ລາວເລີ້ມກີດກັ້ນຂໍ້ມູນ ທາງອິນເຕີແນັຕ

ທາງການລາວ ເລີ້ມຈໍາກັດ ສິດທິ ຂອງ ພົລເມືອງ ໃນການ ຊອກຫາ ຂໍ້ມູນ ອ່ານຂ່າວສານ ຈາກທາງ ອິນເຕີແນັຕ ຫລາຍຂຶ້ນ ໂດຍການ ຊ່ວຍເຫຼືອ ຈາກ ວຽດນາມ.
ຈໍາປາທອງ
2013.01.14

ໃນຣະຍະ ຫລັງໆມານີ້ ທາງການລາວ ເລີ່ມຈໍາກັດ ຮັດແຄບ ສິດທິ ຂອງພົລເມືອງລາວ ໃນການຊອກຫາ ຮຽນຮູ້ຂໍ້ມູນ ຂ່າວສານ ຫລາຍຂຶ້ນ ຊຶ່ງໄດ້ສະແດງອອກ ຢູ່ບ່ອນທີ່ວ່າ ເມື່ອປະມານ ເດືອນ ຕຸລາ ປີກາຍນີ້ ທາງການລາວ ແລະ ວຽດນາມ ໄດ້ເຊັນສັນຍາ ຮ່ວມມື ພາຍໃຕ້ຫົວຂໍ້ ອັນທີ່ເອີ້ນວ່າ “ຕ້ານການກະຈາຍຂ່າວ ສານທີ່ບິດເບືອນ ຄວາມເປັນຈິງ“ ຮ່ວມກັນ ທີ່ມີຢູ່ໃນ ອິນເຕີແນັຕ.

ໃນຕົ້ນປີ 2013 ກໍປາກົດວ່າ ທາງການລາວ ໄດ້ເລີ່ມຈິງຈັງ ກວດລ້າງ ແຫລ່ງຂໍ້ມູນ ຂ່າວສານຕ່າງໆ ໂດຍເນັ້ນໜັກໃສ່ ຣະບົບ Internet. ເປັນຕົ້ນໄດ້ສັ່ງ ໃຫ້ປິດບາງ Website ແລະ ກີດກັ້ນ Video ຈໍານວນນຶ່ງ ຢູ່ໃນ Website ຂອງ youtube.com ຢູ່ພາຍໃນ ປະເທດ ດັ່ງຊາວລາວ ຄົນນຶ່ງ ທີ່ມັກໃຊ້ ຣະບົບ Internet ເປັນປະຈໍາ ເວົ້າວ່າ:

"ແມ່ນແລ້ວນໍ ບາງແວັບໄຊທ ທີ່ເຮົາເຄີຍເຂົ້າ ກໍເຂົ້າບໍ່ໄດ້ແລ້ວ ວີດີໂອ ບາງອັນ ຢູ່ຢູທູບ ເຮົາກໍເບິ່ງ ບໍ່ໄດ້ແລ້ວ ບໍ່ຮູ້ວ່າ ເປັນຫຍັງ".

ນອກຈາກນີ້ ຢູ່ຕາມສະຖານທີ່ ຣັຖການ ຕ່າງໆ ເປັນຕົ້ນ ກະຊວງທະບວງກົມ ກໍມີການຣະດົມ ໃຫ້ພະນັກງານ ຣັຖກອນ ໄປລົງທະບຽນ ໃສ່ຊື່ແລະນາມສະກຸນ ແທ້ ກ່ອນຈະໃຊ້ Internet ໃນບ່ອນເຮັດວຽກ ໂດຍໃຫ້ເຫດຜົນ ວ່າແຕ່ລະມື້ ມີການໃຊ້ Internet ຫຼາຍໜ້ອຍເທົ່າໃດ ເພື່ອຈະເອົາ ເປັນຂໍ້ມູນ ສ້າງແຜນການໃຊ້ ໃນຂັ້ນຕໍ່ໄປ.

ທາງການລາວ ມັກຖີ້ມໂທດໃສ່ ນັກຂ່າວ ຕ່າງປະເທດ ວ່າບໍ່ມີ ຈັນຍາບັນ ແຕ່ຄວາມຈິງແລ້ວ ທາງການລາວ ພະຍາຍາມ ທຸກວິທີທາງ ເພື່ອທີ່ຈະບໍ່ໃຫ້ ພະນັກງານ ຣັຖກອນ ໄດ້ຮັບຮູ້ຂໍ້ມູນ ຄວາມຈິງ ອັນທີ່ບໍ່ດີ ຂອງ ພັກແລະຣັຖບານ ສປປ ລາວ ແລະ ເພື່ອປ້ອງກັນ ບໍ່ໃຫ້ ພວກເຂົາເຈົ້າ ມີແນວຄິດ ອອກນອກກອບ ທີ່ພັກ-ຣັດ ກໍານົດເອົາໄວ້ ແລະ ໃຫ້ເຊື່ອແຕ່ ການນໍາພາ ຂອງພັກແລະຣັດ ຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.