ສປປລາວໃນສາຍຕາ ປະຊາຄົມອາຊຽນ
2013.01.09

ໃນວັນທີ 9 ມົກຣາ 2013 ນີ້ ທີ່ບາງກອກ ບັນດາ ອົງການ ສາກົນ ແລະ ນັກເຄື່ອນໄຫວ ໃນໄທ ຈັດປະຊຸມ ສົນທະນາ ໃນຫົວຂໍ້ ກໍຣະນີ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ສົ່ງສັນຍານ ອັນໃດ ໃຫ້ປະຊາຄົມ ອາຊຽນ ໂດຍການ ເຊື້ອເຊີນ ຜູ້ມີສ່ວນກ່ຽວຂ້ອງ ທັງຫລາຍ ມາຊ່ວຍວິເຄາະ ເຖິງເຫດການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຊື່ງເຊື່ອມໂຍງ ກັບ ເສຣີພາບ ແລະ ສິດທິມະນຸດ ໃນພູມີພາກ ອາຊຽນ. ໃນນັ້ນ ທ່ານ ນິຣັນ ພິທັກວັດຊະຣະ ກັມມະການ ສິດທິ ມະນຸດຊົນ ແຫ່ງຊາດໄທ ຜູ້ທີ່ເຄີຍ ຮ່ວມງານ ກັບ ທ່ານ ສົມບັດ ສົມພອນ ໄດ້ກ່າວວ່າ:
"ໃນຖານະຊາວພຸດ ໃນຖານະ ກັມມະການ ສິດທິມະນຸດ ແຫ່ງຊາດ ກໍຢາກ ສົ່ງສັນຍານເຖິງ ຜູ້ມີອໍານາດຣັຖ ໃນພູມີພາກ ແຫ່ງນີ້ວ່າ ຄວາມເປັນ ປະຊາຄົມ ອາຊຽນ ຈະບໍ່ມີ ຄວາມໝາຍເລີຍ ຖ້າເຮົາ ບໍ່ເຮັດໃຫ້ເກີດ ຄວາມສໍາຄັນ ໃນການຮັກສາ ເອກກະລັກ ແລະ ຄວາມເປັນ ອາຊຽນ ຂອງເຮົາ ໃນວິຖີທາງ ຂອງ ມະນຸດຊົນ ທີ່ເຮັດໃຫ້ ມະນຸດ ເກີດຄວາມຮັກ ຄວາມເອື້ອອາທອນ ຕໍ່ກັນ".
ໃນທີ່ປະຊຸມ ສົນທະນາ ຄັ້ງນີ້ ມີທັງ ນັກ ວິຊາການ ນັກ ປະຕິບັດການ ທາງສັງຄົມ ແລະ ນັກສິດທິ ມະນຸດຊົນ ຂອງໄທ ມາຮ່ວມກັນ ວິເຄາະ ເຣື່ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ທາງສັງຄົມ ຣາງວັນ ແມັກໄຊໄຊ ຂອງລາວ ໂດຍເຊື່ອມໂຍງ ກັບ ສະຖານະການ ການປ່ຽນແປງ ພາຍໃນ ສປປລາວ ເຊັ່ນ ອິດທິພົນ ຂອງກຸ່ມຄົນ ທີ່ມີອໍານາດ ທາງການເມືອງ ອິດທິພົນ ຂອງກຸ່ມພໍ່ຄ້າ ແລະ ນັກລົງທຶນ ທີ່ມີເສັ້ນສາຍ ກັບ ຄະນະ ຜູ້ນໍາລາວ ຊຶ່ງອາດ ເປັນຕົ້ນເຫດ ຂອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
ໃນຕອນທ້າຍ ຂອງ ການປະຊຸມ ສົນທະນາ ຄັ້ງນີ້ ຜູ້ເຂົ້າຮ່ວມ ຕ່າງກໍຮຽກຮ້ອງ ໃຫ້ຣັຖບານລາວ ສອບສວນ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບ ເຣື່ອງນີ້ ຢ່າງຮີບດ່ວນ ເພື່ອໃຫ້ ທ່ານ ສົມບັດ ສົມພອນ ໄດ້ກັບມາສູ່ ອິສຣະພາບ ຢ່າງປອດພັຍ.