ເຣື້ອງທີ່ເກັບບັນທຶກໄວ້
2024-03-13
ສູນກາງແນວລາວສ້າງຊາຕ ເລັ່ງເຜີຍແຜ່ດໍາຣັດ ວ່າດ້ວຍ ການຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວສາສນາຢູ່ລາວ ເນື່ອງຈາກປະເທດລາວ ມີການເຊື່ອຖືຫຼາຍສາສນາ ໃຫ້ປະຊາຊົນລາວບັນດາເຜົ່າ ແລະເຈົ້າໜ້າທີ່ທ້ອງຖິ່ນ ເຂົ້າໃຈ ກ່ຽວກັບເຣື່ອງນີ້ ແລະຢູ່ຮ່ວມກັນໄດ້ ໂດຍບໍ່ເກີດຂໍ້ຂັດແຍ້ງຂຶ້ນ.
2024-03-09
ອາຈານ ແສງຟ້າ ໂຫລາ ຈະມາເວົ້າເຖິງ ວ່າເປັນຫຍັງ ພາສາລາວ ຈຶ່ງເປັນພາສາ ທີ່ມີໂຕງໂຕຍ ຟັງແລ້ວອອນຊອນ.
2024-03-03
ບັນດາ ສິລປິນ ທີ່ຕັ້ງຖິ່ນຖານ ໃນຕ່າງແດນ, ຮວມທັງ ໃນປະເທດ ການາດາ, ສະຫະຣັຖ ອາເມຣິກາ ແລະ ຝຣັ່ງ, ໄວ້ອາລັຍ ບໍຣົມມາຈາຣຍ໌ ພົມມະ ພິມມະສອນ.
2024-02-28
ຊາວຄຣິສຕຽນລາວ ຢູ່ບ້ານກະລຶມວັງແຂ້ ທີ່ຖືກເຈົ້າໜ້າທີ່ທ້ອງຖິ່ນ ມ້າງເຮືອນເຊິ່ງເປັນບ່ອນ ປະກອບພິທີ ນະມັດສະການພຣະເຈົ້າ ເມື່ອຕົ້ນເດືອນກຸມພາ ໄດ້ຮັບການຄຸ້ມຄອງ ຈາກເຈົ້າໜ້າທີ່ກ່ຽວຂ້ອງແລ້ວ ແລະ ສາມາດປະກອບພິທີ ໄດ້ຕາມປົກກະຕິ ແຕ່ຍັງມີການຖືກນາບຂູ່ຢູ່.
2024-02-16
ທ່ານ ພົມມະ ພິມມະສອນ ເຖິງແກ່ ມໍຣະນະກັມ ໃນວັນທີ 25 ມົກກະຣາ 2024, ຮວມອາຍຸໄດ້ 79 ປີ 7 ເດືອນ 17 ມື້. ພິທີ ຊາປະນະກິດ ຈັດຂຶ້ນ ໃນວັນທີ 3 ກຸມພາ 2024.
2024-02-15
ເຈົ້າໜ້າທີ່ ລົງກວດກາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ຮື້ຖອນປ້າຍໂຄສະນາ, ປ້າຍຊື່ຮ້ານ ທີ່ເປັນພາສາຈີນ ແລະ ພາສາຕ່າງປະເທດອື່ນໆ ລວມທັງ ປ້າຍທີ່ຕິດລາຄາສິນຄ້າ ເປັນເງິນຕຣາຕ່າງປະເທດ ເຊິ່ງຖືວ່າຜິດລະບຽບກົດໝາຍ.
2024-02-09
ປີນີ້ ແຂວງໄຊຍະບູຣີ ຈະຈັດງານບຸນຊ້າງ ຢ່າງຍິ່ງໃຫຍ່ ນັບຕັ້ງແຕ່ວັນທີ 12-18 ກຸມພາ ເພື່ອສົ່ງເສີມການທ່ອງທ່ຽວ ແລະການອະນຸຮັກຊ້າງ ຊຶ່ງໃນງານ ຈະມີຊ້າງ 75 ເຊື້ອກ ແລະທາງການຄາດວ່າ ຈະມີຜູ້ເຂົ້າຮ່ວມງານ ຈຳນວນຫລາຍ.
2024-02-05
ເມືອງມໍຣະດົກໂລກ ຫຼວງພຣະບາງ ກໍາລັງປະເຊີນກັບໄພຄຸກຄາມ ຈາກການພັທນາ ໂຄງຮ່າງພື້ນຖານ ຫຼາຍຢ່າງ ໂດຍສະເພາະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ໃນແມ່ນໍ້າຂອງ ທີ່ຢູ່ຫ່າງຈາກ ເຂດມໍຣະດົກໂລກ ໄປທາງເໜືອ ປະມານ 25 ກິໂລແມັດ.
2024-02-05
ນາຍບ້ານ, ປກສ ບ້ານ, ເຖົ້າແກ່ແນວໂຮມບ້ານ ແລະ ສະມາຊິກປະມານ 40 ຄົນໄດ້ພາກັນບຸກລຸກໄປມ້າງເຮືອນຫຼັງນຶ່ງ ໃນເຂດບ້ານກະລຶມວັງແຂ້ ໃນຂະນະທີ່ຊາວຄຣິສຕຽນ ຈຳນວນຫຼາຍຄົນ ກຳລັງປະກອບພິທີນະມັດສະການພຣະເຈົ້າ ທັງຈູດເຜົາ ພຣະຄຳພີ ແລະປື້ມຕ່າງໆ ທີ່ກ່ຽວຂ້ອງກັບສາສນາຄຣິສຕຽນ.
2024-02-03
ທ້າວ ສີວັນ ສີບຸນເຮືອງ ຜູ້ທີ່ ຕ້ອງເສຍແຂນທັງສອງຂ້າງ ແຕ່ຍັງບໍ່ຍອມຂາດສະຕິ ລຸກຂຶ້ນສູ້ ສ້າງແຮງບັນດານໃຈ ໃຫ້ຕົນເອງ ຈົນກາຍເປັນນັກແຕ້ມ ທີ່ມີຜົນງານໄປສະແດງ ທີ່ປະເທດມາເລເຊຍ ແລະ ໄດ້ຮັບລາງວັນດີເດັ່ນ ມາຄອບຄອງ.
2024-01-27
ໄຂຂໍ້ຂ້ອງໃຈ ເປັນຫຍັງ ຮູບປັ້ນເຈົ້າອານຸວົງ ຈຶ່ງຊີ້ມືໄປ ທາງເບື້ອງແມ່ນໍ້າຂອງ ແລະ ບັນພະບຸລຸດລາວ ມາຈາກພູເຂົາອັນໄຕ ແທ້ ຫຼືບໍ່? ອາຈານ ສຸເນດ ໂພທິສານ ຊຶ່ງເປັນນັກປະຫວັດສາດລາວ ຈະໄຂຂໍ້ຂ້ອງໃຈໃນເລື່ອງນີ້.
2024-01-20
ສາດສະດາຈານ ອຽນແບຣ໌ ອະທິບາຍເຖິງເຫດຜົນ ວ່າເປັນຫຍັງ ຈຶ່ງຕ້ອງເກັບຮັກສາເອກະສານ ແລະ ຈົດໝາຍເຫດຕ່າງໆ ທີ່ເປັນພາສາລາວ ກ່ຽວກັບຄົນລາວອົບພະຍົບ ມາຕັ້ງຖິ່ນຖານ ຢູ່ສະຫະລັດ ອະເມລິກາ.
2024-01-02
ບຸນປີໃໝ່ສາກົລ 2024 ນີ້ ຢູ່ເມືອງສໍາຄັນຕ່າງໆ ທີ່ເປັນເມືອງຍອດນິຍົມ ຂອງນັກທ່ອງທ່ຽວ ບໍ່ປະກົດມີນັກທ່ອງທ່ຽວລາວຫຼາຍ ຍ້ອນບັນຫາການເງິນ, ບັນຫາເງິນເຟີ້ ແລະເສຖກິຈຝືດເຄືອງ ເຮັດໃຫ້ຫລາຍຄົນ ໃຊ້ຈ່າຍຢ່າງປະຢັດ ແລະເລືອກທີ່ຈະຈັດການສລອງ ຢູ່ພາຍໃນຄອບຄົວ ຫລາຍກວ່າ.
2023-12-29
ຕຳຣວດຈະຣາຈອນ ໃນຫຼາຍແຂວງ ຕຣຽມພ້ອມຮັບມື ແລະ ປ້ອງກັນອຸບັດຕິເຫດ ໃນໄລຍະສເລີມສລອງ ບຸນປີໃໝ່ສາກົລ 2024
2023-12-29
ຄົນງານລາວ ບາງສ່ວນ ທັງໃນປະເທດໄທຍ ແລະ ໃນປະເທດລາວ ບໍ່ໄດ້ກັບບ້ານ ສລອງປີໃໝ່ສາກົລ 2024 ຍ້ອນເຫດຜົລຕ່າງໆ