ນາໆຊາຕຕ້ອງການຄໍາຕອບ ຈາກຣັຖບານລາວ
2013.01.11

ໃນກອງປະຊຸມ ວິຈັຍ ແລະ ສົນທະນາ “ກໍຣະນີທ່ານ ສົມບັດ ສົມພອນ ຖືກລັກພາໂຕ ໄປ ສົ່ງສັນຍານ ອັນໃດ ໃຫ້ປະຊາຄົມ ອາຊຽນ” ທີ່ບາງກອກ ເມື່ອວັນທີ່ 9 ມົກກະຣາ 2013 ນັກເຄື່ອນໄຫວ ແລະ ທ່ານທູຕ ຂອງ ສະຫະປະຊາຊາຕ ຈາກ ໂບລີເວັຽ ທ່ານ Pablo Solon Romero ໄດ້ຮ່ວມຮຽກຮ້ອງ ກັບນັກເຄື່ອນໄຫວ ຄົນສໍາຄັນ ໃນປະເທດໄທ ໃຫ້ຣັຖບານ ສປປລາວ ຊີ້ແຈງ ຣາຍຣະອຽດ ຢ່າງຄັກແນ່ວ່າ ກໍຣະນີ ການລັກພາໂຕ ທ່ານ ສົມບັດ ສົມພອນ ນັ້ນເປັນໄປ ຢ່າງໃດກັນແທ້. ດັ່ງມີເນື້ອໃນ ເປັນພາສາ ອັງກິດ ວ່າ:
"ມີຄໍາແປວ່າ ທາງການລາວ ຕ້ອງຕອບວ່າ ເປັນຫຍັງຕໍາຣວດ ຈຶ່ງຢຸດຣົຖ ທ່ານ ສົມບັດ ສົມພອນ ຕໍາຣວດ ທີ່ຢຸດຣົຖ ແມ່ນໃຜ? ມັນເປັນທີ່ ແຈ່ມແຈ້ງແລ້ວວ່າ ເຈົ້າໜ້າທີ່ ຣັຖບານລາວ ກ່ຽວຂ້ອງນໍາ ການຫາຍສາບສູນ ແລະ ລັກພາໂຕ ຂອງ ທ່ານ ສົມບັດ ສົມພອນ. ຣັຖບານລາວ ຕ້ອງຕອບ ຄໍາຖາມ ກໍຣະນີ ທີ່ເກີດຂື້ນນີ້".
ໃນຂະນະດຽວກັນ ທ່ານ ຈອນ ອື້ງພາກອນ ອະດີດ ສະມາຊິກ ສະພາສູງ ຂອງໄທ ແລະ ເປັນຜູ້ໄດ້ຮັບ ຣາງວັນແມັກໄຊໄຊ ເຊັ່ນກັນ ຮຽກທວງໃຫ້ ຣັຖບານລາວ ເປີດເຜີຽຄວາມຈິງ ໃນເຣື້ອງນີ້. ທ່ານວ່າ ທ່ານ ສົມບັດ ສົມພອນ ບໍ່ມີ ທ່າທີອັນໃດ ທີ່ເປັນພິດເປັນພັຍ ຕໍ່ຣັຖບານລາວ. ໃນຄໍາເວົ້າ ຕອນນຶ່ງ ທ່ານວ່າ:
"ທ່ານ ສົມບັດ ເປັນຄົນສຸດທ້າຍ ທີ່ທ່ານຄາດວ່າ ຈະບໍ່ເກີດ ເຫດການຈັ່ງຊີ້ ເພາະວ່າ ທ່ານບໍ່ໄດ້ມີ ລັກສນະ ຕໍ່ຕ້ານ ບໍ່ໄດ້ມີ ລັກສນະ ທີ່ເປັນຄົນ ທີ່ຜູ້ໃດ ຈະເບິ່ງວ່າເປັນ ອັນຕຣາຍ ຕໍ່ຣັຖບານລາວ ດັ່ງນັ້ນ ມັນເປັນເຣື້ອງ ຮູ້ສືກທີ່ຮ້າຍແຮງ ທີ່ສຸດ ທີ່ເກີດຂື້ນ".
ທ່ານ ຈອນກ່າວເພີ້ມວ່າ ປະເທດ ໃນກຸ່ມອາຊຽນ ຄວນໃຫ້ ຄວາມສໍາຄັນ ເພາະວ່າ ຜ່ານມາ ມີເຫດການ ຄົນຫາຍສາບສູນໄປ ໃນລາວ ມີຫລາຍຄັ້ງແລ້ວ. ການຫາຍສາບສູນ ຂອງ ທ່ານ ສົມບັດ ບໍ່ແມ່ນ ຄັ້ງທໍາອິດ. ປັດຈຸບັນ ທ່ານຈອນ ອຶ້ງພາກອນ ໄດ້ຮວບຮວມ ຣາຍຊື່ ເຈົ້າໜ້າທີ່ ມູນນິທິ ແລະ ຜູ້ທີ່ໄດ້ຮັບ ຣາງວັນ ຣາມົນແມັກໄຊໄຊ ຈໍານວນ 52 ຄົນ ເພື່ອລົງນາມ ໃນຈົດໝາຍ ເປີດຊອງ ສົ່ງໄປຫາ ຮັຖບານລາວ ຮຽກຮ້ອງໃຫ້ ເອົາໃຈໃສ່ ສືບສວນ ແລະ ຮັບປະກັນ ຄວາມປອດພັຍ ຂອງ ທ່ານ ສົມບັດ ສົມພອນ.