ເຣື້ອງທີ່ເກັບບັນທຶກໄວ້
2022-01-21
ທາງການລາວ ກຳລັງອອກ ຮ່າງກົດໝາຍ ວ່າດ້ວຍ ຄວາມປອດພັຍ ຂອງການ ສ້າງເຂື່ອນ ຫຼັງຈາກທີ່ ຫຼາຍເຂື່ອນໃນລາວ ສ້າງບໍ່ໄດ້ມາຕຖານ ສາກົລ ແລະ ມີຄວາມສ່ຽງ ທີ່ຈະເກີດ ເຫດການຮຸນແຮງ ສ້າງຄວາມເສັຽຫາຍ ຫຼາຍຢ່າງ.
2022-01-20
ຊາວຈີນ 2 ຄົນ ທີ່ຂົນສິ່ງເສດເຫລືອແລະຂີ້ເຫຍື້ອໃສ່ຣົຖໄປຖິ້ມຊະຊາຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ແຄມທາງ ສາຍດົງນາໂຊກ-ໜອງບຶກ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ຄວນໄດ້ຮັບການລົງໂທດ.
2022-01-19
ທາງການລາວ ເຣີ່ມສໍາຣວດພື້ນທີ່ກະສິກັມ ແລະດິນປຸກສ້າງ ເຮືອນຈັດສັນ ໃຫ້ປະຊາຊົນ 23 ບ້ານ ຢູ່ 3 ແຂວງ ໄດ້ແກ່ ຫລວງພຣະບາງ, ອຸດົມໄຊ ແລະໄຊຍະບູຣີ.
2022-01-18
ໂຮງງານ ຂ້າສັດ ໄດ້ປ່ອຍນ້ຳເສັຽ ເຮັດໃຫ້ສົ່ງກິ່ນເໝັນ ກະທົບຊີວິດ ການເປັນຢູ່ ຂອງຊາວບ້ານ ໃນເຂດບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາເປັນປີແລ້ວ ບັນຫາດັ່ງກ່າວ ບໍ່ສາມາດແກ້ໄຂໄດ້ເທື່ອ.
2022-01-14
ການສ້າງເມືອງ ອັດສະຣິຍະ ຢູ່ນະຄອນຫລວງວຽງຈັນ ໃນເຂດ 2 ເມືອງ ໄດ້ແກ່ ເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ຍັງບໍ່ທັນໄດ້ເຣີ່ມ ຍ້ອນຍັງເກັບກໍາ ຂໍ້ມູນກ່ຽວກັບດິນ ຂອງປະຊາຊົນຫລາຍຮ້ອຍເຮັກຕາ ທີ່ໂຄງການຈະກວມເອົາ.
2022-01-14
ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອອກຖແລງການ ກ່ຽວກັບສະພາບນໍ້າຂອງ ຫຼຸດຕໍ່າສຸດ 3 ປີຕິດຕໍ່ກັນ ແລະຕໍ່າສຸດໃນຮອບ 60 ປີ ຊຶ່ງໃນປີ 2020 ຖືວ່າມີລະດັບ ທີ່ຕໍ່າທີ່ສຸດ. ພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ 6 ປະເທດ ສະມາຊິກແມ່ນໍ້າຂອງ ດຳເນີນການແກ້ໄຂບັນຫາ ແມ່ນໍ້າຂອງແຫ້ງແລ້ງ ແລະມີຄວາມຜັນຜວນນັ້ນນໍາດ້ວຍ.
2022-01-11
ນາຍົກຣັຖມົນຕຣີ ໄດ້ອອກດໍາຣັຖ ເມື່ອທ້າຍປີຜ່ານມາ ວ່າດ້ວຍການສ້າງຕັ້ງ ອຸທິຍານ ແຫ່ງຊາດພູເຂົາຄວາຍ ເພື່ອປົກປັກຮັກສາ ປ່າໄມ້ ແລະຊີວະນາໆ ພັນ ຊຶ່ງມີຄວາມສໍາຄັນ ຕໍ່ການທ່ອງທ່ຽວ ຕາມທິດສີຂຽວ.
2022-01-11
ຜູ້ທີ່ອາສັຍຢູ່ຕາມ ແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບ ຈາກການ ຜັນຜວນ ແລະການຂຶ້ນ-ລົງຂອງ ແມ່ນໍ້າຂອງ ທີ່ຜິດ ທັມມະຊາດ ເຮັດໃຫ້ ການຫາປາ ຍາກຂຶ້ນກວ່າເກົ່າ, ສ່ວນນຶ່ງຍ້ອນ ການສ້າງເຂື່ອນ ຫຼາຍແຫ່ງ ໃສ່ແມ່ນໍ້າຂອງ ທັງໃນຈີນ ແລະໃນລາວ.
2022-01-07
ທາງການແຂວງຫລວງພຣະບາງ ໄດ້ເຮັດບົດບັນທຶກ ກັບບໍຣິສັດອິນຟີນີຕີ ທ່ອງທ່ຽວຈໍາກັດ ຂອງເອກກະຊົນ ໂດຍອະນຸຍາດໃຫ້ສໍາຣວດ ແລະສຶກສາຄວາມເປັນໄປໄດ້ 1 ປີ ເພື່ອສ້າງ ແຫລ່ງທ່ອງທ່ຽວ ຄົບວົງຈອນຢູ່ພູຈອມຫວດ ແລະພູຫິນກອງ.
2022-01-04
ຊາວບ້ານ ຢູ່ແຂວງສາຣະວັນ 40 ຄອບຄົວ ບໍ່ຍອມຍົກດິນ ໃຫ້ນັກລົງທຶນຈີນ ປູກກ້ວຍ ສົ່ງຂາຍຈີນ ເຖິງແມ່ນວ່າ ທາງການ ຈະບັງຄັບ ຂະເຈົ້າ ກໍຕາມ ຍ້ອນບໍ່ມີດິນທຳການຜລິດ ແລະ ຢ້ານສານເຄມີ.