ຕຳຣວດຈະຣາຈອນ ພ້ອມປ້ອງກັນ ອຸບັດຕິເຫດ ປີໃໝ່ສາກົລ 2024

ໄຊຍາ
2023.12.29
ຕຳຣວດຈະຣາຈອນ ພ້ອມປ້ອງກັນ ອຸບັດຕິເຫດ ປີໃໝ່ສາກົລ 2024 ຍານພາຫະນະ ຫຼາກຫຼາຍປະເພດ ພວມສັນຈອນ ຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ, (TS) ເດືອນທັນວາ 2023
RFA

ໃນວັນທີ 28 ທັນວາ ທີ່ຜ່ານມາ, ພັນໂທ ແກ້ວມາລາ ແສງທອງ, ຮອງຫົວໜ້າ ກົມຈະຣາຈອນ, ກະຊວງປ້ອງກັນຄວາມສງົບ ໄດ້ຖແລງຂ່າວ ຕໍ່ສື່ມວນຊົນວ່າ ກົມຈະຣາຈອນ ໄດ້ມີການ ຈັດຕັ້ງແຜນງານ ແລະ ຕຣຽມຄວາມພ້ອມ ເພື່ອປ້ອງກັນ ແລະ ສະກັດກັ້ນ ອຸບັດຕິເຫດ ແລະ ສ້າງຄວາມປອດພັຍ ການສັນຈອນໄປ-ມາ ໃນໄລຍະ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົລ 2024 ແລ້ວ.

ສໍາລັບວຽກງານດັ່ງກ່າວ ຕໍາຣວດຈະຣາຈອນ ໃນແຕ່ລະແຂວງ ແຕ່ລະເມືອງ ຈະມີການຈັດຕັ້ງ ຈຸດກວດກາ ການສັນຈອນ ຕາມເສັ້ນທາງຫຼວງ ແລະ ກວດກາເອກະສານ ຜູ້ຂັບຂີ່ ຍານພາຫະນະ, ກວດຄວາມໄວ, ກວດກາທາດເຫຼົ້າ ລວມເຖິງ ລົງໂຄສະນາ ລະບຽບຈະຣາຈອນຕ່າງໆ ກ່ອນຈະສເລີມສລອງປີໃໝ່ ທີ່ຈະມາເຖິງ, ເຊິ່ງສອດຄ່ອງ ກັບຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ທັນວາ ປີ 2023 ນີ້ວ່າ:

“ພວກເຮົາກໍມີ ຈຸດປະຈໍາການແລ້ວ ກວດກາການສັນຈອນ ຕາມເສັ້ນທາງ. ອັນທີສອງ ກໍວຽກໂຄສະນາ, ໂຄສະນາ ຢູ່ຕາມສາຍທາງເນາະ ຢູ່ຕາມສາມແຍກ ສີ່ແຍກຫັ້ນແຫຼະ. ແລ້ວກໍກວດກາ ຕາມສັນຈອນ ຕາມເສັ້ນທາງຫັ້ນ. ເຮົາຕັ້ງມາ ຕັ້ງແຕ່ວັນທີ 25 ຈົນຮອດວັນທີ 3.”

ຢູ່ແຂວງຫຼວງພຣະບາງ ໄດ້ມີການປະສານ ກັບບັນດາເມືອງຕ່າງໆ ໃນແຂວງ ໃຫ້ມີການຈັດຕັ້ງ ດ່ານກວດກາເຂົ້າ-ອອກ ໃນແຕ່ລະເມືອງ, ໂດຍຈະກວດກາ ເຣື່ອງການຂັບຂີ່, ຄວາມປອດພັຍ ແລະ ອຳນວຍຄວາມສະດວກ ໃຫ້ປະຊາຊົນ ຕລອດ 24 ຊົ່ວໂມງ ໃນໄລຍະ ຕັ້ງແຕ່ວັນທີ 30 ທັນວາ ປີ 2023​ ຫາ 01 ມົກຣາ ປີ 2024.

ນອກຈາກນີ້, ເພື່ອຕຣຽມຮັບມື ການສັນຈອນ ໄລຍະປີໃໝ່, ຕໍາຣວດຈະຣາຈອນ ແຕ່ລະເມືອງ ໄດ້ລົງໂຄສະນາ ເຜີຍແຜ່ລະບຽບ ກົດໝາຍວ່າດ້ວຍ ການສັນຈອນ ນຳ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນວ່າ:

“ລົງແຈ້ງ ບັນດາເມືອງ, ຂະເຈົ້າລົງປະຈຳຈຸດ ປະຈໍາດ່ານໄວ້. ແມ່ນໆ, ມີໆ, ຕັ້ງດ່ານກວດເຂົ້າ-ອອກ ທຸກເມືອງ. ທຸກໆເມືອງ ກໍໄດ້ລົງ ໄດ້ຕັ້ງໝົດ, ແຕ່ວ່າຈຸດນີ້ ບໍ່ແນ່ວ່າ ເພິ່ນຊິຕັ້ງ ຢູ່ຈຸດໃດ. ຂຶ້ນຢູ່ກັບ ຫົວໜ້າກອງບັນຊາການເມືອງ ເພິ່ນຈະຂຶ້ນແຜນເອງ ໂຕນີ້ນ່າ. ແຂວງເຮົາ ບໍ່ຮັບຮູ້, ແຕ່ວ່າ ເພິ່ນກໍແຈ້ງແລ້ວວ່າ ໃຫ້ລົງເນາະ. ເພິ່ນໃຫ້ເຂົ້າປະຈຳການ ເຣີ່ມຕັ້ງແຕ່ວັນທີ 30, 31 ແລ້ວກໍທີ 1.”

ທ່ານກ່າວຕື່ມວ່າ ໃນປີຜ່ານມາ ເມືອງນໍ້າບາກ ເປັນເມືອງ ທີ່ມີອຸບັດຕິເຫດ ເກີດຫຼາຍກ່ວາເມືອງອື່ນ ທັງໝົດ ໃນແຂວງຫຼວງພຣະບາງ ຍ້ອນເສັ້ນທາງສັນຈອນ ນ້ອຍ, ລວມເຖິງ ຍັງມີຜູ້ຂັບຂີ່ ທີ່ຍັງລະເມີດ ກົດໝາຍຢູ່ຫຼາຍ ເຮັດໃຫ້ປີນີ້ ຫ້ອງການຈະຣາຈອນ ແຂວງຫຼວງພຣະບາງ ຈະສົມທົບກັບ ປກສ ເມືອງນໍ້າບາກ ເພື່ອກວດກາ ການຈະຣາຈອນ ຢ່າງເຄັ່ງຄັດ.

ໃນແຕ່ລະເມືອງ ຢູ່ແຂວງຈໍາປາສັກ ກໍມີການຕັ້ງ ຈຸດກວດ 2 ຈຸດ ເປັນເວລາສອງມື້ ຕລອດ 24 ຊົ່ວໂມງ, ໂດຍຈະຕິດຕາມ-ກວດກາ ການສັນຈອນ ແລະ ການຂັບຂີ່ທົ່ວໄປ. ຫາກພົບເຫັນ ຜູ້ກະທຳຜິດ ກໍຈະຮຽກ ມາສຶກສາອົບຮົມ ແລະ ເຮັດບົດບັນທຶກ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຈຳປາສັກ ກ່າວວ່າ:

“ກໍຕັ້ງຈຸດກວດກາຫັ້ນແຫຼະ. ແຕ່ລະເມືອງ ເພິ່ນກະເອົາເຂົ້າ ແຜນໃຫຍ່ເລີຍ, ເຂົ້າຍາມລວມ ທີ 30, 31 ໃນສອງມື້, ຫັ້ນນ່າ. ໂຕຫຼັກໆ ກະແມ່ນທີ 31 ເພາະວ່າ ມີການກິນ, ການງັນ, ການຊຸມ, ການແຊວ ໃນມື້ນັ້ນໂລດ, ທີ່ເກີດອຸບັດຕິເຫດຫຼາຍ ກໍແມ່ນມື້ນັ້ນໂລດ. ແຕ່ລະຈຸດ, ແຕ່ລະເມືອງ ມັນກໍມີຈຸດ ຂອງເພິ່ນ ທີ່ວາງໄວ້ 2 ຈຸດ ຄືກັນ ເໜືອ-ໃຕ້. ກວດກາແບບທົ່ວໄປ, ຕິດຕາມ ນັ່ງກວດກາ ຄັນວ່າມີເປົ້າໝາຍ ຫຼືວ່າຜິດລະບຽບ ການສັນຈອນ ເຮົາກໍເອີ້ນ ມາສຶກສາອົບຮົມ ເຮັດບົດບັນທຶກ, ການດື່ມສິ່ງມຶນເມົາ ຫ້າມຂັບ, ຈັ່ງຊີ້ນ່າ. ໃສ່ໝວກກັນກະທົບ, ຫັ້ນນ່າ.”

ສໍາລັບວຽກງານກູ້ພັຍນັ້ນ, ກໍໄດ້ຕຣຽມຄວາມພ້ອມ ຕລອດ 24 ຊົ່ວໂມງ, ໂດຍເຣີ່ມຕັ້ງແຕ່ມື້ນີ້ ຈົນຮອດວັນທີ 01 ມົກຣາ ປີ 2024, ໂດຍຈະກວດກາ 4 ເມືອງໃຫຍ່ ໃນນະຄອນຫຼວງວຽງຈັນ ກໍຄື ເມືອງໄຊເສດຖາ, ເມືອງຈັນທະບູຣີ, ເມືອງສີສັດຕະນາກ ແລະ ເມືອງໄຊທານີ ເປັນຫຼັກ ແລະ ຈະເອົາໃຈໃສ່ ໃນຄືນ ຂອງວັນທີ 31 ເປັນພິເສດ ຍ້ອນເປັນຄືນເຄົ້າດາວ. ດັ່ງເຈົ້າໜ້າທີ່ກູ້ພັຍ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

“ກໍສະແຕນບາຍຢູ່, ສະແຕນບາຍ 24 ຊົ່ວໂມງຄືເກົ່າຫັ້ນແຫຼະ. ສ່ວນຫຼາຍ ກໍແມ່ນຣົຖຕຳກັນຫັ້ນແຫຼະ, ຣົຖຈັກຕຳຣົຖໃຫຍ່ ກໍມີ, ຣົຖຈັດ ຕຳຣົຖຈັກ ກໍມີ, ແລ້ວກໍເມົາ ລົ້ມເອງແດ່. ບາງກໍຣະນີ ກໍເມົາ ເມືອບໍ່ໄດ້ ເຮົາກໍເອົາມາສົ່ງ ກໍມີ. ຕ້ອງໄດ້ເອົາໃຈໃສ່ ກ່ອນໝູ່ ລະແມ່ນມື້ນີ້ ເປັນຕົ້ນໄປ. ພຸ້ນແຫຼະ ຈົນຮອດວັນທີ 01 ພຸ້ນແຫຼະ ຄໍ່າຄືນ 31 ຕ້ອງໄດ້ເບິ່ງ ພິເສດເລີຍໂຕນີ້.”

ສະຖິຕິ ອຸບັດຕິເຫດ ທົ່ວປະເທດ ລະຫວ່າງ ວັນທີ 29/12/2022-02/01/2023 ຫຼື (5 ວັນ ອັນຕຣາຍ) ຂອງກົມໃຫຍ່ຕໍາຫຼວດ, ກົມຕໍາຣວດຈະຣາຈອນ ຊີ້ໃຫ້ຮູ້ວ່າ ໃນໄລຍະ ປີໃໝ່ສາກົລ ມີຜູ້ເສັຽຊີວິຕ ທົ່ວປະເທດ 26 ຄົນ, ຫຼຸດລົງ 17 ຄົນ ທຽບໃສ່ໄລຍະດຽວກັນ ຂອງປີ 2021-2022.

ແຂວງທີ່ເກີດ ອຸບັດຕິເຫດ ຫຼາຍກ່ອນໝູ່ ແມ່ນນະຄອນຫຼວງວຽງຈັນ, ເຂດທີ່ມັກເກີດ ແມ່ນເຂດນອກເທສບານ. ສາເຫດຂອງການເກີດ ອຸບັດຕິເຫດ ຫຼາຍທີ່ສຸດ ແມ່ນໃຊ້ຄວາມໄວເກີນ, ຮອງລົງມາ ແມ່ນດື່ມສິ່ງມຶນເມົາ. ອຸບັດຕິເຫດ ຫຼາຍກ່ວາໝູ່ ຢູ່ໃນໄລຍະ 18:00 ໂມງ ຫາ 23:00 ໂມງ.

ອີງຕາມຣາຍງານຂ່າວ ຂອງກົມຕໍາຣວດຈະຣາຈອນ, ກະຊວງປ້ອງກັນຄວາມສງົບ ໃນວັນທີ 13 ທັນວາ ປີ 2023 ນີ້ ໃຫ້ຮູ້ວ່າ ສະຖິຕິ ການເກີດອຸບັດຕິເຫດ ທາງຣົຖ ຢູ່ ສປປລາວ ໄລຍະ 11 ເດືອນ ແຕ່ເດືອນມົກຣາ ເຖິງເດືອນ ພຶສຈິກາ 2023 ນີ້, ມີຜູ້ເສັຽຊີວິຕ ຢູ່ລາວແລ້ວ ຫຼາຍກ່ວາ 800 ຄົນ, ໄດ້ຮັບບາດເຈັບ ຫຼາຍກ່ວາ 1,000 ຄົນ ຈາກອຸບັດຕິເຫດ ທາງຣົຖ ທີ່ເກີດຂຶ້ນທັງໝົດ 6,182 ຄັ້ງ ເຮັດໃຫ້ພາຫະນະຂັບຂີ່ ເປ່ເພທັງໝົດ 10,926 ຄັນ, ສ້າງຄວາມເສັຽຫາຍ ຫຼາຍກ່ວາ 131 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.