ສລອງປີໃໝ່ສາກົລ 2024, ຄົນງານລາວ ບາງສ່ວນ ບໍ່ກັບບ້ານ
2023.12.29

ຄົນງານລາວ ທັງທີ່ຢູ່ຕ່າງແຂວງ ແລະ ໃນປະເທດໄທຍ ກຽມໂຕເດີນທາງກັບບ້ານ ໃນປະເທດລາວ ສັບປະດາສຸດທ້າຍ ຂອງເດືອນທັນວາ ເພື່ອສລອງປີໃໝ່ສາກົລ. ແຕ່ປີນີ້, ກໍຍັງມີຄົນງານລາວ ບາງສ່ວນ ບໍ່ໄດ້ກັບບ້ານ ເພື່ອໄປສລອງປີໃໝ່ ກັບຄອບຄົວ ຍ້ອນດ້ວຍສາເຫດຕ່າງໆ.
ສໍາລັບຄົນງານລາວ ທີ່ເຮັດວຽກ ໃນຫ້າງສັພສິນຄ້າ ແຫ່ງນຶ່ງ ຢູ່ບາງກອກ ປະເທດໄທຍ ມາເປັນໄລຍະເວລາ ສອງປີແລ້ວ ກ່າວວ່າ ຕັ້ງແຕ່ມາເຮັດວຽກ ຢູ່ປະເທດໄທຍ ກໍຍັງບໍ່ທັນ ໄດ້ກັບບ້ານຈັກເທື່ອ ແລະ ບຸນປີໃໝ່ ປີນີ້ ກໍບໍ່ໄດ້ກັບບ້ານ ຢູ່ແຂວງສວັນນະເຂດ ຍ້ອນບໍ່ມີເງິນພຽງພໍ ໃນການກັບບ້ານ. ດັ່ງຍານາງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ທັນວາ ປີ 2023 ນີ້ວ່າ:
“ປີນີ້ຫວາ ປີນີ້ບໍ່ໄດ້ກັບ. ມີຢູ່ ມີຄົນທີ່ກັບຢູ່ ເຂົາຊວນກັນຢູ່, ແຕ່ວ່າ ນ້ອງບໍ່ກັບ ຕັ້ງແຕ່ມາ ຍັງບໍ່ເຄີຍກັບບ້ານເລີຍ. ປີ້ນີ້ ກໍບໍ່ໄດ້ກັບ ຄືແບບວ່າ ບອກພໍ່ແມ່ແລ້ວວ່າ ຊິກັບປີໜ້າ. ຄືຊິບໍ່ຢາກກັບ ແບບເງິນກໍຍັງບໍ່ມີ ອີ່ຫຍັງກໍຍັງບໍ່ມີ ກໍເລີຍບໍ່ຢາກກັບ. ຢູ່ນີ້ ກໍມີແຕ່ຄົນລາວ ເຕັມຢູ່ໃນຫ້າງ, ແຕ່ວ່າ ແຕ່ລະຄົນ ກໍບໍ່ມີໃຜກັບ ແຕ່ລະຄົນ ກໍຖາມຢູ່ວ່າ ຊິກັບບໍ່ ໃຜກໍບອກບໍ່ກັບ ໃຜກໍວ່າປີໜ້າເບິດ.”
ຄົນງານລາວ ຢູ່ບາງກອກ ອີກທ່ານນຶ່ງ ກ່າວວ່າ ປີໃໝ່ສາກົລ ປີນີ້ ກໍຢາກກັບບ້ານ, ແຕ່ຕັດສິນໃຈບໍ່ກັບ ຍ້ອນຫາກໍມາເຮັດ ວຽກຢູ່ປະເທດໄທຍ ໄດ້ບໍ່ດົນ ຍັງບໍ່ມີເງິນ ສນັບສນູນ ຄ່າໃຊ້ຈ່າຍ ໃນການກັບບ້ານເທື່ອ. ດັ່ງທ່ານໄດ້ກ່າວວ່າ:
“ໂດຍ, ກໍຢາກກັບລະໄດ໋, ເຮົາກໍຢາກລາຫັ້ນແຫຼະ, ແຕ່ບໍ່ໄດ້ກັບ. ຂ້ອຍຫາກໍມາໄທຍ ບໍ່ທັນໄດ້ຮອດປີ ໄດ້ 8-9 ເດືອນ ມາຕັ້ງແຕ່ເດືອນ 3. ເງິນກໍແມ່ນບໍ່ຫຼາຍ, ຫັ້ນນ່າ ກັບບ້ານ ກະບໍ່ມີເງິນກັບ.”
ຂະນະທີ່ ຄົນງານ ອີກບາງສ່ວນ ໃນປະເທດໄທຍ ກໍຍັງເຮັດວຽກ ໃນໄລຍະດັ່ງກ່າວ ແລະ ທີ່ສ່ວນຫຼາຍ ຕັດສິນໃຈບໍ່ກັບບ້ານ ກໍຍ້ອນວ່າ ບໍ່ໄດ້ພັກຫຼາຍມື້. ດັ່ງຄົນງານລາວ ທີ່ເຮັດວຽກ ຢູ່ບໍຣິເວນ ຖນົນລຽບດ່ວນ ຣາມອິນທາ ປະເທດໄທຍ ຍານາງນຶ່ງ ກ່າວໃນມື້ດຽວກັນວ່າ:
“ເອື້ອຍບໍ່ໄດ້ກັບປີໃໝ່, ເອື້ອຍກັບໄປຫຼັງປີໃໝ່ ເພາະວ່າ ຈະພາແມ່ໄປຫາໝໍ ຫັ້ນແຫຼະ. ອັນທີ່ຈິງ ເຈ້ ເພິ່ນກໍຢຸດໃຫ້ຢູ່ ຢຸດຕັ້ງແຕ່ວັນທີ 29 ພຸ້ນແຫຼະ, ແຕ່ວ່າ ເອື້ອຍເຮັດໂອ ເຮັດໂອຮອດ ວັນທີ 5 ກໍຄືລາສອງອາທິດ ພາແມ່ໄປຫາໝໍ, ແມ່ໄປຜ່າ ແລ້ວຄືວ່າຈັ່ງໃດ ກໍຊິວ່າລາຕໍ່. ເຂົາກໍກັບກັນຢູ່, ແຕ່ອັນທີ່ຈິງ ກໍບໍ່ມີຜູ້ໄດ້ກັບປານໃດ ເພາະວ່າ ມັນຢຸດບໍ່ຫຼາຍມື້ ບໍ່ກີ່ມື້ເອງ.”
ສໍາລັບຄົນງານລາວ ທີ່ເຮັດວຽກຂາຍຂອງ ຢູ່ສໍາໂຣງ ບາງກອກ ອີກທ່ານນຶ່ງ ກ່າວວ່າ ທີ່ບໍ່ກັບບ້ານ ປີໃໝ່ສາກົລນີ້ ກໍຍ້ອນເຫດຜົລ ດ້ານຄ່າໃຊ້ຈ່າຍ ແລະ ປີໃໝ່ສາກົລ ບໍ່ສຳຄັນ ເທົ່າກັບໄລຍະ ບຸນປີໃໝ່ລາວ ທີ່ຕ້ອງໄດ້ກັບບ້ານ ທຸກປີ, ແຕ່ກໍຍັງມີ ຄົນງານຄົນອື່ນໆ ທີ່ໄດ້ເດີນທາງກັບບ້ານ ຕັ້ງແຕ່ວັນທີ 27 ທັນວາ ທີ່ຜ່ານມາ. ດັ່ງທ່ານໄດ້ກ່າວວ່າ:
“ບໍ່ໄດ້ກັບ ບາງສ່ວນເຂົາກໍບໍ່ກັບ ແບບວ່າ ມັນບໍ່ຄືສົງການ ເຂົາກໍແບບວ່າ ບໍ່ຢາກລົງ. ແມ່ນ, ເຂົາກັບແລ້ວ ກັບມື້ວານ ສ່ວນຫຼາຍ. ເຂົາຫຼິ້ນປີໃໝ່ແລ້ວ ເຂົາກໍກັບ.”
ດ້ານຄົນງານລາວ ທີ່ເຮັດວຽກ ໃນປະເທດ ບາງສ່ວນ ກໍບໍ່ໄດ້ກັບບ້ານ ເພື່ອສລອງປີໃໝ່ສາກົລ ໃນປີນີ້ ຍ້ອນປັດຈຸບັນ ກຳລັງຊອກວຽກເຮັດຢູ່ ແລະ ຢາກໃຫ້ໄດ້ວຽກ ກ່ອນປີໃໝ່ ທີ່ຈະມາເຖິງນີ້. ດັ່ງທ່ານໄດ້ກ່າວວ່າ:
“ຍັງວ່າຢູ່, ແຕ່ຍັງບໍ່ໝັ້ນໃຈ ຢາກຫາວຽກ ໃຫ້ໄດ້ກ່ອນຫັ້ນແຫຼະ. ຢູ່ຊຽງຂວາງບໍ່ ຢູ່ບ່ອນອື່ນກໍໄດ້, ຫັ້ນນ່າ. ມັນຫຼາຍບ່ອນ ກໍໄດ້, ຫັ້ນນ່າ. ຄືມານີ້, ມາຊອກວຽກຫັ້ນແຫຼະ. ຢູ່ບ່ອນອື່ນກໍໄດ້ ຕອນນີ້ ຢູ່ນະຄອນຫຼວງ ຢູ່ໃສກໍໄດ້, ຫັ້ນນ່າ.”
ເຖິງແມ່ນວ່າ ໄລຍະປີໃໝ່ສາກົລ ປີ 2024 ນີ້, ຈະມີຄົນງານບາງສ່ວນ ບໍ່ໄດ້ກັບບ້ານ ເພື່ອສລອງປີໃໝ່ສາກົລ, ແຕ່ໃນໄລຍະ ບຸນປີໃໝ່ລາວ ໃນໄລຍະເດືອນເມສາ ປີ 2024 ທີ່ຈະເຖິງນີ້ ຈະມີຊາວລາວ ທັງໃນຕ່າງແຂວງ ແລະ ປະເທດໄທຍ ເດີນທາງກັບ ພູມລຳເນົາ ໃນໄລຍະດັ່ງກ່າວ ເພື່ອສລອງກັບຄອບຄົວ ຫຼາຍກ່ວາ ໃນໄລຍະ ບຸນປີໃໝ່ສາກົລ ຍ້ອນວ່າ ເປັນມື້ພັກ ທາງຣັຖການ ຂອງປະເທດລາວ ແລະ ໄທຍ, ເຊິ່ງມີມື້ພັກ ຈຳນວນຫຼາຍມື້ ຕໍ່ເນື່ອງກັນ, ເຊິ່ງເຮັດໃຫ້ຄົນງານ ມີເວລາ ໄດ້ຢູ່ກັບຄອບຄົວ ດົນຂຶ້ນ.