ໄວໜຸ່ມ-ຍິງສາວ ລາວ 14 ຄົນ ທີ່ຕິດຄ້າງຢູ່ປະເທດມຽນມາ ເດີນທາງມາເຖິງລາວແລ້ວ
2024.05.24

ປັດຈຸບັນ ໄວໜຸ່ມຍິງສາວລາວ 14 ຄົນ ໃນນີ້ ມີແມ່ຍິງ 1 ຄົນ ແລະ ຜູ້ຊາຍ 13 ຄົນ ອາຍຸລະຫວ່າງ 17-26 ປີ ຈາກ ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ທີ່ໄດ້ຖືກກຸ່ມແກ້ງຄ້າມະນຸດ ທີ່ເປັນຄົນລາວ ຕົວະຫຼອກລວງ ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ຄິງໂຣມັນ (Kings Romans) ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ກັບຖືກຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ລັດກະຢິ່ນ ຫຼື ລັດກະຫຣ່ຽງ ປະເທດມຽນມາ ຕັ້ງແຕ່ເດືອນສິງຫາ ປີ 2022.
ມາຮອດວັນທີ 15 ພຶດສະພາ ປີ 2024 ໄວໜຸ່ມຍິງສາວລາວ 14 ຄົນ ກໍ່ຖືກປ່ອຍໃຫ້ກັບບ້ານ ຍ້ອນເຮັດວຽກບໍ່ໄດ້ ຕາມຄວາມຕ້ອງການຂອງຄົນຈີນ ເຊິ່ງພວກເຂົາເຈົ້າ ໄດ້ຖືກສົ່ງອອກຜ່ານທາງຊາຍແດນ ມຽນມາ-ໄທ ແລ້ວຖືກເຈົ້າໜ້າທີ່ຕໍາຫຼວດ ຢູ່ດ່ານ ຕ.ມ ເມືອງແມ່ສອດ ແຂວງຕາກ ປະເທດໄທ ກັກໂຕໄວ້ ເພື່ອລໍຖ້າສົ່ງໂຕ ກັບປະເທດລາວ.
ໃນວັນທີ 24 ເດືອນພຶດສະພາ ປີ 2024 ນີ້ ທັງ 14 ຄົນນັ້ນ ກໍ່ໄດ້ເດີນທາງ ມາຮອດປະເທດລາວແລ້ວ ໂດຍຜ່ານທາງດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ແຂວງບໍ່ແກ້ວ ດ້ວຍຄວາມປອດໄພ, ດັ່ງຜູ້ປົກຄອງ ຈາກແຂວງຫຼວງນໍ້າທາ ຜູ້ທີ 1 ທີ່ລູກຊາຍ ໄດ້ກັບມາຮອດລາວແລ້ວນີ້ ກ່າວດ້ວຍຄວາມດີໃຈ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶດສະພາ ນີ້ວ່າ:
“ລູກເອີ່ຍ.... ລູກຂອງແມ່ໆ ມາຮອດເໝິດທຸກຄົນແລ້ວ ພວກແມ່ດີໃຈຫຼາຍ ຮອດລະເດີ້ ຮອດລະເດີ້ ຂອບອົກຂອບໃຈນໍາລູກເດີ້ ລູກເດີ້ໆ.”
ຜູ້ປົກຄອງຜູ້ທີ 2 ທີ່ໄດ້ເຫັນໜ້າລູກຊາຍ ໃນມື້ນີ້ ກໍ່ເວົ້າໃຫ້ເອເຊັຽເສຣີ ຟັງວ່າ:
ພຶດສະພານີ້ວ່າ:
“ອີ່ແມ່ກໍ່ດີໃຈ ດີໃຈແທ້ໆ ດີໃຈຈົນນໍ້າຕາອອກນີ່ ດີໃຈຈົນໄຫ້ແຫຼະນີ້ ເຫັນລູກຊາຍມາຫັ້ນ ແມ່ກະເລີຍມາກອດລູກຫັ້ນ ໂອ້ຍນໍ້າຕາຈົນອອກຫຼາຍບໍ່ຫຼາຍນິ່ ຄວາມດີໃຈ ຈັກນໍ້າຕາອອກຈັ່ງໃດບຸແຫຼະ ຄວາມດີໃຈນີ້ນ່າ ຂອບອົກຂອບໃຈນໍາລູກເດີ້ (ນັກຂ່າວເອເຊັຽເສຣີ) ຍັງເປັນຫ່ວງເປັນໃຍ ຊ່ວຍອີ່ແມ່ ຂອບໃຈຫຼາຍໆ.”
ຂະນະທີ່ ຜູ້ປົກຄອງ ຜູ້ທີ 3 ກໍ່ເວົ້າວ່າ ລູກໄດ້ກັບມາແລ້ວ ຈະເອົາຫຍັງມາປຽບເປີຍ ກໍ່ບໍ່ເທົ່າໄດ້ເຫັນລູກຊາຍ ກັບມາບ້ານ:
“ໄດ້ກັບແລ້ວເດີ້ ລູກສາວເດີ້ (ນັກຂ່າວເອເຊັຽເສຣີ) ຂອບມົກຂອບໃຈ ທີ່ຊ່ວຍແມ່ ລູກຊາຍມາຮອດແມ່ລະເດີ້ ແມ່ກໍດີໃຈຫຼາຍ ໄດ້ເງິນເປັນ 100, 200 ລ້ານ 300 ລ້ານ (ກີບ) ແມ່ກະບໍ່ດີໃຈ ທໍ່ໄດ້ເຫັນໜ້າລູກ (ລູກຊາຍ) ຂອບໃຈໆ ທີ່ລູກຊ່ວຍ.”
ສ່ວນຜູ້ປົກຄອງ ຜູ້ທີ່ 4 ທີ່ລູກຊາຍ ໄດ້ກັບມາພ້ອມກັນນີ້ ກໍ່ເວົ້າວ່າ:
“ລູກຊາຍ ກັບມາຮອດລາວແລ້ວເດີ້ ມາຮອດພໍ່ຮອດແມ່ແລ້ວ ເປັນແນວໃດກະຂໍຂອບອົກຂອບໃຈ ນໍາເອື້ອຍ ເປັນຫ່ວງເປັນໃຍ ດຽວນີ້ລູກກະປອດໄພ ກັບມາຮອດພໍ່ຮອດແມ່ແລ້ວ ດີໃຈແລ້ວ.”
ແລະຜູ້ປົກຄອງຜູ້ທີ 5 ກໍ່ເວົ້າດ້ວຍຄວາມດີໃຈ ຄືກັນວ່າ:
“ຂອບໃຈນໍາລູກເດີ້ (ນັກຂ່າວເອເຊັຽເສຣີ) ທີ່ຊ່ວຍອອກຂ່າວ ຊ່ວຍຕິດຕາມ ລູກໆຫຼານໆມາແຕ່ຕົ້ນເດີ້ ຂອບໃຈຫຼາຍເດີ້ ດຽວນີ້ລູກຫຼານປອດໄພ ຮອດລາວແລ້ວເດີ້.”
ໃນຂະນະທີ່ ຜູ້ປົກຄອງຜູ້ທີ 6 ກໍ່ຍັງເປັນຫ່ວງແມ່ຍິງລາວ ອີກຄົນໜຶ່ງ ທີ່ໄດ້ຂໍການຊ່ອຍເຫຼືອພ້ອມກັນ ກັບລູກເຕົ້າຂອງຕົນ ແຕ່ພັດບໍ່ໄດ້ກັບມາ ຍ້ອນແມ່ຍິງຄົນນັ້ນ ຖືກຂາຍຕໍ່ໃຫ້ໄປເຮັດວຽກ ຢູ່ບໍລິສັດໃໝ່:
“ຂອບໃຈໆ ດຽວນີ້ ຍັງແຕ່ແມ່ ຂອງນາງກີ ໂທມາ ລາວໂທມາເຂົ້າກຸ່ມ ກະໄຫ້ແທ້ໄຫ້ວ່າ ຄັນເປັນຈັ່ງໃດ ກະຊ່ວຍປະສານງານຫາ ຊ່ອຍລາວແດ່ ຍັງເຫຼືອແຕ່ລາວຄົນດຽວຫັ້ນແຫຼະ (ຍັງຕິດຄ້າງຢູ່ປະເທດມຽນມາ).”
ເຖິງແນວກໍດີ ຜູ້ປົກຄອງຜູ້ນີ້ ກໍຂໍຝາກຄວາມເຖິງເຈົ້າໜ້າທີ່ໄທ ແລະເຈົ້າໜ້າທີ່ທາງການລາວ ທີ່ໄດ້ຊ່ອຍເຫຼືອພວກລູກເຕົ້າ ທັງ 14 ຄົນນີ້ ໃຫ້ໄດ້ກັບມາຫາພໍ່ແມ່ ດ້ວຍຄວາມປອດໄພ ນີ້ວ່າ:
“ແມ່ກໍ ຂໍຂອບອົກຂອບໃຈ ນໍາເຈົ້າໜ້າທີ່ໄທເພິ່ນຫຼາຍໆ ເປັນທຸລະມາສົ່ງລູກຫຼານຄົນລາວ ໃຫ້ເຈົ້າໜ້າທີ່ຄົນລາວ ບໍ່ວ່າທາງຝັ່ງລາວ ຝັ່ງໄທ ແມ່ກະຂໍຂອບໃຈຫຼາຍໆ ທີ່ຊ່ອຍເຫຼືອເດັກນ້ອຍລາວ ທີ່ໄປຕົກຢູ່ພຸ້ນ (ຢູ່ໄທ) ມາຮອດເຮືອນຮອດຊານ ມາຮອດອ້ອມກອດຂອງພໍ່ຂອງແມ່ ພໍ່ແມ່ກະຢາກຂອບອົກຂອບໃຈເພິ່ນຫຼາຍໆ.”
ກ່ອນໜ້ານີ້ ຄືເມື່ອວັນທີ 20 ພຶດສະພາ 2024 ເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ກ່ຽວກັບເລື່ອງຄົນລາວ 14 ຄົນ ທີ່ຕິດຄ້າງຢູ່ ຕ.ມ ເມືອງແມ່ສອດ ແຂວງຕາກ ປະເທດໄທ ວ່າອີກດົນປານໃດ ພວກເຂົາເຈົ້າ ຈຶ່ງຈະຖືກສົ່ງກັບປະເທດລາວ, ເຈົ້າໜ້າທີ່ທ່ານໜຶ່ງ ທີ່ຮູ້ກ່ຽວກັບເລື່ອງນີ້ ກໍເວົ້າໃຫ້ຟັງວ່າ:
“ບໍ່ດົນດອກ ຖ້າຕາມລໍາດັບເນາະ ກະຄືຈະໄປຕາມລໍາດັບເລີຍ ອັນນີ້ ຄືສອບຖາມໃນເບື້ອງຕົ້ນ ແມ່ນທາງປາຍທາງ ຕ້ອງສອບຖາມຂໍ້ມູນຂອງທັງ 14 ຄົນນີ້ລະອຽດ ນໍາເຈົ້າໜ້າທີ່ລາວກ່ອນ ວ່າພວກເຂົາເປັນຄົນມາຈາກເມືອງໃດ ແຂວງໃດແທ້ ມີຍາດທີ່ນ້ອງ ຫຼືມີທີ່ພັກຢູ່ບ່ອນນັ້ນແທ້ບໍ່ ຖ້າສົ່ງຜິດສົ່ງຖືກ ດຽວມັນຊິຫຍຸ້ງຍາກ ມື້ວານ ຂ້ອຍກະໄດ້ຖາມໝູ່ຄູ່ຢູ່ປາຍທາງ ຂະເຈົ້າກະວ່າ ຊິອອກເມືອທາງຊຽງຂອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.”
ເຖິງແນວໃດກໍດີ ວິທຍຸເອເຊັຽເສຣີ ກະຕ້ອງຂໍສະແດງຄວາມຂອບໃຈ ຕໍ່ເຈົ້າໜ້າທີ່ທາງການລາວ, ເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດມຽນມາ ແລະເຈົ້າໜ້າທີ່ໄທ ທີ່ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ວິທຍຸເອເຊັຽເສຣີ ຕະຫຼອດມາ ກ່ຽວກັບການຊ່ອຍເຫຼືອ ໄວໜຸ່ມຍິງສາວລາວ ທັງ 14 ຄົນນີ້ ໃຫ້ກັບມາສູ່ປະເທດລາວ ດ້ວຍຄວາມປອດໄພ ໃນຄັ້ງນີ້.
ວິທຍຸເອເຊັຽເສຣີ ໄດ້ຕິດຕາມ ລາຍງານຂ່າວນີ້ ມາໂດຍຕະຫຼອດ: ຄືຕັ້ງແຕ່ ເດືອນສິງຫາ ປີ 2022 ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ເປັນເດັກນ້ອຍໄວໜຸ່ມ-ຍິງສາວລາວ ອາຍຸ ລະຫວ່າງ 14-30 ປີ ຈໍານວນທັງໜົດ 45 ຄົນ ເຊິ່ງສ່ວນໃຫຍ່ ເປັນຜູ້ຊາຍ ໄປຈາກແຂວງ ຫຼວງນໍ້າທາ ໃນເບື້ອງຕົ້ນ ຖືກກຸ່ມແກ້ງຄ້າມະນຸດທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ຄິງໂຣມັນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍ ພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກ ຢູ່ບໍລິສັດຂອງຄົນຈີນ ທີ່ກາສິໂນໂກຊາຍ ໃນເມືອງເມຍວະດີ ປະເທດມຽນມາ (ພະມ້າ) ໃນນັ້ນ ເມື່ອຕົ້ນປີ 2023 ຫົວໜ້າຄົນຈີນ ໄດ້ຮຽກຄ່າໄຖ່ ເພື່ອປ່ອຍໂຕກັບປະເທດລາວ 12 ຄົນ, ໃນເດືອນພະຈິກ ປີ 2023 ຫົວໜ້າຄົນຈີນ ປ່ອຍໂຕກັບປະເທດລາວ ຍ້ອນເຮັດວຽກຕອບແຊັດບໍ່ໄດ້ 16 ຄົນ, ໃນມື້ວັນທີ 8 ເດືອນເມສາ ປີ 2024 ແມ່ຍິງລາວ 2 ຄົນ ອາຍຸລະຫວ່າງ 19 ຫາ 21 ປີ ກໍ່ຖືກປ່ອຍໂຕໃຫ້ກັບບ້ານ ໂດຍທີ່ພວກນາງ ບໍ່ໄດ້ເສຍຄ່າໄຖ່ໂຕແຕ່ຢ່າງໃດ, ແຕ່ພວກນາງ ຕ້ອງໄດ້ເສຍເງິນໃຫ້ກັບ ຜູ້ທີ່ ພາອອກຈາກໂຮງກາສິໂນດັ່ງກ່າວ ແລະຫຼ້າສຸດ ໃນວັນທີ 24 ເດືອນພຶດສະພາ 2024 ນີ້ ຫົວໜ້າຄົນຈີນ ກໍ່ປ່ອຍໂຕ ກັບປະເທດລາວ ທັງ 14 ຄົນແລ້ວ ຍ້ອນພວກເຂົາເຈົ້າເຮັດວຽກຕອບແຊັດບໍ່ໄດ້ ລວມທັງໝົດ 44 ຄົນ ໄດ້ກັບປະເທດລາວແລ້ວ.
ແຕ່ ໃນຂະນະທີ່ ແມ່ຍິງລາວ ອາຍຸ 18 ປີ ຈາກແຂວງຫຼວງນໍ້າທາ ຄົນໜຶ່ງ ທີ່ເຄີຍເຮັດວຽກ ຢູ່ທີ່ກາສິໂນ ໂກຊາຍ ຂອງຈີນ ນີ້ ລາວຖືກຂາຍຕໍ່ ໃຫ້ໄປເຮັດວຽກຢູ່ກາສິໂນ ບ່ອນໃໝ່ ໃນມຽນມາ ວ່າງທ້າຍເດືອນກໍລະກົດ ປີ 2023 ກໍຍັງບໍ່ໄດ້ກັບລາວເທື່ອ ແລະລາວ ກໍຕ້ອງການຄວາມຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຢູ່ທຸກມື້ເຊັ່ນກັນ.