ເກີດບັນຫາ ເຮືອນຈັດສັນ, ເລື່ອນພິທີ ມອບ-ຮັບອອກໄປອີກ
2022.04.01

ທາງການແຂວງຫລວງນໍ້າທາ ເລື່ອນພິທີ ມອບ-ຮອບ ບ້ານຈັດສັນເຂດນາເຕີຍ ເມືອງຫລວງນໍ້າທາຈຳນວນ 159 ຫລັງໃຫ້ແກ່ຜູ້ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຈາກທີ່ເຄີຍກຳນົດ ມອບ-ຮັບ ໃນທ້າຍເດືອນມີນາທີ່ຜ່ານມານີ້. ການກໍ່ສ້າງທາງເຂົ້າບ້ານຈັດສັນ ດັ່ງກ່າວຍັງບໍ່ທັນແລ້ວຕາມແຜນ ຊຶ່ງຄາດວ່າຈະເລື່ອນມື້ພິທີ ມອບ-ຮັບ ດັ່ງກ່າວມາໄວ້ເດືອນເມສານີ້ ແຕ່ຍັງບໍ່ແຈ້ງວັນ ແລະເວລາຢ່າງຄັກແນ່.
ດັ່ງເຈົ້າໜ້າທີ່ເມືອງຫລວງນໍ້າທາ ນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 1 ເມສານີ້ວ່າ:
“ບ້ານຈັດສັນນາເຕີຍຍັງບໍ່ໄດ້ມອບເທື່ອ ມັນທາງບໍ່ແລ້ວມັນເພມັນແຕກມັນຫັກນີ້ແລ້ວ ກາເລີຍວ່າເຂົາເຈົ້າຍັງແປງສ້ອມທາງຢູ່ ກຳນົດຂະເຈົ້າສິມອບບ້ານຈັດສັນຍັງບໍ່ຮູ້ເທື່ອໄດ ປະມານເດືອນ 4 ນີ້ແຫລະແຕ່ວ່າຊິແມ່ນຈັກວັນໃດກາບໍ່ຮູ້.”
ໃນຂະນະທີ່ເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ແຂວງຫລວງນໍ້າທາ ກໍຢືນຢັນວ່າມາຮອດປັດຈຸບັນ ຍັງບໍ່ທັນເຫັນແຈ້ງການກ່ຽວກັບ ມື້ກຳນົດພິທີມອບ-ຮັບບ້ານຈັດສັນ ຢູ່ບ້ານນາເຕີຍອອກມາຢ່າງເປັນທາງການເທື່ອ ຊຶ່ງຕ້ອງລໍຖ້າໃຫ້ທາງຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງເປັນຜູ້ອອກແຈ້ງການຕື່ມ.
“ໂຕນີ້ກາຕ້ອງໄດ້ຖາມຫົວໜ້າເພິ່ນກ່ອນ ເພາະວ່າວິຊາການເນາະ ບໍ່ຮູ້ລະອຽດວ່າເພິ່ນຊິເຮັດແນວໃດຫັ້ນນ່າ.”
ຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ໃນຄະນະຮັບຜິດຊອບກ່ຽວກັບ ການສ້າງບ້ານຈັດສັນ ຢູ່ໃນເຂດບ້ານນາເຕີຍ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ທ່ານບໍ່ສະດວກໃຫ້ສັມພາດ ຜ່ານທາງໂທຣະສັບ.
ທາງດ້ານຊາວບ້ານຢູ່ເມືອງຫລວງນໍ້າທາ ທີ່ຈະຍ້າຍໄປຢູ່ບ້ານຈັດສັນ ດັ່ງກ່າວກໍຮູ້ສຶກກັງວົນໃຈສົມຄວນ ທີ່ຍັງບໍ່ທັນໄດ້ເຂົ້າໄປຢູ່ບ້ານຈັດສັນ ໃນທ້າຍເດືອນມີນາທີ່ຜ່ານມາ ທັງທີ່ຄະນະທີ່ກ່ຽວຂ້ອງກໍໄດ້ໃຫ້ສັມພາດຜ່ານ ທາງໂທຣະທັດວ່າຈະມອບ ໃນທ້າຍເດືອນທີ່ແລ້ວ ແຕ່ກໍຍັງບໍ່ໄດ້ເຮັດຕາມແຜນ ແລະກໍຍັງບໍ່ແຈ້ງໃຫ້ຊາວບ້ານຮູ້ເທື່ອ.
ດັ່ງຊາວບ້ານ ນາງນຶ່ງກ່າວວ່າ:
“ບໍ່ທັນໄດ້ມອບແດ່ ເພາະວ່າບໍ່ເຫັນເຂົາເຈົ້າເວົ້າອີ່ຫຍັງ ນຳເລີຍນ່າດຽວນີ້ນ່າ ເຮົາເຫັນເຂົາຖແລງແບບວ່າ ອອກໂທຣະພາບຢ່າງດີນ່າ ເພິ່ນກາບອກວ່າທ້າຍເດືອນ 3 ນີ້ ມອບບ້ານຈັດສັນສຸດທ້າຍກາບໍ່ໄດ້ ແຈ້ງຫຍັງເດີ້.”
ຍານາງກ່າວຕື່ມວ່າ ລາວເອງກໍຄິດວ່າພາກສ່ວນທີ່ກ່ຽວຂ້ອງ ໜ້າຈະເລື່ອນພິທີມອບ-ຮັບບ້ານ ຈັດສັນນາເຕີຍພາຍໃນເດືອນນີ້ ຊຶ່ງກໍຢາກໃຫ້ມອບສຳເຣັດກ່ອນໄລຍະ ບຸນປີໃໝ່ລາວ ເພື່ອໃຫ້ຊາວບ້ານໄດ້ເຂົ້າຢູ່ ແລະແຕ່ລະຄອບຄົວ ທີ່ຈະເຂົ້າຢູ່ບ້ານຈັດສັນ ກໍຈະໄດ້ເຮັດພິທີຂຶ້ນເຮືອນໃໝ່ ເພື່ອຄວາມເປັນສີຣິມຸງຄຸນ ໃນມື້ບຸນປີໃໝ່ລາວ ແຕ່ກໍຕ້ອງລໍຖ້າເບິ່ງແຈ້ງການ ຂອງທາງການອີກເທື່ອນຶ່ງ ວ່າຈະເຮັດພິທີມອບ-ຮັບໃນມື້ໃດແທ້.
ສ່ວນຊາວບ້ານທີ່ຢູ່ໃກ້ກັບບ້ານຈັດສັນ ເຂດບ້ານນາເຕີຍກໍຢືນຢັນວ່າ ມາຮອດວັນທີ 1 ເມສານີ້ກໍຍັງບໍ່ເຫັນຊາວບ້ານຄອບຄົວໃດ ຂົນເຄື່ອງຂອງເຂົ້າໄປບ້ານຈັດສັນດັ່ງກ່າວ ແລະກໍຍັງບໍ່ເຫັນມີພິທີມອບ-ຮັບ ເຊັ່ນດຽວກັນ ແຕ່ກໍມີພະນັກງານຮັກສາຄວາມປອດພັຍ ເຮັດວຽກເວນຍາມຢູ່ພາຍໃນບ້ານຈັດສັນ ເພື່ອບໍ່ໃຫ້ຄົນພາຍນອກເຂົ້າໄປ.
ດັ່ງທ່ານກ່າວວ່າ:
“ຍັງບໍ່ທັນເປີດໃຫ້ເຂົ້າຢູ່ເທື່ອນ່າ ຈັກອ້າຍກາບໍ່ໄດ້ເຂົ້າໄປເບິ່ງຈັກເທື່ອ ບ້ານຈັດສັນບ້ານນັ້ນ ຍັງບໍ່ທັນເປີດເທື່ອ.”
ຊາວບ້ານອີກຄົນນຶ່ງ ທີ່ຢູ່ຫ່າງຈາກບ້ານຈັດສັນເຂດບ້ານນາເຕີຍ ປະມານ 1 ກິ ໂລແມັດ ກ່າວວ່າຍັງບໍ່ທັນເຫັນຊາວບ້ານ ມີການເຄື່ອນຍ້າຍສິ່ງຂອງໄປບ້ານດ່ັງກ່າວ ແລະກໍໄດ້ຍິນຂ່າວວ່າ ທາງການຍັງຫ້າມບໍ່ໃຫ້ຊາວບ້ານເຂົ້າໄປ ຢ່າງເດັດຂາດຈົນກ່ວາ ຈະມີພິທີມອບ-ຮັບ.
ດັ່ງຍາ ນາງກ່າວວ່າ:
“ບໍ່ໄກຫລາຍດອກ 1 ກິໂລແມັດນີ້ແຫລະ ອັນນັ້ນເພິ່ນບໍ່ເຂົາເຈົ້າ ບໍ່ໃຫ້ຄົນໄປຢູ່ເທື່ອວ່າຊັ້ນ ຫລາຍໂອຢູ່ນີ້ນ່າຢູ່ເຂດນີ້ແຫລະ ເຂດສະຖານີຣົຖໄຟ.”
ສຳລັບຊາວບ້ານທີ່ຈະເຂົ້າໄປຢູ່ໃນບ້ານຈັດສັນບ້ານນາເຕີຍຈຳນວນ 159 ຫລັງແມ່ນຊາວບ້ານຢູ່ບ້ານນາເຕີຍ, ບ້ານບໍ່ເຕັນ, ບ້ານບໍ່ປຽດ ແລະ ບ້້ານຕີນຕົກ ເມືອງຫລວງນໍ້າທາແຂວງຫລວງນໍ້າທາ ຊຶ່ງພວກເຂົາເຈົ້າແມ່ນຜູ້ເສັຽເຮືອນ ແລະສິ່ງປຸກສ້າງໃຫ້ໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ຊຶ່ງບໍ່ໄດ້ຄ່າຊົດເຊີຍເປັນເງິນ, ໂດຍເຮືອນທີ່ຢູ່ບ້ານຈັດສັນຈຳນວນ 159 ຫລັງນັ້ນແບ່ງອອກເປັນເຮືອນໃຫຍ່ຈຳນວນ 176 ຫລັງ, ເຮືອນກາງຈຳນວນ 45 ຫລັງ ແລະ ເຮືອນນ້ອຍຈຳນວນ 38 ຫລັງ ໂດຍມູນຄ່າການກໍ່ສ້າງປະມານ 164 ຕື້ກີບ ເປັນທຶນຊ່ອຍເຫລືອຈາກຣັຖບານຈີນ, ອີງຕາມການໃຫ້ສັມພາດ ຕໍ່ສື່ມວນຊົນຂອງທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຫ້ອງການປະສານງານ ໂຄງການທາງຣົຖໄຟລາວ-ຈີນ ແຂວງຫລວງນໍ້າທາ ໃນວັນທີ 27 ມົກກະຣາ 2022.