ເຈົ້າໜ້າທີ່ ບໍ່ສາມາດ ຊ່ອຍເຫຼືອວັຍໜຸ່ມ ທີ່ຖືກຂາຍ ໄປກາສິໂນ ໃນພະມ້າ

ໄມ​ຊູ​ລີ
2023.02.26
ເຈົ້າໜ້າທີ່ ບໍ່ສາມາດ ຊ່ອຍເຫຼືອວັຍໜຸ່ມ ທີ່ຖືກຂາຍ ໄປກາສິໂນ ໃນພະມ້າ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເຈົ້າໜ້າທີ່ ຮູ້ວ່າ ມີຄົນລາວຖືກຂາຍໄປກາສິໂນ ປະເທດພະມ້າ ແຕ່ເຮັດຫຍັງບໍ່ໄດ້, ຫຼາຍຊົນເຜົ່າ ທີ່ທຸກຍາກ ພາກັນລັກລອບ ປູກຝິ່ນ ຫຼາຍເຮັກຕ້າຣ໌ ໃນທົ່ວແຂວງຜົ້ງສາລີ, ພາກສ່ວນ ທີ່ກ່ຽວຂ້ອງ ເຣີ່ມກວດສອບ ຄະດີສວນພູຄຳ, ເສຖກິຈ ມະຫາພາກ ຂອງປະເທດລາວ ປະຈໍາປີ 2022 ຍັງບໍ່ຟື້ນໂຕ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ເຈົ້າໜ້າທີ່ ຮູ້ວ່າ ມີຄົນລາວຖືກຂາຍໄປກາສິໂນ ປະເທດພະມ້າ ແຕ່ເຮັດຫຍັງບໍ່ໄດ້”

“ເຈົ້າຫນ້າທີ່ ສປປລາວ ເຮັດຫຍັງບໍ່ໄດ້ດອກ ເພາະຣັຖບານລາວ ມີສ່ວນຮ່ວມຢູ່ໃນສາມຫລຽມຄໍາຫັ້ນແລ້ວ, ໃຜຈະໄປແຕະຕ້ອງໄດ້, ເຫັນບໍ ຄໍາສັ່ງ ຕໍາລວດ ໄປກວດ ຍັງຖືກໄຫລ່ອອກ ຈາກຕໍາແຫນ່ງ, ດຽວນີ້ ລາວ ຂື້ນກັບຈີນແລ້ວ..”

“ທາງການ ທີ່ກ່ຽວຂ້ອງ ຕ້ອງເຂັ້ມແຂງ ເຮັດທຸກວິທີ ເພື່ອຊ່ວຍເຫລືອ ປະຊາຊົນ ບໍ່ແມ່ນພວກນີ້ ຍັດເງີນໄຕ້ໂຕະ ລະບໍ່ ຈື່ງບໍ່ເຮັດວຽກ, ຖ້າເຫັນຄລິບນີ້ ຊ່ວຍເຫລືອແດ່ເດີ ທ່ານຜູ້ ທີ່ກ່ຽວຂ້ອງນັ້ນ ກະດາຍວ່າ”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.