ເຣື້ອງທີ່ເກັບບັນທຶກໄວ້
2023-09-13
ສວນກ້ວຍຈີນ ຢູ່ເມືອງວຽງຄໍາ ແຂວງວຽງຈັນ ປ່ອຍສານເຄມີ ທີ່ໃຊ້ໃນສວນກ້ວຍ ລົງໃສ່ນໍ້າງື່ມ ສົ່ງຜົລກະທົບຕໍ່ຊາວບ້ານ, ສິ່ງແວດລ້ອມ ແລະອາດສົ່ງຜົລຮ້າຍຕໍ່ລະບົບ ນໍ້າປະປານໍາດ້ວຍ ຫາກຍັງບໍ່ມີການແກ້ໄຂ ບັນຫາດັ່ງກ່າວ ຈາກພາກສ່ວນ ທີ່ກ່ຽວຂ້ອງ.
2023-09-12
ປະຣິມານນໍ້າ ໃນແມ່ນໍ້າຂອງ ຫລຸດລົງຫລາຍໃນ 2-3 ອາທິດທີ່ຜ່ານມານີ້ ເນື່ອງຈາກວ່າ ເຂື່ອນໄຟຟ້າຂອງຈີນກັກນໍ້າ ເຮັດໃຫ້ການຂຶ້ນ-ລົງ ຂອງນ້ຳ ໃນແມ່ນ້ຳຂອງຕອນລຸ່ມ ບໍ່ເປັນທັມມະຊາຕ, ການທໍາມາຫາກິນ ຂອງປະຊາຊົນ ໄດ້ຮັບຜົລກະທົບຫຼາຍຂຶ້ນ ໃນແຕ່ລະປີ.
2023-09-11
ຢູ່ຫຼາຍແຂວງພາກເໜືອ ປະຊາຊົນ ຫັນໄປບຸກເບີກເນື້ອທີ່ປ່າ ເພື່ອປູກສາລີ ແປຮູບ ສົ່ງອອກໄປຂາຍຢູ່ປະເທດຈີນ ເຮັດໃຫ້ກະທົບປ່າໄມ້ ແລະ ທາງການລາວ ຍັງບໍ່ມີມາຕການ ໃນການສະກັດກັ້ນ ຫຼື ຊ່ວຍເຫຼືອໃຫ້ປະຊາຊົນ ອອກຈາກການບຸກລຸກປ່າ.
2023-09-07
ຊາວບ້ານ 50 ຄົນ ທີ່ຖືກບໍຣິສັດຈີນກ່າວຫາວ່າ ລັກຂຸດແຮ່ຄຳ ແລະຖືກຈັບຂັງ ຢູ່ເຂດບໍ່ຄໍາຜາປົ່ນ ເມືອງປາກອູ ແຂວງຫລວງພຣະບາງ ໄດ້ຖືກປ່ອຍໂຕໝົດແລ້້ວ ເມື່ອທ້າຍເດືອນທີ່ຜ່ານມາ, ແຕ່ຍັງບໍ່ຮູ້ວ່າ ບັນຫານັ້ນ ຖືກແກ້ໄຂແນວໃດ.
2023-09-05
ອໍານາດການປົກຄອງບາງເມືອງ ໃນແຂວງຫົວພັນ ຄວບຄຸມ ຫຼືຈໍາກັດ ການຫາໜໍ່ໄມ້ຂອງປະຊາຊົນ ຄືບາງເມືອງຫ້າມປະຊາຊົນ ຫາໜໍ່ໄມ້ຂາຍເປັນສິນຄ້າ ນັບແຕ່ວັນທີ 15 ເດືອນກັນຍາ ເຖິງເດືອນຕຸລາ ຂອງທຸກໆປີ ເພື່ອປົກປັກຮັກສາ ປ່າໄມ້ປ່ອງໃຫ້ຍືນຍົງ ບໍ່ດັບສູນ.