ເຣື້ອງທີ່ເກັບບັນທຶກໄວ້
2024-05-24
ປັດຈຸບັນ ໄວໜຸ່ມຍິງສາວລາວ 14 ຄົນ ທີ່ຖືກຄ້າມະນຸດ ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ຕັ້ງແຕ່ເດືອນສິງຫາ ປີ 2022 ແລະມາຮອດວັນທີ 15 ພຶດສະພາ ປີ 2024 ທັງ 14 ຄົນນັ້ນ ໄດ້ກັບມາປະເທດລາວແລ້ວ.
2024-05-23
ສປປ ລາວ ຍັງຕອບໂຕ້ ແລະແກ້ໄຂບັນຫາຊັກຊ້າ ກ່ຽວກັບເຫດການຕົວະຍົວະ, ຫຼອກລວງ ແລະການຄ້າມະນຸດ ເພື່ອບັງຄັບໃຫ້ກໍ່ເຫດອາດຊະຍາກໍາ ທ່າມກາງບັນຫາດັ່ງກ່າວ ທີ່ນັບມື້ເພີ່ມຂຶ້ນເລື້ອຍໆໃນລາວ ປັດໄຈສໍາຄັນ ທີ່ເຮັດໃຫ້ຊັກຊ້າ ແມ່ນຍ້ອນ ລັດຖະບານລາວ ຍັງຂາດເຂີນງົບປະມານ.
2024-05-20
ທາງການລາວ ແຈກຢາຍເຄື່ອງໂຄສະນາ ຕ້ານການຄ້າມະນຸດ ໃນຮູບແບບຕ່າງໆ ໃຫ້ 24 ບ້ານ ຢູ່ນະຄອນຫລວງວຽງຈັນ ທີ່ມີຄວາມສ່ຽງ.
2024-05-17
ຄົນລາວ 14 ຄົນ ຈາກແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວ ທີ່ຕົກເປັນເຫຍື່ອການຄ້າມະນຸດ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ຕັັ້ງແຕ່ເດືອນສິງຫາ ປີ 2022 ນັ້ນ ມາຮອດມື້ວັນທີ 15 ເດືອນພຶດສະພາ ປີ 2024 ນີ້ ຖືກປ່ອຍໂຕອອກຈາກ ກາສິໂນດັ່ງກ່າວນັ້ນແລ້ວ.
2024-05-09
ນາງແອມມະລີ້ ອາຍຸ 17 ປີ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ກັບມາຫາຄອບຄົວ ດ້ວຍຄວາມປອດໄພແລ້ວ ທຸກປະການ, ພາຍຫຼັງທີ່ ໄດ້ອອກຈາກບ້ານ ໄປເຮັດວຽກ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ຂາດການຕິດຕໍ່ກັບຄອບຄົວ ໄດ້ເດືອນປາຍ ແລ້ວນັ້ນ.
2024-05-09
ຊາວຫວຽດນາມ 5 ຄົນ ທີ່ຖືກຕົວະເຂົ້າມາເຮັດວຽກຢູ່ ເຂດສາມຫລ່ຽມຄຳ ໄດ້ຮັບການຊ່ວຍເຫລືອ ແລະ ຖືກສົ່ງກັບປະເທດຫວຽດນາມ ເຊິ່ງເຈົ້າໜ້າທີ່ລາວເຊື່ອວ່າ ແມ່ນກຸ່ມທີ່ເຮັດວຽກຜິດກົດໝາຍ ຢູ່ເຂດສາມຫລ່ຽມຄຳ.
2024-04-23
ຄົນງານລາວ 14 ຄົນ ທີ່ຕິດຄ້າງໃນມຽນມາ ເປັນກັງວົນ ເລື່ອງຄວາມປອດໄພ ຍ້ອນວ່າ ການຕໍ່ສູ້ກັນ ຮຸນແຮງຂຶ້ນ
2024-04-11
ແມ່ຍິງລາວ 3 ຄົນ ທີ່ຖືກຄ້າມະນຸດ ຢູ່ຮ້ານບັນເທິງຂອງຈີນ ໃນປະເທດພະມ້າ ຖືກນຳໄປບຳບັດ ຢູ່ສູນກາງ ສະຫະພັນແມ່ຍິງລາວ ເປັນເວລາ 57 ວັນ, ພາຍຫຼັງກັບຄືນປະເທດລາວ ກ່ອນສົ່ງກັບພູມລຳເນົາເດີມ.
2024-04-11
ແມ່ຍິງລາວ 2 ຄົນ ຈາກແຂວງຫຼວງນໍ້າທາ ໃນຈໍານວນຄົນລາວ 16 ຄົນ ທີ່ຕົກເປັນເຫຍື່ອການຄ້າມະນຸດ ແລະຕິດຄ້າງຢູ່ໂຮງກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ (ພະມ້າ) ຕັັ້ງແຕ່ເດືອນສິງຫາ ປີ 2022 ນັ້ນ ມາຮອດມື້ວັນທີ 8 ເດືອນເມສາ ປີ 2024 ນີ້ ພວກນາງ ໄດ້ກັບມາຮອດບ້ານເກີດເມືອງນອນແລ້ວ.
2024-04-08
ຕໍາຫຼວດປາບປາມ ການຄ້າມະນຸດຂອງໄທ ຈັບເຈົ້າຂອງຮ້ານຄາຣາໂອະເກະ ສັນຊາດຄົນໄທພ້ອມດ້ວຍເມຍ ສັນຊາດລາວ ແລະແມ່ຍິງລາວອີກ 7 ຄົນ, ອາຍຸລະຫວ່າງ 21-36 ປີ ຍ້ອນຢູ່ຮ້ານຄາຣາໂອະເກະແຫ່ງນີ້ ລັກລອບເປີດເປັນສະຖານບັນເທີງ ແລະຊັກຊວນໃຫ້ແມ່ຍິງລາວ ຂາຍບໍລິການທາງເພດ.
2024-04-04
ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ຕ້ອງໄດ້ພາກັນສົ່ງເງິນໃຫ້ລູກ ທີ່ຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມຍວະດີ ປະເທດມຽນມາໃຊ້ຈ່າຍ ຊື້ຢູ່ຊື້ກິນ.
2024-03-28
ຄົນສັນຊາດອິນເດັຍ ໄດ້ຮັບການຊ່ອຍເຫລືອ ພາຍຫລັງທີ່ຖືກຕົວະໃຫ້ໄປເຮັດວຽກເປັນສະແກມເມີ້ຣ໌ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ໂດຍການຊ່ວຍເຫຼືອໃນຄັ້ງນີ້ ສາມາດນຳເອົາຄົນສັນຊາດອິນເດັຍ ຈຳນວນ 16 ຄົນອອກມາໄດ້.
2024-03-27
ຣັຖບານລາວ ແລະ ທ່ານ ຈ້າວ ເຫວີຍ ປືກສາຫາລື ແກ້ໄຂບັນຫາ ການຄ້າມະນຸດ, ອາຊຍາກັມ ແລະ ກິຈກັມ ທີ່ຜິດກົດໝາຍ, ຄົນຕ່າງຊາດ ເຂົ້າໄປ ເຮັດວຽກ ແບບຜິດກົດໝາຍ ໃນເຂດ ເສດຖະກິຈ ພິເສດສາມຫລ່ຽມຄໍາ ຢ່າງເຂັ້ມງວດ ແລະ ຮີບດ່ວນ ເພື່ອໃຫ້ບັນຫາເຫລົ່ານັ້ນ ຫລຸດນ້ອຍລົງ.
2024-03-21
ເດັກນ້ອຍລາວ 16 ຄົນ ໃນຈໍານວນ 45 ຄົນ ທີ່ຖືກກຸ່ມແກ້ງຄ້າມະນຸສ ຈາກສາມຫຼ່ຽມຄຳ ຂາຍຕໍ່ໃຫ້ໄປເຮັດວຽກ ຢູ່ບໍຣິສັດຂອງຈີນ ທີ່ກາສິໂນ ໂກຊາຍ ໃນເມືອງ ເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ ເຊິ່ງຍັງຖ້າການຊ່ວຍເຫຼືອ ຈາກທຸກພາກສ່ວນທີ່ກ່ຽວຂ້ອງ.
2024-03-19
ເຈົ້າໜ້າທີ່ຕໍາຣວດ ສອບສວນກາງຂອງໄທຍ ໄດ້ຈັບກຸມ ນາງ ໂຊເຟັຽ ສັນຊາຕກັມພູຊາ ໃນຄວາມຜິດ ເປັນທຸຣະຈັດຫາ ຫຼື ນໍາພາໄປ ຊຶ່ງບຸກຄົນໃດ ເພື່ອໃຫ້ບຸກຄົນນຶ່ງ ກະທໍາການຄ້າປະເວນີ ໃນປະເທດ ເຖິງວ່າ ບຸກຄົນນັ້ນຈະຍິນຍອມກໍຕາມ.