ບັນຫານາຍໜ້າ ລັດຄີວ ເຮັດໜັງສືຜ່ານແດນ ຍັງແກ້ໄຂບໍ່ໄດ້: ຈົດໝາຍ ຈາກຜູ້ຟັງ
2023.02.19

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ມີຄະດີລັກພາໂຕ ຮຽກຄ່າໄຖ່ ຫຼາຍຂຶ້ນ ຢູ່ນະຄອນຫຼວງວຽງຈັນ, ເສຖກິຈ ມະຫາພາກ ສປປລາວ ປະຈຳປີ 2022 ຍັງບໍ່ຟື້ນໂຕ, ບັນຫານາຍໜ້າ ລັດຄີວ ເຮັດໜັງສືຜ່ານແດນ ຍັງແກ້ໄຂບໍ່ໄດ້, ຣົຖໄຟຈີນ ຂົນຜົລຜລິດກະສິກໍາຂອງຕົນ ຜ່ານລາວ ໄປໄທຍ ໃນຂະນະທີ່ ລາວບໍ່ມີ ຜົລຜລິດ ພຽງພໍ ທີ່ຈະສົ່ງອອກ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ບັນຫານາຍໜ້າ ລັດຄີວ ເຮັດໜັງສືຜ່ານແດນ ຍັງແກ້ໄຂບໍ່ໄດ້”
“ແມ່ນແລ້ວ ບໍ່ສາມາດແກ້ໄຂໄດ້ ໃນການເອົາຄິວໄດ້ແລ້ວ ຕອ້ງລໍຖ້າ ຄົນຮູ້ຈັກ ກັບພະນັກງານ ທີສຳພາດຮວ່ມ ກັບນາຍຫນ້າ ເອົາຄົນລັດຄີວ ສຳພາດ ແມ່ນຮວ່ມກັນເຮັດ ເພາະຖືກກັບໂຕເອງ ມາແລ້ວ ຢາກຟາກໃຫ້ ທາງກະຊວງແກ້ໄຂ ດວ່ນ…”
“ນາຍຍັງຄາປະຊຸມ ບໍ່ມີເວລາ ເຊັນເອກກະສານ. ອັນນີ້ ມັນເປັນວິທີ ຫາກິນ ຂອງ ກຸ່ມຄົນ ໃນໜ້າທີ່ຮັບຜິດຊອບ ຂອງພວກເຂົາ. ປະເທດອື່ນ ເຂົາມີ ປະຊາກອນ ຮ້ອຍລ້ານ ພັນລ້ານ, ເຂົາ ກໍ່ເຮັດບັດຜ່ານແດນ ຄືກັນ ບໍ່ເຫັນຕ້ອງ ຫຍຸ້ງຍາກ ຄື ກັບບ້ານໂຕ. ເຮັດອັນໃດ ກະຄື ລື່ນກ່ວາເພິ່ນ. ທັ້ງທີ່ ພົນລະເມືອງ ບໍ່ເຖິງ ສິບລ້ານ..”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!