ຍິງສາວຊາວລາວ ເຮັດວຽກຢູ່ເມືອງຕົ້ນເຜິ້ງ ສຸດທ້າຍ ຕິດຄຸກຢູ່ປະເທດມຽນມາ
2024.05.09

ກໍລະນີ ທີ່ຜູ້ປົກຄອງ ຂອງນາງ ແອມມະລີ້ ສີລິໄຊ ອາຍຸ 17 ປີ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ປະກາດຊອກຫາລູກສາວ ຜ່ານສື່ສັງຄົມອອນລາຍ ໃນວັນທີ 11 ເດືອນເມສາ ປີ 2024 ທີ່ຜ່ານມາ ຍ້ອນລູກສາວ ບໍ່ໄດ້ສົ່ງຂ່າວຫາຄອບຄົວ ມາເປັນເວລາ ເດືອນປາຍ ແຕ່ໃນຊ້ວງ 1 ປີ ທໍາອິດ ທີ່ລູກສາວໄປເຮັດວຽກ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກະຍັງຕິດຕໍ່ຫາຄອບຄົວປົກກະຕິຢູ່.
ຜູ້ປົກຄອງ ຂອງນາງ ແອມມະລີ້ ເວົ້າໃຫ້ຟັງວ່າ ໃນໄລຍະ ກ່ອນທີ່ຈະຂາດການຕິດຕໍ່ ກັບລູກສາວ ເປັນເດືອນປາຍນັ້ນ ລູກສາວ ໄດ້ໂທມາຫາແມ່ໜຶ່ງຄັ້ງ ບອກໃຫ້ແມ່ຮູ້ວ່າ ນາງຖືກເຈົ້າໜ້າທີ່ຕໍາຫຼວດມຽນມາ ຢູ່ຊາຍແດນໄທ-ທ່າຂີ້ເຫຼັກ ປະເທດມຽນມາ ຈັບ ຫຼັງຈາກນັ້ນ ກໍ່ມິດງຽບມາເລີຍ ບໍ່ສາມາດຕິດຕໍ່ຫາລູກສາວໄດ້ອີກ.
ມາຮອດ ວັນທີ 24 ເດືອນເມສາ ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດຢູ່ແຂວງບໍ່ແກ້ວ ກໍ່ໄດ້ແຈ້ງມາຫາທາງຜູ້ປົກຄອງ ແລະ ສົ່ງຮູບລູກສາວມາໃຫ້ເບິ່ງ ແລະວ່າ ທາງເຈົ້າໜ້າທີ່ລາວ ຈະໄປຮັບໂຕນາງ ແອມມະລີ້ ຈາກເຈົ້າໜ້າທີ່ຕໍາຫຼວດ ຢູ່ຊາຍແດນລາວ-ມຽນມາ ໃນວັນທີ 29 ເດືອນເມສາ ແຕ່ແລ້ວ ກໍ່ເລື່ອນເວລາ ຈົນຮອດວັນທີ 4 ເດືອນພຶດສະພາ 2024 ນີ້ ນາງແອມມະລີ້ ກໍ່ໄດ້ມາຮອດປະເທດລາວແລ້ວ.
ດັ່ງຜູ້ເປັນແມ່ ຂອງນາງ ແອມມະລີ້ ກ່າວດ້ວຍຄວາມດີໃຈ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ພຶດສະພາ ນີ້ວ່າ:
“ທັງຢາກໄຫ້ທາງຢາກຫົວ ຍັງວ່າ ອັນເຫັນລູກໂທມາຫາຫັ້ນກະດາຍ ຕໍາຫຼວດເອົາມາສົ່ງ ຊາຍແດນລາວວ່າຊັ້ນ ໄປເອົາມາແຕ່ວານນີ້ ພຸ້ນລະບໍ້ ລະມາ ລະເພິ່ນກະຂ້ຽວໂທຫາແມ່ ທັງໂທທັງໄຫ້ຍັງວ່າ ແມ່ ເຮົາມາຮອດພີ້ແລ້ວ ເພິ່ນມາສົ່ງຊາຍແດນ ບໍ່ແກ້ວພີ້ແລ້ວ ທາງແມ່ນີ້ກະໄຫ້ແດ່ ແນວດີໃຈວ່່າລູກອອກມາເດ້ ວ່າລູກປອດໄພເດ້ ປານຍົກພູເຂົາອອກຫົວອົກ ຫົວໃຈພຸ້ນນ່າ ຄວາມວ່າເຫັນລູກປອດໄພຫັ້ນນ່າ ກິນເຂົ້າກິນນໍ້າກະ ໂອ້ຍເປັນຕາຕຸ້ຍຕາພີແດ່ໄລຍະນີ້ນ່າຊັ້ນເດ້ ໄປນາ ໄປສວນຊິເດີ ກະຄືວ່າ ຢູ່ມືດຢູ່ຄໍ່າກະແມ່ນີ້ກະ ຄືວ່າໃຈອົດໃຈທົນແດ່ ແດດຮ້ອນແດດໄໝ້ປານໃດກະດາຍນ່າ.”
ຜູ້ເປັນແມ່ ຍັງເວົ້າໃຫ້ຟັງ ຕອນທີ່ໄດ້ລົມ ໄດ້ຖາມລູກສາວ ວ່າເປັນຫຍັງ ຄືບໍ່ຕິດຕໍ່ຫາແມ່ແດ່:
“ເປັນຫຍັງລູກຄືວ່າ ບໍ່ຕິດຕໍ່ມາ ຄັນວ່າຕໍາຫຼວດ ມຽນມາ (ພະມ້າ) ເພິ່ນໃຫ້ໂທກະດາຍ ເຮົາໂທມາແລ້ວ ເຈົ້າຫາກບໍ່ຮັບສາຍ ໂທມາຕັ້ງໂຕະ ບາດນີ້ຕອນຫັ້ນ ຊ່ວງນັ້ນຫັ້ນ ເອື້ອຍຫັ້ນກັງວົນແດ່ ລະໂທລະສັບຫັ້ນ ລາງເທື່ອເອົາຕິດໂຕ ລາງເທື່ອບໍ່ເອົາຕິດໂຕຊີ້ນ່າ ລາງເທື່ອກະໄປຢູ່ແຕ່ນາພຸ້ນຊິນ່າ ລະໂທລະສັບຕັ້ງໂຕະຫັ້ນ ບໍ່ສູ້ເອົາໄປ ລະກະປະໄວ້ແຕ່ເຮືອນ ແບບໃຈບໍ່ດີແດ່ ບໍ່ຢາກຈັບຫຍັງໄປທັ້ງນັ້ນ ວ່າຊັ້ນສາ ລະວ່າລູກຕິດຕໍ່ມາຫັ້ນວ່າ ເຮົາໂທມາ 2 ເທື່ອ ບໍ່ໄດ້ວ່າຊັ້ນ.”
ແມ່ຂອງນາງ ແອມມະລີ້ ຍັງເລົ່າໃຫ້ຟັງ ເຖິງເລື່ອງຊີວິດຂອງລູກສາວ ຕອນທີ່ຕິດຄຸກ ຢູ່ມຽນມາ ນັ້ນວ່າ:
“ລູກສາວກະວ່າ ເອີ່ ເຮົາກະບໍ່ໄດ້ເປັນຫຍັງ ຫົວໜ້າເພິ່ນກະສົ່ງເງິນໃຫ້ກິນ ຕໍາຫຼວດຢູ່ຫັ້ນ (ຕໍາຫຼວດມຽນມາ) ເພິ່ນກະຊື້ຂອງກິນມາໃຫ້ກິນ ວ່າຊັ້ນ ວ່າເຮົາມີເງິນຢູ່ ຫົວໜ້າສົ່ງເງິນໃຫ້ ທິດໜຶ່ງຫັ້ນໄດ້ຢູ່ 1,000-2,000 (ບາດ) ໃຫ້ໃຊ້ຈ່່າຍຢູ່ກິນ 2 ສຽ່ວເພິ່ນຢູ່ນໍາກັນຫັ້ນນ່າ ກະໃຫ້ຕໍາຫຼວດພະມ້າ (ມຽນມາຫັ້ນ ໄປຊື້ມາໃຫ້ກິນວ່າຊັ້ນ ລູກສາວຫັັ້ນວ່າ ກ່ອນຊິນານສົ່ງໂຕ (ສົ່ງກັບປະເທດລາວ) ຫັ້ນມີຄົນໄທຫັ້ນບັກຫຼາຍໆ ຫຼີ້ນການພະນັນອອນລາຍ ລະມັນຫຍຸ້ງຍາກ ເພິ່ນຈັບໄດ້ 100 ພຸ້ນນ່າວ່າຊັ້ນ ເພິ່ນເວົ້າສູ່ຟັງແນວນີ້ ກ່ອນມັນຊິຊ້າແດ່ຫັ້ນນ່າ.”
ໃນເມື່ອລູກສາວ ໄດ້ກັບມາຮອດບ້ານ ຮອດເຮືອນແລ້ວ ທາງຜູ້ປົກຄອງ ກໍ່ໄດ້ແນະນໍາລູກວ່າ:
“ກະແນະນໍາ ໃຫ້ຊອກວຽກເຮັດງານທໍາ ຢູ່ບ້ານຢູ່ເມືອງເຮົາແຫຼະ ແຖວວຽງຈັນນີ້ແຫຼະ ຫຼືວ່າ ຢູ່ໂຮງງານ ຢູ່ໃສກະໄດ້ ຢູ່ກະຊິໂນ ຢູ່ບ້ານເຮົານີ້ກະມໍ່ນີ້ ນາສ້າງເຫຼັກນີ້ ກາຊິໂນຢູ່ມໍ່ບ້ານນີ້ ວ່າໝູ່ພວກລູກເອື້ອຍນີ້ ເຂົາກະໄປຫັ້ນຫຼາຍ ກະແນະນໍາໃຫ້ລູກໄປແນວນີ້ ກະໄປນໍາໝູ່ນໍາພວກລູກນີ້ຊັ້ນເນ່ ວ່າເປັນແນວໃດ ກະໃຫ້ມັນຊອກຕິດຕໍ່ຫາກັນໄດ້ ຢູ່ບ້ານເມືອງເຮົານີ້ຊັ້ນເນ່ ບອກຢ່າສູ່ໄປເດີ້ ທາງອື່ນທາງໄກ ປະເທດອື່ນຫັ້ນຢ່າໄປເດີ້ຊັ້ນເນ່ ຄັນໄປກະໃຫ້ມັນມີໜັງສ້ຽນໜັງສືຄົບຖ້ວນຍຊັ້ນເນ່.”
ນອກຈາກນີ້ ຜູ້ແມ່ຂອງນາງ ແອມມະລີ້ ຍັງຂໍຝາກຄວາມ ເຖິງເຈົ້າໜ້າທີ່ລາວທຸກພາກສ່ວນວ່າ:
“ກະ ຂໍຂອບໃຈ ນໍາເຈົ້າໜ້າທີ່ຫັ້ນແຫຼະ ຜູ້ເພິ່ນຊ່ອຍເຫຼືອລູກ-ຫຼານປະເທດເຮົາ ອອກມາ ຮອດບ້ານຮອດເຮືອນສົ່ ງພໍ່ສົ່ງແມ່ ຍາດຕິພີ່ນ້ອງຜູ້ໃດ ກະດີອົກດີໃຈ ດີອົກດີໃຈແຫຼະຜູ້ເປັນພໍ່ເປັນແມ່ ນີ້ກະດາຍ ຂໍຂອບໃຈຫຼາຍ ທາງເຈົ້າໜ້າທີ່ຕໍາຫຼວດທຸກພາກສ່ວນ.”
ໃນຂະນະທີ່ ເອື້ອຍຂອງແມ່ຍິງລາວ ຜູ້ໜຶ່ງ ອາຍຸ 20 ປີ ຊຶ່ງເປັນຄົນ ຈາກແຂວງບໍລິຄໍາໄຊ ທີ່ນ້ອງສາວ ໄດ້ກັບມາລາວ ພ້ອມກັນກັບນາງແອມມະລີ້ ກໍ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ພຶດສະພາ ນີ້ວ່າ:
“ໂອ້...ກະຮູ້ສຶກດີໃຈຫຼາຍ ເພາະວ່າ ຕິດຕໍ່ເພິ່ນບໍ່ໄດ້ ລະກະ ທາງບ້ານກະເປັນຫ່ວງຫັ້ນນ່າ ຄອບຄົວກະເປັນຫ່ວງຫຼາຍ ລະເຮົາກະແບບ ນ້ອງກັບມາ ລະກະດີໃຈຫັ້ນແຫຼະ ດີໃຈ ຈົນໄຫ້ພຸ້ນແຫຼະ.”
ກ່ຽວກັບສາເຫດ ວ່າເປັນຫຍັງນ້ອງສາວ ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດມຽນມາ ຈັບນັ້ນ ຜູ້ເປັນເອື້ອຍ ກໍ່ເວົ້າວ່າ:
“ຍັງບໍ່ທັນໄດ້ບອກ ຍັງບໍ່ທັນໄດ້ລົມລາຍລະອຽດກັນເທື່ອ ເພາະວ່າ ເຮົາກະຍັງບໍ່ທັນຢາກຖາມເທື່ອ ຢ້ານແບບກະທົບຈິດໃຈ ຫຼືວ່າອີ່ຫຍັງຫັ້ນແຫຼະ ຢາກໃຫ້ເພິ່ນແບບເປັນຄົນພ້ອມ ແລະໃຫ້ເພິ່ນເປັນຄົນບອກເອງຫັ້ນນ່າ ກະບໍ່ຢາກສໍ້ຖາມຫຼາຍ ແບບຂະເຈົ້າຄິດຫຼາຍແນ່ຫັ້ນນ່າ ເພາະວ່າ ຈັກແບບຖືກອີ່ຫຍັງມາ ເຮົາກະບໍ່ຮູ້ຫັ້ນນ່າ ບໍ່ຢາກສໍ້ຢາກຖາມເພິ່ນເທື່ອ ຖ້າໃຫ້ເພິ່ນພ້ອມກ່ອນ ໃຫ້ເພິ່ນເລົ່າເອງ.”
ນາງ ຍັງເລົ່າໃຫ້ຟັງຕື່ມວ່າ ກ່ອນໜ້ານີ້ ທີ່ຕິດຕໍ່ຫານ້ອງສາວບໍ່ໄດ້ ທາງຄອບຄົວ ກໍ່ເປັນກັງວົນຫຼາຍ ຢ້ານວ່າຈະຖືກຄ້ານຸດ:
“ແມ່ນ ໂອ້ຍ ກະພາກັນກັງວົນຫັ້ນແຫຼະ ແບບເຮົາກະໃຈບໍ່ດີເນາະ ເວລາເຫັນ ປົກກະຕິກະເຫັນນ້ອງ ແບບ ຢູ່ກະຢູ່ ສາມຫຼ່ຽມ (ສາມຫຼ່ຽມທອງຄໍາ) ຢູ່ຫັ້ນນ່າ ລະບໍ່ຮູ້ວ່າ ໄປຕິດຄຸກອີ່ຫຍັງຈັ່ງໃດ ກະມີຄວາມກັງວົນ ແລະເປັນຫ່ວງ ລະທາງຄອບຄົວພໍ່ແມ່ກະ ດິ້ນລົນບໍ່ຮູ້ຊິຊ່ວຍນ້ອງຈັ່ງໃດ ຕິດຕໍ່ໃຜກະບໍ່ໄດ້ ລະສຸດທ້າຍ ກະເອີ່ ມີຕໍາຫຼວດຕິດຕໍ່ມາ ເອີ່ກະຍັງໄຄແດ່ຫັ້ນນ່າ ກະເປັນຫ່ວງເພິ່ນຫັ້ນແຫຼະ.”
ເຖິງແນວໃດກໍດີ ທາງຜູ້ເປັນເອື້ອຍຜູ້ນີ້ ກໍຝາກສະຕິເຕືອນໃຈ ໃຫ້ຊາວໜຸ່ມຍິງສາວລາວ ທີ່ຄິດຈະໄປເຮັດວຽກ ຢູ່ຕ່າງແຂວງ ຫຼືຕ່າງປະເທດ ນັ້ນວ່າ:
“ກະຢາກຝາກວ່າ ສໍາລັບຄົນທີ່ໄປເຮັດວຽກ ຢູ່ຕ່າງເມືອງ ຕ່າງແດນ ກະຢາກໄປ ເອີ່ໄປໃຫ້ຖືກກົດໝາຍ ໜຶ່ງກະຄື ໄປໃຫ້ຖືກກົດໝາຍເນາະ ລະກະພະຍາຍາມ ຕິດຕໍ່ພໍ່ແມ່ແນ່ ໄປກະໃຫ້ຄົນໃນຄອບຄົວຮັບຮູ້ ໄປໃສມາໃສ ປະມານນີ້ຫັ້ນນ່າ ອີກຢ່າງກະ ບໍ່ຢາກໃຫ້ໄປດອກ ຄວາມຈິງເຮັດວຽກຢູ່ບ້ານເຮົາກະໄດ້ ແຕ່ເຮົາກະບໍ່ຮູ້ວ່າ ສະພາບຄອບຄົວຄົນອື່ນມັນເປັນຈັ່ງໃດເນາະ ບາງເທື່ອ ຄົນອື່ນຂະເຈົ້າທຸກຍາກ ຂະເຈົ້າກະຕ້ອງໄດ້ດິ້ນລົນໄປຫາເງິນຢູ່ບ່ອນອື່ນ ອັນນີ້ເຮົາກະເຂົ້າໃຈນໍາກັນ ແຕ່ວ່າ ຄັນແບບໄປແລ້ວ ກະພະຍາຍາມ ແບບຕິດຕໍ່ຫາຄອບຄົວ ໃຫ້ຄອບຄົວຮູ້ວ່າ ຕອນນີ້ເຮົາຢູ່ໃສ ຢູ່ແບບໃດ ເປັນຈັ່ງໃດຫັ້ນນ່າ ກະໃຫ້ມີສະຕິນໍາກັນ ບໍ່ຢາກໃຫ້ຖືກຕົວະຖືກຫຍັງ ຄືກັນຫັ້ນແຫຼະບາງເທື່ອ ບາງບ່ອນໄປ ມັນກະແບບ ເປັນຫຼາຍຮູບແບບເນາະ ເຮົາກະບໍ່ຮູ້ຫັ້ນນ່າ ແຕ່ວ່າ ທາງທີ່ດີກະບໍ່ຕ້ອງໄປດີກວ່າ ຢູ່ກັບຄອບຄົວ.”
ກ່ອນໜ້ານີ້ ວິທຍຸເອເຊັຽເສຣີ ກໍ່ໄດ້ສອບຖາມ ໄປຍັງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ກ່ຽວກັບການໄປເຮັດວຽກ ຢູ່ຕ່າງເມືອງ ຕ່າງແຂວງ ຂອງປະຊາຊົນ ຢູ່ເຂດນັ້ນ ໂດຍເຈົ້າໜ້າທີ່ທ່ານໜຶ່ງ ກໍ່ໄດ້ເວົ້າເຖິງສາເຫດ ໃຫ້ຟັງວ່າ:
“ມັນກະບໍ່ມີຫົນທາງແຫຼະເນາະ ເພາະວ່າ ຢູ່ເຂດບ້ານເຮົານີ້ ເວົ້າເລື່ອງໂຮງຈັກ ໂຮງງານກະບໍ່ມີເນາະ ບ່ອນຊອກຫາເງິນຫາຄໍາ ກະບໍ່ມີຫັ້ນນ່າ ມັນກະຢາກຍາກເນາະ ມີແຕ່ເຮັດໄຮ່ ເຮັດນາທໍາມະດານີ້ ການຄອງຊີບ ມັນກະບໍ່ຢູ່ເກົ່າ ການຫາເງິນຫາຄໍານີ້ແຫຼະ ໄດ້ດີ້ນລົນໄປເນາະ ກະຊິໄປຫ້າມເຂົາ ເຮົາພັດບໍ່ມີອັນລ້ຽງອັນເກືອເຂົານີ້ແຫຼະ ເວົ້າເລື່ອງການດໍາລົງຊີວິດນີ້ ມັນກະຢາກເນາະ ຄັນມີໂຮງຈັກໂຮງງານ ຕອບສະໜອງ ພໍ່ແມ່ປະຊາຊົນນີ້ ກະບໍ່ໄດ້ເວົ້າຫຍັງເນາະ ຄັນເຮົາບໍ່ໃຫ້ໄປກະບໍ່ເປັນຫຍັງ ອັນນີ້ ເຮົາທາງບ້ານ ມັນກະເປັນຊານເມືອງເນາະ ຊານແທ້ໆໃດ໋ ຕີນພູເຂົາຄວາຍພີ້ໃດ໋.”
ກ່ຽວກັບການກັບມາລາວ ຂອງນາງ ແອມມະລີ້ ສີລິໄຊ ນີ້ ໃນມື້ວັນທີ 7 ເດືອນພຶດສະພາ 2024 ເອເຊັຽເສຣີ ກໍ່ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ຕໍາຫຼວດແຂວງບໍ່ແກ້ວ ເຊິ່ງເຈົ້າໜ້າທີ່ ທ່ານໜຶ່ງ ທີ່ຮູ້ກ່ຽວກັບເລື່ອງນີ້ ກໍ່ເວົ້າໃຫ້ຟັງວ່າ:
“ເຈົ້າໆ ຮອດແລ້ວ ຮອດບ້ານແລ້ວເດີ້ ບໍ່ເປັນຫ່ວງເດີ້ ມາທັງ 3 ຄົນແລ້ວ ມັນມີ ບໍລິຄໍາໄຊ ຄົນໜຶ່ງ, ຫຼວງນໍ້າທາຄົນໜຶ່ງ (ແຂວງວຽງຈັນ ຄົນໜຶ່ງ) ກັບມາເບິດແລ້ວ ມາຮອດ ທາງເຈົ້າໜ້າທີ່ເຮົາ ສົ່ງຮອດບ້ານ ຮອດຄອບຄົວຢ່າງປອດໄພເບິດແລ້ວ.”
ທ້າຍສຸດນີ້ ເລື່ອງລາວ ແລະ ເຫດການຕ່າງໆ ຈົບລົງດ້ວຍດີ ກໍ່ແມ່ນຍ້ອນທາງເຈົ້າໜ້າທີ່ແຂວງບໍ່ແກ້ວ ທີ່ໄດ້ຕິດຕາມສືບທາວຫາ ນາງ ແອມມະລີ້ ໃຫ້ຄວາມກະຈ່າງແຈ້ງ ຕໍ່ວິທຍຸເອເຊັຽເສຣີ ແລະ ໃຫ້ການຊ່ອຍເຫຼືອຊາວໜຸ່ມລາວ 3 ຄົນ ໃຫ້ກັບມາສູ່ຄອບຄົວ ດ້ວຍຄວາມປອດໄພ.