້ານຢວນ.
2024-03-13
ຣັຖບານລາວ ໃຊ້ກົດໝາຍຄວບຄຸມ ສິດເສຣີພາບ ໃນການສະແດງອອກ ໂດຍສະເພາະທາງສື່ສັງຄົມອອນລາຍນ໌ ເຖິງແມ່ນຣັຖທັມມະນູນ ໄດ້ກໍານົດໄວ້ວ່າ ພົລເມືອງລາວ (ທຸກຄົນ) ມີສິດເສຣີພາບໃນການປາກເວົ້າ, ຂີດຂຽນ,ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະເດີນຂະບວນກໍຕາມ.
2024-03-08
ສານປະຊາຊົນສູງສຸດ ຫາລືເປີດສຳນັກງານ ສານປະຊາຊົນ ຢູ່ເຂດເສດຖະກິຈ ພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ປະຊາຊົນຈຳນວນນຶ່ງ ກັງວົນ, ຢ້ານຄົນຈີນ ຊື້ຈ້າງເຈົ້າໜ້າທີ່ ເພື່ອຫຼີກລ້ຽງຄວາມຜິດທີ່ກະທຳ ກາຍເປັນຄວາມອະຍຸຕິທັມ.
2024-03-04
ບົດລາຍງານຂອງ ອົງການເສລີພາບ ຫຼື “Freedom House” ລະບຸວ່າ ປະຊາຊົນລາວ ບໍ່ມີເສລີພາບ ທາງດ້ານການເມືອງ ແລະສິດທິພົນລະເຮືອນ ແລະ ສປປ ລາວ ໄດ້ຄະແນນ ພຽງ 13 ຈາກຈໍານວນເຕັມ 100 ຄະແນນ.