ເຣື້ອງທີ່ເກັບບັນທຶກໄວ້
2022-04-04
ນ້ຳເຊກອງ ຂຶ້ນກະທັນຫັນ ຖ້ວມຊັພສິນ ເປັນຕົ້ນແມ່ນ ຮ້ານອາຫານ, ເຄື່ອງຂອງ ປະຊາຊົນ ຜູ້ທີ່ອາສັຍ ຢູ່ຕາມແຄມນ້ຳເຊກອງ ຄາດວ່າ ຄວາມເສັຍຫາຍ ທີ່ເກີດຈາກພັຍນ້ຳຖ້ວມ ໃນຄັ້ງນີ້ ຫຼາຍສົມຄວນ ຊຶ່ງຢູ່ໃນລະຫວ່າງການສຳຣວດ ແລະເກັບກຳຂໍ້ມູນ ເພື່ອປະເມີນຄວາມເສັຽ.
2022-04-01
ພິທີມອບ-ຮັບ ບ້ານຈັດສັນ ທີ່ທາງໂຄງການ ທາງຣົຖໄຟ ລາວ-ຈີນ ສ້າງເພື່ອຊົດເຊີຍ ແກ່ຊາວບ້ານ ທີ່ຖືກຜົລກະທົບ ຈາກການກໍ່ສ້າງທາງຣົຖໄຟ ໄດ້ເລື່ອນການ ມອບຮັບອອກໄປອີກ ໂດຍທີ່ທາງຜູ້ຮັບຜິດຊອບ ໃຫ້ເຫດຜົລວ່າ ເນື່ອງຈາກການກໍ່ສ້າງ ທາງເຂົ້າບ້ານ ດັ່ງກ່າວຍັງແລ້ວ.
2022-04-01
ເຖິງແມ່ນວ່າ ຍັງມີຫຼາຍບັນຫາ ທີ່ຕ້ອງຈັດການແກ້ໄຂ ແຕ່ເຈົ້າຂອງໂຄງການ ເຂື່ອນໄຟຟ້າປາກລາຍ ກໍຕຣຽມພ້ອມ ລົງມືກໍ່ສ້າງເຂື່ອນແຫ່ງນີ້ ໃຫ້ສຳເຣັຈໃນ ປີ 2029, ຂະນະທີ່ຊາວບ້ານ ຜູ້ທີ່ອາດຈະຖືກ ໂຄງການ ກໍມີຄວາມກັງວົນ ແລະບໍ່ຢາກໃຫ້ ມີການສ້າງເຂື່ອນ ແຫ່ງນີ້.