ເສຖກິຈ ຕົກຕໍ່າ, ປະຊາຊົນ ເຂດຊົນນະບົດ 62% ຂາດແຄນອາຫານ: ຈົດໝາຍ ຈາກຜູ້ຟັງ
2023.03.18

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບ ການຂາດແຄນອາຫານ ຍ້ອນເສຖກິຈລາວ ຕົກຕໍ່າ, ຄວາມບໍ່ໂປ່ງໃສ ໃນການເປິດຈຳໝ່າຍ ພັນທະບັດ ຂອງທະນາຄານແຫ່ງນຶ່ງ, ສປປ ລາວ ຈະສົ່ງນັກມວຍລາວ ເຂົ້າແຂ່ງຂັນກັບ ກຸນຂະແມຣ໌ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບ ການຂາດແຄນອາຫານ ຍ້ອນເສຖກິຈລາວ ຕົກຕໍ່າ”
“ປະຊາຊົນ ຄວນພ້ອມພາກັນ ລຸກຂຶ້ນ ມາພັດທະນາຕົນເອງ ໃຫ້ເປັນເຈົ້າ, ຢ່າພາກັນນັ່ງ ເຄົ້າເມົ້າ ລໍຖ້າແຕ່ ພັກນຳພາ ໃຫ້ພົ້ນທຸກທ້ອນ ພີ່ນ້ອງເອີຍ!!! ແຕ່ກີ້ ເພີ່ນວ່າ ປະຊາຊົນ ມາກ່ອນ ດຽວນີ້ ໄດ້ເປັນຂັ້ນນຳ ລືມໝົດແລ້ວ ຄຳສັນຍາ ແຕ່ຄາວກ່ອນ ພີ່ນ້ອງເອີຍ!!!”
“ມີເຂົ້າ, ມີເກືອ ສາມຄາບຕໍ່ມື້ ກໍແມ່ນດີແລ້ວ ທີ່ພັກດຳເນີນ ນະໂຍບາຍ ຖືກຕອ້ງແລ້ວ... ຍ້ອນໂຕ ມັນບໍ່ສາມັກຄີກັນ ຊວ່ຍກັນ ໃນອານາຄົດ ອຳນາດການປົກຄອງ ຕ້ອງຄວນ ພິຈະລະນາ ບໍ່ຫາກີນນຳ ທັມະຊາດຍຸກໄຫ່ມ ແລ້ວ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!