ນັກພັທນາຂນານແທ້ ອາຈຂັດຜົນປໂຍດ ພັກ-ຣັດ
2013.01.09

ໃນເວທີ ສັມນາ ທີ່ມີຫົວຂໍ້ ວ່າ “ກໍຣະນີ ຂອງທ່ານ ສົມບັດ ສົມພອນ ຖືກລັກພາໂຕ ນັ້ນ, ສົ່ງສັນຍານ ຫຍັງແດ່ ໃຫ້ກັບ ປະຊາຄົມ ອາຊຽນ?” ຖືກຈັດຂຶ້ນ ໃນວັນທີ 9 ເດືອນມົກຣາ ທີ່ບາງກອກ, ຊຶ່ງຜູ້ເຂົ້າຮ່ວມ ໄດ້ວິເຄາະ ເຖິງສາເຫດ ທີ່ເຮັດໃຫ້ ທ່ານ ສົມບັດ ຖືກລັກພາໂຕ ໄປໃນມຸມມອງຕ່າງໆ. ທ່ານ ວິທູນ ລຽນຈໍາຣູນ, ຜູ້ອໍານວຍການ ມູລນິທິຊີວະວິຖີ, ກ່າວກ່ຽວກັບ ປະເດັນ ທີ່ໜ້າສົນໃຈ ວ່າ ຄວາມຄຶດ ການພັທນາ ຂອງທ່ານສົມບັດ ສົມພອນ ອາດເປັນສາເຫດ ທີ່ເຮັດໃຫ້ ທ່ານ ຫາຍສາບສູນໄປ.
“(ທ່ານ ສົມບັດ ເຄີຍເວົ້າວ່າ) ອັນທີ 1 ການຮວມສູນ ທຸກຢ່າງ ຢູ່ໃນມື ຂອງຣັຖ (ຣັຖບານລາວ) ແລະ ພັກ (ພັກປະຊາຊົນ ປະຕິວັດລາວ) ອັນທີ 2 ກໍຄື ຄວາມຄຶດເຫັນ ຂອງທ່ານ ສົມບັດ ສົມພອນ ໃນເຣື້ອງການພັທນາ ທີ່ຢືນຢົງ, ຊຶ່ງຮວມຢູ່ ໃນຂໍ້ສເນີ ທີ່ເປັນຫລັກການ ໜ້າທີ່ ທີ່ຄໍານຶງເຖິງ ສິ່ງແວດລ້ອມ, ວັທນະທັມ ແລະ ຈິດວິນຍານ ນີ໊, ຊຶ່ງຂ້າພະເຈົ້າ ຄຶດວ່າ ອາດຈະເປັນປະເດັນນີ້ ກໍເປັນໄດ້ ຫລື ຂະເຈົ້າ ຄຶດວ່າ ສິ່ງນີ້ (ຄວາມເຫັນ ຂອງທ່ານ ສົມພອນ) ຂັດແຍ່ງ ກັບ ການພັທນາ ເສຖກິດ ຂອງລາວ ການທີ່ຈະຕ້ອງ ເປີດເສຣີໃຫ້ຄົນອື່ນ ຢ່າງເຕັມທີ່ ພາຍໃຕ້ ການຄວບຄຸມ ຂອງຣັຖບານ ແລະ ພັກ, ແລະ ສິ່ງນີ້ເອງ ທີ່ເຮັດໃຫ້ ທ່ານສົມບັດ ສົມພອນ ຫາຍໄປ.
ທ່ານ ວິທູນ ເປັນນຶ່ງ ໃນບັນດາ ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫລື NGO ຂອງໄທ ທີ່ມີໂອກາດ ຮ່ວມງານ ກັບທ່ານສົມບັດ ແລະ ໄດ້ເດີນທາງໄປຮ່ວມ ກອງປະຊຸມ ເອເຊັຍ ຢູໂຣບ ພາກປະຊາຊົນ ຄັ້ງທີ 9, ຊຶ່ງຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ເມື່ອວັນທີ 16-19 ເດືອນຕຸລາ ປີ 2012. ກອງປະຊຸມ ດັ່ງກ່າວ ເປັນກອງປະຊຸມ ເວທີ ປະຊາຊົນ ທີ່ມີສິທທິ ທີ່ຈະສເນີ ແລະ ສະແດງຄວາມຄຶດເຫັນ ກ່ຽວກັບ ນະໂຍບາຍ ຂອງຣັບຖານ, ຊຶ່ງທ່ານ ຄຶດວ່າ ການສເນີ ຄວາມຄຶດຄວາມເຫັນ ດ້ານການພັທນາ ຂອງທ່ານ ສົມບັດ ໃນເວທີ ສາທາຣະນະ ຕ່າງໆນັ້ນ, ອາດຈະຂັດກັບ ຄວາມຕ້ອງການຫລັກ ຂອງຜູ້ມີອໍານາດ ໃນປະເທດລາວ ເນື່ອງຈາກວ່າ ຄວາມຄຶດ ຂອງທ່ານສົມບັດນັ້ນ ຢາກໃຫ້ ການພັທນາ ປະເທດ ຕ້ອງຄໍານຶງເຖິງ ສິ່ງແວດລ້ອມ ແລະ ສະພາບ ການເປັນຢູ່ ຂອງຊາວບ້ານ ເປັນສໍາຄັນ. ຄວາມຄຶດເຫັນ ດັ່ງກ່າວ ຂັດແຍ່ງ ຢ່າງແຈ່ມແຈ້ງ ກັບເປົ້າໝາຍ ຂອງຣັຖບານ ທີ່ຕ້ອງການ ເນັ້ນການພັທນາ ຂນາດໃຫຍ່, ໂດຍຄໍານຶງເຖິງ ສິ່ງແວດລ້ອມ ຫລື ວິຖີຊີວິດ ຂອງປະຊາຊົນ ເປັນເຣື້ອງສໍາຮອງ.
ທ່ານ ສລຸບ ໃນຕອນທ້າຍ ວ່າ ທ່ານ ສົມບັດ ສົມພອນ ແມ່ນນັກພັທນາ ທີ່ສໍາຄັນ ແລະ ເປັນຕົວຢ່າງ ທີ່ຫາໄດ້ຍາກ ຂອງການພັທນາ ໃນປະເທດລາວ. ດັ່ງນັ້ນ ຖ້າຫາກວ່າ ການຫາຍສາບສູນ ຂອງທ່ານ, ໂດຍທີ່ບໍ່ໄດ້ກັບມານັ້ນ ຖືວ່າ ເປັນການສູນເສັຍ ຢ່າງໃຫຍ່ຫລວງ ຕໍ່ພູມີພາກ ຂອງອາຊຽນ. ດັ່ງນັ້ນ ຜູ້ທີ່ເຂົ້າຮ່ວມ ສັມນາ ຈຶ່ງໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ ທັງຫລາຍ ຊ່ອຍກັນ ຕິດຕາມຫາ ເພື່ອນໍາທ່ານ ສົມບັດ ກັບມາ ຢ່າງປອດພັຍ.