ແມ່ ແລະ ເດັກ: ວັນທີ 10 ກຸມພາ 2009

ບັນຫາ ຫຍູ້ງຍາກທາງດ້ານ ເສຖກິດໂລກ ສົ່ງຜົນໃຫ້ ການຄ້າມະນຸດ ໃນສປປລາວ ມີຄວາມຮຸນແຮງຂຶ້ນ.
ມະນີຈັນ
2009.02.10

ວິກິດການ ທາງດ້ານການເງິນ ໂລກທີ່ເລີ່ມມາ ແຕ່ປີ 2008 ສົ່ງຜົນກະທົບ ຢ່າງໜັກໜ່ວງ ໃສ່ປະຊາຊົນທົ່ວໂລກ ໂດຍສເພາະ ໃນປະເທດທີ່ ມີຄວາມຈເຣີນ ທາງດ້ານເສຖກິດ ຂ້ອນຂ້າງຕໍ່າ.  ແລະຫລາຍປະເທດ ໃນພູມີພາກ ອິນດູຈີນ ກໍຍອມຮັບວ່າ ການຄ້າມະນຸດ ກໍາລັງເປັນບັນຫາ ຄຸກຄາມສັງຄົມ ຫລາຍຂຶ້ນ  ໂດຍມີສາເຫດ ຕົ້ນຕໍມາຈາກ ຄວາມຍາກຈົນ, ເຮັດໃຫ້ຄົນ ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໂດຍບໍ່ຮູ້ສຶກຕົວ  ເພາະຖືກຫລອກລວງ ໃຫ້ໄປເຮັດວຽກ ຢູ່ປະເທດເພື່ອນບ້ານ.  ໃນນັ້ນສ່ວນໃຫຍ່ ມີນາຍໜ້າ ເປັນຄົນຊາດດຽວກັນ ຫລືກະທັງ ບ້ານດຽວກັນ ທີ່ເຮັດໃຫ້ ເກີດຄວາມ ໄວ້ວາງໃຈກັນ ງ່າຍຂຶ້ນ.

ສປປລາວ ປະເທດລາວ ທີ່ເຄີຍເປັນພຽງ ທາງຜ່ານ ຂອງການຄ້າມະນຸດ ຊຶ່ງອາດຈະ ມາຈາກວຽດນາມ ຫລືຈີນນັ້ນ ປັຈຸບັນເປັນທັງ ຕົ້ນທາງແລະ ປາຍທາງ ຂອງບັນຫາ ການຄ້າມະນຸດ.

ແລະ ການເຂົ້າຮ່ວມ ຂອງເຈົ້າໜ້າທີ່ ຣະດັບສູງຂອງລາວ ໃນກອງປະຊຸມ ວ່າດ້ວຍບັນຫາ ການຄ້າມະນຸດ ຣະດັບຕ່າງໆນັ້ນ ອາດບົ່ງບອກ ເຖິງການບໍ່ສາມາດ ທີ່ຈະປະຕິເສດ ຫລືຖືເອົາເປັນ ບັນຫານັ້ນໄດ້ ອີກຕໍ່ໄປ  ຫາກແຕ່ຕ້ອງ ໄດ້ແກ້ໃຂ ຢ່າງຮີບດ່ວນ ກ່ອນທີ່ຈະລຸກລາມ ໄປຫລາຍກວ່ານີ້.

ການຄ້າມະນຸດ ທົ່ວໄປແລ້ວ ທາງການລາວ ຖືວ່າເປັນບັນຫາ ທີ່ບໍ່ເກີດຂຶ້ນ ຢູ່ພາຍໃນປະເທດ ຫາກແຕ່ເກີດ ທີ່ປະເທດອຶ່ນ ໂດຍສເພາະປະເທດໄທ ແລະກໍມັກ ເກີດຂຶ້ນກັບ ແຮງງານລາວ ທີ່ລັກລອບ ເຂົ້າໄປຊອກຫາ ວຽກເຮັດງານທໍາຢູ່ໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ  ຊຶ່ງກໍມີທັງ ຜູ້ທີ່ໄປ ແບບສມັກໃຈ ແລະທັງຖືກ ຕົວະຍົວະ ຫລອກລວງຕ່າງໆ ນາໆ ຂອງພວກນາຍໜ້າ ຫລືໝູ່ຄູ່ຮ່ວມບ້ານ ດຽວກັນກ່ຽວກັບວຽກງານ ດີທີ່ວ່າຈະໄດ້ເຮັດ ແລະເງີນເດືອນສູງ ທີ່ວ່າຈະໄດ້ຮັບ ເມື່ອໄປຮອດເມືອງໄທ ຮວມຢູ່ດ້ວຍ.

ນອກຈາກນັ້ນແລ້ວ ພວກໄວນຸ່ມສາວ ກໍມັກມີການຍ້າຍ ໄປຊອກຫາວຽກງານເຮັດ ຢູ່ບ່ອນອື່ນພາຍໃນ ປະເທດລາວ ຄືຈາກເຂດ ຊົນນະບົດ ໄປຫາຕົວເມືອງ  ຊຶ່ງກໍອາດ ເກີດເຫດການ ຄ້າມະນຸດ ພາຍໃນ ກໍເປັນໄດ້ ແຕ່ຫາກມີໜ້ອຍ.  ເຈົ້າໜ້າທີ່ ຕ້ານການຄ້າມະນຸດ ໃນລາວ ກ່າວກ່ຽວກັບ ບັນຫານີ້ ໃນຕອນນຶ່ງວ່າ -11-25-2008)…. ຈະມີການ ເຂື່ອນຍ້າຍແຮງງານ ຈາກຊົນນະບົດໄປຫາ ຕົວເມືອງ ມັນກໍອາດຈະມີ ການຄ້າມະນຸດ ພາຍໃນນໍາ ອາດຈະແມ່ນ ຖືກຄ້າໄປຈີນບໍ່ ຫລືອາດຈະ ຖືກພວກຄ້າ ໄປວຽດນາມບໍ່ ຈັ່ງຊີ້ນະ.      

ສໍາລັບການໂຍກຍ້າຍ ດ້ວຍການລັກລອບ ຂ້າມຊາຍແດນ ໄປທໍາມາຫາກິນ ຢູ່ປະເທດໄທ ຂອງພວກຄົນ ໄວນຸ່ມສາວ ຊາວລາວເລົ່ານີ້  ກໍມີຫລາຍຄົນ ຖືກຫລອກລວງ ຫລືຂາຍໄປດ້ວຍການ ກະທໍາຂອງພວກ ຄ້າມະນຸດ.  ແລະຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຕໍາຣວດ ສືບສວນສອບສວນ ກະຊວງ ປ້ອງກັນຄວາມ ສງົບຂອງລາວ ຕໍ່ກອງປະຊຸມ ກ່ຽວກັບການຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ  ຊຶ່ງຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ຫວ່າງມໍ່ໆ ມານີ້ແລ້ວ ແມ່ນວ່າ  ໃນແຕ່ລະປີ ມີແມ່ຍີງ ແລະເດັກນ້ອຍລາວ ຖືກຫລອກລວງ ໄປເຮັດວຽກຢູ່ ປະເທດໄກ້ຄຽງ ຢ່າງຫລວງຫລາຍ  ໂດຍສເພາະຢູ່ ປະເທດໄທ.  ໃນນັ້ນ ຈໍານວນນຶ່ງ ກໍຖືກບັງຄັບ ໃຫ້ຂາຍ ບໍຣິການທາງເພດ, ຖືກສົ່ງໄປ ເຮັດວຽກໜັກ ຫລາຍຊົ່ວໂມງ  ພ້ອມທັງຖືກຂົ່ມເຫັງ ຕົບຕີ ທໍາຮ້າຍຮ່າງກາຍ ໂດຍທີ່ບໍ່ໄດ້ ຮັບຄ່າແຮງງານ ເລີຍກໍມີ.

ຕາມຂໍ້ມູນ ການສໍາຣວດ ຂ້ອງກ່ຽວກັບ ການເຂື່ອນຍ້າຍ ແຮງງານຂອງ ກະຊວງແຮງງານ ແລະສວັດດີການ ສັງຄົມຂອງລາວ ພົບວ່າ ປີ 2008ຜ່ານມານີ້ ມີຄົນງານລາວ ໄປເຮັດວຽກ ຢູ່ປະເທດໄທ 82,992ຄົນ.  ໃນນັ້ນຄົນງານ ທີ່ໄປແບບ ຖືກຕ້ອງຕາມກົດໝາຍ ຊຶ່ງບໍຣິສັດ ຈັດຫາງານ ສົ່ງໄປ ມີ 8,564ຄົນ.  ແລະມີແຮງງານ ລາວໄດ້ພິສູດ ສັນຊາດແລ້ວ 60ພັນຄົນ  ແລະຍັງບໍ່ທັນ ໄດ້ພິສູດປະມານ 14ພັນຄົນ.  ຖ້າເບີ່ງຄືນ ໃນປີ 2003 ຢູ່3ແຂວງ ຂອງລາວຄື ແຂວງຄໍາມ່ວນ ສາຣະວັນ ແລະ ຈໍາປາສັກ ໃນຈໍານວນ ພວກເຂື່ອນຍ້າຍ ແຮງງານນັ້ນ ຫລາຍກວ່າ 74ສ່ວນຮ້ອຍ ມີອາຍຸແຕ່ 18ປີ ຫາ 35ປີ ແລະອາຍຸຕໍ່ກວ່າ    18 ປີ ມີປະມານ 26 ສ່ວນຮ້ອຍ. 

ສໍາລັບປີ 2004 ຕາມສະຖິຕິ ທີ່ບໍ່ເປັນທາງການ ວ່າມີແຮງງານລາວ ທີ່ລັກລອບ ໄປເຮັດວຽກງານ ຢູ່ໄທເກືອບເຖີງ 182 ພັນຄົນ  ໃນນັ້ນເປັນແມ່ຍີງ ຫລາຍກວ່າ 100 ພັນຄົນ.  ຍ້ອນການເຂື່ອນຍ້າຍ ແຮງງານລາວ ຫລາຍຂຶ້ນເລື້ອຍໆ ນັ້ນຈຶ່ງເຮັດໃຫ້ ມີຄວາມສ່ຽງສູງ ໃນການທີ່ຈະ ຕົກເປັນເຫຍື່ອ ຫລື ເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ.  ແລະແຕ່ປີ 2001ຫາປີ 2008ຜ່ານມາ ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ການຊ່ວຍ ເຫລືອເດັກນ້ອຍ ແລະແມ່ຍີງລາວ ຢູ່ປະເທດໄທ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ຈໍານວນ 1,229 ຄົນ ເປັນຍີງ 1,172ຄົນ  ຊຶ່ງໃນນັ້ນ 65ສ່ວນຮ້ອຍ ເປັນເດັກນ້ອຍ ອາຍຸບໍ່ຮອດ 18 ປີ. ແລະ ພວກທີ່ຖືກ ຫລອກລວງ ຖືກຄ້າມະນຸດ ທີ່ທາງເຈົ້າໜ້າ ທີ່ໄທຈັບໄດ້ແລະສົ່ງ ໃຫ້ທາງການລາວ ສເພາະໃນປີ 2008ທີ່ຜ່ານນັ້ນ ກໍມີທັງໝົດ ຢ່າງໜ້ອຍ 173ຄົນ.  ແລະພວກ ທີ່ລັກລອບເຂົ້າໄທ ໃນຣະຫວ່າງປີ 2007 ຫາເດືອນກັນຍາປີ 2008ນັ້ນ ກໍມີບໍ່ຕໍ່າກວ່າ 28,866ຄົນ.  ໃນນັ້ນເປັນເພດຍີງ 10,926ຄົນ ແລະມີອາຍຸ ຕໍ່າກວ່າ   18 ປີ ກໍມີທັງໝົດ ຮອດ 1636 ຄົນ ຮວມທັງເດັກ ນ້ອຍເພດຍີງ 205 ຄົນ -ຕາມຣາຍງານ ກະແສຂ່າວທ້ອງຖີ່ນ ວັນທີ 4 ມົກກະຣາ 2009ນີ້. ການຄ້າມະນຸດ ຂ້າມຊາຍແດນ ລາວ-ໄທ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ໄທ ໃນຣະຫວ່າງ ກອງປະຊຸມ ການຕໍ່ຕ້ານ ການຄ້າມະນຸດ ໃນ 6 ປະເທດ ລຸ່ມແມ່ນໍ້າຂອງ ເມື່ອເດືອນ ພຶສຈິກາ ປີ 2008 ຜ່ານມາ ຊຶ່ງມາເລເຊັຽ ກໍຖືກເຊີນເຂົ້າຮ່ວມ ສັງເກດການ ໃນຖານະ ປະເທດປາຍທາງ ຂອງຂະບວນການ ຄ້າມະນຸດ ກໍວ່າຂະຫຍາຍຕົວ ເພິ່ມຂຶ້ນເລື້ອຍໆ ມີຫລາຍຮູບແບບ ແລະ ສລັບສັບຊ້ອນ ເປັນການເຂົ້າສູ່ ຍຸກການຄ້າ ມະນຸດ ຢ່າງເຕັມຮູບແບບ ຍາກທີ່ຈະປາບປາມໄດ້. ການຄ້າມະນຸດ ຂ້າມຊາຍແດນ ໃນຫລາຍປີ ຫລັງໆມານີ້  ຊຶ່ງປາກົດວ່າ ມີຜູ້ຍີງເກືອບ ວ່າຈາກທຸກແຂວງ ຂອງລາວຕັ້ງແຕ່ເໜືອ ຕລອດໄຕ້ ຕົກເປັນເຫຍື່ອ ຂອງການຄ້າມະນຸດ  ຊຶ່ງເປັນທີ່ເຊື່ອກັນວ່າ ຍ້ອນຄວາມທຸກຍາກ ຂາດໂອກາດ ດ້ານການສຶກສາ ດ້ານວຽກງານ ແລະກະແສນິຍົມ ຢາກເຫັນແສງສີ ເຫັນຄວາມຈເຣີນໃນ ປະເທດອຶ່ນນັ້ນ ເຈົ້າໜ້າທີ່ ຕ້ານການຄ້າ ມະນຸດໃນລາວ ກ່າວວ່າ ….

ນັ້ນກໍເປັນສພາບ ການຄ້າມະນຸດ ໃນໄລຍະ ທີ່ຜ່ານມາຊຶ່ງມີທັງ ແຮງງານຊາວລາວ, ມີທັງຜູ້ຍີງໄວສາວ ແລະເດັກນ້ອຍອາຍຸ ບໍ່ຮອດ 18 ປີ ຮວມຢູ່ດ້ວຍ.            ແຕ່ເຖິງແນວໃດ ການລັກລອບ ຂອງແຮງງານຊາວລາວ ກໍບໍ່ມີທ່າທີວ່າ ຈະລຸດໜ້ອຍຖອຍລົງ  ເຖິງແມ່ນວ່າ ຈະມີຂ່າວຄາວ ເລື່ອງຄົນຫວ່າງງານ ໃນປະເທດຕ່າງໆ  ເຊັ່ນຢູ່ອະເມຣິກາ ຢູ່ຢູໂຣບ ຢູ່ໄທ ຢູ່ວຽດນາມ ຟິລິບປິນ ຈີນ ລາວ ເປັນຈໍານວນ ຫລວງຫລາຍກໍຕາມ.    

ແຕ່ເຖິງແນວໃດ ກໍຕາມ  ໃນເມື່ອຈະມີ ຄົນງານລາວ ທີ່ໄດ້ໄປເຮັດວຽກ ຢູ່ໄທ ທັງລັກລອບໄປ ທັງໄປແບບ ຖືກຕ້ອງ ຕາມກົດໝາຍ ຈະໄດ້ກັບຄືນປະເທດ ຈໍານວນບໍ່ໜ້ອຍ ຍ້ອນເກີດໄພ ຫວ່າງງານຫລາຍຢູ່ໄທ  ຮວມໃສ່ຄົນງານທີ່ມີ ຈໍານວນເພີ່ມຂຶ້ນ ຢູ່ລາວ, ນັກຮຽນແລະນັກສຶກສາ ທີ່ບໍ່ມີໂອກາດ ຮຽນຕໍ່ກໍຊອກຫາ ວຽກເຮັດເພີ່ມຂຶ້ນ ນໍາທຸກໆປີ.  ພ້ອມກັນນັ້ນ ກໍມີທັງຄົນງານ ແລະເດັກນ້ອຍວຽດນາມ ແລະຊາວຈີນ ກໍຫລັ່ງໄຫລກັນ ເຂົ້າມາເຮັດວຽກ ຢູ່ລາວເພີ່ມຂຶ້ນນໍາ ເລື້ອຍໆ  ເຊັ່ນ ການກໍ່ສ້າງ ການປູກພືດພັນ ຕ່າງໆ ຮວມທັງປູກກາເຟ ຢູ່ປາກຊ່ອງ ແຂວງຈໍາປາສັກ  ຊຶ່ງການສໍາຣວດສຶກສາ ຂອງອົງການແຮງງານ ສາກົນຫລື ILO ກ່ຽວກັບ ສະຖານະການ ດ້ານແຮງງານ

ໃນລາວເມື່ອທ້າຍປີ 2006 ຜ່ານມານັ້ນຈໍານວນ ປະຊາກອນລາວ ທີ່ມີຄົນຫວ່າງງານ ຢູ່ 600 ພັນກວ່າຄົນ ແລະ ຄົນຫວ່າງງານນັ້ນ ຈະເພີ່ມຂຶ້ນ ເປັນ 2 ເທົ່າ ພາຍໃນປີ 2010  ຖ້າຣັຖບານລາວ ບໍ່ສາມາດສ້າງໜ້າວຽກ ຂຶ້ນຕື່ມທໍ່ກັບ ການເພີ່ມຂຶ້ນຂອງ ກໍາລັງແຮງງານ ທີ່ມີກາຍ 120 ພັນຄົນ ໃນແຕ່ລະປີນັ້ນ  ກະຊວງແຮງງານ ແລະອົງການ ILO ຄາດການວ່າ ໃນປີ 2010 ທົ່ວປະເທດລາວ ຈະມີກໍາລັງແຮງງານ ສໍາລັບທຸກໆ ຂະແໜງການ ຜລິດສີນຄ້າ ແລະອຸດສະຫະກັມ ຫລາຍກວ່າ 1,200,000 ຄົນ.  ແຕ່ຖ້າພິຈາຣະນາ ເບີ່ງຣະດັບການ ລົງທຶນໃນລາວ ເມື່ອຍັງບໍ່ທັນ ເກີດມີວິກິດການ ເສຖກິດ ການເງິນໂລກນັ້ນ ຈໍານວນແຮງງານ ທີ່ຈະຖືກຈ້າງ ໃນປີ 2010 ຈະມີພຽງ 600 ກວ່າພັນ ຄົນເທົ່ານັ້ນ.

ໝາຍຄວາມວ່າ ໃນປັຈຸບັນ ແລະ ໃນອີກບໍ່ນານນີ້ ສປປລາວ ຈະບໍ່ມີໜ້າວຽກ  ຮອງຮັບຄົນງານໄດ້ ຢ່າງພຽງພໍ ເປັນຈໍານວນຫລວງຫລາຍ ແລະຈະມີຄົນ ຫວ່າງງານ ເພີ່ມຂຶ້ນນໍາເລື້ອຍໆ.

ໃນເມື່ອມີຄົນຫວ່າງງານ ຫລາຍຫລືວ່າໃຫ້ຄ່າ ແຮງງານຕໍ່າ ກໍຍີ່ງຈະເກີດ ມີບັນຫາຫຍູ້ງຍາກ ຕ່າງໆນາໆ ໃນສັງຄົມ  ຮວມທັງການ ເກີດມີນັກເລງ ອັນຕະພານ ການລັກມົກ ຈົກຫໍ່ ປຸ້ນຈີ້.  ແລະອັນທີ່ ຈະຫລີກບໍ່ມົ້ມ ກໍຈະເກີດມີ ຂບວນການ ຄ້າມນຸດຢູ່ລາວ ຫລາຍເພີ່ມຂຶ້ນ ຈາກທີ່ມີຢູ່ແລ້ວ ຂະນະນີ້ ຊຶ່ງຈະເປັນການຍາກ ທີ່ຈະແກ້ໃຂ ໃຫ້ລຸດພົ້ນ ໄປໄດ້..

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.