ມີແຜນຕຣຽມພ້ອມ ລົງມືກໍ່ສ້າງ ເຂື່ອນປາກລາຍ

ແຜນທີສແດງເຂດທີ່ຕຣຽມສ້າງເຂື່ອນປາກລາຍ
ແຜນທີສແດງເຂດທີ່ຕຣຽມສ້າງເຂື່ອນປາກລາຍ (ຮູບພາບ: European Union, contains modified Copernicus Sentinel data 2022, processed with EO Browser)

0:00 / 0:00

ເຂື່ອນປາກລາຍຊຶ່ງເປັນ 1 ໃນ 11 ເຂື່ອນແມ່ນໍ້າຂອງຕອນລຸ່ມ ມີແຜນຈະເຣີ່ມກໍ່ສ້າງໃນປີ 2022 ນີ້,ປັດຈຸບັນບໍຣິສັດ Sinohydro Holding ຂອງຈີນໄດ້ເຂົ້າໄປກະຕຣຽມພື້ນທີ່ ຕັ້ງແຕ່ ປີ 2021 ແລ້ວເພື່ອດຳເນີນການພັທນາ ໂຄງຮ່າງພື້ນຖານຕ່າງໆ ເຊັ່ນຖນົນຫົນທາງ, ໄຟຟ້າ ແລະ ກໍ່ສ້າງແຄ້ມປ໌ຄົນງານເພື່ອຕຣຽມພ້ອມການກໍ່ສ້າງທັນທີ ເມື່ອມີການເຊັນສັນຍາຊື້ໄຟຟ້າ ຫລື Power Purchase Agreement (PPA) ຢ່າງເປັນທາງການ.

ດັ່ງເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 1 ເມສາ ນີ້ວ່າ:

“ເຂົາເຣີ່ມຕົ້ນແລ້ວແຕ່ວ່າ ໂຍກຍ້າຍໂຍກຍ້າຍນີ້ຍັງ ບໍ່ເອີແມ່ນແລ້ວຄັນຖ້າວ່າເຊັນສັນຍາແລ້ວ ແລ້ວວ່າເນາະເຂົາເອົາຂອງມາໃນພີ້ແລ້ວ ມາບ່ອນຈັດສັນຂະເຈົ້າຢູ່ເຂດນີ້ ນີ້ແຫລະດິນດອນກະນ່າຈະມີ.”

ທ່ານໄດ້ກ່າວຕື່ມວ່າ ເຖິງຈະມີຄວາມຄືບໜ້າໃນໂຄງການ ເຂື່ອນປາກລາຍແຕ່ເຣື່ອງການຊົດເຊີຍ, ການຈັດສັນໂຍກຍ້າຍຊາວບ້ານ ທີ່ຖືກຜົລກະທົບນັ້ນ ພັດຍັງບໍ່ມີຄວາມຄືບໜ້າແຕ່ຢ່າງໃດ ແລະທາງບໍຣິສັດຜູ້ພັທນາໂຄງການ ກໍຍັງມິດງຽບໄປ ຍັງບໍ່ໄດ້ໄປລົມກັບຊາວບ້ານ ໃຫ້ເຂົ້າໃຈຢ່າງລະອຽດເທື່ອ.

ຂະນະທີ່ຊາວບ້ານ ທີ່ຖືກຜົລກະທົບ ຈຳນວນ 8 ບ້ານ, 2 ເມືອງໃນແຂວງໄຊຍະບູຣີ ແລະ ແຂວງວຽງຈັນ ຮວມທັງໝົດ 993 ຄອບຄົວ ຈຳນວນ 4,800 ປາຍຄົນ ແລະຈະຕ້ອງສູນເສັຽທີ່ດິນ ອີກປະມານ 3,500 ປາຍເຮັກຕ້າຣ໌ ແລະຖືກໂຍກຍ້າຍອອກຈາກ ພື້ນທີ່ເພື່ອໄປຢູ່ບ່ອນຈັດສັນໃໝ່ ທັງໝົດຍັງບໍ່ຮູ້ສະຕາກັມໂຕເອງວ່າ ຈະສູນເສັຽທີ່ດິນ, ອາຊີບ ແລະ ໂຍກຍ້າຍໄປຢູ່ບ່ອນໃໝ່.

ຊາວບ້ານຜູ້ນຶ່ງທີ່ຈະຖືກຜົລກະທົບ ຈາກໂຄງການເຂື່ອນປາກລາຍກ່າວວ່າ ຍັງບໍ່ທັນຮູ້ເທື່ອວ່າຈະໄດ້ຖືກໂຍກຍ້າຍ ອອກໄປຢູ່ບ່ອນໃໝ່ ເພາະບໍ່ເຫັນພາກສ່ວນໃດ ລົງມາແຈ້ງການໃຫ້ຮັບຊາບ, ກໍເປັນກັງວົນໃຈຫລາຍຄືກັນ ເພາະບໍ່ຕ້ອງການໂຍກຍ້າຍອອກໄປໃສ, ສ່ວນເງີນຊົດເຊີຍ ກໍບໍ່ຮູ້ຈະໄດ້ຫລາຍຊໍ່າໃດ ແຕ່ຕ້ອງບໍ່ຕໍ່າກວ່າ 30 ລ້ານກີບຕໍ່ເຮັກຕ້າຣ໌໌.

ດັ່ງຊາວບ້ານໜອງໄຄ້ ເມືອງປາກລາຍ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ເມສາ ນີ້ວ່າ:

“ເອີມັນບໍ່ມີໃຜຮູ້ໃດ ນິກາກັງວົນຄືກັນຫັ້ນແລ້ວ ຄັນສິໄດ້ໂຍກຍ້າຍນີ້ສໍ່າເຮັກຕ້າຣ໌ນຶ່ງ 30 ລ້ານກີບ ມັນກາຍັງໄຄແນ່ຢູ່ ຫລືວ່າເພິ່ນຊົດເຊີຍໄປຕາມ ຄວາມເສັຽຫາຍຂອງເຮົາບໍ່ແມ່ນຕິເບາະ.”

ຊາວບ້ານອີກຜູ້ນຶ່ງ ທີ່ຖືກຜົລກະທົບກ່າວວ່າເປັນກັງວົນທີ່ສຸດ ເພາະບໍ່ມີຊາວບ້ານຄົນໃດຕ້ອງການໂຍກຍ້າຍ ອອກໄປຢູ່ບ່ອນໃໝ່ເພາະກັງວົນເຣື່ອງ ການຫາຢູ່ຫາກີນຈະບໍ່ສະດວກສະບາຍ ຄືໃນປັດຈຸບັນຫາກໂຍກຍ້າຍໄປແລ້ວ ໄດ້ຮັບເງິນຊົດເຊີຍໜ້ອຍບໍ່ສົມເຫດສົມຜົລ ແລະບໍ່ມີເນື້ອທີ່ທັມການຜລິດ ກໍຈະເກີດຄວາມຫຍຸ້ງຍາກ ກັບຊາວບ້ານໃນອະນາຄົດ.

ດັ່ງຊາວບ້ານ ບ້ານຜາລຽບ ເມືອງປາກລາຍ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ເມສານີ້ວ່າ:

“ໂອ້ເພິ່ນຍັງບໍ່ໄດ້ລົງມາເທື່ອ ກໍເອີກາບໍ່ມີໃຜຢາກໂຍກຍ້າຍດອກ ແມ່ນແລ້ວຂະເຈົ້າເຮັດສວນມັນຕົ້ນ ຄັນຖືກໂຍກຍ້າຍໄປກາບໍ່ໄດ້ເຮັດແລ້ວ.”

ຊາວບ້ານອີກຜູ້ນຶ່ງທີ່ຈະຖືກຜົລກະທົບກ່າວວ່າ ຫາງສຽງຂອງຊາວບ້ານຕ້ອງການ ທີ່ຈະຢູ່ອາສັຍ, ສ້າງອາຊີບ ໃນບ້ານເກົ່າບໍ່ມີໃຜຕ້ອງການໂຍກຍ້າຍ ອອກໄປຢູ່ບ່ອນໃໝ່ແຕ່ທາງການລາວ ກໍບໍ່ໄດ້ສົນໃຈທີ່ຈະຮັບຟັງຫາງສຽງ ຂອງຊາວບ້ານ, ຂະນະທີ່ຊາວບ້ານກໍມີຫລາຍເຣື່ອງກັງວົນ ເຊັ່ນຈະບໍ່ມີເນື້ອທີ່ທຳການກະເສຕ, ຈະບໍ່ໄດ້ຮັບເງິນຊົດເຊີຍທີ່ສົມເຫດສົມຜົລ ແລະ ຍຸຕິທັມ ແລະ ການຫາປາໃນແມ່ນໍ້າຂອງ ກໍຈະໄປຫາບໍ່ໄດ້ຄືເກົ່າ.

ດັ່ງຊາວບ້ານ ບ້ານອຸດົມໃຕ້ ເມືອງແມດ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ເມສານີ້.

“ບໍ່ໄດ້ ເສັຽດິນເຂົາເດ້ບາງຄົນກາບໍ່ມີຮອດບ່ອນເຮັດກິນ ແລ້ວມັນກວມເອົາໝົດ ຄ່າທົດແທນກາຊິໃດເທົ່າໃດ ກາມາລ້ຽງຊົ່ວຊີວິດ ກະຊິກຸ້ມບໍ່ກຸ້ມບໍ່ຮູ້ເງິນເຂົາໃຊ້ຄ່າ ທົດແທນມາຊື້ຫຍັງກາບໍ່ໄດ້ ເຮົາມາເຮັດເຣີ່ມຕົ້ນໃໝ່ກາຄິດເບິ່ງແນ່.”

ທາງດ້ານພາກປະຊາສັງຄົມໃນໄທຍເຫັນວ່າ ຜູ້ມີສ່ວນໄດ້ສ່ວນເສັຽທັງໝົດ ຄວນຈະຄຳນຶງເຖິງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຂອງແມ່ນໍ້າຂອງໃຫ້ຫລາຍຂຶ້ນເພາະປັດຈຸບັນເຂື່ອນໄຊຍະບູຣີພຽງແຫ່ງດຽວກໍໄດ້ສົ່ງຜົລກະທົບຕໍ່ຣະບົບນິເວດແມ່ນໍ້າຂອງຢ່າງໜັກໜ່ວງ ຢູ່ແລ້ວແລະນັບມື້ກໍຈະທະ ວີຄວາມຮຸນແຮງຂຶ້ນ. ສະນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ມີສ່ວນໄດ້, ສ່ວນເສັຽ ທົບທວນຄືນໂຄງການ ເຂື່ອນປາກລາຍ ແລະເຂື່ອນອື່ນໆ ໃນແມ່ນໍ້າຂອງ ເພື່ອບໍ່ໃຫ້ແມ່ນໍ້າຂອງເກີດການປ່ຽນແປງ ທີ່ຮ້າຍໄປກວ່ານີ້.

ດັ່ງຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍກ່າວ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 1 ເມສານີ້ວ່າ:

“ທ່ານກ່າວວ່າ ເຊັ່ນທີ່ຜ່ານມານີ້ເຮົາກາບອກແລ້ວວ່າ ປາມັນຫລຸດລົງຣະບົບນິເວດ ມັນປ່ຽນແປງເພາະຣະດັບນໍ້າມັນບໍ່ຄົງທີ່ ຊຶ່ງເຂື່ອນຈະສ້າງຕໍ່ໄປມັນກາຕ້ອງໄດ້ທົບທວນ ບັນຫາມັນບໍ່ໄດ້ແກ້ເນາະມັນເວົ້າເຖິງ ແຕ່ເຣື່ອງຄົນທີ່ຈະສ້າງເທົ່ານັ້ນເອງ.”

ອີງຕາມການຣາຍງານ ການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຣະບຸວ່າເຂື່ອນໄຟຟ້າ ປາກລາຍຈະສົ່ງຜົລກະທົບ ຕໍ່ຊາວບ້ານ 2 ເມືອງ, 2 ແຂວງ ຈຳນວນ 8 ບ້ານ, 993 ຄອບຄົວ ຮວມ 4,800 ປາຍຄົນ ທີ່ຈະຕ້ອງສູນເສັຍທີ່ດິນຮວມທັງໝົດປະມານ 3,500 ປາຍເຮັກຕ້າຣ໌ແລະຖືກໂຍກຍ້າຍ ອອກຈາກພື້ນທີ່ເພື່ອໄປຢູ່ບ່ອນຈັດສັນໃໝ່ດັ່ງນີ້.

ເມືອງປາກລາຍແຂວງໄຊຍະບູຣີ ມີ 3 ບ້ານ ປະກອບມີ ບ້ານປາກຕຸງ ຈຳນວນ 147 ຄອບຄົວ, ບ້ານໜອງໄຄ້ ຈຳນວນ 93 ຄອບຄົວ ແລະ ບ້ານຜາລຽບ ຈຳນວນ 136 ຄອບຄົວ.

ເມືອງແມດແຂວງວຽງຈັນມີ 5 ບ້ານ ປະກອບມີບ້ານປາກພັນ ຈຳນວນ 82 ຄອບຄົວ, ບ້ານປາກແຜນຈຳນວນ 106 ຄອບຄົວ, ບ້ານດອນຊາຍງາມ ຈຳນວນ 52 ຄອບຄົວ, ບ້ານເມືອງຄີ ຈຳນວນ 249 ຄອບຄົວ ແລະ ບ້ານນາອຸດົມໃຕ້ 128 ຄອບຄົວ.

ເມື່ອວັນທີ 25 ມົກກະຣາ 2022 ຜ່ານມາ ບໍຣິສັດ Gulf Energy Development ປະເທດໄທຍ ຫລື GULF ແລະ ບໍຣິສັດ Sinohydro Holding ຊຶ່ງເປັນບໍຣິສັດລູກຂອງບໍຣິສັດ ຣັຖວິສາຫະກິດໄຟຟ້າຈີນ ຫລື Power China ໄດ້ຮ່ວມກັນລົງນາມ ບັນທຶກຄວາມເຂົ້າໃຈ ການຮັບຊື້ໄຟຟ້າ ຫລື Tariff MOU ສຳລັບໂຄງການ ເຂື່ອນໄຟຟ້າປາກລາຍ ກັບການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫລື EGAT.

ໂດຍບໍຣິສັດ GULF ປະເທດໄທຍ ແລະ ບໍຣິສັດ Sinohydro Holding ປະເທດຈີນ ມີແຜນຈະຈັດຕັ້ງບໍຣິສັດຮ່ວມທຶນເພື່ອພັທນາໂຄງການເຂື່ອນປາກລາຍແລະກຳນົດຈ່າຍໄຟຟ້າ ໃນປີ 2032 ໂດຍການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຫລື EGAT ຈະເປັນຜູ້ຮັບຊື້ໃນ ອັດຕຣາສະເລັ່ຍ 2.6 ບາດຕໍ່ກິໂລວັຕຊົ່ວໂມງຊຶ່ງບໍຣິສັດຮ່ວມທຶນ ກຳລັງເຈຣະຈາຣາຍລະອຽດເງື່ອນໄຂ ແລະລົງນາມສັນຍາຊື້-ຂາຍໄຟຟ້າ ຫລື PPA.

ໂຄງການເຂື່ອນໄຟຟ້າ ປາກລາຍແມ່ນເປັນ 1 ໃນ 11 ເຂື່ອນໄຟຟ້າ ທີ່ຈະກໍ່ສ້າງໃສ່ແມ່ນໍ້າຂອງຕອນລຸ່ມມີກຳລັງການຜລິດ 770 ເມກາວັຕ ມີລັກສະນະເຂື່ອນແບບນໍ້າໄຫລຜ່ານ ຫລື Run-Of-River ຊຶ່ງຄາດວ່າ ຈະເຣີ່ມການກໍ່ສ້າງໃນປີ 2022 ນີ້ໂດຍບໍຣິສັດ Sinohydro Holding ມີກຳນົດສ້າງສຳເຣັດໃນປີ 2029, ດ້ວນມູນຄ່າການລົງທຶນ 2,134 ລ້ານໂດລາຣ໌ສະຫະຣັຖ.