ເຣື້ອງທີ່ເກັບບັນທຶກໄວ້
2023-03-18
ຄວາມບໍ່ໂປ່ງໃສ ໃນການເປິດຈຳໝ່າຍ ພັນທະບັດ ຂອງທະນາຄານແຫ່ງນຶ່ງ, ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບ ການຂາດແຄນອາຫານ ຍ້ອນເສຖກິຈລາວ ຕົກຕໍ່າ, ສປປ ລາວ ຈະສົ່ງນັກມວຍລາວ ເຂົ້າແຂ່ງຂັນກັບ ກຸນຂະແມຣ໌ ແລະ ຂ່າວອື່ນໆ.
2023-03-11
ຢ່າງໜ້ອຍ ມີເຈົ້າໜ້າທີ່ຣັຖ 134 ຄົນ ພົວພັນ ກັບການສໍ້ຣາສບັງຫຼວງ, ຊາວບ້ານ ບ້ານທາດອີງຮັງ ຖືກເຈົ້າໜ້າທີ່ໂອ້ລົມ ຍ້ອນບໍ່ຍອມຍົກດິນ ກະເສດໃຫ້, ຣັຖບານລາວ ງົດອອກສຽງ ໃຫ້ຣັສເຊັຽ ຖອນທະຫານ.
2023-03-06
ສະພາຢູໂຣບ ມອບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ປະຈໍາປີ 2023 ໃຫ້ສະຕຣີ 8 ທ່ານຈາກທົ່ວໂລກ ແລະ ນຶ່ງໃນນັ້ນ ແມ່ນສະຕຣີລາວ ຄື ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ.
2023-02-26
ຫຼາຍຊົນເຜົ່າ ທີ່ທຸກຍາກ ພາກັນລັກລອບ ປູກຝິ່ນ ຫຼາຍເຮັກຕ້າຣ໌ ໃນທົ່ວແຂວງຜົ້ງສາລີ, ພາກສ່ວນ ທີ່ກ່ຽວຂ້ອງ ເຣີ່ມກວດສອບ ຄະດີສວນພູຄຳ, ເຈົ້າໜ້າທີ່ ຮູ້ວ່າ ມີຄົນລາວຖືກຂາຍໄປກາສິໂນ ປະເທດພະມ້າ ແຕ່ເຮັດຫຍັງບໍ່ໄດ້, ເສຖກິຈ ມະຫາພາກ ຂອງປະເທດລາວ ປະຈໍາປີ 2022 ຍັງບໍ່ຟື້ນໂຕ ແລະ ຂ່າວອື່ນໆ.
2023-02-20
ທ່ານ ວິຣະບູນ ໂສກັນທອງ ອະດີດນັກບິນ ເຕ້ 28 ຂອງກອງທັບແຫ່ງພຣະຣາຊອານາຈັກລາວ ພົບສາຍທາງໃໝ່ ໃນບັ້ນປາຍ ຂອງຊີວິຕ.
2023-02-19
ມີຄະດີລັກພາໂຕ ຮຽກຄ່າໄຖ່ ຫຼາຍຂຶ້ນ ຢູ່ນະຄອນຫຼວງວຽງຈັນ, ເສຖກິຈ ມະຫາພາກ ສປປລາວ ປະຈຳປີ 2022 ຍັງບໍ່ຟື້ນໂຕ, ບັນຫານາຍໜ້າ ລັດຄີວ ເຮັດໜັງສືຜ່ານແດນ ຍັງແກ້ໄຂບໍ່ໄດ້, ຣົຖໄຟຈີນ ຂົນຜົລຜລິດກະສິກໍາຂອງຕົນ ຜ່ານລາວ ໄປໄທຍ ໃນຂະນະທີ່ ລາວບໍ່ມີ ຜົລຜລິດ ພຽງພໍ ທີ່ຈະສົ່ງອອກ.
2023-02-12
ຣັຖວິສາຫະກິຈໄຟຟ້າລາວ ຈະປັບລາຄາຄ່າໄຟຟ້າຂຶ້ນ, ຊາວຄຣິສຕຽນລາວ 15 ຄອບຄົວ ຢູ່ຫລວງນໍ້າທາ ຖືກໄລ່ອອກ ຈາກບ້ານ, ການປະລະ ການຮຽນ ຍ້ອນຂາດຄຣູສອນ, ແຂວງອັດຕະປື ອະນຸມັດ ຕັດໄມ້ 100,000 ແມັດກ້ອນ.
2023-02-05
ຄົນງານລາວ ທີ່ຖືກຈັບຢູ່ ມາເລເຊັຽ ກັບເຖິງບ້ານແລ້ວ, ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມ ທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່, ຊາວລາວ ເປັນຫ່ວງວ່າ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ.
2023-01-24
ທ້າວ ອາລຸນ ພົມມະລາດ ອາຍຸ 23 ປີ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ຖືກຈັບ ຍ້ອນໜັງສືເດີນທາງໝົດກໍານົດ ຕັ້ງແຕ່ວັນທີ 8 ເດືອນ 6 ປີ 2021 ມາຮອດປັດຈຸບັນ ທາງຄອບຄົວ ຍັງຮູ້ຊາຕາກັມ ວ່າມີຊີິວິດ ຫຼືບໍ່.
2023-01-22
ນະໂຍບາຍສາມສ້າງ ຍັງບໍ່ມີຫຍັງ ອອກມາເປັນຮູບປະທັມ, ເຈົ້າໜ້າທີ່ໄທຍ ຊ່ອຍເຫລືອ ແມ່ຍິງລາວ ຈາກຮ້ານອາຫານ ທີ່ທຳຮ້າຍຮ່າງກາຍນາງ, ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງ ຢູ່ເຂດພາກເໜືອ.
2023-01-16
ການປະກົດໂຕ ຂອງຜູ້ນໍາ ອັນແທ້ຈິງ ຂອງຂບວນການ ແນວລາວຮັກຊາຕ ແລະ ການສະຖາປະນາ ຣາຊອານາຈັກລາວ ເປັນສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ.
2023-01-15
ປ່າສງວນຫ້ວຍງົວ ຢູ່ບໍຣິຄຳໄຊ ຖືກຊາວບ້ານ, ເຈົ້າໜ້າທີ່ທ້ອງຖິ່ນ ບຸກລຸກ, ຈີນ ແລະ ລາວ ຈະເປີດດ່ານຊາຍແດນ ແຕ່ ລາວຍັງບໍ່ມີມາຕການສະເພາະ ຕໍ່ຄົນຈີນ ທີ່ຈະເຂົ້າປະເທດລາວ, ປະທານ ສານປະຊາຊົນສູງສຸດ ຍອມຮັບວ່າ ຜູ້ພິພາກສາ ແລະເຈົ້າໜ້າທີ່ ສານຈໍານວນນຶ່ງ ມີການລະເມີດຈັນຍາທັມ.
2023-01-09
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2023-01-08
ຍັງມີເຈົ້າໜ້າທີ່ສານ, ຜູ້ພິພາກສາ ລະເມີດກົດໝາຍ, ຂາດຈັນຍາທັມ, ເງິນເດືອນ ຣັຖກອນ ອອກຊ້າ, ບໍ່ກຸ້ມກິນ, ຖືກສໍ້ໂກງ ແລະ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ.
2023-01-02
ຫຼັງຈາກ ທີ່ສາມາດ ເຂົ້າມາ ກໍາອໍານາດທຸກດ້ານ ໃນພຣະຣາຊອານາຈັກແລ້ວ, ພວກແນວລາວ ກໍເຣີ່ມເອົາວິທີການປົກຄອງ ແບບຄອມມູນິສ ເຂົ້າມາໃຊ້ ໃນປະເທດ.