ເຣື້ອງທີ່ເກັບບັນທຶກໄວ້
2013-01-15
ໄດ້ມີການ ຮຽກຮ້ອງ ໃຫ້ກອງປະຊຸມ ຣັຖມົນຕຣີ 4 ປະເທດ ແມ່ນໍ້າຂອງ ທີ່ ຫລວງພຣະບາງ ໃນວັນທີ 16 ແລະ 17 ມົກກະຣາ ນີ້ ໃຫ້ທົບທວນ ຂໍ້ຕົກລົງ ເຣື້ອງ ການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ບໍ່ໄດ້ ຮັບປະຕິບັດ ນັ້ນຄືນໃໝ່ ຮວມເຖິງເຣື້ອງ ເຂື່ອນ ໄຊຍະບູຣີ ຊຶ່ງ ຣັຖບານລາວ ໄດ້ເລີ່ມກໍ່ສ້າງ ທັງໆ ທີ່ຍັງມີ ຂໍ້ຂັດແຍ້ງ ກັນຢູ່. ສເນີໂດຍ : ມະນີຈັນ
2013-01-15
ການຫາຍສາປສູນ ຂອງ ທ່ານສົມບັດ ສົມພອນ ທີ່ເປັນຂ່າວ ໂດ່ງດັ່ງ ມາຫລາຍ ອາທິດແລ້ວ ອາດມີຜູ້ຄຶດວ່າ ຈະຄ່ອຍມິດໄປ ເຊັ່ນດຽວກັບ ເຫດການ ອື່ນໆ ທີ່ ທາງການລາວ ບໍ່ຢາກໃຫ້ ໃຜຮູ້ ຫລື ເວົາເຖິງນັ້ນ ກັບກາຍເປັນວ່າ ຍິ່ງນັບມື ຂຍາຍວົງກ້ວາງ ອອກໄປ. ດັ່ງ ວຽງໄຊ ມີຣາຍງານ ມາສເນີທ່ານ.
2013-01-14
ທາງການລາວ ເລີ້ມຈໍາກັດ ສິດທິ ຂອງ ພົລເມືອງ ໃນການ ຊອກຫາ ຂໍ້ມູນ ອ່ານຂ່າວສານ ຈາກທາງ ອິນເຕີແນັຕ ຫລາຍຂຶ້ນ ໂດຍການ ຊ່ວຍເຫຼືອ ຈາກ ວຽດນາມ.
2013-01-14
ຊາວລາວ ບາງກຸ່ມ ໃນ ນະຄອນຫຼວງ ວຽງຈັນ ເຫັນວ່າ ທາງການລາວ ບໍ່ຈິງຈັງ ຫລື ອາຈເມີນເສີຍ ໃນການ ສືບສວນ ສອບສວນ ເຣື່ອງ ການລັກພາຕົວ ທ່ານ ສົມບັດ ສົມພອນ.
2013-01-11
ຄະນະ ກັມມາທິການ ສິດທິມະນຸດ ອາຊຽນ ຮູ້ກ່ຽວກັບ ການລັກພາຕົວ ທ່ານ ສົມບັດ ສົມພອນ ແຕ່ ຍັງບໍ່ໄດ້ ດໍາເນີນການ ແນວໃດເທື່ອ.
2013-01-11
ນັກການທູຕ ນັກເຄື່ອນໄຫວ ນາໆຊາຕ ຮຽກຮ້ອງໃຫ້ ຣັຖບານລາວ ຕອບ ຂໍ້ຂ້ອງໃຈ ເຣື້ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
2013-01-09
ນັກປົກປ້ອງ ສິ່ງແວດລ້ອມ ຂອງໄທ ເວົ້າວ່າ ຄວາມຄຶດ ກ່ຽວກັບ ການພັທນາ ທີ່ແຕກຕ່າງ ຂອງທ່ານ ສົມບັດ ສົມພອນ ອາດເປັນ ສາເຫດ ເຮັດໃຫ້ ທ່ານ ຫາຍສາບສູນ.
2013-01-09
ອົງການ ສາກົນ ຮ່ວມກັບ ນັກເຄື່ອນໄຫວ ໃນໄທ ຈັດປະຊຸມ ສົນທະນາ ເຣື່ອງ ທ່ານ ສົມບັດ ສົມພອນ ຖືກລັກພາ ຕົວໄປນັ້ນ ໄດ້ສົ່ງ ສັນຍານ ອັນໃດ ໃຫ້ກັບ ປະຊາຄົມ ອາຊຽນ.
2013-01-09
ຊາວລາວ ເວົ້າວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເປັນບັນຫາ ໃຫຍ່ ແລະ ເປັນປະເດັນ ສໍາຄັນ ທີ່ສ້າງ ຄວາມເປັນຫ່ວງ ໃນສັງຄົມ.