ທ່າທີຂອງ "ສິດທິມະນຸດອາຊຽນ" ເຣື້ອງທ່ານສົມບັດ
2013.01.11

ຄະນະ ກັມມາທິການ ຣະຫວ່າງ ຣັຖບານ ເພື່ອ ສິດທິມະນຸດ ອາຊຽນ ອາດໄດ້ຮັບ ຈົດໝາຍ ຈາກອົງການ ສາກົນຕ່າງໆ ທີ່ຂຽນໄປ ຮຽກຮ້ອງ ໃຫ້ສືບສວນ ເຣື້ອງ ການລັກພາຕົວ ທ່ານ ສົມບັດ ສົມພອນ ນັ້ນຢູ່ ແຕ່ຈົນເຖິງ ປັດຈຸບັນ ຍັງບໍ່ມີຂ່າວວ່າ ທາງຄະນະ ກັມມາທິການ ສິດທິມະນຸດ ອາຊຽນ ໄດ້ດໍາເນີນການ ແນວໃດແດ່ແລ້ວ ໄດ້ຮຽກຮ້ອງ ຫລື ກົດດັນ ໃຫ້ຣັຖບານລາວ ຟ້າວສືບສວນ ຫລື ປ່ອຍຕົວ ທ່ານ ສົມບັດ ສົມພອນ ນັ້ນ ໂດຍດ່ວນ ແລ້ວບໍ່. ເຈົ້າໜ້າທີ່ ຜູ້ຊ່ວຍ ຄະນະ ກັມມາທິການ ສິດທິມະນຸດ ອາຊຽນ ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດນີເຊັຍ ກ່າວວ່າ:
"ນາງເວົ້າວ່າ "ນາງຮູ້ພຽງແຕ່ວ່າ ມີຈົດໝາຍ ສົ່ງໄປເຖິງ ຄະນະ ກັມມາທິການ ອາຊຽນ ແຕ່ບໍ່ຮູ້ວ່າ ທາງຄະນະ ໄດ້ວິ້ງເຕັ້ນ ແນວໃດແລ້ວ ກ່ຽວກັບ ເຣື່ອງນີ້."
ເມື່ອເດືອນ ຕຸລາ 2012 ອາຊຽນ ໄດ້ຈັດພິທີ ຮັບເອົາ ບົດບັນທຶກ ກ່ຽວກັບ ການສົ່ງເສີມ ແລະ ຮັກສາສິດທິ ມະນຸດອາຊຽນ ແລ້ວ ບໍ່ເຖິງ ສອງເດືອນຕໍ່ມາ ທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ຊື່ດັງ ໃນລາວ ກໍຖືກ ລັກພາຕົວ ຈົນເຖິງ ປັດຈຸບັນ ກໍຍັງຫາຍສາບສູນ ຢູ່. ອົງການສາກົນ ນັບຮ້ອຍອົງການ ເຊື່ອວ່າ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ຍ້ອນທ່ານ ເວົ້າຫລືເຮັດວຽກ ແນວໃດແນວນຶ່ງ ທີ່ຂັດກັບແນວທາງ ນະໂຍບາຍ ຂອງ ຣັຖບານ ສປປ ລາວ ແປວ່າ ການລັກພາຕົວ ຫລື ການຈັບນັ້ນ ເປັນການລ່ວງ ລະເມີດ ສິດທິມະນຸດ ແນວນຶ່ງ. ນັບແຕ່ກາງເດືອນ ທັນວາ 2012 ເປັນຕົ້ນມາ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ໄດ້ຂຽນຈົດໝາຍ ເຖິງຄະນະ ກັມມາທິການ ສິດທິມະນຸດ ອາຊຽນ ໃຫ້ກົດດັນ ທາງການລາວ ໃຫ້ສືບສວນ ແລະ ປ່ອຍຕົວ ທ່ານ ສົມບັດ ສົມພອນ ໂດຍດ່ວນ.
ນັກພັທນາສັງຄົມ ໄທ ທີ່ບັນລະຍາຍ ກ່ຽວກັບ ທ່ານ ສົມບັດ ສົມພອນ ຢູ່ບາງກອກ ເມື່ອເດືອນ ທີ່ແລ້ວ ເວົ້າວ່າ ຄະນະ ກັມມາທິການ ສິດທິມະນຸດ ອາຊຽນ ຫລື ທັງໝົດ ອາຊຽນ ອາດຈະບໍ່ເຮັດຫຍັງ ເຊັ່ນ ອາດຈະບໍ່ກ້າ ກົດດັນ ຣັຖບານ ສປປ ລາວ ແນວໃດ ກ່ຽວກັບ ເຣື່ອງທ່ານ ສົມບັດ ສົມພອນ ເພາະອາຊຽນ ມີນະໂຍບາຍ ຫລື ຫລັກການ ບໍ່ແຊກແຊງ ເຂົ້າໃນ ກິຈການ ພາຍໃນ ຂອງ ຊຶ່ງກັນແລະກັນ.